ຍສໝ- ຕອນບ່າຍວັນທີ 22 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານພົນໂທ Alvaro Lopez Miera ລັດຖະມົນຕີກະຊວງກຳລັງປະກອບອາວຸດປະຕິວັດ ກູບາ ເນື່ອງໃນໂອກາດ ມາຢ້ຽມາມ ແລະ ເຮັດວຽກຢູ່ ຫວຽດນາມ.
ຍສໝ - ໂດຍໄດ້ຮັບຄຳເຊີນຂອງຄະນະບໍລິຫານງານສູນກາງພັກປະເທດເຮົາ, ຄະນະຜູ້ແທນຂັ້ນສູງພັກກອມມູນິດກູບາ ນຳໂດຍທ່ານ Roberto Morales Ojeda, ກຳມະການກົມການເມືອງ, ກຳມະການປະຈຳຄະນະເລຂາພັກກອມມູນິດກູບາ ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ, ແລະ ເປັນປະທານຮ່ວມໃນການສຳມະນາທິດສະດີຄັ້ງທີ 5 ລະຫວ່າງສອງພັກ, ແຕ່ວັນທີ 30 ເມສາ ຫາ 4 ພຶດສະພາ 2023.
ວັນທີ 1 ພຶດສະພາ, ທີ່ນະຄອນໂຮ່ຈີມິນ, ທ່ານ ຫງວຽນວັນເນນ ເລຂາພັກນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບທ່ານ Roberto Morales Ojeda ກໍາມະການກົມການເມືອງ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດ ກູບາ ນໍາໜ້າຄະນະຜູ້້ແທນຂັ້ນສູງພັກກອມມູນິດ ກູບາ ທີ່ພວມມີການຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ.
ຍສໝ - ຊຸດຟີມເອກະສານ "ການພົວພັນປ້ອງກັນຊາດ ຫວຽດນາມ - ກູບາ, 60 ປີແຫ່ງວັນກໍ່ສ້າງ ແລະ ພັດທະນາ" ແມ່ນໜຶ່ງໃນ 5 ຜົນງານໃນຊຸດຟີມເອກະສານກ່ຽວກັບປະຫວັດສາດ 60 ປີແຫ່ງການສ້າງຕັ້ງການພົວພັນດ້ານປ້ອງກັນຊາດ ຫວຽດນາມ - ກູບາ.
ຍສໝ - ຫວ່າງມໍ່ໆມານີ້, ກ່າວຄຳເຫັນທີ່ການພົບປະກັບຄະນະຜູ້ແທນ ກູບາ ປະຈຳສະຫະປະຊາຊາດ, ເນື່ອງໃນໂອກາດທີ່ກູບາ ເລີ່ມດຳລົງບົດບາດເປັນປະທານ G77 ແລະ ຈີນ, ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ແທນຫວຽດນາມ ໄດ້ຕີລາຄາສູງບົດບາດຂອງກູບາ ໃນການຊຸກຍູ້ລັດທິຫຼາຍຝ່າຍ, ພ້ອມກັນນັ້ນ ກໍເຊື່ອໝັ້ນວ່າ ກູບາຈະດຳລົງຕຳແໜ່ງປະທານ ກູ່ມ G77 ແລະ ຈີນ ຢ່າງສຳເລັດຜົນ. Mới đây, phát biểu tại cuộc gặp phái đoàn Cuba tại Liên hợp quốc, nhân dịp Cuba bắt đầu đảm nhiệm vai trò Chủ tịch Nhóm G77 và Trung Quốc, Đại sứ Đặng Hoàng Giang, Trưởng Phái đoàn Việt Nam đánh giá cao vai trò của Cuba trong thúc đẩy chủ nghĩa đa phương, đồng thời tin tưởng Cuba sẽ đảm nhận thành công cương vị Chủ tịch G77 và Trung Quốc.
