ຄຳມ່ວນ-ກວາງບິ່ງ ສືບຕໍ່ຮ່ວມມືຄຸ້ມຄອງ-ຮັກສາຫລັກໝາຍ ຊາຍແດນ

15:14 | 08/11/2018

ໃນວັນທີ 7 ພະຈິກ 2018 ທີ່ແຂວງຄຳມ່ວນ ​ໄດ້​ມີ​ພິທີເຊັນບົດບັນທຶກມອບແຜນວາດແຕ້ມ ຜົນສຳເລັດ ແລະ ແບ່ງຄວາມຮັບຜິດຊອບໃນການຄຸ້ມຄອງ, ປົກປັກຮັກສາຫລັກໝາຍ ຊາຍ ແດນແຫ່ງຊາດ ລະຫວ່າງ ແຂວງຄຳມ່ວນ ສປປ ລາວ ແລະ ແຂວງກວາງບິ່ງ ສສ ຫວຽດນາມ ​ໂດຍ​ການ​ຮ່ວມ​ລົງ​ນາມ ຂອງທ່ານ ເລ ມິງ ເງິນ ຮອງປະທານຄະນະກຳມະການປະຊາຊົນແຂວງ, ທັງເປັນ ຫົວ ໜ້າຄະນະຊີ້ນຳ ວຽກງານຊາຍແດນແຂວງກວາງບິ່ງ ສສ ຫວຽດນາມ ​ແລະ ທ່ານ ຄຳສີ ອຸດທິວົງ ຮອງເຈົ້າແຂວງຄຳມ່ວນ, ທັງເປັນຫົວໜ້າຄະນະຊີ້ນຳວຽກງານຊາຍແດນຂອງແຂວງ ​ໂດຍ​ມີ​ພາກສ່ວນ​ກ່ຽວຂ້ອງ​ສອງ​ຝ່າຍ ​ເຂົ້າ​ຮ່ວມ.

ຄຳມ່ວນ-ກວາງບິ່ງ ສືບຕໍ່ຮ່ວມມືຄຸ້ມຄອງ-ຮັກສາຫລັກໝາຍ ຊາຍແດນ

ພາບບັນຍາກາດກອງປະຊຸມປຶກສາຫາລື ລະຫວ່າງແຂວງ ຄຳມ່ວນ ແລະ ແຂວງ ກ້ວາງບິ່ງ ສສ ຫວຽດນາມ.

ໂອກາດດຽວກັນທັງສອງຝ່າຍ ຍັງໄດ້ຮ່ວມເຊັນບົດບັນທຶກການເພີ່ມທະວີ ບູລະນະການຮ່ວມມືມິດຕະພາບແບບພິເສດ ລະຫວ່າງ ສອງຊາດ ລາວ-ຫວຽດນາມ ກໍຄື ການພົວພັນຮ່ວມມື ຂອງສອງ ແຂວງຄຳມ່ວນ-ກວາງບິ່ງ ໃນແຕ່ລະຂັ້ນຂອງທ້ອງຖິ່ນ ທີ່ໄດ້ມີການພົວພັນປະສານງານເປັນປະຈຳ ເປັນຕົ້ນ ການພົບປະແລກປ່ຽນບັນດາຂໍ້ມູນ, ຂ່າວສານ ທີ່ພົວພັນເຖິງບັນຫາຊາຍແດນ ໂດຍສະເພາະ ແມ່ນ ການບູລະນະປົວແປງ, ກໍ່ສ້າງຫລັກໝາຍຊາຍແດນແຫ່ງຊາດ ໃນກໍລະນີທີ່ມີການເປ່ເພ, ຖືກທຳລາຍ, ຖືກເຄື່ອນຍ້າຍ ຫລື ສູນຫາຍ ຕາມທີ່ໄດ້ກຳນົດໃນມາດຕາ 7 ສັນຍາວ່າດ້ວຍ ກົດລະບຽບຄຸ້ມ ຄອງ ຊາຍ ແດນ ແລະ ດ່ານຊາຍແດນທາງບົກ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ລັດຖະບານ ສສ ຫວຽດນາມ ທີ່ໄດ້ຮ່ວມກັນລົງນາມໃນ​ໄລຍະຜ່ານມາ.

ຄຳມ່ວນ-ກວາງບິ່ງ ສືບຕໍ່ຮ່ວມມືຄຸ້ມຄອງ-ຮັກສາຫລັກໝາຍ ຊາຍແດນ


ຄຳມ່ວນ-ກວາງບິ່ງ ສືບຕໍ່ຮ່ວມມືຄຸ້ມຄອງ-ຮັກສາຫລັກໝາຍ ຊາຍແດນ

ພິທີເຊັນບົດບັນທຶກມອບແຜນວາດແຕ້ມຜົນສຳເລັດ ແລະ ແບ່ງຄວາມຮັບຜິດຊອບໃນການຄຸ້ມຄອງ, ປົກປັກຮັກສາຫລັກໝາຍ ຊາຍແດນແຫ່ງຊາດ ລະຫວ່າງ ແຂວງຄຳມ່ວນ ສປປ ລາວ ແລະ ແຂວງກວາງບິ່ງ ສສ ຫວຽດນາມ.

​ໃນ​ໂອກາດ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ​ແຂວງ​ຄຳ​ມ່ວນ ​ໃນ​ຄັ້ງນີ້, ທ່ານ ເລ ມິງ ເງິນ ພ້ອມ​ຄະນະ ​ຍັງ​ໄດ້​ເຂົ້າພົບ​ປະຢ້ຽມຢາມການນຳ ຂອງແຂວງຄຳມ່ວນ ໂດຍການຕ້ອນຮັບ ຈາກ ທ່ານ ໂອໄດ ສຸດາ ພອນ ເຈົ້າແຂວງຄຳມ່ວນ ​ແລະ ​ໄດ້ມອບເງິນຊ່ວຍເຫລືອ ຈຳນວນ 15.000 ໂດລາສະຫາລັດ ເພື່ອປະກອບສ່ວນຊ່ວຍເຫລືອ ແກ້ໄຂຊິວິດການເປັນຢູ່ຂອງປະຊາຊົນທີ່ປະສົບໄພນໍ້າຖ້ວມ ພາຍ​ໃນ​​ແຂວງຄຳ​ມ່ວນ ຕື່ມ​ອີກ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ທ່ານອາດຈະມັກ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