ປະກາດຊຸດປຶ້ມກ່ຽວກັບ 3 ອົງການປະຕິວັດຊົ່ວຄາວພາກໃຕ້ຢູ່ຫວຽດນາມ

14:00 | 18/04/2022

ຍສໝ - ຊຸດ​ປື້ມ​ໄດ້​ຈັດ​ຕັ້ງ​ເປັນ​ລະບົບ​ຫຼາຍ​ບົດ​ປະພັນ​ ຂອງ​ການ​ນຳ​ພັກ ​ແລະ ລັດ, ການ​ນຳ​ແນວ​ໂຮມ, ບົດ​ບັນທຶກ​​ຂອງ​ຜູ້​ເຖົ້າ​ແກ່​ການປະຕິວັດ, ບັນດານັກຮຽນຮູ້, ປັນຍາ​ຊົນ​ພາກ​ໃຕ້, ພະຍານ​ປະຫວັດສາດ​ຂອງ 3 ອົງການ.

ປະ​ທານ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ສົ່ງ​ຈົດ​ໝາຍອວຍ​ພອນ​ປີ​ໃໝ່​ລາວ ແລະ ກຳ​ປູ​ເຈຍ ປະ​ທານ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ສົ່ງ​ຈົດ​ໝາຍອວຍ​ພອນ​ປີ​ໃໝ່​ລາວ ແລະ ກຳ​ປູ​ເຈຍ
ແນວ​ໂຮມ​ປະ​ເທດຊາດ ຫວຽດ​ນາມ ສົ່ງ​ຈົດ​ໝາຍ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນຜູ້​ທີ່​ຖື​ສາ​ສະ​ໜາຕ່າງໆ ຈົ່ງຮ່ວມ​ແຮງ​ຮ່ວມ​ໃຈໜ​ູນ​ຊ່ວຍ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລ​ບະ​ຍາດ​ໂຄວິດ - 19 ແນວ​ໂຮມ​ປະ​ເທດຊາດ ຫວຽດ​ນາມ ສົ່ງ​ຈົດ​ໝາຍ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນຜູ້​ທີ່​ຖື​ສາ​ສະ​ໜາຕ່າງໆ ຈົ່ງຮ່ວມ​ແຮງ​ຮ່ວມ​ໃຈໜ​ູນ​ຊ່ວຍ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລ​ບະ​ຍາດ​ໂຄວິດ - 19

ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 47 ປີ​ແຫ່ງ​ວັນ​ປົດ​ປ່ອຍ​ພາກ​ໃຕ້ ​ແລະ ທ້ອນ​ໂຮມ​ປະ​ເທດ​ເປັນ​ເອກະ​ພາບ (30 ເມສາ 1975 – 30 ເມສາ 2022), ຫວ່າງແລ້ວນີ້, ຄະນະໂຄສະນາສຶກສາ​ ຄະນະພັກນະຄອນ​ໂຮ່ຈີ​ມິນ ສົມທົບ​ກັບ​ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ພິ​ທີ​ປະ​ກາດຊຸດ​ປື້ມ “ແນວ​ໂຮມ​ຊົນ​ຊາດ​ປົດ​ປ່ອຍ​ພາກ​ໃຕ້, ພັນ​ທະ​ມິດ​ບັນດາກໍາລັງແຫ່ງ​ຊາດ, ປະ​ຊາ​ທິ​ປະ​ໄຕ ແລະ ​ສັນ​ຕິ​ພາບຫວຽດນາມ, ລັດ​ຖະ​ບານ​ປະ​ຕິ​ວັດຊົ່ວຄາວ ສາທາລະນະລັດພາກໃຕ້​ຫວຽດ​ນາມ” ເພີ່ມເຕີມ, ພິມຄືນຄັ້ງໃໝ່.

