|
ພົນຈັດຕະວາ ຫງວ໋ຽນ ວັນນາມ ( ຜູ້ທີ 4 ນັບແຕ່ຊ້າຍມາ) ກວດກາວຽກງານການກະກຽມ ໃຫ້ແກ່ກອງປະຊຸມ " ແລກປ່ຽນມິດຕະພາບຊາຍແດນຫວຽດນາມ-ລາວ-ກຳປູເຈຍ" ຄັ້ງທີ 1 ຢູ່ ແຂວງກອນຕຸມ. (ພາບ: ວັນເຈືອງ)
ຢູ່ທີ່ຫຼັກໝາຍຊາຍແດນ ຫວຽດນາມ-ກຳປູເຈຍ-ລາວ , ກຳລັງປ້ອງກັນຊາຍແດນ 3 ໜ່ວຍ ຂອງສາມປະເທດ ຫວຽດນາມ-ລາວ-ກຳປູເຈຍ ໄດ້ໄດ້ຈັດຕັ້ງການລາດຕະເວນ ເຊິ່ງປະກອບມີ ໜ່ວຍລາດຕະເວນຂອງຄ້າຍທະຫານຊາຍແດນ ດ່ານສາກົນ ເບີ່ອີ( ທະຫານຊາຍແດນ ແຂວງກອນຕຸມ), ກອງພັນປ້ອງກັນຊາຍແດນ 540( ກອງບັນຊາການທະຫານແຂວງອັດປື), ຄ້າຍຕຳຫຼວດປ້ອງກັນຊາຍແດນ 407 Kontuineo(ພະແນກ ຕຳຫຼວດ (ປກສ) ແຂວງ ຣັດຕະນະຄີຣີ, ປະເທດກຳປູເຈຍ)
|
ກອງກຳລັງປ້ອງກັນຊາຍແດນ 3 ໜ່ວຍ ຮ່ວມກັນລາດຕະເວນ.(ພາບ: ວັນເຈືອງ)
ປະຈຳຢູ່ຕາມເສັ້ນທາງຫຼັກຂອງແຂວງ ກອນຕຸມ ປະຈຸບັນ ໄດ້ຈັດແຈງ ຕົກແຕ່ງຢ່າງເປັນລະບຽບ ດ້ວຍບັນດາ ຄຳຂວັນ ແລະ ທຸງຊາດ ຂອງ ສາມປະເທດ. ຫ້ອງການວັດທະນາທຳ-ຂ່າວສານ ຂອງບັນດາແຂວງ ໄດ້ຕິດຕັ້ງເຄື່ອງສຽງ ລຳໂພງ (ປາກເລີ) ແລະ ລົດ ເພື່ອໂຄສະນາ ເຜີຍແຜ່ໃຫ້ກວ້າງຂວາງ ໃນປະຊາຊົນ ກ່ຽວກັບກອງປະຊຸມແລກປ່ຽນ.
ຕາມແຜນການແລ້ວ ແມ່ນໃນວັນທີ 2 ພະຈິກ ກອງປະຊຸມແລກປ່ຽນ ຈະໄດ້ຮັບການຖ່າຍທອດສົດ ຜ່ານໂທລະພາບ ຂອງແຂວງກອນຕຸມ ແລະ ສົ່ງຕໍ່ຂື້ນສູນກາງເພື່ອໃຫ້ແຜ່ລາມ ເຖິງປະຊາຊົນໃນທົ່ວປະເທດ.
ຕອນເຊົ້າວັນທີ 3 ພະຈິກ ຈະດຳເນີນພິທີ ເຄົາລົບ ຫຼັກໝາຍ(ຫຼັກແດນ ສາມຊາດ) ແລະ ລາດຕະເວນ ຮ່ວມກັນຂອງ ຫົວໜ່ວຍຕ່າງໆ; ພີທີປູກຕົ້ນໄມ້ ອ້ອມຂ້າງ ຂອງທີ່ຕັ້ງຂອງຫຼັກໝາຍຊາຍແດນ ສາມແຍກ ຊາຍແດນ. ນີ້ແມ່ນຫຼັກໝາຍຊາຍແດນທີ່ມີຄວາມເປັນເອກກະລັກ, ຕັ້ງຢູ່ລະຫວ່າງກາງຂອງ 3 ແຂວງ ກອນຕຸມ (ສສ ຫວຽດນາມ), ແຂວງ ອັດຕະປື ແລະ ແຂວງ ຣັດຕະນະຄີຣີ( ປະເທດກຳປູເຈຍ)
(ຫັດທະບູນ)