ປະຊາຄົມຊາວຫວຽດນາມ ອາໄສຢູ່ ສ.ເຊັກໂກ ອວ່າຍໜ້າເມືອຫາບ້ານເກີດເມືອງນອນ

14:16 | 22/06/2021

ເຖິງວ່າການດໍາລົງຊີວິດໄດ້ຮັບຜົນສະທ້ອນປະສົບກັບຄວາມຫຍຸ້ງຍາກຍ້ອນພະຍາດບໍ່ໜ້ອຍກໍ່ຕາມແຕ່ພໍ່ແມ່ປະຊາຊົນຍັງຮ່ວມແຮງຮ່ວມໃຈໜູນຊ່ວຍອໍານາດການປົກຄອງປະຈໍາຖິ່ນໃນການປ້ອງກັນ, ຕ້ານພະຍາດ, ພ້ອມທັງຕັ້ງໜ້າເຂົ້າຮ່ວມການບໍລິຈາກເງິນເພື່ອສົ່ງກັບເມືອບ້ານເກີດເມືອງນອນ.

ປະຊາຄົມຊາວຫວຽດນາມ ຢູ່ສາທາລະນະລັດເຊັກ ໄດ້ສະໜັບສະໜູນກອງທຶນສັກຢາວັກຊີນ COVID-19 ປະຊາຄົມຊາວຫວຽດນາມ ຢູ່ສາທາລະນະລັດເຊັກ ໄດ້ສະໜັບສະໜູນກອງທຶນສັກຢາວັກຊີນ COVID-19
ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດຮ່ວມແຮງຮ່ວມໃຈສະໜັບສະໜູນກອງທຶນວັກຊິນປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດຮ່ວມແຮງຮ່ວມໃຈສະໜັບສະໜູນກອງທຶນວັກຊິນປ້ອງກັນ, ຕ້ານໂລກລະບາດໂຄວິດ-19
ປະຊາຄົມຊາວຫວຽດນາມ ອາໄສຢູ່ເຊັກໂກ ບໍລິຈາກເງິນເພື່ອສົ່ງກັບເມືອບ້ານເກີດເມືອງນອນ. ພາບ: vov.vn.
ປະຊາຄົມຊາວຫວຽດນາມ ອາໄສຢູ່ເຊັກໂກ ບໍລິຈາກເງິນເພື່ອສົ່ງກັບເມືອບ້ານເກີດເມືອງນອນ. ພາບ: vov.vn.

ປະຊາຄົມຊາວຫວຽດນາມ ອາໄສຢູ່ ສ.ເຊັກໂກ ດ້ວຍ 60 ພັນກວ່າຄົນຍາມໃດກໍ່ສາມັກຄີ, ສະໜິດຕິດພັນ, ໜູນຊ່ວຍກັນໃນການດຳລົງຊີວິດ ແລະອວ່າຍໜ້າເມືອຫາບ້ານເກີດເມືອງນອນ. ເຖິງວ່າການດໍາລົງຊີວິດໄດ້ຮັບຜົນສະທ້ອນປະສົບກັບຄວາມຫຍຸ້ງຍາກຍ້ອນພະຍາດບໍ່ໜ້ອຍກໍ່ຕາມ ແຕ່ພໍ່ແມ່ປະຊາຊົນຍັງຮ່ວມແຮງຮ່ວມໃຈໜູນຊ່ວຍອໍານາດການປົກຄອງປະຈໍາຖິ່ນປ້ອງກັນ, ຕ້ານພະຍາດ, ພ້ອມທັງຕັ້ງໜ້າເຂົ້າຮ່ວມການບໍລິຈາກເງິນ ເພື່ອສົ່ງກັບເມືອບ້ານເກີດເມືອງນອນ, ສະໜັບສະໜູນພາຍຸນໍ້າຖ້ວມດ້ວຍຈຳນວນຫຼາຍກວ່າ 2 ຕື້ດົ່ງ, ສະໜັບສະໜູນກອງທຶນວັກຊິນປ້ອງກັນ, ຕ້ານພະຍາດໂຄວິດ-19 ຈຳນວນ 500 ລ້ານດົ່ງ.

