
ພົບປະກັບປະຊາຄົມຊາວຫວຽດນາມຢູ່ Ústecký
ຍສໝ - ທ່ານ ເອກອັກຄະລັດຖະທູດຫວຽດນາມ ປະຈຳສາທາລະນະລັດເຊັກໂກ, ໄທຊວນຢຸງ ແລະພະນັກງານສະຖານທູດຫາກໍ່ເຂົ້າຮ່ວມງານບຸນ ຈັກກະວານແຫ່ງສີ 2021 ແລະພົບປະກັບປະຊາຄົມຊາວຫວຽດນາມຢູ່ແຂວງ Ústecký (ສາທາລະນະລັດເຊັກໂກ).
ຍສໝ - ທ່ານ ເອກອັກຄະລັດຖະທູດຫວຽດນາມ ປະຈຳສາທາລະນະລັດເຊັກໂກ, ໄທຊວນຢຸງ ແລະພະນັກງານສະຖານທູດຫາກໍ່ເຂົ້າຮ່ວມງານບຸນ ຈັກກະວານແຫ່ງສີ 2021 ແລະພົບປະກັບປະຊາຄົມຊາວຫວຽດນາມຢູ່ແຂວງ Ústecký (ສາທາລະນະລັດເຊັກໂກ).
ຍສໝ - ວັນທີ 7 ກັນຍາ, ນ້ຳນົມຫຼາຍກວ່າ 80,000 ກ່ອງໂດຍຊຸມຊົນຊາວຫວຽດນາມຢູ່ນິວຊີແລນໄດ້ບໍລິຈາກໃຫ້ ໂຮງໝໍ ແລະ ໂຮງໝໍພາກສະໜາມ 26 ແຫ່ງ, ໂດຍການຮ່ວມມື ແລະໜູນຊ່ວຍຂອງ ສະມາຄົມພຸດທະສາສະໜາ ຫວຽດນາມ ແລະກຸ່ມການກຸສົນອາສາສະໝັກແບ່ງປັນ - Sharing.
ຍສໝ - ສະຖານທູດຫວຽດນາມ ປະຈຳມົງໂກລີ ຫາກໍ່ໄດ້ຮັບເງິນ 7000 USD ໂດຍຊາວຫວຽດນາມຢູ່ຕ່າງປະເທດ ສະໜັບສະໜູນກອງທຶນປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຢູ່ພາຍໃນປະເທດ.
ຍສໝ - ຕອນບ່າຍວັນທີ 21 ສິງຫາ 2021, ສູນວັດທະນະທຳມະໂນຈິດ ປະຊາຄົມຊາວຫວຽດນາມຢູ່ໂປໂລຍ ໄດ້ຈັດຕັ້ງງານບຸນວູລານ ຢ່າງສົມກຽດ ເພື່ອຕອບບຸນແທນຄຸນພໍ່ແມ່ ພ.ສ 2565 (ຄ.ສ 2021) ທີ່ວັດ ເຍິນຫວ່າ ປະເທດໂປໂລຍ.
ວັນທີ 29 ກໍລະກົດ, ສະຖານທູດຫວຽດນາມ ປະຈໍາ ອາຟຣິກາໃຕ້ ໄດ້ຈັດຕັ້ງພິທີມອບ-ຮັບຜ້າອັດປາກ-ອັດດັງ ຈຳນວນ 50.000 ອັນ ໃຫ້ແກ່ຜູ້ຕາງໜ້າສະຖານທູດ Eswatini ປະຈໍາ ອາຟຣິກາໃຕ້ ເພື່ອແນໃສ່ໜູນຊ່ວຍປະຊາຊົນລາຊະອານາຈັກນີ້ປ້ອງກັນ, ຕ້ານພະຍາດໂຄວິດ-19.
ຍສໝ - ປະຊາຄົມຊາວຫວຽດນາມ ຢູ່ແຂວງຢຸນນານ (ຈີນ) ໄດ້ບໍລິຈາກເຄື່ອງອຸປະກອນດ້ານການແພດຫຼາຍຢ່າງເພື່ອໜູນຊ່ວຍ ບັນດາແຂວງ/ນະຄອນຂອງຫວຽດນາມ, ໂດຍສະເພາະແມ່ນບັນດາແຂວງພາກຕາເວັນຕົກສ່ຽງເໜືອ ເພື່ອປ້ອງກັນ ແລະ ສະກັດກັ້ນພະຍາດ Covid-19.
