ຍສໝ - ຊາວຫວຽດນາມ ອາໄສຢູ່ຕ່າງປະເທດທີ່ຢູ່ຫ່າງໄກຈາກບ້ານເກີດເມືອງນອນສາມາດດາວໂຫຼດໂປແກຼມ YooLife ຢູ່ App Store ຫຼື CH Play ເພື່ອເຂົ້າຢ້ຽມຢາມຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ ໃນຊ່ອງດິຈິຕອນ.
ຍສໝ - ຕອນເຊົ້າວັນທີ 13 ພະຈິກນີ້, ຢູ່ນະຄອນ ດ່າຫນັງ, ທ່ານພົນຕີ ຖາຍດ້າຍຫງອກ, ຜູ້ບັນຊາການທະຫານເຂດ 5 ໄດ້ເປັນປະທານກອງປະຊຸມມອບໝາຍໜ້າທີ່ໃຫ້ກຳລັງເຂົ້າຮ່ວມການເຝິກຊ້ອມກູ້ຊີບ - ກູ້ໄພຮ່ວມ ລະຫວ່າງກອງທັບ 3 ປະເທດ ຫວຽດນາມ - ກຳປູເຈຍ - ລາວ ຢູ່ Kampong Chnang, ກຳປູເຈຍ.
ຍສໝ - ວັນທີ 9 ພະຈິກ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນ ແລະ ສະມາຄົມມິດຕະພາບ ຫວຽດນາມ - ລາວ ນະຄອນ ດ່າໜັງ ໄດ້ສົມທົບກັບບັນດາຫົວໜ່ວຍ ຈັດຕັ້ງພິທີສະເຫຼີມສະຫຼອງ 75 ປີແຫ່ງວັນມູນເຊື້ອທະຫານອາສາສະໝັກ ແລະ ນັກຊ່ຽວຊານການທະຫານ ຫວຽດນາມ ຊ່ວຍການປະຕິວັດ ລາວ.
ຍສໝ - ຜ່ານແອັບ YooLife, ຊາວຫວຽດນາມອາໄສຢູ່ຫ່າງໄກຈາກບ້ານເກີດເມືອງນອນ ສາມາດຢ້ຽມຊົມຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ ໃນພື້ນທີ່ດິຈິຕອນ.
ຍສໝ - ວັນທີ 12 ມິຖຸນາ, ຄະນະປະຕິບັດງານນຳໂດຍທ່ານພົນຕີ ຟ້າມເຈືອງເຊີນ (ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນ ຫວຽດນາມ) ໄດ້ເຂົ້າຮ່ວມພິທີເປີດສະຫຼອງ, ມອບຫ້ອງຮຽນ 30 m2 ຈຳນວນ 2 ຫ້ອງ ແລະ ເຮືອນຄົວໃຫ້ໂຮງຮຽນປະຖົມສຶກສາ E.C.S.S.S.Nyinkuac ຢູ່ Abyei (ອາຟຣີກາ).
ຍສໝ - ວັນທີ 12 ມິຖຸນາ, ຄ້າຍທະຫານປ້ອງກັນຊາຍແດນ ແກງດູ່, ທະຫານປ້ອງກັນຊາຍແດນ ແຂວງ ເງ້ອານ ໄດ້ຈັດການລາດຕະເວນປ້ອງກັນໄລຍະຊາຍແດນ ຫວຽດນາມ - ລາວ.
ຍສໝ - ວັນທີ 7 ພະຈິກ, ຢູ່ແຂວງ ໄຕນິງ, ທະຫານເຂດ 7 ໄດ້ຈັດຕັ້ງພິທີເຄື່ອນທັບ, ມອບໜ້າທີ່ໃຫ້ 4 ກອງຊອກຄົ້ນ ແລະ ທ້ອນໂຮມອັດຖິຂອງນັກຮົບຜູ້ເສຍສະຫຼະຊີວິດເພື່ອຊາດຢູ່ ກຳປູເຈຍ ໄລຍະ 24 (ລະດູແລ້ງ 2024 – 2025).
ວັນທີ 6 ພະຈິກ, ຄະນະຜູ້ແທນທະຫານອາກາດຟີລິບປິນ ນໍາໂດຍ ທ່ານພັນເອກ Marvin D Suficienca, ຮອງຫົວໜ້າຫ້ອງການເສນາທິການກ່ຽວກັບແຜນການ ໄດ້ມາຢ້ຽມຢາມ, ເຮັດວຽກຢູ່ກອງພັນໃຫຍ່ 930, ກອງພົນ 372, ເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 71 ປີແຫ່ງວັນຊາດ ລາຊະອານາຈັກ ກຳປູເຈຍ (9-11-1953 / 9-11-2024), ວັນທີ 6 ພະຈິກ, ຄະນະປະຕິບັດງານ ນຳໂດຍທ່ານພັນເອກພິເສດ ຫງວຽນແທັ່ງດິງ, ຫົວໜ້າການທະຫານກອງບັນຊາການທະຫານຊາຍແດນແຂວງດັກນົງ ໄດ້ໄປຢ້ຽມຢາມ ແລະອວຍພອນບັນດາກຳລັງຕຳຫຼວດ, ກອງບັນຊາການທະຫານ ແລະສາລະວັດລາດຊະວົງ ແຂວງ Mondulkiri (ກຳປູເຈຍ).
