ໍຮັດແໜ້ນສາຍພົວພັນຄວາມໄວ້ເນື້ອເຊື່ອໃຈ, ມິດຕະພາບພິເສດລະຫວ່າງ ຫວຽດນາມ ແລະ ກູບາ

11:02 | 22/11/2023

ຍສໝ - ທ່ານ​ເລ​ຂາຜູ້ທີໜຶ່ງ-ປະທານ ກູ​ບາ ເຊື່ອ​ໝັ້ນ​ວ່າ ການ​ພົວ​ພັນ​ມິດ​ຕະ​ພາບ​ແບບ​ພິ​ເສດ​ລະ​ຫວ່າງ ກູ​ບາ ແລະ ຫວຽດນາມ ຈະ​ສືບ​ຕໍ່​ພັດ​ທະ​ນາ, ມີ​ການ​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ພາລະກິດແຫ່ງການສ້າງສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ.

ນ້ຳໃຈສາມັກຄີ ຫວຽດນາມ - ກູບາ ຍາມໃດກໍ່ໄດ້ຮັບການບຳລຸງສ້າງ, ຮັກສາ ແລະ ພັດທະນາຂອງປະຊາຊົນ 2 ປະເທດຢ່າງບໍ່ຢຸດຢັ້ງ ນ້ຳໃຈສາມັກຄີ ຫວຽດນາມ - ກູບາ ຍາມໃດກໍ່ໄດ້ຮັບການບຳລຸງສ້າງ, ຮັກສາ ແລະ ພັດທະນາຂອງປະຊາຊົນ 2 ປະເທດຢ່າງບໍ່ຢຸດຢັ້ງ
ພ້ອມແລ້ວທີ່ຈະສ້າງເງື່ອນໄຂໃຫ້ວິສາຫະກິດຫວຽດນາມ ໄປລົງທຶນຢູ່ ກູບາ ພ້ອມແລ້ວທີ່ຈະສ້າງເງື່ອນໄຂໃຫ້ວິສາຫະກິດຫວຽດນາມ ໄປລົງທຶນຢູ່ ກູບາ

ທ່ານເລຂາຜູ້ທີໜຶ່ງ ຄະນະບໍລິຫານງານສູນກາງພັກກອມມູນິດ, ປະທານ​ປະ​ເທດ ກູ​ບາ Miguel Díaz-Canel Bermúdez ​ໄດ້​ຕ້ອນຮັບ​ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ກູ​ບາ ເລ​ແທງ​ຕຸ່ງ ເຂົ້າຢ້ຽມອຳລາກ່ອນ​ເມື່ອ​ການສິ້ນສຸດວາລະອາຍຸການເຮັດວຽກທີ່ ກູບາ.

ໍຮັດແໜ້ນສາຍພົວພັນຄວາມໄວ້ເນື້ອເຊື່ອໃຈ, ມິດຕະພາບພິເສດລະຫວ່າງ ຫວຽດນາມ ແລະ ກູບາ

ທ່ານ​ເອກ​ອັກຄະ​ລັດຖະທູດ ​ເລ​ແທງ​ຕຸ່ງ ຢືນຢັນ​ວ່າ ບໍ່ວ່າຈະຢູ່ຖານະໃດ ກໍຈະ​ສືບຕໍ່ປະກອບສ່ວນເພື່ອປັບປຸງ​ ແລະ ພັດທະນາ​ການ​ພົວພັນ​ແບບ​ພິ​ເສດ ຫວຽດນາມ - ກູ​ບາ.