ຍສໝ - ວັນທີ 11 ກໍລະກົດ, ສະຖານທູດຫວຽດນາມ ປະຈໍາລາຊະອານາຈັກໄທ ໄດ້ຈັດຕັ້ງພິທີມອບ-ຮັບເງິນສະໜັບສະໜູນກອງທຶນວັກຊິນຫວຽດນາມ ໂດຍປະຊາຄົມຊາວຫວຽດນາມ ອາໄສຢູ່ໄທ ບໍລິຈາກເກືອບ 1 ລ້ານ 5 ແສນບາດ (ປະມານກວ່າ 1 ຕື້ດົ່ງ).
ກອງທຶນ ວັກຊິນ ປ້ອງກັນຕ້ານໂລກລະບາດໂຄວິດ 19 ປະຈຸບັນ ໄດ້ຮັບການຕອບສະຫນອງໃຫຍ່ຫລວງຢູ່ ຝລັ່ງ ແລະໃນວົງຄະນາຍາດຊາວຫວຽດນາມ ອາໄສ ຢູ່ຝລັ່ງ ກໍ່ຄືເພື່ອນມິດຂອງຫວຽດນາມ ຢູ່ ຝລັ່ງ.
ຍສໝ - ໃນວັນທີ 19 ມິຖຸນາ, ການແຂ່ງຂັນບານເຕະ ສະພາສູງເຊັກ ປີ 2021 ໄດ້ໄຂຂຶ້ນຢູ່ສະໜາມກິລາກອງທັບ Dukla, ໃນນະຄອນຫຼວງ Prague ໂດຍມີການເຂົ້າຮ່ວມຂອງ 21 ທີມທີ່ເປັນຕົວແທນຂອງ ປະຊາຄົມບັນດາຊົນເຜົ່າທີ່ດຳລົງຊີວິດຢູ່ສາທາລະນະລັດເຊັກ.
ເຖິງວ່າການດໍາລົງຊີວິດໄດ້ຮັບຜົນສະທ້ອນປະສົບກັບຄວາມຫຍຸ້ງຍາກຍ້ອນພະຍາດບໍ່ໜ້ອຍກໍ່ຕາມແຕ່ພໍ່ແມ່ປະຊາຊົນຍັງຮ່ວມແຮງຮ່ວມໃຈໜູນຊ່ວຍອໍານາດການປົກຄອງປະຈໍາຖິ່ນໃນການປ້ອງກັນ, ຕ້ານພະຍາດ, ພ້ອມທັງຕັ້ງໜ້າເຂົ້າຮ່ວມການບໍລິຈາກເງິນເພື່ອສົ່ງກັບເມືອບ້ານເກີດເມືອງນອນ.
ຍສໝ - ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ເອົາໃຈໃສ່, ຕິດຕາມ, ກຽມພ້ອມທີ່ຈະຮ່ວມເດີນທາງ ແລະແບ່ງປັນກັບພໍ່ແມ່ປະຊາຊົນພາຍໃນປະເທດເພື່ອປ້ອງກັນ, ຕ້ານພະຍາດໂຄວິດ-19.
ຍສໝ - ຫວ່າງແລ້ວນີ້, ຄະນະກຳມະການແຫ່ງລັດ ສຳລັບຊາວຕ່າງປະເທດຫວຽດນາມ ແລະ ກະຊວງການຕ່າງປະເທດຫວຽດນາມ ໄດ້ຈັດພິທີຮັບເງິນຊ່ວຍເຫຼືອ 500 ລ້ານດົງ ຈາກປະຊາຄົມຊາວຫວຽດນາມຢູ່ສາທາລະນະລັດເຊັກ ເພື່ອສະໜັບສະໜູນກອງທຶນສຳສັກຢາວັກຊີນ COVID-19.
