ເຂດຮ່ອງຮອຍປະຫວັດສາດປະຕິວັດ ຫວຽດນາມ -ລາວ ຢູ່ ແຂວງເຊີນລາ ຮັບໃບຢັ້ງຢືນເຂດປູຊະນີຍະສະຖານພິເສດແຫ່ງຊາດ

08:07 | 31/08/2022

ເຂດຮ່ອງຮອຍປະຫວັດສາດປະຕິວັດ ຫວຽດນາມ -ລາວ ເປັນກຽດໄດ້ຮັບໃບຢັ້ງຢືນ ເຂດປູຊະນີຍະສະຖານພິເສດແຫ່ງຊາດແມ່ນເຫດການມີຄວາມໝາຍສຳຄັນ.

ຖະຫວາຍທູບທຽນອາໄລຫາບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດທະຫານປະສົມລາວ - ຫວຽດນາມ ຢູ່ ສປປ ລາວ ຖະຫວາຍທູບທຽນອາໄລຫາບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດທະຫານປະສົມລາວ - ຫວຽດນາມ ຢູ່ ສປປ ລາວ
ນ້ຳໃຈ ຫວຽດນາມ - ລາວ ຢູ່ ເຂດຊາຍແດນ ນ້ຳໃຈ ຫວຽດນາມ - ລາວ ຢູ່ ເຂດຊາຍແດນ
ເຂດຮ່ອງຮອຍປະຫວັດສາດປະຕິວັດ ຫວຽດນາມ -ລາວ
ເຂດຮ່ອງຮອຍປະຫວັດສາດປະຕິວັດ ຫວຽດນາມ -ລາວ

ຕອນເຊົ້າວັນທີ 29 ສິງຫາ ຢູ່ ເຂດຮ່ອງຮອຍປະຫວັດສາດປະຕິວັດ ຫວຽດນາມ -ລາວ( ບ້ານລາວໂຄ 1, ຕາແສງ ພຽງຄວ່າຍ ເມືອງ ອຽນເຈົາ) ແຂວງເຊີນລາ ຈັດຕັ້ງພິທີສະເຫລີມສະຫລອງ 60 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ -ລາວ (5/9/1962 – 5/9/2022); 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ, ການຮ່ວມມື ຫວຽດນາມ- ລາວ,ລາວ -ຫວຽດນາມ (18/7/1977 – 18/7/2022) ແລະຕ້ອນຮັບໃບຢັ້ງຢືນ ຈັດອັນດັບເຂດປູຊະນີຍະສະຖານພິເສດແຫ່ງຊາດ ເຂດປູຊະນີຍະສະຖານປະຫວັດສ າດປະຕິວັດ ຫວຽດນາມ -ລາວ.

ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນຫືງດົງ, ເລຂາພັກແຂວງເຊີນລາ ຢັ້ງຢືນ: ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ ຫວຽດນາມ -ລາວ ໂດຍປະທານໂຮ່ຈີມິນ ແລະ ປະທານໄກສອນ ພົມວິຫານ ກໍ່ຕັ້ງ ແລະໄດ້ຮັບການເພີ່ມພູນຄູນສ້າງ ແລະ ພັດທະນາຈາກການນຳ, ປະຊາຊົນສອງປະເທດຫລາຍລຸ້ນຄົນ. ເຂດຮ່ອງຮອຍປະຫວັດສາດປະຕິວັດ ຫວຽດນາມ -ລາວ ເປັນກຽດໄດ້ຮັບໃບຢັ້ງຢືນເຂດປູຊະນີຍະສະຖານພິເສດແຫ່ງຊາດແມ່ນເຫດການມີຄວາມໝາຍສຳຄັນ, ຢັ້ງຢືນການພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ຫວຽດນາມ - ລາວ, ລາວ - ຫວຽດນາມ ຍືນຍົງຄົງຕົວໝັ້ນຄົງໃນເສັ້ນທາງແຫ່ງການພັດທະນາ.

ວີ​ໂອ​ວີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.