ທີ່ການຕ້ອນຮັບໃນວັນ​ທີ 18 ພະຈິກ​ນີ້ ​ຕາມ​ເວລາ​ທ້ອງ​ຖິ່ນ ​ຢູ່​ຫໍ​ປະຊຸມ La Habana, ທ່ານເລຂາຜູ້ທີໜຶ່ງ-ປະທານປະເທດ ກູບາ Miguel Díaz-Canel Bermúdez ​ໄດ້​ສະເໜີໃຫ້​ທ່ານ​ເອກອັກຄະລັດຖະທູດ ​​ສົ່ງ​ຄຳ​ຢື້ຢາມຖາມຂ່າວ ​ແລະ ​ເຊີນ​ທ່ານ​ເລຂາທິການໃຫຍ່ ຫງວຽນ​ຟູ໋ຈ້ອງ, ທ່ານ​ປະທານ​ປະ​ເທດ ຫວໍວັນເຖືອງ, ນາຍົກລັດຖະມົນຕີ ຟ້າມມິນຈິ໋ງ ແລະ ບັນດາການນຳຂັ້ນ​ສູງ ​ຫວຽດນາມ ຈະ​ໄປ​ຢ້ຽມຢາມ ກູ​ບາ ​ໃນ​ໄວໆ​ນີ້.

ທ່ານເລຂາຜູ້ທີໜຶ່ງ-ປະທານ ກູ​ບາ ໄດ້​ຊົມ​ເຊີຍ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ສັດ​ຊື່ບໍລິສຸດ, ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ 2 ປະ​ເທດ​ໃນ​ໄລ​ຍະ​ຜ່ານ​ມາ, ພິ​ເສດ​ແມ່ນ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ແລະ ບັນດາການ​ສົນທະນາ​ທາງ​ໂທລະສັບ/ການພົບປະເຈລະຈາໂດຍກົງ ລະຫວ່າງການນຳຫຼັກແຫຼ່ງຂອງ​ສອງ​ປະ​ເທດ. ການ​ພົບ​ປະ​ແລກປ່ຽນຄະນະ​ຂອງກະຊວງ, ຂະແໜງການ ແລະ ທ້ອງ​ຖິ່ນ​ຂອງ​ສອງ​ປະ​ເທດ, ຜ່ານ​ນັ້ນ ກໍ່​ຮັດແໜ້ນການ​ພົວພັນ​ທີ່ໄວ້ເນື້ອເຊື່ອໃຈ ​ແລະ ມິດຕະພາບ​ແບບ​ພິ​ເສດ​ລະຫວ່າງ ກູ​ບາ ​ແລະ ຫວຽດນາມ.

ທ່ານເລຂາຜູ້ທີໜຶ່ງ-ປະທານ ກູບາ ໄດ້ສະ​ແດງ​ຄວາມ​ຂອບ​​ໃຈຕໍ່​ພັກ, ລັດ, ລັດຖະບານ ​ແລະ ປະຊາຊົນ ຫວຽດນາມ ທີ່​ໄດ້ໃຫ້ການສະໜັບສະໜູນດ້ານ​ຈິດ​ໃຈ ແລະ ດ້ານ​ວັດຖຸ​ໃນ​ການ​​​ໜູນ​ຊ່ວຍ ກູບາ ຜະລິດສະບຽງອາຫານ, ຄວາມ​ເຫັນອົກເຫັນໃຈ ແລະ ຄວາມສາມັກຄີ​ຂອງ ຫວຽດນາມ ທີ່ມີຕໍ່ກັບ ກູ​ບາ, ພິ​ເສດ​ແມ່ນ​ໃນ​ໄລຍະ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ໃນ​ປະຈຸ​ບັນຂອງການປະຕິວັດ ກູບາ.

ທ່ານເລຂາຜູ້ທີໜຶ່ງ-ປະທານ ກູບາ ເຊື່ອ​ໝັ້ນ​ວ່າ ການ​ພົວ​ພັນ​ມິດ​ຕະ​ພາບ​ແບບ​ພິ​ເສດ​ລະ​ຫວ່າງ ກູ​ບາ ແລະ ຫວຽດນາມ ຈະ​ສືບ​ຕໍ່​ພັດ​ທະ​ນາ, ​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ພາລະກິດແຫ່ງການສ້າງສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ.

