"ວັນປ້ອງກັນຊາຍແດນທົ່ວປວງຊົນ" ແຜ່ກະຈາຍ ເລິກ ແລະ ກວ້າງ ລຽບຕາມແນວຊາຍແດນ ເມືອງລ໋າດ

ຍສໝ - ເມືອງລ໋າດ ແມ່ນເມືອງຊາຍແດນເບື້ອງຕາເວັນຕົກແຂວງແທັງຮວ້າ, ມີຊາຍແດນຕິດກັບປະເທດລາວ ຍາວ 105 ກມ. ນີ້້ເປັນ ເຂດທີ່ເຊື່ອງໄປດ້ວຍ ຄວາມວຸ້ນວາຍ ແລະ ສັບສົນ ກ່ຽວກັບໄພສັງຄົມ, ອາດຊະຍາກຳຢາເສບຕິດ, ການຜີຍແຜ່ສາສະໜາທີ່ຜິດໆ, ການອົບພະຍົບ ແລະ ຍ້າຍຖິ່ນຖານ ຢ່າງເສລີ... ໃນຊຸມປີທີ່ຜ່ານມາ, ເມືອງລ໋າດໄດ້ເອົາໃຈໃສ່ລົງທຶນພື້ນຖານໂຄງລ່າງ, ລະບົບການເມືອງຮາກຖານເຮັດໃຫ້ແໜ້ນແຟ້ນເຂັ້ມແຂງຍິ່ງຂຶ້ນ; ເສດຖະກິດ, ວັດທະນະທຳ, ສັງຄົມພັດທະນາເທື່ອລະກ້າວ,ຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ ກັບ ການນຳພາຂອງພັກ, ລັດ ເພີ່ມຂື້ນ ແລະ ພັດທະນາຍິ່ງຂຶ້ນ, ປະກອບສ່ວນກໍ່ສ້າງຈັດວາງກຳລັງປ້ອງກັນຊາຍແດນຕິດພັນກັບຈັດວາງກຳລັງປ້ອງກັນຊາດທົ່ວປວງຊົນ, ຈັດວາງກຳລັງປ້ອງກັນຄວາມສະຫງົບປະຊາຊົນໝັ້ນແກ່ນ ລຽບຕາມແນວຊາຍແດນ.

ກອງປະຊຸມພົບປະ ລະຫວ່າງ ທະຫານຊາຍແດນ ແຂວງ ກ້ວາງບິ່ງ ສສ.ຫວຽດນາມ ແລະ ພະແນກ ປ້ອງກັນຄວາມສະຫງົບ ແຂວງສະຫວັນນະເຂດ(ປກສ ສຂ) ສປປ ລາວ

ກອງປະຊຸມພົບປະ ລະຫວ່າງ ທະຫານຊາຍແດນ ແຂວງ ກ້ວາງບິ່ງ ສສ.ຫວຽດນາມ ແລະ ພະແນກ ປ້ອງກັນຄວາມສະຫງົບ ແຂວງສະຫວັນນະເຂດ(ປກສ ສຂ) ສປປ ລາວ

ຍສໝ - ເລີ່ມແຕ່ວັນທີ 29 ຫາ 31 ຕຸລາ 2018, ຢູ່ທີ່ນະຄອນໄກສອນພົມວິຫານ, ແຂວງສະຫວັນນະເຂດ ຄະນະ ປະຕິິບັດງານ ກອງບັນຊາ ທະຫານຊາຍແດນ ແຂວງ ກວ້າງບິ່ງ, ໂດຍທ່ານ ພັນໂທ ຈິ໋ງ ແທ໋ງບິງ, ຮອງຫົວໜ້າ ກອງບັນຊາການ ທັງເປັນຫົວໜ້າເສນາທິການ ທະຫານຊາຍແດນແຂວງ ເປັນຫົວໜ້າ ຄະນະນຳພາ ໃນການຢ້ຽມຢາມໃນຄັ້ງນີ້, ການພົບປະ ແລະ ເຮັດວຽກ ໃນຄັ້ງນີ້ ເປັນເທື່ອທີ VI ກັບ ກອງບັນຊາການ ປກສ ແຂວງສະຫວັນນະເຂດ.

