ຍສໝ - ຫວ່າງແລ້ວນີ້, ຢູ່ທີ່ແຂວງຜົ້ງສາລີ, ສປປ ລາວ, ກອງບັນຊາການທະຫານຊາຍແດນແຂວງດ້ຽນບຽນ, ກອງບັນຊາການທະຫານຊາຍແດນແຂວງເຊີນລາ (ຫວຽດນາມ) ແລະກອງບັນຊາການທະຫານແຂວງຫຼວງພະບາງ, ກອງບັນຊາການທະຫານແຂວງຜົ້ງສາລີ (ລາວ) ໄດ້ຈັດຕັ້ງກອງປະຊຸມຕີລາຄາຜົນການສົມທົບກັນແລກປ່ຽນຂໍ້ມູນຂ່າວສານ, ສະພາບການທີ່ກ່ຽວຂ້ອງເຖິງວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນປີ 2024.
ກອງບັນຊາການທະຫານຊາຍແດນແຂວງກວາງຈິ ໄດ້ສົມທົບກັບກອງບັນຊາການທະຫານແຂວງສາລະວັນ ດໍາເນີນການລາດຕະເວນສອງຝ່າຍຢູ່ເສັ້ນຊາຍແດນຫວຽດນາມ-ລາວ, ແຕ່ຫຼັກໝາຍຊາຍແດນແຫ່ງຊາດທີ 634 ເຖິງ 636.
ຍສໝ - ກອງບັນຊາການທະຫານຊາຍແດນແຂວງດ້ຽນບຽນ ສົມທົບກັບພະແນກກະສິກໍາ ແລະພັດທະນາຊົນນະບົດ, ຄະນະກໍາມະການປະຊາຊົນເມືອງດ້ຽນບຽນ ຈັດຕັ້ງພິທີປຸກລະດົມຂະບວນການ “ທົ່ວປວງຊົນເຂົ້າຮ່ວມການປ້ອງກັນ, ຕ້ານໄຟໄໝ້ປ່າ” ບ້ານປ່າເທີມ, ຕາແສງປ່າເທີມ, ເມືອງດ້ຽນບຽນ, ແຂວງດ້ຽນບຽນ ແລະບ້ານນາຫຼວງ, ກຸ່ມບ້ານສົບຮຸນ, ເມືອງໃໝ່, ແຂວງ ຜົ້ງສາລີ.
ຍສໝ - ຕອນເຊົ້າວັນທີ 14 ພະຈິກ, ທີ່ຮ່າໂນ້ຍ, ກອງບັນຊາການທະຫານຊາຍແດນ ຈັດຕັ້ງພິທີໄຂງານແຂ່ງຂັນເວົ້າພາສາປະເທດບ້ານໃກ້ເຮືອນຄຽງໃນໝູ່ທະຫານຊາຍແດນປີ 2024.
ຍສໝ - ຕອນບ່າຍວັນທີ 9 ພະຈິກ, ຄູ່ບ້ານທີ່ຢູ່ສອງຝັ່ງຊາຍແດນລະຫວ່າງບ້ານກະຕັງ (ເທດສະບານລາວບາວ, ເມືອງເຮືອງຮ່ວາ, ແຂວງກວາງຈິ) ແລະບ້ານແດນສະຫວັນ (ເມືອງເຊໂປນ, ແຂວງສະຫວັນນະເຂດ, ລາວ); ບ້ານກະຕູບ (ເທດສະບານລາວບາວ, ເມືອງເຮືອງຮ່ວາ, ແຂວງກວາງຈິ) ແລະບ້ານກະຕູບ 2 (ເມືອງເຊໂປນ, ແຂວງສະຫວັນນະເຂດ, ລາວ) ໄດ້ຈັດຕັ້ງກອງປະຊຸມແຮກສ່ຽວກຸ່ມບ້ານທີ່ຢູ່ສອງຝັ່ງຊາຍແດນຂຶ້ນໃນໄຕມາດທີ 4 ປີ 2024.
ຍສໝ - ໃນໂອກາດທ້າຍອາທິດ, ປະຊາຊົນຢູ່ເຂດຊາຍແດນເມືອງ ກີເຊີນ, ແຂວງ ເຫງ້ອານ ໄດ້ໄປຕະຫຼາດນັດຊາຍແດນຢ່າງກະຕືລືລົ້ນ.
