ພ້ອມແລ້ວທີ່ຈະສ້າງເງື່ອນໄຂໃຫ້ວິສາຫະກິດຫວຽດນາມ ໄປລົງທຶນຢູ່ ກູບາ

14:56 | 05/05/2023

ຍສໝ - ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກປະເທດ​ເຮົາ, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ພັກ​ກອມ​ມູນິດ​ກູ​ບາ ນຳ​ໂດຍ​ທ່ານ Roberto Morales Ojeda, ກຳມະການ​ກົມ​ການ​ເມືອງ, ກຳມະການ​ປະຈຳ​ຄະນະ​ເລຂາ​ພັກ​ກອມ​ມູນິດ​ກູ​ບາ ​ໄດ້​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່ຫວຽດນາມ, ​ແລະ ເປັນ​ປະທານຮ່ວມໃນການສຳມະນາ​ທິດ​ສະ​ດີ​ຄັ້ງ​ທີ 5 ລະຫວ່າງ​ສອງ​ພັກ, ​ແຕ່​ວັນ​ທີ 30 ​ເມສາ ຫາ 4 ພຶດສະພາ 2023.

ຫວຽດ​ນາມ ແລະ ກູ​ບາ ​ຮ່ວມ​ມືກັນ​ຮັກ​ສາ​ຄວາ​ມ​ຊົງ​ຈຳໃນ​ປະ​ຫວັດ​ສາດ ຫວຽດ​ນາມ ແລະ ກູ​ບາ ​ຮ່ວມ​ມືກັນ​ຮັກ​ສາ​ຄວາ​ມ​ຊົງ​ຈຳໃນ​ປະ​ຫວັດ​ສາດ
ຫວຽດນາມ ເຊື່ອໝັ້ນວ່າ ກູບາ ສືບຕໍ່ປົກປັກຮັກສາຜົນປະໂຫຍດຂອງບັນດາປະເທດພວມພັດທະນາ ຫວຽດນາມ ເຊື່ອໝັ້ນວ່າ ກູບາ ສືບຕໍ່ປົກປັກຮັກສາຜົນປະໂຫຍດຂອງບັນດາປະເທດພວມພັດທະນາ

ທ່ານ​ປະທານ​ປະ​ເທດ ຫວໍວັນເຖືອງ ​ໄດ້​ສະ​ແດງ​ຄວາມ​ດີ​ໃຈ​ຕໍ່​ການ​ພັດທະນາ​ອັນ​ດີງາມ​ຂອງ​ການ​ພົວພັນ​ລະຫວ່າງ 2 ພັກ ​ແລະ 2 ປະ​ເທດ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້; ຢືນຢັນ​ສາຍ​ພົວພັນ​ສາມັກຄີ​ແບບ​ພິ​ເສດ ​ແລະ ​ແບບຢ່າງ​ລະຫວ່າງ ຫວຽດນາມ ​ແລະ ກູ​ບາ ​ໄດ້ສ້າງສາໂດຍ​ປະທານ ​ໂຮ່ຈີ​ມິນ ​ແລະ Fidel Castro ແລະ ​ໄດ້​ຮັບ​ການ​ປູກ​ຝັງ​ຈາກ​ການ​ນຳ ​ແລະ ປະຊາຊົນ 2 ປະ​ເທດ, ເຊິ່ງ​ແມ່ນ​ຊັບ​ສົມບັດ​ອັນ​ລ້ຳ​ຄ່າ, ​ເປັນ​ແຫຼ່ງກຳລັງ​ແຮງ​ຂອງ​ປະຊາຊົນ​ສອງ​ປະ​ເທດ. ຄວນ​ໄດ້​ຮັບ​ການ​ປົກ​ປັກ​ຮັກ​ສາ​ ແລະ ​ສືບ​ຕໍ່​ຂະ​ຫຍາຍ​ຕົວ​ເຂັ້ມ​ແຂງ​ໃນ​ສະ​ຖາ​ນະ​ການ​ໃຫມ່.

ພ້ອມແລ້ວທີ່ຈະສ້າງເງື່ອນໄຂໃຫ້ວິສາຫະກິດຫວຽດນາມ ໄປລົງທຶນຢູ່ ກູບາ

​ທ່ານ Roberto Morales Ojeda, ກຳມະການ​ກົມ​ການ​ເມືອງ, ກຳມະການ​ປະຈຳ​ຄະນະ​ເລຂາ​ພັກ​ກອມ​ມູນິດ​ກູ​ບາ ​ໄດ້​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່ຫວຽດນາມ

ທ່ານ​ປະທານ​ປະ​ເທດ ຫວໍວັນເຖືອງ ຢືນຢັນ​ວ່າ ຫວຽດນາມ ຍາມ​ໃດ​ກໍ່​ຕິດຕາມ ​ແລະ ​ແບ່ງປັນ​ບັນດາ​ຄວາມ​ຫຍຸ້ງຍາກ, ທ້າ​ທາຍ​ທີ່​ເກີດ​ຈາກ​ການ​ຮັດ​ແໜ້ນ​ການ​ຄ້າ​ຂາຍ ​ແລະ ຜົນ​ສະທ້ອນ​ຈາກ​ໄພ​ທຳ​ມະ​ຊາດ ​ແລະ ໄຟ​ໄໝ້​ໃນ​ໄລຍະ​ມໍ່ໆ​ມາ​ນີ້; ສະ​ແດງ​ຄວາມ​ດີ​ໃຈ​ຕໍ່​ບັນດາ​ໝາກຜົນ​ສຳຄັນ​ທີ່​ປະຊາຊົນ ກູ​ບາ ບັນລຸ​ໄດ້​ໃນ​ການ​ປະຕິບັດ​ມະຕິ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 8, ສືບ​ຕໍ່​ປັບປຸງ​ເສດຖະກິດ - ສັງຄົມ, ຕັ້ງໜ້າ​ປັບ​ປຸງ​ໃຫ້​ແທດ​ເໝາະ​ກັບ​ສະພາບ​ຕົວ​ຈິງ​ໃໝ່; ຊົມເຊີຍຜົນສຳເລັດຂອງການເລືອກຕັ້ງສະພາແຫ່ງຊາດຊຸດທີ X.

ທ່ານ​ Roberto Morales Ojeda ຢືນຢັນ​ວ່າ ພັກ, ລັດ ​ແລະ ປະຊາຊົນ ກູ​ບາ ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ເພີ່ມ​ທະວີ​ການ​ພົວພັນ​ສາມັກຄີ​ແບບ​ພິ​ເສດ​ກັບ ຫວຽດນາມ ​ແລະ ​ແບ່ງປັນ​ຄວາມ​ຫຍຸ້ງຍາກ ​ແລະ ສິ່ງ​ທ້າ​ທາຍ​ຂອງ ກູ​ບາ; ​ເນັ້ນ​ໜັກ​ວ່າ ກູ​ບາ ປາດ​ຖະໜາ​ຢາກ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ມາ​ລົງທຶນ​ຢູ່ ກູ​ບາ; 2 ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ​ຈະ​ສືບ​ຕໍ່​ຮັດ​ແໜ້ນ ​ແລະ ​ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ແບບ​ພິ​ເສດ​ທີ່​ໄດ້​ວາງ​ອອກ​ໂດຍ​ປະທານ ​ໂຮ່ຈີ​ມິນ ​ແລະ ປະທານ Fidel Castro ​ແລະ ​ໃຫ້​ແກ່​ຄົນ​ລຸ້ນຫຼັງ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.