ກໍ່ສ້າງຊາຍແດນ ຫວຽດ-ລາວ ເຕັມໄປດ້ວຍຄວາມຈິງໃຈທີ່ຫາໃສບໍ່ໄດ້ໃນໂລກນີ້

16:04 | 22/10/2018

ຍສໝ - ຫວຽດນາມ-ລາວ ສາຍພູຕິດຈອດກັນ, ຮ່ວມສາຍແມ່ນຳ້ອັນດຽວກັນ, ມູນເຊື້ອສາຍພົວພັນມິດຕະພາບ ພິເສດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ ຫວຽດນາມ-ລາວ ໄດ້ຮັບການສ້າງຂື້ນ, ຮັກສາ ແລະ ພັດທະນາ ໃນຂະບວນການສ້າງສາ ແລະ ປົກປັກຮັກສາ ປະເທດຊາດ ຂອງປະຊາຊົນສອງຊາດ; ເຊິ່ງ ປະທານໂຮ່ຈີ໋ມິງ ແລະ ປະທານ ໄກສອນ ພົມວິຫານ ເປັນຜູ້ກໍ່ຕັ້ງ ແລະ ສ້າງຮາກຖານ ແລະ ບັນດາການນຳລຸ້ນຫຼັງ ແລະ ປະຊາຊົນຂອງສອງປະເທດ ເພີ່ມພູນຄູນສ້າງ ກາຍເປັນສາຍພົວພັນອັນເປັນແບບຢ່າງ, ຊື່ສັດບໍລິສຸດຫາສິງໃດປຽບບໍ່ໄດ້. ເພື່ອຜັນຂະຫຍາຍມູນເຊື້ອດັ່ງກ່າວ ກຳລັງ ທະຫານຊາຍແດນ ໄດ້ມີການເຄື່ອນໄຫວ ທີ່ສຳຄັນ ໃນການກໍ່ສ້າງ ນຳ້ໃຈສາມັກຄີ, ຮັດແໜ້ນ ຢູ່ລຽບຕາມແນວຊາຍແດນ.

ກໍ່ສ້າງຊາຍແດນ ຫວຽດ-ລາວ ເຕັມໄປດ້ວຍຄວາມຈິງໃຈທີ່ຫາໃສບໍ່ໄດ້ໃນໂລກນີ້

ທະຫານເສນາຮັກ ກວດພະຍາດໃຫ້ ປະຊາຊົນ ບ້ານທອງແປະ ເມືອງຄຳເກີດ ແຂວງບໍລິຄຳໄຊ.(ພາບ: ຫວຽດຮ່າ)

ໄດ້ຮັບການເຫັນດີຈາກແຂວງເຊກອງ, ພະນັກງານ, ທະຫານ ຊາຍແດນຫວຽດນາມ ລົງຕິດຕ້ອຍຫ້ອຍຕາມບ້ານ, ນຳເຮືອນພໍ່ແມ່ປະຊາຊົນ ນຳພາ ປູກຕົ້ນໄມ້, ປູກເຂົ້າ ແລ ປູກໝາກສາລີ ສອງລະດູຕໍ່ປີ... ເປັນເສນາທິການໃຫ້ແກ່ ອຳນາດການປົກຄອງທ້ອງຖິ່ນ ສອງແຂວງ ຈັດການແຮກສ່ຽວກັນລະຫວ່າງ ບ້ານ ກາໂລ ແລະ ບ້ານ ອາຕິນ( ຕາແສງ ອາເດີ້ດ, ເມືອງ ອາເລື໋ອຍ) ເພື່ອຮັດແໜ້ນນຳ້ໃຈມິດຕະພາບລະຫວ່າງປະຊາຊົນ ສອງຝ່າຍ ລຽບຕາມແນວຊາຍແດນ, ແບ່ງປັນຄວາມທຸກຍາກ, ໂຄສະນາເຜີຍແຜ່ໃຫ້ແກ່ພໍ່ແມ່ປະຊາຊົນທັງສອງຝ່າຍ ນັບຖືລະບຽບກົດໝາຍຂອງແຕ່ລະປະເທດ, ປົກປັກຮັກສາ, ເສີມຂະຫຍາຍ ວັດທະທຳ ເອກກະລັກ ຮີດຄອງປະເພນີອັນດີງາມຂອງ ປະຊາຊົນບັນດາເຜົ່າ.

ຈຸດພົ້ນເດັ່ນຂອງສາຍພົວພັນມິດຕະພາບ ທະຫານຂອງສອງຊາດ ແມ່ນ ໃນ 12 ປີທີ່ຜ່ານາມາ, ທະຫານຊາຍແດນ ແຂວງ ຮ່າຕິ໋ງ ໄດ້ສຸມທຸກກຳລັງ ເພື່ອຊ່ວຍເຫຼືອ ພໍ່ແມ່ປະຊາຊົນ ທອງແປະ, ເມືອງຄຳເກີດ, ແຂວງບໍລິຄຳໄຊ ພັດທະນາ ເສດຖະກິດ, ຊ່ວຍເຫຼືອທ້ອງຖິ່ນໃນການສ້າງ ສຸກສາລາບ້ານ ກາຍເປັນສູນປິ່ນປົວ ທີ່ເປັນທີ່ຍອມຮັບ ຂອງປະຊາຊົນເຂດນີ້. ພັນໂທ ຫວໍຕ໋ຽນ ຫງິ ໃຫ້ຮູ້ຕື່ມອີກວ່າ: “ ນີ້ແມ່ນຮູບພາບທີ່ສວຍງາມໃນການຊ່ວຍເຫຼືອເຊິ່ງກັນແລະກັນ ຂອງທະຫານທັງສອງປະເທດ, ເຮັດໃຫ້ປະຊາຊົນມີຊີວິດການເປັນຢູ່ກິນອີ່ມນຸ່ງອຸ່ນ ເຮັດໃຫ້ພໍ່ແມ່ປະຊາຊົນ ສຸມກຳລັງເຂົ້າໃສ່ວຽກງານປົກປັກຮັກສາຊາຍແດນ ຂອງສອງປະເທດ ກໍ່ສ້າງ ແລະ ປ້ອງກັນຊາຍແດນ. ຍ້ອນແນວນັ້ນ ທະຫານຫວຽດນາມ ຍາມໃດກໍ່ຊ່ວຍເຫຼືອປະຊາຊົນໃນເຂດນີ້ ເພື່ອພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມ, ກໍ່ສ້າງສາຍພົວພັນມິດຕະພາບ, ສາມັກຄີຫວຽດນາມ-ລາວ “ ເກີດດອກອອກຜົນ, ຍືນຍົງຊົ່ວກາລະນານ”

(ຫັດ​ທະ​ບູນ)

ທ່ານອາດຈະມັກ