ທູດທະຫານບັນດາປະເທດ ຢ້ຽມຊົມຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ

00:00 | 10/12/2024

ຫວ່າງແລ້ວນີ້, ຄະນະທູດທະຫານບັນດາປະເທດ ປະຈໍາ ຫວຽດນາມ ນໍາໂດຍທ່ານພັນເອກ Prin Yongpiyanon ທີ່ປຶກສາທູດກອງທັບອາກາດ ໄທ ປະຈໍາ ຫວຽດນາມ ໄດ້ມາຢ້ຽມຢາມຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ ຢູ່ເມືອງນາມຕືລຽມ, ນະຄອນຮ່າໂນ້ຍ.

ທູດທະຫານບັນດາປະເທດ ຢ້ຽມຊົມຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ

ໃນໄລຍະຜ່ານມາ, ຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ ໄດ້ເປີດບໍລິການຢ່າງເປັນທາງການ, ຕ້ອນຮັບແຂກພາຍໃນ ແລະຕ່າງປະເທດຫຼາຍຄະນະມາຢ້ຽມຊົມ. ການຢ້ຽມຊົມຂອງຄະນະທູດທະຫານບັນດາປະເທດ ປະກອບສ່ວນເພີ່ມທະວີການພົວພັນມິດຕະພາບ, ຄວາມເຂົ້າໃຈເຊິ່ງກັນແລະກັນລະຫວ່າງກອງທັບປະຊາຊົນຫວຽດນາມ ແລະກອງທັບບັນດາປະເທດ; ພ້ອມທັງຊ່ວຍໃຫ້ທູດທະຫານບັນດາປະເທດ ເຂົ້າໃຈແຈ້ງກວ່າກ່ຽວກັບປະເທດ, ວັດທະນະທໍາ, ຄົນຫວຽດນາມ ກໍຄື ປະຫວັດສາດ, ວິວັດແຫ່ງການກໍາເນີດ ແລະພັດທະນາຂອງກອງທັບປະຊາຊົນຫວຽດນາມ. ພາບ: ແອງຫວູ

ເຫດການ