ເພື່ອຊ່ວຍໃຫ້ຜູ້ອ່ານເຂົ້າໃຈແຈ້ງກວ່າກ່ຽວກັບເນື້ອໃນກໍ່ຄືປະສິດທິຜົນໃນການເຊື່ອມຕໍ່ກັບພໍ່ແມ່ປະຊາຊົນເຂົ້າຮ່ວມກໍ່ສ້າງປະຊາຄົມ, ນັກຂ່າວສຳນັກຂ່າວສານຫວຽດນາມ ໄດ້ສໍາພາດທ່ານ ຫງວຽນວັນເຕິມ ຮອງປະທານສູນກາງສະມາຄົມຊາວຫວຽດນາມ ປະຈໍາ ສ.ເຊັກໂກ.

ນັກຂ່າວ (ນຂ): ຂໍຮຽນທ່ານ, ໃນໄລຍະຜ່ານມາ, ສະພາບພະຍາດໂຄວິດ-19 ຢູ່ ສ.ເຊັກໂກ ໄດ້ສົ່ງຜົນສະທ້ອນຄືແນວໃດເຖິງຊີວິດການເປັນຢູ່ຂອງປະຊາຊົນ, ໃນນັ້ນມີປະຊາຄົມຊາວຫວຽດນາມ?

ທ່ານ ຫງວຽນວັນເຕິມ: ສ.ເຊັກໂກ ມີປະຊາກອນ 10,6 ລ້ານຄົນ, ໜຶ່ງປີກວ່ານີ້ ພະຍາດໂຄວິດ-19 ໄດ້ແຜ່ລະບາດຢ່າງໜັກໜ່ວງ. ພໍ່ແມ່ປະຊາຊົນຊາວຫວຽດນາມ ຍາມໃດກໍ່ສາມັກຄີ, ຮ່ວມແຮງຮ່ວມໃຈ, ລັດຖະບານເຊັກໂກ ກໍ່ໄດ້ຜັນຂະຫຍາຍບັນດາມາດຕະການຢ່າງຂ້ຽວຂາດ. ພໍ່ແມ່ປະຊາຊົນຊາວຫວຽດນາມ ນັບແຕ່ອາຍຸ 16 ປີຂຶ້ນໄປແມ່ນໄດ້ສັກວັກຊິນປ້ອງກັນ, ຫຼາຍຄົນໄດ້ສັກ 2 ເຂັມແລ້ວ. ດຽວນີ້, ລັດຖະບານໄດ້ອະນຸຍາດໃຫ້ເປີດຮ້ານຄ້າຄືນໃໝ່, ຄ່ອຍໆກັບມາເຄື່ອນໄຫວຄືເກົ່າ. ພໍ່ແມ່ປະຊາຊົນມີຄວາມຮັກແພງກັນ, ອຸປະຖຳຄ້ຳຊູກັນ. ເຖິງວ່າ ຫຍຸ້ງຍາກປານໃດກໍ່ຕາມ ແຕ່ຍ້ອນຄວາມຮຽກຮ້ອງຕ້ອງການຂອງພັກ, ລັດຖະບານ ແມ່ນພໍ່ແມ່ປະຊາຊົນຢູ່ພາຍໃນ ແລະຕ່າງປະເທດໄດ້ຮ່ວມແຮງຮ່ວມໃຈກັນດັບສູນພະຍາດ, ຍາມໃດກໍ່ອວ່າຍໜ້າເມືອຫາບ້ານເກີດເມືອງນອນ, ໃຫ້ການສະໜັບສະໜູນ. ນອກຈາກສະໜັບສະໜູນກອງທຶນໂຄວິດ-19 ແລ້ວ, ພໍ່ແມ່ປະຊາຊົນຢູ່ ສ.ເຊັກໂກ ຍາມໃດກໍ່ອວ່າຍໜ້າເມືອຫາບ້ານເກີດເມືອງນອນ, ສະໜັບສະໜູນຕ້ານພາຍຸນໍ້າຖ້ວມ, ຄວາມຫຍຸ້ງຍາກ, ເຄາະຮ້າຍ.