ສະຖານທູດຫວຽດນາມ ປະຈຳ ອີຢິບ ໄດ້ປຸກລະດົມການຂົນຂວາຍແຜ່ບໍລິຈາກໃຫ້ກອງທຶນວັກຊິນປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢຸ່ຫວຽດນາມ
ຢູ່ວັດ ເຟີດຕິ໊ກ - ນະຄອນຫຼວງວຽງຈັນ ໄດ້ຈັດພິທີສວດມົນພາວະນາຂໍ້ໃຫ້ປະເທດຊາດມີຄວາມສະຫງົບ, ປະຊາຊົນຢູ່ເຢັນເປັນສຸກ.
ຍສໝ - ຕາມໂຄງການທາງການທູດຂອງສະຖານທູດຫວຽດນາມປະຈຳ ໄທ ໃນການສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ໄທ, ທ່ານເອກອັກຄະລັດຖະທູດ ຟານຈີແທງ ໄດ້ນຳພາຄະນະໄປຢ້ຽມຢາມປະຊາຄົມຊາວຫວຽດນາມຢູ່ແຂວງພູເກັດ (ປະເທດໄທ) ແລະ ເຮັດວຽກກັບສະມາຄົມນັກທຸລະກິດໄທ - ຫວຽດນາມແຕ່ວັນທີ 19-21 ມີນາ.
ຍສໝ - ໃນສູນການຄ້າຂອງຊາວຫວຽດນາມ ຍາມໃດກໍມີຄົນມາຊື້ເຄື່ອງຂອງຫຼາຍກວ່າຊຸມວັນປົກກະຕິ. ຢູ່ທີ່ນີ້, ເຮົາຮູ້ສຶກໄດ້ບັນຍາກາດຕ້ອນຮັບບຸນປີໃໝ່ຢ່າງຟົດຟື້ນບໍ່ຕ່າງຫຍັງຄືຢູ່ຫວຽດນາມ.
ຍສໝ - ເມື່ອບໍ່ດົນມານີ້, ສະຖານທູດຫວຽດນາມ ປະຈຳອິນໂດເນເຊຍ ໄດ້ຈັດງານສະເຫຼີມສະຫຼອງປີໃໝ່ 2021 ດ້ວຍຮູບການຖ່າຍທອດສົດ ໂດຍມີບັນຍາກາດທີ່ອົບອຸ່ນ ແລະ ສະໜິດສະໜົມບ້ານເກີດເມືອງນອນ.
ສຳລັບພໍ່ແມ່ປະຊາຊົນແລ້ວ, ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກແມ່ນເຫດການການເມືອງທີ່ສຳຄັນ, ເຊິ່ງປະຊາຊົນມີຄວາມຫວັງຫຼາຍຢ່າງກ່ຽວກັບໄລຍະຍູ້ແຮງພາລະກິດປ່ຽນແປງໃໝ່, ນໍາປະເທດສືບຕໍ່ພັດທະນາ.
ຍສໝ - ທີ່ພິທີ, ທ່ານນາງ ຈີ້ງທິເຕິມ, ອັກຄະລັດຖະທູດຫວຽດນາມ ປະຈໍາລາວ ເນັ້ນໜັກວ່ານີ້ແມ່ນຂອງຂວັນທີ່ມີຄວາມໝາຍ, ສະແດງໃຫ້ເຫັນຄວາມເອົາໃຈໃສ່ ແລະອາລົມຈິດຂອງປະເທດຊາດທີ່ມີຕໍ່ຊາວຫວຽດນາມ ອາໄສຢູ່ລາວ.
ຍສໝ - ທີ່ກອງປະຊຸມສະຫລຸບ 5 ປີແຫ່ງການປະຕິບັດຄຳສັ່ງສະບັບເລກທີ 45 ລົງວັນທີ 19 ພຶດສະພາ ປີ 2015 ຂອງກົມການເມືອງ ກ່ຽວກັບວຽກງານສຳລັບ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໃນສະພາບການໃໝ່, ທ່ານ ຟ້າມບິນມິງ, ລັດຖະມົນຕີ ກະຊວງການຕ່າງປະເທດຫວຽດນາມ ໄດ້ຕີລາຄາສູງຕໍ່ບັນດາການປະກອບສ່ວນອັນແທດຈິງຂອງ ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດໃນໄລຍະທີ່ຜ່ານມາ.