ຍສໝ - ຫວ່າງມໍ່ໆມານີ້, ຫໍພິພິທະພັນແມ່ຍິງຫວຽດນາມ ໄດ້ເປີດງານວາງສະແດງຮູບ“ທະຫານຍິງຫວຽດນາມ ໃນການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ”. ນີ້ແມ່ນງານວາງສະແດງຄັ້ງທຳອິດ ເພື່ອແນະນຳບັນດາຮູບພາບທີ່ມີຊີວິດຊີວາກ່ຽວກັບບັນາດາທະຫານຍິງໝວກເບເລສີຂຽວຂອງຫວຽດນາມ. ງານວາງສະແດງ ໄດ້ນຳເອົາເລື່ອງລາວເຕັມໄປດ້ວຍຄວາມຮັກແພງກ່ຽວກັບການເສຍສະຫຼະ, ນ້ຳໃຈພິລະອາດຫານ ແລະ ຈິດໃຈສາກົນອັນສູງສົ່ງຂອງແມ່ຍິງ ຫວຽດນາມ.
ຍສໝ - ນີ້ແມ່ນເນື້ອໃນພິເສດນອນໃນຂອບເຂດ “ງານພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນຫວຽດນາມ-ລາວ ຄັ້ງທີ 2, ໂດຍກະຊວງປ້ອງກັນປະເທດຫວຽດນາມ ແລະກະຊວງປ້ອງກັນປະເທດລາວ ສົມທົບກັນຈັດຕັ້ງ.
ຍສໝ - ຕອນບ່າຍວັນທີ 28 ຕຸລາ, ຢູ່ກອງພັນການຝຶກອົບຮົມ-ເຄື່ອນທີ່ (ຕາແສງ ເຮືອງເຖາະ), ກອງບັນຊາການທະຫານປ້ອງກັນຊາຍແດນແຂວງ ໄດ້ຈັດພິທີປິດຊຸດຝຶກອົບຮົມວິຊາສະເພາະປ້ອງກັນຊາຍແດນໃຫ້ພະນັກງານກອງບັນຊາການທະຫານແຂວງ ສາລະວັນ - ລາວ. ທ່ານພັນໂທ ເຈີ່ນມິງຕວານ, ກໍາມະການຄະນະປະຈໍາ - ຮອງຫົວໜ້າຜູ້ບັນຊາການ, ທັງເປັນຫົວໜ້າເສນາທິການທະຫານປ້ອງກັນຊາຍແດນແຂວງ ເຂົ້າຮ່ວມ ແລະ ຊີ້ນໍາພິທີ.
ຍສໝ - ຕອນເຊົ້າວັນທີ 29 ຕຸລາ, ຢູ່ຮ່າໂນ້ຍ ໄດ້ດຳເນີນການພົບປະສັງສັນສະເຫຼີມສະຫຼອງ 75 ປີແຫ່ງວັນມູນເຊື້ອທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ຢູ່ ລາວ (30-10-1949 / 30-10-2024).
ຍສໝ - ຕ້ອງຢັ້ງຢືນວ່າ ປະຫວັດສາດຕິດພັນກັນສະໜິດແໜ້ນອັນຍາວນານ ແລະມູນເຊື້ອສາມັກຄີຊ່ວຍເຫຼືອ, ອຸ້ມຊູ້ຊ່ວຍເຫຼືອເຊິ່ງກັນ ແລະກັນລະຫວ່າງສອງຊາດພວກເຮົາບໍ່ແມ່ນຍ້ອນຄວາມປາດຖະໜາຢຢາກພາວະວິໄສຂອງຝ່າຍໃດຝ່າຍໜຶ່ງ ເຊິ່ງເລີ່ມຈາກຕົວຈິງວ່າ ຫວຽດນາມ ແລະລາວ ແມ່ນສອງປະເທດບ້ານໃກ້ເຮືອນຄຽງຕິດພັນກັນສະໜິດແໜ້ນ, ພູຜາປ່າດົງແມ່ນ້ຳລຳເຊຫຼາຍສາຍຕິດຈອດກັນ, ອີງຫຼັງໃສ່ສາຍພູຫຼວງໃຫຍ່ໂຕມະໂຫຖານ, ຮ່ວມກິນນ້ຳແມ່ນ້ຳຂອງ, ມີຫຼາຍຈຸດຄ້າຍຄືກັນດ້ານປະຫວັດສາດ, ເສດຖະກິດ, ວັດທະນະທຳ, ປະຊາຊົນສອງປະເທດອົງອາດກ້າແກ່ນຕ້ານສັດຕູຜູ້ຮຸກຮານ, ເຕັມໄປດ້ວຍຄວາມເມດຕາ, ຕ່າງຝ່າຍຕ່າງມີຜົນປະໂຫຍດກ່ຽວກັບເອກະລາດ, ເປັນເຈົ້າຕົນເອງ ແລະຄວາມມຸ່ງມາດປາດຖະໜາອັນຊອບທຳກ່ຽວກັບສັນຕິພາບ, ພັດທະນາ.