ນຂ: ຂໍຮຽນທ່ານ, ການປະກອບສ່ວນ, ສະໜັບສະໜູນຂອງພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ ສ.ເຊັກໂກ ແມ່ນມີປະສິດທິຜົນຫຼາຍທີ່ສຸດ. ສະນັ້ນວິທີເພື່ອປຸກລະດົມ, ເຊື່ອມຕໍ່ກັບພໍ່ແມ່ປະຊາຊົນໃນທົ່ວເຂດແຄວ້ນແມ່ນຄືແນວໃດ?

ທ່ານ ຫງວຽນວັນເຕິມ: ພໍ່ແມ່ປະຊາຊົນບໍ່ໄດ້ເຕົ້າໂຮມຢູ່ບ່ອນດຽວ, ດຳລົງຊີວິດຢູ່ແຈກຢາຍໄປທົ່ວທຸກເຂດແຄວ້ນຂອງ ສ.ເຊັກໂກ. ເຖິງຢ່າງໃດກໍ່ຕາມ, ຄຽງຂ້າງນັ້ນ, ພໍ່ແມ່ປະຊາຊົນມີຄວາມສາມັກຄີກັນດີທີ່ສຸດ, ໂດຍສະເພາະແມ່ນສະມາຄົມຊາວຫວຽດນາມ ໄດ້ເປັນຕົວຕັ້ງຕົວຕີຮຽກຮ້ອງພໍ່ແມ່ປະຊາຊົນ. ຍ້ອນເຫດນັ້ນ, ເມື່ອປະເທດປະສົບກັບຄວາມຫຍຸ້ງຍາກ, ເມື່ອຕ້ອງການສະໜັບສະໜູນ ແລະປຸກລະດົມບັນດາລາຍການ, ທົ່ວປະເທດ ຈຶ່ງເປັນຈິດໜຶ່ງໃຈດຽວກັນ. ພິເສດ, ປະທານສະມາຄົມຊາວຫວຽດນາມ ອາໄສຢູ່ ສ.ເຊັກໂກ ເມື່ອປຸກລະດົມສະໜັບສະໜູນ, ບໍລິຈາກນັ້ນ ໄດ້ສ່ົງຈົດໝາຍເອເລັກໂຕນິກໄປທົ່ວທຸກຫົນແຫ່ງເພື່ອຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນຕອບສະໜອງຢ່າງຕັ້ງໜ້າ. ໃນການລະບາດຂອງພະຍາດໂຄວິດ-19 ຄັ້ງນີ້, ປຸກລະດົມໄດ້ພຽງແຕ່ສອງ-ສາມມື້ເທົ່ານັ້ນ, ພວກຂ້າພະເຈົ້າກໍ່ໄດ້ຮັບການສະໜັບສະໜູນເປັນເງິນ 500 ລ້ານດົ່ງເຂົ້າກອງທຶນວັກຊິນປ້ອງກັນ, ຕ້ານພະຍາດໂຄວິດ-19. ຫວ່າງມໍ່ໆມານີ້, ພວກຂ້າພະເຈົ້າໄດ້ສືບຕໍ່ປຸກລະດົມ, ຂໍການສະໜັບສະໜູນ ນັ້ນພໍ່ແມ່ປະຊາຊົນຢູ່ທີ່ນີ້ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າ.

ນຂ: ບໍ່ພຽງແຕ່ອວ່າຍໜ້າເມືອຫາບ້ານເກີດເມືອງນອນ, ຊາວຫວຽດນາມ ອາໄສຢູ່ເຊັກໂກ ໄດ້ເຂົ້າຮ່ວມການເຄື່ອນໄຫວຫຍັງແດ່ ເພື່ອປຸກລະດົມປ້ອງກັນ, ຕ້ານພະຍາດໂຄວິດ-19 ຢູ່ປະເທດປະຈໍາຖິ່ນ?