ຍສໝ - ໃນປີ 2024, ທະຫານຊາຍແດນແຂວງກວ໋າງບິ່ງ ແລະກອງບັນຊາການປ້ອງກັນຄວາມສະຫງົບແຂວງສະຫວັນນະເຂດ ໄດ້ເພີ່ມທະວີການສົມທົບກັນ, ສ້າງກໍາລັງແຮງສັງລວມໃນການຄຸ້ມຄອງ, ປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ຄວາມສະຫງົບຢູ່ເຂດຊາຍແດນຂອງສອງແຂວງ, ສອງປະເທດ; ຮັກສາ ແລະເສີມຂະຫຍາຍການພົວພັນສາມັກຄີມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມື ແລະພັດທະນາໃຫ້ເປັນຢ່າງດີ.
ຍສໝ - ກອງບັນຊາການທະຫານຊາຍແດນແຂວງເງະອານ ໄດ້ເປັນເຈົ້າການ, ຕັ້ງໜ້າເປັນເສນາທິການໃຫ້ແກ່ຄະນະພັກແຂວງ, ຄະນະກໍາມະການປະຊາຊົນແຂວງເງະອານ ວາງອອກມາດຕະການໃນການຄຸ້ມຄອງ, ປົກປັກຮັກສາເຂດຊາຍແດນ; ຮັກສາການປະຕິບັດສັນຍາວ່າດ້ວຍກົດລະບຽບຄຸ້ມຄອງຊາຍແດນ ແລະດ່ານຊາຍແດນທາງບົກ; ອະນຸສັນຍາວ່າດ້ວຍເສັ້ນຊາຍແດນ ແລະຫຼັກໝາຍຊາຍແດນສອງປະເທດ ຫວຽດນາມ-ລາວ; ...
ຍສໝ - ປະສົບຜົນສຳເລັດໃນການຕໍ່ສູ້ ແລະ ທຳລາຍລ້າງອົງກອນອາດຊະຍາກຳທີ່ເຄື່ອນໄຫວການຄ້າມະນຸດ ແລະ ການສໍ້ໂກງທາງອອນລາຍເປັນຂອບຂະໜາດໃຫຍ່... ການເຄື່ອນໄຫວນີ້ໄດ້ປະກອບສ່ວນຮັບປະກັນຄວາມສະຫງົບປອດໄພທາງການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ເຂດຊາຍແດນ, ຮັບໃຊ້ການພັດທະນາເສດຖະກິດ - ສັງຄົມ, ເພີ່ມທະວີການພົວພັນຮ່ວມມື, ມິດຕະພາບ ແລະ ຄວາມສາມັກຄີລະຫວ່າງ ຫວຽດນາມ ແລະ ລາວ.
ຍສໝ - ການຮຽນຮູ້ ແລະ ການນຳໃຊ້ພາສາບ້ານໃກ້ເຮືອນຄຽງບໍ່ພຽງແຕ່ແມ່ນຄວາມຕ້ອງການດ້ານວຽກງານເທົ່ານັ້ນ, ຫາກຍັງແມ່ນຂົວຕໍ່ໃນການເພີ່ມພູນຄູນສ້າງນ້ຳໃຈມິດຕະພາບລະຫວ່າງ ຫວຽດນາມ ແລະ ປະເທດເພື່ອນບ້ານ. ການແຂ່ງຂັນພາສາບ້ານໃກ້ເຮືອນຄຽງໃນທະຫານຊາຍແດນ ປີ 2024 ໄດ້ຢືນຢັນບົດບາດຂອງພາສາຕ່າງປະເທດອີກເທື່ອໜຶ່ງໃນການປົກປັກຮັກສາເຂດຊາຍແດນສັນຕິພາບ, ປະກອບສ່ວນສ້າງສາຍພົວພັນສາມັກຄີ, ການຮ່ວມມືຢ່າງແໜ້ນແຟ້ນ.
