ຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ ກັບ ກູບາ ແລະລັດເຊຍ ໃຫ້ຫລາຍກວ່າອີກ

12:08 | 07/08/2022

ຕອນບ່າຍວັນທີ 4 ສິງຫາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດີງເຫ້ວ ໄດ້ໃຫ້ການຕ້ອນຮັບທ່ານ Orlando Nicolas Hernandez Guillen ເອກອັກຄະລັດຖະທູດ ກູບາ ປະຈຳຫວຽດນາມ ແລະ ທ່ານ Gennady Bezdetko ເອກອັກຄະລັດຖະທູດ ລັດເຊຍ ເຂົ້າຢ້ຽມທາງການທູດເນື່ອງໃນໂອກາດມາຮັບຫນ້າທີ່ຢູ່ ຫວຽດນາມ.

ຫວຽດນາມ - ກູບາ ສືບຕໍ່ຜັນຈະຫຍາຍການຮ່ວມມືດ້ານປ້ອງກັນຊາດຢ່າງມີປະສິດທິຜົນ ຫວຽດນາມ - ກູບາ ສືບຕໍ່ຜັນຈະຫຍາຍການຮ່ວມມືດ້ານປ້ອງກັນຊາດຢ່າງມີປະສິດທິຜົນ
ການພົວພັນຫວຽດນາມ - ກູບາ ນັບມື້ນັບປັບປຸງ ແລະພັດທະນາຢ່າງບໍ່ຢຸດຢັ້ງ ການພົວພັນຫວຽດນາມ - ກູບາ ນັບມື້ນັບປັບປຸງ ແລະພັດທະນາຢ່າງບໍ່ຢຸດຢັ້ງ
ທ່ານປະທານສະພາແຫ່ງຊາດ ເວືອງດີງເຫ້ວ ແລະ ທ່ານເອກອັກຄະລັດຖະທູດ ກູບາ Nicolas Hernandez Guillen (ພາບ: ຢູຍລິງ)
ທ່ານປະທານສະພາແຫ່ງຊາດ ເວືອງດີງເຫ້ວ ແລະ ທ່ານເອກອັກຄະລັດຖະທູດ ກູບາ Nicolas Hernandez Guillen (ພາບ: ຢູຍລິງ)

ທ່ານປະທານສະພາແຫ່ງຊາດ ເວືອງດີງເຫ້ວ ມີຄວາມເຊື່ອໝັ້ນວ່າ ບັນດາທ່ານເອກອັກຄະລັດຖະທູດ ຈະມີການປະກອບສ່ວນສຳຄັນຫລາຍຢ່າງ, ຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ ກັບສອງປະເທດ ກູບາ ແລະ ລັດເຊຍ ຢ່າງແຮງກວ່າອີກ.

ເມື່ອຕ້ອນຮັບທ່ານເອກອັກຄະລັດຖະທູດ ກູບາ Nicolas Hernandez Guillen, ທ່ານປະທານສະພາແຫ່ງຊາດ ເວືອງດີງເຫ້ວ ຢັ້ງຢືນ: ພັກ, ລັດ ຫວຽດນາມ ຖືການພົວພັນທີ່ເປັນມູນເຊື້ອແບບພິເສດລະຫວ່າງ ຫວຽດນາມແລະ ກູບາ ເປັນສຳຄັນ. ຫວຽດນາມແລະ ກູບາ ຄວນສືບຕໍ່ເພີ່ມທະວີການຮ່ວມມືດ້ານເສດຖະກິດ ການຄ້າ ແລະ ການລົງທຶນໃຫ້ມີຄຸນນະພາບກວ່າ, ນຳການພົວພັນນີ້ໃຫ້ເທົ່າທຽມກັບລະດັບການພົວພັນດ້ານການເມືອງອັນດີງາມລະຫວ່າງສອງປະເທດເທື່ອລະກ້າວ. ສະພາແຫ່ງຊາດ ຫວຽດນາມ ຈະຮ່ວມມືຢ່າງແຫນ້ນແຟ້ນກັບສະພາແຫ່ງຊາດ ກູບາ ສືບຕໍ່ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືແບບພິເສດລະຫວ່າງສອງປະເທດກໍ່ຄືເຮັດໃຫ້ການພົວພັນຮ່ວມມືລະຫວ່າງສອງສະພາແຫ່ງຊາດໃຫ້ເລິກເຊິ່ງກວ່າອີກ.

ເມື່ອຕ້ອນຮັບທ່ານເອກອັກຄະລັດຖະທູດ ລັດເຊຍ Gennady Bezdetko, ທ່ານປະທານສະພາແຫ່ງຊາດ ເວືອງດີງເຫ້ວ ສະແດງຄວາມປາດຖະຫນາຢາກເພີ່ມທະວີການຮ່ວມມືກັບ ລັດເຊຍ ໃນທຸກຂົງເຂດກວ່າອີກ. ທ່ານປະທານສະພາແຫ່ງຊາດ ຢັ້ງຢືນ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອໃຫ້ສະພາແຫ່ງຊາດ ຫວຽດນາມ ສືບຕໍ່ສົມທົບກັນຢ່າງແຫນ້ນແຟ້ນກັບ Duma ແຫ່ງຊາດ ລັດເຊຍ ແລະ ສະພາສະຫະພັນ ປະກອບສ່ວນປັບປຸງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດກວ່າອີກ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.