ການສ່ອງແສງ ງວດ 3 ລະຫວ່າງ ຫ້ອງການທະຫານຊາຍແດນ ເຊີນລາ ແລະ ກອງບັນຊາການທະຫານແຂວງ ຫົວພັນ

ການສ່ອງແສງ ງວດ 3 ລະຫວ່າງ ຫ້ອງການທະຫານຊາຍແດນ ເຊີນລາ ແລະ ກອງບັນຊາການທະຫານແຂວງ ຫົວພັນ

ຈັດຕັ້ງປະຕິບັດ ກົດລະບຽບໃນການປະສານສົມທົບ ທີ່ໄດ້ເຊັນລົງນາມ ຕາມຮູບແບບຂອງການແຮກສ່ຽວ ລະຫວ່າງ ຄ້າຍ-ຄ້າຍ ມິດຕະພາບ, ວັນທີ 31 ຕຸລາ ຢູ່ແຂວງເຊີນລາ , ຄ້າຍທະຫານຊາຍແດນ ຈ່ຽງເຕືອງ, ຈ່ຽງອອນ, ພຽງປັນ, ທະຫານຊາຍແດນ ແຂວງເຊີນລາ(ຫວຽດນາມ) ໄດ້ຈັດກອງປະຊຸມ ສ່ອງແສງ ສະພາບການງວດ 3 ປີ 2018 ກັບ ກອງພັນໃຫຍ່ 213 ກອງບັນຊາການທະຫານແຂວງ ຫົວພັນ (ສປປ ລາວ).

ລາຍການສິນລະປະ ທີ່ເປັນເອກກະລັກ ໃນງານ “ແລກປ່ຽນມິດຕະພາບ ຊາຍແດນ ຫວຽດນາມ-ລາວ-ກຳປູເຈຍ

ລາຍການສິນລະປະ ທີ່ເປັນເອກກະລັກ ໃນງານ “ແລກປ່ຽນມິດຕະພາບ ຊາຍແດນ ຫວຽດນາມ-ລາວ-ກຳປູເຈຍ"

ຍສໝ - ຕອນຄຳ່ຂອງວັນທີ 2 ພະຈິກນີ້, ຢູ່ນະຄອນ ກອນຕຸມ, ແຂວງກອນຕຸມ ຈະດຳເນີນ ລາຍການ “ ແລກປ່ຽນມິດຕະພາບຊາຍແດນ ຫວຽດນາມ-ລາວ-ກຳປູເຈຍ” ຄັ້ງທີໜຶ່ງ. ທັງມີການສະແດງແລກປ່ຽນດ້ານສິນລະປະອັນເປັນເອກກະລັກ ໂດຍນັກສະແດງມາຈາກ ສາມ ຊາດ ພາຍໃຕ້ການກຳການສະແດງຂອງ ພັນໂທ ສິນລະປິນປະຊາຊົນ ຫງວ໋ຽນ ຫງັອກລານ.

ກວດກາການກະກຽມ ກອງປະຊຸມ ແລກປ່ຽນມິດຕະພາບ ຊາຍແດນ ສາມຊາດ ຢູ່ແຂວງ ກອນຕຸມ

ກວດກາການກະກຽມ ກອງປະຊຸມ ແລກປ່ຽນມິດຕະພາບ ຊາຍແດນ ສາມຊາດ ຢູ່ແຂວງ ກອນຕຸມ

ຍສໝ - ວັນທີ 1 ພະຈິກ, ຢູ່ແຂວງກອນຕຸມ ຄະນະປະຕິບັດງານ ຂອງກອງບັນຊາການ ທະຫານຊາຍແດນ ໂດຍ ພົນຈັດຕະວາ ຫງວ໋ຽນ ວັນນາມ ຮອງຫົວໜ້າກອງບັນຊາການ ຫົວໜ້າເສນາທິການ ທະຫານຊາຍແດນ ເປັນຫົວໜ້າຄະນະ ຮ່ວມກັບບັນດາການນຳພະແນກການ, ຂະແໜງການ ຂອງແຂວງກອນຕຸມ ໄດ້ລົງໄປກວດກາເທື່ອສຸດທ້າຍ ກ່ຽວກັບວຽກງານການກະກຽມ ກອງປະຊຸມ ໃນຫົວຂໍ້ “ ແລກປ່ຽນມິດຕະພາບ ຊາຍແດນ ຫວຽດນາມ-ລາວ-ກຳປູເຈຍ” ຄັ້ງທຳອິດ ເຊິ່ງຈະຈັດຂື້ນຢູ່ ແຂວງກອນຕອຸມ ໃນວັນທີ 2 ຫາ3 ພະຈິກ ນີ້ ຢຸ່ແຂວງກອນຕຸມ.