ທ່ານ ຫງວຽນວັນເຕິມ: ຫວ່າງແລ້ວນີ້, ທຸກຄົນໃນປະເທດໄດ້ຕິດຕາມກ່ຽວກັບສະພາບຂອງພໍ່ແມ່ປະຊາຊົນຢູ່ ສ.ເຊັກໂກ. ປະເທດນ້ອຍແຕ່ໄດ້ຮັບຜົນສະທ້ອນຍ້ອນພະຍາດໂຄວິດ-19 ໜັກໜ່ວງພໍສົມຄວນ. ຢູ່ເຊັກໂກ ນອກຈາກພໍ່ແມ່ປະຊາຊົນປະຕິບັດມາດຕະການປ້ອງກັນ, ຕ້ານພະຍາດໂຄວິດ-19 ເອົາເອງແລ້ວ, ຢູ່ທົ່ວທຸກເຂດ, ພາກ, ເຂົາເຈົ້າຍັງໄດ້ບໍລິຈາກ, ສະໜັບສະໜູນເງິນຈໍານວນຫຼາຍໃຫ້ໂຮງໝໍຢູ່ຮາກຖານ, ໂຮງຮຽນຢູ່ ສ.ເຊັກໂກ ຕື່ມອີກ. ພໍ່ແມ່ປະຊາຊົນຍັງໄດ້ຊ່ວຍທະຫານ, ຕໍໍາຫຼວດ. ເຂົາເຈົ້າໄດ້ຫຍິບຜ້າອັດປາກ-ດັງ ຫຼື ບໍລິຈາກເງິນ, ຂົນສ່ົງສິນຄ້າຈາກປະເທດເພື່ອມາຊ່ວຍຮາກຖານສາທາລະນະສຸກຂອງເຊັກໂກ, ປະກອບສ່ວນໃຫ້ໂຮງຮຽນແຫ່ງຕ່າງໆ. ການເຄື່ອນໄຫວຂອງປະຊາຄົມຊາວຫວຽດນາມ ໄດ້ຮັບຮູ້ຈາກປະຊາຊົນປະເທດປະຈໍາຖິ່ນ, ອໍານາດການປົກຄອງແຂວງ, ເມືອງໄດ້ສະແດງຄວາມຂອບອົກຂອບໃຈຕໍ່ຄວາມເມດຕາຂອງພໍ່ແມ່ປະຊາຊົນຊາວຫວຽດນາມ.

ນກ: ຕໍ່ກັບການເຄື່ອນໄຫວຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ເຊັກໂກ ໄດ້ມີຂໍ້ຈໍາກັດ ແລະມີຄວາມຫຍຸ້ງຍາກຫຍັງແດ່ຈາກພະຍາດໂຄວິດ-19, ຂໍຮຽນທ່ານ?

ທ່ານ ຫງວຽນເວັນເຕິມ: ກ່ອນໜ້ານັ້ນ, ສູນກາງສະມາຄົມຊາວຫວຽດນາມ ອາໄສຢູ່ເຊັກໂກ ໄດ້ຈັດປະຊຸມ 3 ເດືອນເທື່ອໜຶ່ງ. ແຕ່ປະຈຸບັນ, ພວກຂ້າພະເຈົ້າໄດ້ຈັດປະຊຸມຜ່ານລະບົບທາງໄກ, ອີເມວ, ໂທລະສັບ. ຍ້ອນເຫດນັ້ນ ທຸກການເຄື່ອນໄຫວຈຶ່ງຮັກສາໄດ້ເປັນປົກກະຕິ, ບໍ່ຖືກຜົນສະທ້ອນຫຍັງ, ບໍ່ມີບັນຫາຫຍັງຕໍ່ການດຳລົງຊີວິດ.

ນຂ: ໃນໄລຍະຈະມາເຖິງ, ເມື່ອພະຍາດຫຼຸດຜ່ອນລົງ, ຈໍານວນປະຊາຊົນທີ່ໄດ້ສັກວັກຊິນກໍ່ຫຼາຍແລ້ວທາງສະມາຄົມຈະສືບຕໍ່ມີການເຄື່ອນໄຫວຫຍັງແດ່, ຂໍຮຽນທ່ານ?