ການນຳທັງສອງທ່ານ ເປັນເອກະສັນກັນເພີ່ມທະວີຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຮັກສາການແລກປ່ຽນຄະນະຜູ້ແທນທຸກຂັ້ນ: ຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືໃນບັນດາຂົງເຂດທີ່ມີທ່າແຮງ ແລະ ຄວາມຕ້ອງການໃຫ້ມີປະສິດທິຜົນ
ທ່ານ ຫງວຽນຮ່ວາງທາວ ໄດ້ຕີລາຄາສູງບົດບາດ ແລະ ທີ່ຕັ້ງຂອງໜັງສືພິມ Granma ແມ່ນອົງການສື່ມວນຊົນຂອງຄະນະບໍລິຫານງານສູນກາງພັກກອມມູນິດ ກູບາ.
ຍສໝ - ນັ້ນແມ່ນຄຳເຫັນຂອງທ່ານ Fernando Gonzalez Llort ສະມາຊິກສະພາແຫ່ງຊາດ, ນັກວິລະຊົນ ສ.ກຸຍບາ, ປະທານສະຖາບັນກຸຍບາ (ICAP) ຢູ່ການພົບປະມິດຕະພາບກັບບັນດາສະມາຊິກສະໂມສອນນັກສຶກສາ ຫວຽດນາມ ປະຈຳ ກຸຍບາ ແລະ ສະມາຄົມມູນເຊື້ອເຈື່ອງເຊີນ - ເສັ້ນທາງໂຮ່ຈີມິນ ຫວຽດນາມ ໃນວັນທີ 20 ພະຈິກ ເນື່ອງໃນໂອກາດຄະນະຜູ້ແທນ ICAP ມາຫວຽດນາມ ເຂົ້າຮ່ວມກກອງປະຊຸມໃຫຍ່ຄັ້ງທີ 22 ສະພາສັນຕິພາບໂລກ
ໃນຂອບເຂດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ຕອນເຊົ້າວັນທີ 30 ກັນຍາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ກູບາ Manuel Marrero Cruz ແລະ ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຄ໊າຍ ໄດ້ເຂົ້າຮ່ວມ ແລະ ເປັນປະທານຮ່ວມ ເວທີປາໄສສົ່ງເສີມການດຳເນີນທຸລະກິດ ຫວຽດນາມ - ກູບາ.
ທີ່ການເຈລະຈາພາຍຫຼັງພິທີຕ້ອນຮັບ, ການນຳສອງທ່ານໄດ້ແບ່ງປັນກ່ຽວກັບບົດຮຽນທິດສະດີ ແລະ ພຶດຕິກຳຕົວຈິງໃນພາລະກິດກໍ່ສ້າງສັງຄົມນິຍົມຂອງແຕ່ລະປະເທດ; ເຫັນດີເປັນເອກະພາບບາງມາດຕະການເພີ່ມທະວີການຮ່ວມມືກ່ຽວກັບກະສິກຳ.
ຫວ່າງແລ້ວນີ້, ທ່ານນາງ ຟານທິຖັ໊ງ ຮອງປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ໄດ້ໃຫ້ການຕ້ອນຮັບທ່ານ Rodrigo Malmierca Diaz ລັດຖະມົນຕີກະຊວງການຄ້າຕ່າງປະເທດ ແລະການລົງທຶນຕ່າງປະເທດ ກູບາ ທີ່ພວມຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ.
ຍສໝ - ໂດຍໄດ້ຮັບຄຳເຊື້ອເຊີນຂອງກະຊວງການຕ່າງປະເທດ ຫວຽດນາມ, ທ່ານ Gerardo Peñalver Portal ຮອງລັດຖະມົນຕີຂອງກະຊວງການຕ່າງປະເທດ ສ.ກູບາ ຜູ້ທີໜຶ່ງ ໄດ້ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແລະ ດຳເນີນການປຶກສາຫາລືດ້ານການເມືອງຄັ້ງທີ VII ລະຫວ່າງກະຊວງການຕ່າງປະເທດສອງປະເທດ ໃນລະຫວ່າງວັນທີ 28 ສິງຫາ ຫາ ວັນທີ 1 ກັນຍາ.