ນ້ຳໃຈທະຫານຊາຍແດນ ຫວຽດ-ລາວ

ນ້ຳໃຈທະຫານຊາຍແດນ ຫວຽດ-ລາວ

ຍສໝ - ສາຍພົວພັນມິດຕະພາບ ມູນເຊື້ອແຫ່ງຄວາມສາມັກຄີ ລະຫວ່າງ ສອງຊາດ ຫວຽດນາມ-ລາວ ແມ່ນສາຍສຳພັນອັນຈິງໃຈສັດຊື່, ໂປ່ງໃສ ເປັນຊັບສົມບັດອັນລຳ້ຄ່າຫາແນວປຽບບໍ່ໄດ້ , ມີຄວາມສຳຄັນ ໃນການກໍ່ສ້າງ ການພັດທະນາ ນັບມື້ນັບສູງຂື້ນ ລະຫວ່າງສອງປະເທດ.

ກອງປະຊຸມ ແລກປ່ຽນ ມິດຕະພາບຊາຍແດນ ຫວຽດນາມ-ລາວ-ກຳປູເຈຍ ຄັ້ງທີ 1

ກອງປະຊຸມ ແລກປ່ຽນ ມິດຕະພາບຊາຍແດນ ຫວຽດນາມ-ລາວ-ກຳປູເຈຍ ຄັ້ງທີ 1

ວັນທີ 24 ຕຸລາ , ກອງບັນຊາການທະຫານຊາຍແດນ ໄດ້ຈັດຖະແຫຼງຂ່າວ ກ່ຽວກັບ “ ກອງປະຊຸມແລກປ່ຽນມິດຕະພາບຊາຍແດນ ຫວຽດນາມ-ລາວ-ກຳປູເຈຍ” ຄັ້ງທຳອິດ ປະຈຳປີ 2018 ຢູ່ແຂວງກອນຕຸມ.

ກໍ່ສ້າງຊາຍແດນ ຫວຽດ-ລາວ ເຕັມໄປດ້ວຍຄວາມຈິງໃຈທີ່ຫາໃສບໍ່ໄດ້ໃນໂລກນີ້

ກໍ່ສ້າງຊາຍແດນ ຫວຽດ-ລາວ ເຕັມໄປດ້ວຍຄວາມຈິງໃຈທີ່ຫາໃສບໍ່ໄດ້ໃນໂລກນີ້

ຍສໝ - ຫວຽດນາມ-ລາວ ສາຍພູຕິດຈອດກັນ, ຮ່ວມສາຍແມ່ນຳ້ອັນດຽວກັນ, ມູນເຊື້ອສາຍພົວພັນມິດຕະພາບ ພິເສດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ ຫວຽດນາມ-ລາວ ໄດ້ຮັບການສ້າງຂື້ນ, ຮັກສາ ແລະ ພັດທະນາ ໃນຂະບວນການສ້າງສາ ແລະ ປົກປັກຮັກສາ ປະເທດຊາດ ຂອງປະຊາຊົນສອງຊາດ; ເຊິ່ງ ປະທານໂຮ່ຈີ໋ມິງ ແລະ ປະທານ ໄກສອນ ພົມວິຫານ ເປັນຜູ້ກໍ່ຕັ້ງ ແລະ ສ້າງຮາກຖານ ແລະ ບັນດາການນຳລຸ້ນຫຼັງ ແລະ ປະຊາຊົນຂອງສອງປະເທດ ເພີ່ມພູນຄູນສ້າງ ກາຍເປັນສາຍພົວພັນອັນເປັນແບບຢ່າງ, ຊື່ສັດບໍລິສຸດຫາສິງໃດປຽບບໍ່ໄດ້. ເພື່ອຜັນຂະຫຍາຍມູນເຊື້ອດັ່ງກ່າວ ກຳລັງ ທະຫານຊາຍແດນ ໄດ້ມີການເຄື່ອນໄຫວ ທີ່ສຳຄັນ ໃນການກໍ່ສ້າງ ນຳ້ໃຈສາມັກຄີ, ຮັດແໜ້ນ ຢູ່ລຽບຕາມແນວຊາຍແດນ.