ທ່ານ ຫງວຽນວັນເຕິມ: ປະຈຸບັນ ຢູ່ ສ.ເຊັກໂກ, ສະພາບຂອງພະຍາດໂຄວິດ-19 ໄດ້ເປັນປົກກະຕິຊົ່ວຄາວ. ຈຳນວນຜູ້ຕິດພະຍາດແມ່ນໜ້ອຍທີ່ສຸດ ແລະຜູ້ທີ່ຕິດພະຍາດກໍ່ໄດ້ປົວດີແລ້ວ, ການເຄື່ອນໄຫວຂອງສະມາຄົມກໍ່ຈະກັບຄືນສູ່ປົກກະຕິ...

ປະຊາຄົມຊາວຫວຽດນາມ ອາໄສຢູ່ນະຄອນຫຼວງວຽງຈັນ ເຂົ້າຮ່ວມພິທີພາວະນາຂໍ້ໃຫ້ປະເທດຊາດມີຄວາມສະຫງົບ, ປະຊາຊົນຢູ່ເຢັນເປັນສຸກ ປະຊາຄົມຊາວຫວຽດນາມ ອາໄສຢູ່ນະຄອນຫຼວງວຽງຈັນ ເຂົ້າຮ່ວມພິທີພາວະນາຂໍ້ໃຫ້ປະເທດຊາດມີຄວາມສະຫງົບ, ປະຊາຊົນຢູ່ເຢັນເປັນສຸກ

ຢູ່ວັດ ເຟີດຕິ໊ກ - ນະຄອນຫຼວງວຽງຈັນ ໄດ້ຈັດພິທີສວດມົນພາວະນາຂໍ້ໃຫ້ປະເທດຊາດມີຄວາມສະຫງົບ, ປະຊາຊົນຢູ່ເຢັນເປັນສຸກ.

ປະຊາຄົມຊາວຫວຽດນາມ ຢູ່ຕ່າງປະເທດ ຕ້ອນຮັບບຸນປີໃໝ່ປະຈຳຊາດ ປີສະຫຼູ 2021 ໃນໄລຍະເກີດໂລກລະບາດ ໂຄວິດ - 19 ປະຊາຄົມຊາວຫວຽດນາມ ຢູ່ຕ່າງປະເທດ ຕ້ອນຮັບບຸນປີໃໝ່ປະຈຳຊາດ ປີສະຫຼູ 2021 ໃນໄລຍະເກີດໂລກລະບາດ ໂຄວິດ - 19

ຍສໝ - ໃນສູນການຄ້າຂອງຊາວຫວຽດນາມ ຍາມໃດກໍມີຄົນມາຊື້ເຄື່ອງຂອງຫຼາຍກວ່າຊຸມວັນປົກກະຕິ. ຢູ່ທີ່ນີ້, ເຮົາຮູ້ສຶກໄດ້ບັນຍາກາດຕ້ອນຮັບບຸນປີໃໝ່ຢ່າງຟົດຟື້ນບໍ່ຕ່າງຫຍັງຄືຢູ່ຫວຽດນາມ.

ລັດຖະມົນຕີການຕ່າງປະເທດເຊັກໂກ ຕີລາຄາສູງການພັດທະນາອັນດີງາມຂອງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຮອບດ້ານລະຫວ່າງສ.ເຊັກໂກ ແລະຫວຽດນາມ ໃນໄລຍະຜ່ານມາ ລັດຖະມົນຕີການຕ່າງປະເທດເຊັກໂກ ຕີລາຄາສູງການພັດທະນາອັນດີງາມຂອງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຮອບດ້ານລະຫວ່າງສ.ເຊັກໂກ ແລະຫວຽດນາມ ໃນໄລຍະຜ່ານມາ

ຍສໝ - ສ.ເຊັກໂກ ຍາມໃດກໍ່ຖືຫວຽດນາມ ເປັນຄູ່ຮ່ວມມືສໍາຄັນຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້, ຕັ້ງໜ້າສະໜັບສະໜູນຫວຽດນາມ ຮັບຮອງເອົາສັນຍາການຄ້າເສລີຫວຽດນາມ-ອີຢູ (EVFTA).

la.qdnd.vn

ເຫດການ
302 Found

Found

The document has moved here.