ກອງປະຊຸມພົບປະວຽກງານຊາຍແດນຄັ້ງທີ 11 ລະຫວ່າງ ແຂວງຫຼວງພະບາງ ແລະ ແຂວງ ເຊີນລາ

10:01 | 21/11/2018

ຍສໝ - ແຂວງ ຫຼວງພະບາງ ແລະ ແຂວງ ເ່ຊີນລາ ພົບປະ ແລະ ຮັດວຽກຮ່ວມກັນໃນການຈັດຕັ້ງປະຕິບັດເນື້ອໃນຂອງບົດບັນທຶກກອງປະຊຸມວຽກງານຊາຍແດນຄັ້ງທີ 10 ລະຫວ່າງ ສອງແຂວງໃນສົກປີ 2017-2018.

ກອງປະຊຸມພົບປະວຽກງານຊາຍແດນຄັ້ງທີ 11 ລະຫວ່າງ ແຂວງຫຼວງພະບາງ ແລະ ແຂວງ ເຊີນລາ

ຄະນະຜູ້ແທນທັງສອງຝ່າຍ ຖ່າຍຮູບເປັນທີ່ລະນຶກ.

ກອງປະຊຸມ ໄດ້ໃຫ້ກຽດຕ້ອນຮັບຄະນະຜູ້ແທນແຂວງ ຫຼວງພະບາງໃນຄັ້ງນີ້ ໂດຍແມ່ນທ່ານ ລໍມິງຮຸ່ງ ຮອງປະທານຄະນະກຳມາທິການປະຊາຊົນແຂວງ ເຊີນລາ ພ້ອມດ້ວຍຄະນະ.

ໃນໂອກາດດັ່ງກ່າວນີ້ ສອງຝ່າຍໄດ້ເຂົ້າພົບປະເຮັດວຽກຮ່ວມກັນໃນການຈັດຕັ້ງປະຕິບັດເນື້ອໃນຂອງບົດບັນທຶກກອງປະຊຸມວຽກງານຊາຍແດນຄັ້ງທີ 10 ລະຫວ່າງ ສອງແຂວງໃນສົກປີ 2017-2018 ກຳລັງປ້ອງກັນຊາຍແດນຂອງສອງແຂວງໄດ້ຈັດຕັ້ງປະຕິບັດການລົງສຳຫຼວດກວດກາສອງຝ່າຍໃນຈຳນວນ 07 ຄັ້ງ, ມີຈຳນວນຄົນ 168 ຄົນເຂົ້າຮ່ວມ. ຜ່ານການສຳຫຼວດກວດກາເຫັນວ່າ ລະບົບເສັ້ນຊາຍແດນຮ່ວມກັນທີ່ຂື້ນກັບ 02 ແຂວງ ໄດ້ຮັບຄວາມເຂົ້າໃຈຊີ້ນຳຢ່າງໃກ້ສິດຂອງຄະນະປັກຫຼັກໝາຍຊາຍແດນຈົນສຳເລັດ ສອງຝ່າຍໄດ້ປະສານສົມທົບຢ່າງໜັກແໜ້ນໃນການກວດກາຄົນ, ພາຫະນະ, ເຄື່ອງຂອງ ເຂົ້າ-ອອກ ຕາມຊາຍແດນຢູ່ບັນດາດ່ານຊາຍແດນທີ່ຖືກຕ້ອງຕາມກົດມາຍຂອງແຕ່ລະປະເທດ ແລະ ສົນທິສັນຍາວ່າດ້ວຍການຄຸ້ມຄອງຊາຍແດນ ລະຫວ່າງ ລາວວວ ແລະ ຫວຽດນາມ; ເຈົ້າໜ້າທີ່ທີ່ກ່ຽວຂ້ອງຂອງສອງແຂວງ ໄດ້ປະສານສົມທົບກັນຢ່າງໄກ້ສິດໃນການປົກປັກຮັກສາຄວາມສະຫງົບ, ສະກັດກັ້ນ ແລະ ຕ້ານອາຊະຍາກຳຢູ່ບໍລິເວນຊາຍແດນ , ສະກັດກັ້ນທຸກຮູບແບບເລ້ລ່ຽມຂອງພວກອາຊະຍາກຳເປັນຕົ້ນອາຊະຍາກຳຂ້າມຊາດ, ບັນດາເປົ້າໝາຍທີ່ກະທຳຜິດຢູ່ຟາກໜຶ່ງ ແລ້ວລັກຂ້າມໜີໄປຢູ່ອີກເບື້ອງໜຶ່ງ. ພິເສດແມ່ນໄດ້ສົມທົບກັບການຈັດຕັ້ງປະຕິບັດສະກັດກັ້ນຕ້ານອາຊະຍາກຳຢາເສບຕິດຂ້າມຊາດ.

ກອງປະຊຸມພົບປະວຽກງານຊາຍແດນຄັ້ງທີ 11 ລະຫວ່າງ ແຂວງຫຼວງພະບາງ ແລະ ແຂວງ ເຊີນລາ

ສອງຝ່າຍໄດ້ຮ່ວມກັນລົງນາມບົດບັນທຶກໂດຍມີຄະນະທັງສອງຝ່າຍໄດ້ເຂົ້າຮ່ວມເປັນສັກຂິພິຍານ

ຈາກນັ້ນ, ສອງຝ່າຍໄດ້ຮ່ວມກັນລົງນາມບົດບັນທຶກໂດຍມີຄະນະທັງສອງຝ່າຍໄດ້ເຂົ້າຮ່ວມເປັນສັກຂິພິຍານ. ພາຍຫຼັງສຳເລັດກອງປະຊຸມແລ້ວ ທັງສອງຝ່າຍຈະໄດ້ນຳເອົາເນື້ອໃນກອງປະຊຸມໄປໂຄສະນາຍົກສູງແນວຄິດຂອງປະຊາຊົນທີ່ຢູ່ອາໄສຕາມບໍລິເວນຊາຍແດນ ໃນການຈັດຕັ້ງປະຕິບັດໃຫ້ຖືກຕ້ອງຕາມສົນທິສັນຍາ ວ່າດ້ວຍການຄຸ້ມຄອງຊາຍແດນແລະ ດ່ານຊາຍແດນລາວ-ຫວຽດນາມ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.