ຊຸດຝຶກອົບຮົມ ກ່ຽວກັບການປ້ອງກັນຊາຍແດນ ໃຫ້ພະນັກງານ ກອງບັນຊາການທະຫານ ແຂວງ ບໍລິຄຳໄຊ

ຊຸດຝຶກອົບຮົມ ກ່ຽວກັບການປ້ອງກັນຊາຍແດນ ໃຫ້ພະນັກງານ ກອງບັນຊາການທະຫານ ແຂວງ ບໍລິຄຳໄຊ

ຍສໝ -ຕອນເຊົ້າວັນທີ 16 ຕຸລາ ຢູ່ ນະຄອນວິງ ແຂວງເຫງະອານ ໄດ້ຈັດພິທີເປີດຊຸດຝຶກອົບຮົມ ການປ້ອງກັນຊາຍແດນໃຫ້ ສຳມະນາກອນລາວ ຈຳນວນ 30 ສະຫາຍ ຂອງກອງບັນຊາການທະຫານ ແຂວງ ບໍລິຄຳໄຊ ສປປ ລາວ.

ກອງປະຊຸມປືກສາຫາລື ສົມທົບຄຸ້ມຄອງ ປ້ອງກັນຊາຍແດນ ສອງປະເທດ ຫວຽດນາມ-ລາວ

ກອງປະຊຸມປືກສາຫາລື ສົມທົບຄຸ້ມຄອງ ປ້ອງກັນຊາຍແດນ ສອງປະເທດ ຫວຽດນາມ-ລາວ

ວັນທີ 16 ຕຸລາ ຢູ່ນະຄອນວິງ, ແຂວງເຫງະອານ ກອງບັນຊາການທະຫານຊາຍແດນ ກອງຊວງປ້ອງກັນປະເທດ ສສ ຫວຽດນາມ ແລະ ກົມທະຫານຊາຍແດນ ກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ ໄດ້ຈັດຕັ້ງກອງປະຊຸມສົມທົບຄຸ້ມຄອງ ປ້ອງກັນຊາຍແດນ ລະຫວ່າງສອງປະເທດ.

ທະຫານຊາຍແດນ ດ້ຽນບຽນ ແລະ ປກສ ແຂວງ ຜົ້ງສາລີ ປືກສາຫາລື ກ່ຽວກັບການປົກປັກຮັກສາຊາຍແດນ

ທະຫານຊາຍແດນ ດ້ຽນບຽນ ແລະ ປກສ ແຂວງ ຜົ້ງສາລີ ປືກສາຫາລື ກ່ຽວກັບການປົກປັກຮັກສາຊາຍແດນ

ຍສໝ - ວັນທີ 11 ຕຸລາ ຢູ່ ແຂວງດ້ຽນບຽນຟູ້ ຄະນະຜູ້ແທນ ກອງບັນຊາການທະຫານຊາຍແດນ ດ້ຽນບຽນ ນຳໂດຍທ່ານ ພັນເອກ ວື່ອາ ຄົວ, ຮອງຫົວໜ້າກອງບັນຊາການທະຫານແຂວງ ນຳຄະນະເຂົ້າປືກສາຫາລືກັບ ຄະນະຜູ້ແທນ ປກສ ແຂວງ ຜົ້ງສາລີ ແຫ່ງ ສປປ ລາວ ນຳໂດຍທານ ພັນຕີ ຄຳຈັນ ແສງລາວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ເປັນຜູ້ນຳພາຄະນະ.