ສ່ວນທ່ານເອກອັກຄະລັດຖະທູດ ເລແທງຕຸ່ງ ໄດ້ສົ່ງຄຳຢື້ຢາມຖາມຂ່າວ ແລະ ຄຳເຊື້ອເຊີນອັນສະໜິດສະໜົມຂອງທ່ານເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ແລະ ທ່ານປະທານປະເທດ ຫວໍວັນເຖືອງ ເຖິງທ່ານເລຂາຜູ້ທີໜຶ່ງ-ປະທານປະເທດ ກູບາ ໄປຢ້ຽມຢາມ ຫວຽດນາມ ໃນໄວໆນີ້.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ໄດ້​ແບ່ງ​ປັນການຕີ​ລາ​ຄາ​ຂອງ​ທ່ານເລຂາຜູ້ທີໜຶ່ງ-ປະທານປະເທດ ກູບາ ກ່ຽວກັບການ​ພົວ​ພັນ​ມິດ​ຕະ​ພາບ​ແບບ​ພິ​ເສດ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ໄລ​ຍະ​ຜ່ານ​ມາ; ຂອບ​ໃຈ​ ກູ​ບາ ​ທີ່​ໄດ້​ຊ່ວຍ​ເຫຼືອ ​ຫວຽດ​ນາມ ​ໃນ​ໄລ​ຍະ 63 ປີ​ທີ່​ຜ່ານ​ມາ.

ທ່ານ​ເອກ​ອັກຄະ​ລັດຖະທູດ​ຢືນຢັນ​ຄືນ​ໃໝ່​ຄວາມ​ສາມັກຄີ ​ແລະ ການ​ສະໜັບສະໜູນ​ຂອງ​ພັກ, ລັດ, ລັດຖະບານ ​ແລະ ປະຊາຊົນ ຫວຽດນາມ ສຳລັບ ກູ​ບາ, ຢ້ຳຄືນຫຼັກໝັ້ນຍາມໃດກໍ່ເປັນອັນໜຶ່ງອັນດຽວຂອງ​ ຫວຽດນາມ ທີ່ຮຽກຮ້ອງ ອາ​ເມ​ລິ​ກາ ຢຸດຕິການເກືອດ​ຫ້າມ​ບໍ່​ໃຫ້ຂົນສົ່ງ ຝ່າຍ​ດຽວຕ້ານ ​ກູ​ບາ​, ສະ​ເໜີ​ໃຫ້ ອາ​ເມ​ລິ​ກາ ເອົາ ກູ​ບາ ​ອອກ​ຈາກ​ບັນຊີ​ລາຍ​ຊື່​ບັນດາ​ປະ​ເທດອຸປະຖຳການກໍ່ການຮ້າຍ.

​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ເອກ​ອັກຄະ​ລັດຖະທູດ ​ໄດ້​ຊົມ​ເຊີຍ​ບັນດາ​ໄຊຊະນະ​ສຳຄັນ​ຂອງ ​ກູ​ບາ ​ໃນ​ການ​ພົວພັນ​ຕ່າງປະ​ເທດໃນໄລຍະທີ່ຜ່ານມາ, ​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ຜ່ານກອງ​ປະຊຸມໃຫຍ່ສະຫະປະຊາຊາດ​ໃນ​ຕົ້ນ​ເດືອນ​ພະຈິກ 2023 ໂດຍໄດ້ຮັບການຮັບຮອງເອົາມະຕິ “ຄວາມ​ຈຳ​ເປັນ​ຕ້ອງ​ຢຸດຕິ​ການເກືອດຫ້າມບໍ່ໃຫ້ຂົນສົ່ງດ້ານ​ເສດຖະກິດ, ການ​ຄ້າ ​ແລະ ການ​ເງິນ​ທີ່ ​ອາ​ເມ​ລິ​ກາ​ ຈັດວາງຕໍ່​ ກູ​ບາ" ດ້ວຍ​ການ​ສະໜັບສະໜູນ​ກົດດັນ ​ແລະ ​ການທີ່ ກູບາ ໄດ້ຮັບການ​ເລືອກ​ຕັ້ງ​ເຂົ້າ​ຮ່ວມສະພາສິດທິມະນຸດ ສະ​ໄໝ​ປີ 2024-2026 ດ້ວຍ​ບັດເລືອກຕັ້ງທີ່ມີຄະແນນສູງ​ຫຼາຍ ​ໃນ​ຕົ້ນ​ເດືອນ​ຕຸ​ລາ 2023.

