ສະຖາບັນ ປ້ອງກັນຊາຍແດນ ປີດຊຸດຝຶກອົບຮົມ ບຳລຸງວິຊາສະເພາະ ດ້ານວຽກງານດ່ານຊາຍແດນ ລຸ້ນທຳອິດ ໃຫ້ແກ່ກອງທັບປະຊາຊົນລາວ

10:55 | 10/11/2018

ຍສໝ - ໃນເຊົ້າຂອງວັນທີ 9 ພະຈິກ, ທີ່ສະຖາບັນ ປ້ອງກັນຊາຍແດນ ໄດ້ຈັດຕັ້ງພິທີເປີດຊຸດຝຶກອົບຮົມບຳລຸງວຽກງານວິຊາສະເພາະດ້ານວຽກງານດ່ານຊາຍແດນ ໃຫ້ພະນັກງານ ຂອງ ກອງທັບປະຊາຊົນລາວ.

ສະຖາບັນ ປ້ອງກັນຊາຍແດນ ປີດຊຸດຝຶກອົບຮົມ ບຳລຸງວິຊາສະເພາະ ດ້ານວຽກງານດ່ານຊາຍແດນ ລຸ້ນທຳອິດ ໃຫ້ແກ່ກອງທັບປະຊາຊົນລາວ

ທ່ານ ພົນຈັດຕະວາ ຈິ໋ງ ຮ່ວງຫຽບ ອຳນວຍການ ສະຖາບັນປ້ອງກັນຊາຍແດນ, ໄດ້ຂື້ນກ່າວຄຳປາໄສຢູ່ໃນພິທີປິດ. (ຮູບພາບ: ກວາງຊາວ)

ໃນໄລຍະເວລາ 03 ເດືອນ, ຂອງການຝຶກອົບຮົມ, ຫໍ່ຼຫຼອມ ຢູ່ ສະຖາບັນ ປ້ອງກັນຊາຍແດນ, ບັນດານັກຝຶກອົບຮົມໄດ້ຮັບການອົບຮົມ 07 ເນື້ອໃນຄື: ການສຶກສາທາງດ້ານການເມືອງ, ການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ, ທິດສະດີທົ່ວໄປກ່ຽວກັບການຄຸ້ມຄອງດ່ານ, ເຕັກນິກການຄວບຄຸມດ່ານ, ວິຊາສະເພາະດ້ານ ການເຮັດເອກກະສານ ດ່ານຊາຍແດນ, ເຕັກນິກການກວດກາ ຢູ່ດ່ານຊາຍແດນ ແລະ ການຈັດຕັ້ງ ຊີ້ນຳວຽກງານ ປ້ອງກັນຊາຍແດນ ຂອງດ່ານ.

ຜູ້ເຂົ້າຮ່ວມຝຶກອົບຮົມ ມີນັກສຳມະນາກອນ 15 ຄົນ. ຜົນຂອງການຝຶກອົບຮົມຊຸດນີ້ ໄດ້ປະເພດດີເດັ່ນ ມີ 33,3%, ໄດ້ປະເພດ ດີ ມີ 66,7%. ຜົນການຝຶກຝົນຫຼໍ່ຫຼອມ 100% ຍາດໄດ້ປະເພດດີ. ຊິ້ນສຸດການຝຶກອົບຮົມທົ່ວພາກວິຊາ 100% ຄົບມາດຖານເງື່ອນໄຂທີ່ຍອມຮັບ ແລະ ມອບໃບຢັ້ງຢືນປະເພດດີ.

ໃນຂອບເຂດຂອງການຝຶກອົບຮົມ, ບັນດາ ພະນັກງານ ທະຫານປະຊາຊົນລາວ ຍັງໄດ້ໄປທັດສະນະຕົວຈິງ ຢູ່ບາງອົງກາານ ແລະ ຫົວໜ່ວຍງານ ຂອງກຳລັງທະຫານ ປ້ອງກັນຊາຍແດນ ແລະ ທະຫານປະຊາຊົນຫວຽດນາມ, ນັບແຕ່ນັ້ນ ຊ່ວຍຍົກລະດັບຄວາມຮູ້,ຄວາມສາມາດດ້ານວິຊາສະເພາະ ແລະ ເພີ່ມທະວີຄວາມຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງຍິ່ງຂື້ນ ກ່ຽວກັບ ປະເທດ ແລະ ຊາວຫວຽດນາມ.

ສະຖາບັນ ປ້ອງກັນຊາຍແດນ ປີດຊຸດຝຶກອົບຮົມ ບຳລຸງວິຊາສະເພາະ ດ້ານວຽກງານດ່ານຊາຍແດນ ລຸ້ນທຳອິດ ໃຫ້ແກ່ກອງທັບປະຊາຊົນລາວ

ທ່ານ ພົນຈັດຕະວາ ຈິ໋ງ ຮ່ວງຫຽບ ໄດ້ມອບໃບຢັ້ງຢືນ ຈົບການຝຶກອົບຮົມ ໃຫ້ນັກສຳມະນາກອນ ຂອງຊຸດຝຶກອົບຮົມຄັ້ງນີ້. (ພາບ: ກວາງຊາວ)

ກ່າວຄຳເຫັນ ໃນພິທີປິດຊຸດຝຶກອົບຮົມຄັ້ງນີ້, ທ່ານ ພົນຈັດຕະວາ ຈິ໋ງ ຮວ່າງຫຽບ ໄດ້ຢັ້ງຢືນວ່າ: ຜົນສຳເລັດຂອງຊຸດຝືກອົບຮົມໃນຄັ້ງນີ້ສະແດງເຖິງຄວາມຕັ້ງໃຈ, ຄວາມຮັບຜິດຊອບ, ນຳ້ໃຈສາມັກຄີ, ມິດຕະພາບພິເສດ, ເຂົ້າໃຈເຊິ່ງກັນແລະກັນ ຂອງພະນັກງານ ທະຫານປ້ອງກັນຊາຍແດນ ສອງຊາດ, ປະກອບສ່ວນແຕ່ງແຕ້ມ ມູນເຊື້ອຂອງຄວາມສາມັກຄີ, ມິດຕະພາບພິເສດ, ຄວາມໄກ້ສິດສະໜິດແໜ້ນ ລະຫວ່າງ ທະຫານ ແລະ ປະຊາຊົນຂອງ ສອງປະເທດ ຫວຽດນາມ-ລາວ ອ້າຍນ້ອງ.

(ຫັດ​ທະ​ບູນ)