ຍສໝ - ຊາຍແດນ ຫວຽດນາມ-ລາວ ທີ່ມີລວງຍາວເກືອບ 2.340 ກິໂລແມດ, ທິດເໜືອເລີ່ມແຕ່ບ່ອນຕິດຈອດສາມປະເທດຫວຽດນາມ-ລາວ-ຈີນ ຢູ່ ອາປາຈາຍ (ຕາແສງສິນເທົ່າ, ເມືອງເມື່ອງແຍ໊, ແຂວງດ້ຽນບຽນ), ແລະສິ້ນສຸດຢູ່ທິດໃຕ້, ບ່ອນຕິດຈອດກັນຂອງສາມປະເທດ ຫວຽດນາມ-ລາວ-ກຳປູເຈຍ, ຂຶ້ນກັບເມືອງງອັກໂຮ່ຍ, ແຂວງກອນຕູມ.
ຍສໝ - ໃນສະໄໝຕໍ່ສູ້ກູ້ຊາດ, ທະຫານລຸງໂຮ່ ບໍ່ພຽງແຕ່ອາສາສະໝັກເຮັດໜ້າທີ່ສາກົນຊ່ວຍປະຊາຊົນ ລາວ ເທົ່ານັ້ນ ຫາກຍັງຊ່ວຍເຫຼືອປະຊາຊົນກໍາປູເຈຍ ຫຼຸດພົ້ນອອກຈາກການດັບສູນເຊື້ອຊາດ. ໃນຊຸມປີມໍ່ໆມານີ້, ພະນັກງານ, ນັກຮົບກອງທັບປະຊາຊົນຫວຽດນາມ ຍັງຕັ້ງໜ້າເຂົ້າຮ່ວມກໍາລັງຮັກສາສັນຕິພາບຂອງສະຫະປະຊາຊາດ.
ຍສໝ - ເສີມຂະຫຍາຍບົດບາດເປັນກໍາລັງຫຼັກແຫຼ່ງປົກປັກຮັກສາຊາຍແດນ, ທະຫານຊາຍແດນແຂວງເຊີນລາ ສືບຕໍ່ເພີ່ມທະວີວຽກງານພົວພັນຕ່າງປະເທດເຂດຊາຍແດນ, ປະກອບສ່ວນປັບປຸງການພົວພັນມິດຕະພາບ ແບບພິເສດ ຫວຽດນາມ-ລາວ.
ຍສໝ - ເຂດຊາຍແດນ ຫວຽດນາມ - ລາວ - ກຳປູເຈຍ ແມ່ນບ່ອນປະສົມປະສານຂອງຫຼາຍຊົນເຜົ່າດ້ວຍບັນດາສີສັນວັດທະນະທຳທີ່ຫຼາກຫຼາຍ ແລະ ອຸດົມສົມບູນ. ຄວາມໃກ້ຊິດທາງດ້ານພູມສາດ ພ້ອມກັບພື້ນຖານວັດທະນະທຳ ແລະ ປະຫວັດສາດອັນຍາວນານໄດ້ສ້າງເປັນການພົວພັນແບບພິເສດລະຫວ່າງ 3 ປະເທດ, ໃນນັ້ນ ວັດທະນະທຳມີບົດບາດເປັນເຊືອກເຊື່ອມຕໍ່ຢ່າງແໜ້ນແຟ້ນ. ການພັດທະນາວັດທະນະທໍາຢູ່ເຂດຊາຍແດນໄດ້ຮັບຄວາມເອົາໃຈໃສ່ຈາກບັນດາປະເທດ, ເພື່ອແນໃສ່ອະນຸລັກສີສັນຂອງຊາດ, ພ້ອມກັນນັ້ນ ກໍ່ຊຸກຍູ້ການແລກປ່ຽນວັດທະນະທໍາ, ເຊື່ອມໂຍງໃນສະພາບການທີ່ທັນສະໄຫມ.
ຍສໝ - ຕອນເຊົ້າວັນທີ 19 ພະຈິກ, ຢູ່ດ່ານຊາຍແດນສາກົນ ລ້ອງເຊີບ (ຫຼັກໝາຍຊາຍແດນມີ 255), (ເມືອງ ມົກເຈົາ, ແຂວງ ເຊີນລາ) ໄດ້ຈັດພິທີປະກາດເປີດນຳໃຊ້ຄູ່ດ່ານຊາຍແດນສາກົນ ລ້ອງເຊີບ, ແຂວງ ເຊີນລາ, ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແລະ ປ່າຮ່າງ, ແຂວງ ຫົວພັນ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ.