ເພີ່ມທະວີການຮ່ວມມືດ້ານຊາຍແດນ ລະຫວ່າງ ແຂວງເຊກອງ ແລະ ແຂວງ

ເພີ່ມທະວີການຮ່ວມມືດ້ານຊາຍແດນ ລະຫວ່າງ ແຂວງເຊກອງ ແລະ ແຂວງ

ວັນ​ທີ 9 ຕຸລາ 2018 ນີ້, ທ່ານ ຖາວອນ ພົມມະໄລລຸນ ຄະນະ​ປະຈຳ​ພັກ​ແຂວງ, ຮອງເຈົ້າແຂວງເຊກອງ ໄດ້​ຕ້ອນຮັບ​ການ​ມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊກອງ​ ຂອງ​ທ່ານ ຟ້າມຫງັອກຟູ໋ ຫົວໜ້າກອງບັນຊາການທະຫານແຂວງກອນຕູມ ສສ ຫວຽດນາມ ພ້ອມດ້ວຍ​ຄະນະ ​ເພື່ອມາແຈ້ງເຊີນ ເລຂາພັກແຂວງເຊກອງ ພ້ອມຄະນະ ​ໄປເຂົ້າຮ່ວມ ກອງປະຊຸມຊາຍແດນເຊກອງ-ກອນຕູມ ຄັ້ງທີ I ທີ່ຈະຈັດຂຶ້ນໃນມໍ່ໆນີ້ ທີ່ແຂວງກອນຕູມ ສສ ຫວຽດນາມ.

ກອງປະຊຸມ ແກ້ໄຂບັນຫາ ການອົບພະຍົບ ແລະ ແຕ່ງດອງແບບບໍ່ໄດ້ຂໍອະນຸຍາດ ຂອງປະຊາຊົນ ລຽບຕາມຊາຍແດນ ຫວຽດນາມ-ລາວ

ກອງປະຊຸມ ແກ້ໄຂບັນຫາ ການອົບພະຍົບ ແລະ ແຕ່ງດອງແບບບໍ່ໄດ້ຂໍອະນຸຍາດ ຂອງປະຊາຊົນ ລຽບຕາມຊາຍແດນ ຫວຽດນາມ-ລາວ

ຍສໝ - ຕອນເຊົ້າຂອງວັນທີ 8 ຕຸລາ , ຄະນະກວດກາ ປະສານງານ ຄະນະກຳມະການ ການຕ່າງປະເທດ ສະພາແຫ່ງຊາດຫວຽດນາມ ແລະ ຄະນະກຳມະການການຕ່າງປະເທດ ສະພາແຫ່ງຊາດ ລາວ ໄດ້ຈັດກອງປະຊຸມປຶກສາຫາລື ກັບ ຄະນະກຳມະການປະຊາຊົນແຂວງ ກ້ວາງຈິ ກ່ຽວກັບ ສະພາບການຈັດຕັ້ງປະຕິບັດ “ ສົນທິສັນຍາ ລະຫວ່າງ ລັດຖະບານ ແຫ່ງ ສສ ຫວຽດນາມ ແລະ ລັດຖະບານ ສປປ ລາວ ກ່ຽວກັບການແກ້ໄຂບັນຫາ ການອົບພະຍົບ ແລະ ແຕ່ງດອງແບບບໍ່ໄດ້ຂໍອະນຸຍາດ ຂອງປະຊາຊົນ ລຽບຕາມຊາຍແດນ ຫວຽດນາມ-ລາວ” ຢູ່ ແຂວງ ກ້ວາງຈິ.

