ປະຊາຄົມຊາວຫວຽດນາມ ອາໄສຢູ່ໄທ ສະໜັບສະໜູນເງິນກວ່າ 1 ຕື້ດົ່ງໃຫ້ກອງທຶນວັກຊິນປ້ອງກັນ, ຕ້ານໂຄວິດ-19

17:07 | 14/07/2021

ຍສໝ - ວັນທີ 11 ກໍລະກົດ, ສະຖານທູດຫວຽດນາມ ປະຈໍາລາຊະອານາຈັກໄທ ໄດ້ຈັດຕັ້ງພິທີມອບ-ຮັບເງິນສະໜັບສະໜູນກອງທຶນວັກຊິນຫວຽດນາມ ໂດຍປະຊາຄົມຊາວຫວຽດນາມ ອາໄສຢູ່ໄທ ບໍລິຈາກເກືອບ 1 ລ້ານ 5 ແສນບາດ (ປະມານກວ່າ 1 ຕື້ດົ່ງ).

ປະຊາຄົມຊາວຫວຽດນາມ ໄດ້ຮັບລາງວັນທີ 2 ຂອງການແຂ່ງຂັນບານເຕະ ສະພາສູງເຊັກ ໃນປີ 2021 ປະຊາຄົມຊາວຫວຽດນາມ ໄດ້ຮັບລາງວັນທີ 2 ຂອງການແຂ່ງຂັນບານເຕະ ສະພາສູງເຊັກ ໃນປີ 2021
ປະຊາຄົມຊາວຫວຽດນາມ ຢູ່ສາທາລະນະລັດເຊັກ ໄດ້ສະໜັບສະໜູນກອງທຶນສັກຢາວັກຊີນ COVID-19 ປະຊາຄົມຊາວຫວຽດນາມ ຢູ່ສາທາລະນະລັດເຊັກ ໄດ້ສະໜັບສະໜູນກອງທຶນສັກຢາວັກຊີນ COVID-19
ປະຊາຄົມຊາວຫວຽດນາມ ອາໄສຢູ່ໄທ ສະໜັບສະໜູນເງິນກວ່າ 1 ຕື້ດົ່ງໃຫ້ກອງທຶນວັກຊິນປ້ອງກັນ, ຕ້ານໂຄວິດ-19
ປະຊາຄົມຊາວຫວຽດນາມ ອາໄສຢູ່ໄທ ສະໜັບສະໜູນເງິນກວ່າ 1 ຕື້ດົ່ງໃຫ້ກອງທຶນວັກຊິນປ້ອງກັນ, ຕ້ານໂຄວິດ-19. ພາບ: TTXVN

ກ່າວຄໍາເຫັນທີ່ພິທີມອບ-ຮັບ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ໄທ ຟານຈີແທ່ງ ໄດ້ສະແດງຄວາມຕື້ນຕັນໃຈຕໍ່ສາຍຈິດມິດໃຈຂອງພໍ່ແມ່ປະຊາຄົມຊາວຫວຽດນາມ ອາໄສຢູ່ໄທ ທີ່ຍາມໃດກໍ່ມຸ່ງຫາປະເທດ. ຈໍານວນເງິນບໍລິຈາກດັ່ງກ່າວຈະສົ່ງເຖິງຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ໃນໄລຍະໄວທີ່ສຸດ.

ທ່ານ ຟານຈີແທ່ງ ກໍ່ຈະໂອນຈໍານວນເງິນ 8.000 ໂດລາສະຫະລັດ ຂອງກອງທຶນປ້ອງກັນ, ຕ້ານພະຍາດໂຄວິດ-19 ຫວຽດນາມ ເພື່ອໜູນຊ່ວຍບັນດາກໍລະນີທີ່ຖືກຜົນສະທ້ອນຢ່າງໜັກໜ່ວງຈາກໂລກລະບາດໂຄວິດ-19 ໃນປະຊາຄົມຊາວຫວຽດນາມ ທີ່ອາໄສຢູ່ໄທ.

ໄຊພອນ

ທ່ານອາດຈະມັກ

ຮ່ວມເດີນທາງ, ຮັບ​ຟັງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ນຳ​ບ້ານ​ເກີດ​ເມືອງ​ນອນ - ປະ​ເທດ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ

ຮ່ວມເດີນທາງ, ຮັບ​ຟັງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ນຳ​ບ້ານ​ເກີດ​ເມືອງ​ນອນ - ປະ​ເທດ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ

ເຫດການ