ຍສໝ - ຊາຍແດນ ຫວຽດນາມ - ລາວ ບໍ່ພຽງແຕ່ແມ່ນເຂດແດນທາງພູມສາດເທົ່ານັ້ນ, ຫາກຍັງເປັນພື້ນທີ່ປະສົມປະສານວັດທະນະທຳພິເສດລະຫວ່າງບັນດາຊົນເຜົ່າສ່ວນໜ້ອຍທີ່ດຳລົງຊີວິດຢູ່ລຽບຕາມຊາຍແດນອີກດ້ວຍ. ຜ່ານຫຼາຍຮ້ອຍປີ, ບັນດາຊຸມຊົນຢູ່ທີ່ນີ້ໄດ້ແບ່ງປັນບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອ, ເຊີດຊູສີສັນຂອງຊາດ, ພ້ອມກັນນັ້ນ ກໍ່ຈຸດປະກາຍແຈ້ງສາຍພົວພັນມິດຕະພາບອັນແໜ້ນແຟ້ນລະຫວ່າງສອງຊາດອ້າຍນ້ອງ ຫວຽດນາມ - ລາວ.
ຍສໝ - ດ້ວຍເສັ້ນຊາຍແດນ 250 ກິໂລແມັດ, ມີຊາຍແດນຕິດກັບແຂວງ ຫົວພັນ ແລະ ແຂວງ ຫຼວງພະບາງ (ລາວ), ການຊຸກຍູ້ໂຄງລ່າງການຄ້າຊາຍແດນລະຫວ່າງແຂວງ ເຊີນລາ ແລະ ບັນດາແຂວງພາກເໜືອຂອງ ລາວ ຈະມີການປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ - ສັງຄົມຂອງສອງປະເທດ.
ຍສໝ - ວັນທີ 15 ພະຈິກ 2024, ຢູ່ຕາແສງຊາຍແດນ ນາງອຍ, ເມືອງ ກີເຊີນ, ແຂວງ ເງ້ອານ, ຄະນະປະຕິບັດງານຫ້ອງການກະຊວງຕຳຫຼວດ ໂດຍທ່ານພັນເອກສາມດາວ ຟ້າມຮືວຟຸກ, ຮອງຫົວໜ້າຫ້ອງການກະຊວງຕຳຫຼວດ ໄດ້ເປັນປະທານ ເຊິ່ງປະສານສົມທົບກັບໜ່ວຍແຂ່ງຂັນເລກ 4 ກຸ່ມອົງຄະນະ ແລະ ບໍລິສັດ ເຕີມຊ໋າງ ຈຳກັດ ໄດ້ຈັດຕັ້ງໂຄງການອາສາສະໝັກກໍ່ສ້າງຫ້ອງຮຽນ ແລະ ມອບຕູ້ປື້ມຫໍສະໝຸດ “ຕິດປີກຄວາມໄຝ່ຝັນ” ໃຫ້ແກ່ນັກຮຽນຢູ່ເຂດຊາຍແດນ.
ຍສໝ - ສຸກສາລາການເເພດທະຫານ ແລະ ປະຊາຊົນ ມິດຕະພາບຊາຍແດນ ຫວຽດນາມ - ລາວ (ຂຶ້ນກັບຄ້າຍທະຫານຊາຍແດນ ລ໋ອງເຊິບ - ທະຫານຊາຍແດນແຂວງ ເຊີນລາ) ຢືນຢູ່ຕາແສງ ລ໋ອງເຊິບ, ເມືອງ ມົກເຈົາ, ແຂວງ ເຊີນລາ. ນີ້ແມ່ນບ່ອນທີ່ໄວ້ເນື້ອເຊື່ອໃຈຂອງປະຊາຊົນສອງຟາກຊາຍແດນເມື່ອຕ້ອງກວດ, ປິ່ນປົວພະຍາດ ແລະ ເບິ່ງແຍງດູແລສຸຂະພາບ.
ຍສໝ - ວັນທີ 12 ມິຖຸນາ, ຄ້າຍທະຫານປ້ອງກັນຊາຍແດນ ແກງດູ່, ທະຫານປ້ອງກັນຊາຍແດນ ແຂວງ ເງ້ອານ ໄດ້ຈັດການລາດຕະເວນປ້ອງກັນໄລຍະຊາຍແດນ ຫວຽດນາມ - ລາວ.