ຫວຽດນາມ - ຍົກສູງປະສິດທິຜົນຂອງການເຄື່ອນໄຫວການຄ້າຊາຍແດນ

ຫວຽດນາມ - ຍົກສູງປະສິດທິຜົນຂອງການເຄື່ອນໄຫວການຄ້າຊາຍແດນ

ຍສໝ - ໃນຊຸມປີທີ່ຜ່ານມາ ການະເຄືອນໄຫວການຄ້າຊາຍແດນ ເວົ້າລວມ ແລະ ການນຳເຂົ້າ-ສົ່ງອອກ ເວົ້າສະເພາະ ຜ່ານບັນດາດ່ານຊາຍແດນ ຫວຽດ-ລາວ ຂອງແຂວງ ກວ້າງບິ່ງ ບັນລຸໄດ້ຜົນສຳເລັດທີ່ໜ້າເພິ່ງພໍໃຈ. ເພື່ອໃຫ້ການເຄື່ອນໄຫວການຄ້າຊາຍແດນ ສືບຕໍ່ພັດທະນາ, ປະກອບສ່ວນເຂົ້າໃນການເຕີບໃຫຍ່ຂະຫຍາຍຕົວຂອງເສດຖະກິດ-ສັງຄົມ, ຄວາມສະຫງົບ-ປ້ອງກັນຊາດ, ກວ້າງບິ່ງ ໄດ້ສ້າງມາດຕະການອັນສອດຄ່ອງ ແລະ ມີປະສິດທິຜົນ.

ຫວຽດນາມ-ລາວ ຮ່ວມມືພັດທະນາການຄ້າຊາຍແດນ

ຫວຽດນາມ-ລາວ ຮ່ວມມືພັດທະນາການຄ້າຊາຍແດນ

ຍສໝ - ຕອນບ່າຍວັນທີ 27 ກັນຍາ ຢູ່ນະຄອນ ດົ່ງເຫີຍ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ ລາວ ປະສານສົມທົບກັບ ສະພາປະຊາຊົນ ແຂວງ ກວ້າງບິ່ງ ຈັດກອງປະຊຸມ ຮ່ວມມືພັດທະນາການຄ້າຊາຍແດນ ຫວຽດນາມ-ລາວ ຄັ້ງທີ XI.

ເພີ່ມທະວີການປະສານສົມທົບ ເພື່ອຮັບປະກັນຄວາມສະຫງົບ ລຽບຕາມແນວຊາຍແດນ ແຂວງເຫງະອານ - ແຂວງບໍລິຄຳໄຊ

ເພີ່ມທະວີການປະສານສົມທົບ ເພື່ອຮັບປະກັນຄວາມສະຫງົບ ລຽບຕາມແນວຊາຍແດນ ແຂວງເຫງະອານ - ແຂວງບໍລິຄຳໄຊ

ຍສໝ - ວັນທີ 24 ກັນຍາ, ບັນດາຄ້າຍທະຫານຊາຍແດນ ຕາມເຫີບ, ຕາມກວາງ, ນຳ້ກັ່ນ, ກອງບັນຊາການທະຫານຊາຍແດນແຂວງເຫງະອານ ປະສານສົມທົບກັບ ກອງຮ້ອຍ ທະຫານຊາຍແດນ ທີ 251, ກອງບັນຊາການທະຫານ ແຂວງບໍລິຄຳໄຊ ແລະ ປກສ ເມືອງທອງມີໄຊ, ແຂວງບໍລິຄຳໄຊ ໄດ້ຈັດພິທີສ່ອງແສງ ແລະ ປະສານສົມທົບເພື່ອຮັບປະກັນຄວາມສະຫງົບລຽບຕາມແນວຊາຍແດນ.

ລາວ-ກຳປູເຈຍ ຮ່ວມກັນສ້າງສັນຕິພາບ ແລະ ຄວາມສະຫງົບລຽບຕາມຊາຍແດນ

ລາວ-ກຳປູເຈຍ ຮ່ວມກັນສ້າງສັນຕິພາບ ແລະ ຄວາມສະຫງົບລຽບຕາມຊາຍແດນ

ອາທິດທີ່ຜ່ານມາ, ຢູ່ນະຄອນຫລວງຮ່າໂນ້ຍ ສສ.ຫວຽດນາມ ນາຍົກລັດຖະມົນຕີ ລາວ-ກຳປູເຈຍ ໄດ້ຮ່ວມກັນຖະແຫລງຜົນການປຶກສາຫາລືເພື່ອແກ້ໄຂບັນຫາຊາຍແດນລະຫວ່າງສອງປະເທດ, ໂດຍທ່ານ ສົມເດັດ ຮຸນເຊນ ນາຍົກລັດຖະມົນຕີແຫ່ງລາຊະອານາຈັກກຳປູເຈຍເວົ້າແຈ້ງໄດ້ສັ່ງໃຫ້ທະຫານກຳປູເຈຍ ຖອນອອກຈາກເຂດຊາຍແດນທີ່ຍັງເປັນຈຸດຄົງຄ້າງແລ້ວ.