ສຸດ​ທ້າຍ, ທ່ານ​ເອກ​ອັກຄະ​ລັດຖະທູດ ​ເລ​ແທງ​ຕຸ່ງ ຢືນຢັນ​ວ່າ ບໍ່ວ່າຈະຢູ່ໃນຖານະໃດ ກໍຈະ​ສືບຕໍ່ປະກອບສ່ວນເພື່ອປັບປຸງ​ ແລະ ພັດທະນາ​ການ​ພົວພັນ​ແບບ​ພິ​ເສດ ຫວຽດນາມ - ກູ​ບາ.

​ເນື່ອງ​ໃນ​ໂອກາດ​ນີ້, ສຳນັກ​ຂ່າວສານ​ ກູ​ບາ ​ຈຳນວນ​ໜຶ່ງ​ກໍ່​ໄດ້​ລົງ​ພິມ​ບົດ​ຄວາມ​ທີ່​ເນັ້ນ​ໜັກ​ເຖິງ​ການ​ປະກອບສ່ວນ​ຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ ​ເລ​ແທງ​ຕຸ່ງ ​ເພື່ອ​ສືບ​ຕໍ່​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ຢ່າງພິເສດ, ​ບໍລິສຸດຜຸດຜ່ອງ, ປອດໃສ ແລະ ຫາຍາກໃນການພົວພັນສາກົນລະຫວ່າງ ຫວຽດນາມ ​ແລະ ກູ​ບາ. ສຳນັກ​ຂ່າວສານ​ລາ​ຕິນ Prensa Latina ​ແລະ Radio Rebelde ​ໄດ້​ຍົກ​ຄຳ​ເວົ້າ​ຂອງ​ທ່ານ Miguel Díaz-Canel ເລຂາຜູ້ທີໜຶ່ງ-ປະທານ ກູບາ ໂດຍໃຫ້​ຮູ້​ວ່າ: ​ໃນ​ໄລຍະ 3 ປີ 4 ​ເດືອນ 8 ວັນ​ຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ ​ເລ​ແທງ​ຕຸ່ງ, ການ​ພົວພັນ​ມິດຕະພາບ​ ອ້າຍນ້ອງ ຂອງ​ຫວຽດນາມ - ກູ​ບາ ​ໄດ້ຮັບການ​ເພີ່ມ​ທະວີ​.

ດ້ອຍຫົວຂໍ້ “​ການພົບ​ປະ​ກັບຜູ້ເປັນ​ເພື່ອນ, ອ້າຍ​ນ້ອງ​ຂອງ​ກູ​ບາ”, ໜັງສືພິມເອເລັກໂຕນິກ Cubadebate ທີ່ມີ​ການ​ເຂົ້າໄປຄົ້ນຫາຫຼາຍທີ່​ສຸດ​ຢູ່​ເກາະ Caribbean ​ໃຫ້​ຮູ້​ວ່າ: ທ່ານເລຂາຜູ້ທີໜຶ່ງ-ປະທານ ກູບາ Miguel Díaz-Canel ໄດ້ຊົມ​ເຊີຍ​ບັນດາ​ຜົນງານ​ຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ ເລແທງຕຸ່ງ ໃນຕະຫຼອດວາລະປະຕິບັດງານ ແລະ ຢືນຢັນ​ວ່າ ຫວຽດນາມ​ ສາມາດເຊື່ອ​ໝັ້ນ​ຕໍ່​ ກູ​ບາ​ ຕະຫຼອດ​ໄປ.

ໃນ​ເວລາ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ ກູ​ບາ ພາຍຫຼັງ​ການ​ພົບ​ປະ, ທ່ານ​ເອກ​ອັກຄະ​ລັດຖະທູດ ​ເລ​ແທງ​ຕຸ່ງ ຍັງ​ເນັ້ນ​ໜັກ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ປະຊາຊົນ​ຫວຽດນາມ ທີ່​ມີ​ຕໍ່​ທ່ານຜູ້ບັນຊາການສູງສຸດ Fidel Castro, ພົນ​ເອກ Raul Castro ​ແລະ ປະຊາຊົນ ກູ​ບາ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.