ຍສໝ - ປະຫວັດສາດຂອງການພົວພັນສາກົນມີການພົວພັນຮ່ວມມື, ເປັນພັນທະມິດ, ສະໜັບສະໜູນເຊິ່ງກັນ ແລະກັນ ເພື່ອຄວາມຄົງຕົວ ແລະຂະຫຍາຍຕົວຂອງປະເທດຕົນໃນດ້ານຕ່າງໆເປັນຕົ້ນດ້ານການເມືອງ, ຄວາມໝັ້ນຄົງເສດຖະກິດ, ການຄ້າ, ການລົງທຶນ ແລະວັດທະນະທຳສັງຄົມ, ແຕ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ແມ່ນສາຍພົວພັນແບບພິເສດມີໜຶ່ງບໍ່ມີສອງຢູ່ໃນໂລກ ຊຶ່ງເປັນກົດເກນແຫ່ງການເພີ່ມທະວີການພົວພັນຮ່ວມມືສອງຝ່າຍເຂົ້າສູ່ລວງເລິກ ແລະລວງກວ້າງ.
ຍສໝ - ວັນທີ 25 ຕຸລາ ຢູ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ເປັນປະທານ, ຈັດຕັ້ງການສຳມະນາວິທະຍາສາດດ້ວຍຫົວຂໍ້: “ທະຫານອາສາສະໝັກ ແລະ ນັກຊ່ຽວຊານການທະຫານຫວຽດນາມ ຊ່ວຍການປະຕິວັດລາວ - ຄວາມໝາຍປະຫວັດສາດ ແລະ ບົດຮຽນປະສົບການ”.
ຍສໝ - ວັນທີ 27 ຕຸລາ, ຄະນະຕິດຕໍ່ປະສານງານທະຫານອາສາສະໝັກ ແລະ ນັກຊ່ຽວຊານການທະຫານຫວຽດນາມ ຊ່ວຍການປະຕິວັດລາວ ຢູ່ແຂວງ ແທງຮວ໋າ ໄດ້ຈັດພິທີສະເຫຼີມສະຫຼອງ 75 ປີແຫ່ງວັນມູນເຊື້ອທະຫານອາສາສະໝັກ ແລະ ນັກຊ່ຽວຊານການທະຫານຫວຽດນາມ ຊ່ວຍການປະຕິວັດລາວ (ວັນທີ 30 ຕຸລາ 1949 – 30 ຕຸລາ 2024).
ຍສໝ - ປາດຖະໜາວ່າ ການພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ, ການຊ່ວຍເຫຼືອກັນລະຫວ່າງສອງແຂວງເທື່ອທຽນເຫວ້ ແລະເຊກອງ ເວົ້າລວມ, ລະຫວ່າງທະຫານຊາຍແດນແຂວງເທື່ອທຽນເຫວ້ ແລະກຳລັງປ້ອງກັນຊາຍແດນລາວ ເວົ້າສະເພາະຈະນັບມື້ນັບສະໜິດແໜ້ນ, ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.
ຍສໝ - ວັນທີ 20 ຕຸລານີ້, ຢູ່ນະຄອນ ບັກຢາງ, ສະຫະພັນບັນດາອົງການມິດຕະພາບແຂວງ ບັກຢາງ, ສະມາຄົມມິດຕະພາບ ຫວຽດນາມ - ລາວ, ຄະນະຕິດຕໍ່ປະສານງານທະຫານອາສາສະໝັກ ແລະ ນັກຊ່ຽວຊານການທະຫານຫວຽດນາມ ຊ່ວຍການປະຕິວັດລາວ ແຂວງ ບັກຢາງ ໄດ້ສົມທົບກັນເພື່ອຈັດຕັ້ງການພົບປະ, ການໂອ້ລົມສົນທະນາເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນມູນເຊື້ອຂອງທະຫານອາສາສະໝັກ ແລະ ນັກຊ່ຽວຊານການທະຫານ ຫວຽດນາມ ຊ່ວຍການປະຕິວັດລາວ (30 ຕຸລາ 1949 – 30 ຕຸລາ 2024).
ຍສໝ - ວັນທີ 6 ແລະ 7 ມິຖຸນາ, ຄ້າຍທະຫານປ້ອງກັນຊາຍແດນ ຈີ່ເລ, ທະຫານປ້ອງກັນຊາຍແດນແຂວງ ເງ້ອານ ໄດ້ສົມທົບກັບກອງຮ້ອຍທະຫານປ້ອງກັນຊາຍແດນ 217, ກອງບັນຊາການແຂວງ ຫົວພັນ, ລາວ ຈັດການລາດຕະເວນສອງຝ່າຍຢູ່ດ່ານຊາຍແດນຂອງ 2 ຫົວໜ່ວຍຮັບຜິດຊອບ.