ຫວ່າງແລ້ວນີ້, ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ຕ້ອນຮັບທ່ານ Gerardo Penalver Portal ຮອງລັດຖະມົນຕີຜູ້ທີໜຶ່ງກະຊວງການຕ່າງປະເທດກູບາ ເນື່ອງໃນໂອກາດມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແລະດໍາເນີນກອງປະຊຸມປຶກສາຫາລືດ້ານການເມືອງ ຄັ້ງທີ VII ລະຫວ່າງກະຊວງການຕ່າງປະເທດຂອງສອງປະເທດ.
ຕອນບ່າຍວັນທີ 4 ສິງຫາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດີງເຫ້ວ ໄດ້ໃຫ້ການຕ້ອນຮັບທ່ານ Orlando Nicolas Hernandez Guillen ເອກອັກຄະລັດຖະທູດ ກູບາ ປະຈຳຫວຽດນາມ ແລະ ທ່ານ Gennady Bezdetko ເອກອັກຄະລັດຖະທູດ ລັດເຊຍ ເຂົ້າຢ້ຽມທາງການທູດເນື່ອງໃນໂອກາດມາຮັບຫນ້າທີ່ຢູ່ ຫວຽດນາມ.
ຍສໝ - ຕອນເຊົ້າ ວັນທີ 26 ພຶດສະພາ, ສະຫາຍ ຫວໍວັນເຖືອງ ຜູ້ປະຈຳການຄະນະເລຂາທິການໄດ້ພົບປະເຈລະຈາທາງໄກກັບ ທ່ານ RobertoMoralesOjeda ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດກູບາ.
ວັນທີ 26 ພຶດສະພາ, ທີ່ສໍານັກງານສູນກາງພັກ, ທ່ານ ຫວໍວັນເຖືອງ ກໍາມະການກົມການເມືອງ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ໄດ້ມີການພົບປະເຈລະຈາທາງໄກກັບທ່ານ Morales Ojeda ກໍາມະການກົມການເມືອງ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດກູບາ.
ຍສໝ - ຕອນເຊົ້າວັນທີ 17 ມີນາ, ທີ່ສໍານັກງານກະຊວງປ້ອງກັນ ປະເທດ, ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຕ້ອນຮັບ ທ່ານ Orlando Nicolás Hernández Guillén ເອກອັກຄະລັດຖະທູດກູບາ ປະຈໍາ ຫວຽດນາມ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 82 ປີແຫ່ງວັນຄ້າຍວັນເກີດຂອງວິລະຊົນ ຫງວຽນວັນໂຈ໊ຍ (1/2/1940), ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ກູບາ ເລແທງຕຸ່ງ ໄດ້ໄປຢ້ຽມຢາມ ແລະ ເຂົ້າຮ່ວມບັນດາການເຄື່ອນໄຫວສະເຫຼີມສະຫຼອງຢູ່ໂຮງຮຽນມັດທະຍົມຕອນປາຍ ຫງວຽນວັນໂຈ໊ຍ ຢູ່ນະຄອນຫຼວງ La Habana.
ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ກູບາ ຄົບຮອບ 63 ປີ (1-1-1959/ 1-1-2022), ວັນທີ 31 ທັນວາ 2021, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ສົ່ງສານອວຍພອນເຖິງທ່ານ Esteban Lazo Hernandez ປະທານສະພາແຫ່ງຊາດ ອຳນາດການປົກຄອງ ປະຊາຊົນ ແຫ່ງ ສາທາລະນະລັດ ກູບາ.
ຍສໝ - ທ່ານເອກອັກຄະລັດຖະທູດກູບາ ຍົກສູງຄວາມສະເໝີຕົ້ນສະເໝີປາຍ, ຕັ້ງໜັ້ນ ແລະເດັດດ່ຽວຂອງຫວຽດນາມ ໃນການຜັນຂະຫຍາຍມະຕິ, ພິເສດແມ່ນ ນະໂຍຍາຍທາງການທູດຂອງຫວຽດນາມ.