ປູກຕົ້ນໄມ້ມິດຕະພາບຢູ່ຫຼັກໝາຍທາງສາມແຍກຊາຍແດນ ຫວຽດນາມ - ລາວ - ກຳປູເຈຍ

ປູກຕົ້ນໄມ້ມິດຕະພາບຢູ່ຫຼັກໝາຍທາງສາມແຍກຊາຍແດນ ຫວຽດນາມ - ລາວ - ກຳປູເຈຍ

ຍສໝ - ສອງວັນທີ່ຜ່ານມາ, ກອງບັນຊາການ ທະຫານຊາຍແດນ ກອນຕູມ (ຫວຽດນາມ) ປະສານສົມທົບ ກັບ ພະແນກ ປ້ອງກັນຄວາມສະຫງົບ ແຂວງ Rattanakiri (ກຳປູເຈຍ) ແລະ ກອງບັນຊາການທະຫານແຂວງ ອັດຕະປື ໄດ້ດຳເນີນການເຄື່ອນໄຫວ ປູກຕົ້ນໄມ້ມິດຕະພາບ ຫຼັກໝາຍທາງສາມແຍກຊາຍແດນ ຫວຽດນາມ - ລາວ - ກຳປູເຈຍ, ລວມມີຕົ້ນໄມ້ຊະນິດຕ່າງໆ 700 ຕົ້ນ.

ໂຮງຮຽນທະຫານຊາຍແດນ 712 ເປີດຊຸດອົບຮົມກໍ່ສ້າງນາຍສິບທະຫານຊາຍແດນທຳອິດ

ໂຮງຮຽນທະຫານຊາຍແດນ 712 ເປີດຊຸດອົບຮົມກໍ່ສ້າງນາຍສິບທະຫານຊາຍແດນທຳອິດ

ຫວ່າງມໍ່ໆມານີ້, ຄະນະຜູ້ແທນກອງບັນຊາການທະຫານຊາຍແດນ ໂດຍທ່ານພົນຈັດຕະວາ ຫງວຽນວັນນາມ ຮອງຜູ້ບັນຊາການ, ຫົວໜ້າເສນາທິການກອງບັນຊາການທະຫານຊາຍແດນຫວຽດນາມ ເປັນຫົວໜ້າຄະນະໄດ້ເຂົ້າຮ່ວມພິທີເປີດຊຸດອົບຮົມກໍ່ສ້າງນາຍສິບທະຫານຊາຍແດນທຳອິດສົກຮຽນ 2018-2019 ຂອງໂຮງຮຽນທະຫານຊາຍແດນ 712.

ກອງບັນຊາການທະຫານຊາຍແດນ ເຫງະອານ ມອບຂອງຂວັນໃຫ້ ກອງຮ້ອຍທະຫານຊາຍແດນ 221 ຂອງລາວ

ກອງບັນຊາການທະຫານຊາຍແດນ ເຫງະອານ ມອບຂອງຂວັນໃຫ້ ກອງຮ້ອຍທະຫານຊາຍແດນ 221 ຂອງລາວ

ຍສໝ - ໃນທ້າຍອາທິດທີ່ຜ່ານມາ ຄະນະພະນັກງານ ກອງບັນຊາການທະຫານ ຊາຍແດນ ເຫງະອານ ໂດຍທ່ານ ພັນເອກ ເຈີ່ນຫ໋າຍ ບິ່ງ ຫົວໜ້າກອງບັນຊາການທະຫານຊາຍແດນແຂວງ ໄດ້ມາຢ້ຽມຢາມ ມອບຂອງຂວັນ ແລະ ເງິນສົດ ຈຳນວນ 20 ລ້ານດົ່ງ ໃຫ້ແກ່ພະນັກງານ ທະຫານ ກອງຮ້ອຍທະຫານຊາຍແດນ 221 ກອງບັນຊາການທະຫານແຂວງ ຊຽງຂວາງ ສປປ ລາວ.