ປະກາດຊຸດປຶ້ມກ່ຽວກັບ 3 ອົງການປະຕິວັດຊົ່ວຄາວພາກໃຕ້ຢູ່ຫວຽດນາມ
ປະກາດຊຸດປຶ້ມກ່ຽວກັບ 3 ອົງການປະຕິວັດຊົ່ວຄາວພາກໃຕ້ຢູ່ຫວຽດນາມ. (qdnd)

ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ ເຈີ່ນຮຶວເຟືອກ (ອາຍຸ 90 ປີ, ຫົວໜ້າຄະນະ​ສັງ​ລວມ ​ແລະ ພິມ​ຈຳໜ່າຍປື້ມຄືນ) ​ໃຫ້​ຮູ້​ວ່າ: ​ຂະ​ບວນການ​ຮຽບຮຽງ​ຊຸດ​ປຶ້ມ ​ໄດ້​ຮັບ​ການ​ປະຕິບັດ ​ແລະ ຈັດ​ພິມ​ເປັນ​ຄັ້ງ​ທຳ​ອິດ​ໃນ​ປີ 2018 ​ແລະ ​ແມ່ນ​ຄວາມ​ມານະ​ພະຍາຍາມ​ຂອງບັນດາ​ນັກ​ຄົ້ນ​ຄ້ວາ, ຜູ້ຕາງໜ້າ​ບັນດາ​ພະຍານ​ປະຫວັດສາດ, ບັນດາ​ນັກຮຽນຮູ້, ນັກ​ປັນຍາ​ຊົນ​ທີ່​ມີ​ຊື່​ສຽງ​ໃນ​ໄລຍະ​ປະຫວັດສາດ​ ຂອງ​ກຳລັງ​ພັນທະ​ມິດ​ແຫ່ງ​ຊາດ, ປະຊາທິປະ​ໄຕ ​ແລະ ສັນຕິພາບ​ຂອງ​ຫວຽດນາມ, ລັດຖະບານ​ປະຕິວັດ​ຊົ່ວຄາວ ສາທາລະນະ​ລັດພາກໃຕ້ ຫວຽດນາມ ​ແລະ ​ແນວ​ໂຮມ​ຊາດປົດປ່ອຍພາກໃຕ້ ​ຫວຽດນາມ.

ຕາມ​ທ່ານ ເຈີ່ນຮຶວເຟືອກ ​ແລ້ວ, ​ເມື່ອ​ປຶ້ມ​ນີ້​ຖືກ​ພິມ​ຈຳໜ່າຍ​ຄັ້ງ​ທຳ​ອິດ, ​ໄດ້​ຮັບ​ການຕີລາຄາ​​ສູງ. ຈາກນັ້ນ, ໃນປີ 2020, ປື້ມດັ່ງກ່າວກໍ່ສືບຕໍ່ໄດ້ຮັບການປັບປຸງ, ດັດແກ້ ແລະ ພິມຈຳໜ່າຍຄືນໃໝ່ ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງແນວ​ໂຮມ​ຊາດ ປົດປ່ອຍພາກໃຕ້ ຫວຽດນາມ (20 ທັນວາ 1960 – 20 ທັນວາ 2020).

ທ່ານ ຮວິ່ງ​ດ້າມ, ອະ​ດີດ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຖື​ວ່າ: ຊຸດ​ປື້ມ​ແມ່ນ​ຕົວ​ຢ່າງ ແລະ ສະ​ແດງ​ໃຫ້​ເຫັນ​ໄລ​ຍະ​ການ​ເຄື່ອນ​ໄຫວ​ປະ​ຕິ​ວັດ​ທີ່ຟົດຟື້ນຂອງ​ແນວ​ໂຮມ​ປະ​ເທດ​ຊາດ​ເພື່ອ​ປົດ​ປ່ອຍ​ພາກ​ໃຕ້​ຫວຽດ​ນາມ, ພັນ​ທະ​ມິດ​ກໍາລັງແຫ່ງ​ຊາດ, ປະຊາທິປະ​ໄຕ ​ແລະ ສັນຕິພາບ​ຂອງ​ຫວຽດນາມ ​ແລະ ລັດຖະບານ​ປະຕິວັດ​ຊົ່ວຄາວ ສາທາລະນະ​ລັດພາກໃຕ້ ຫວຽດນາມ.

ການ​ເປີດຕົວ​ຊຸດ​ປຶ້ມ​ເນື່ອງ​ໃນ​ໂອກາດ​ວັນ​ປົດ​ປ່ອຍ​ພາກ​ໃຕ້​ຄົບຮອບ 47 ປີ ​ແລະ ການ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ (30 ​ເມສາ 1975 - 30 ​ເມສາ 2022) ​ແມ່ນ​ມີ​ຄວາມ​ໝາຍ, ​ເລິກ​ເຊິ່ງ ​ແລະ ​ຕື້ນຕັນໃຈທີ່ສຸດ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.