ຫວຽດນາມ-ລາວ ສືບຕໍ່ ຊຸກຍູ້ການແຮກສ່ຽວ ບັນດາກຸ່ມບ້ານ ລຽບຕາມແນວຊາຍແດນ

13:49 | 21/11/2018

ຍສໝ - ຕອນເຊົ້າວັນທີ 21 ພະຈິກ, ຄະນະກຳມະການປະຊາຊົນ ແຂວງເຫງະອານ ໄດ້ປະສານສົມທົບກັບອຳນາດການປົກຄອງ ຂອງສາມແຂວງຄື: ຫົວພັນ, ຊຽງຂວາງ, ບໍລິຄຳໄຊ (ສປປ ລາວ) ຈັດກອງປະຊຸມ ສະຫຼຸບ 5 ປີ ຂອງການຈັດຕັ້ງປະຕິບັດ ວຽກງານການແຮກສ່ຽວ ລະຫວ່າງ ບັນດາກຸ່ມບ້ານ(ບ້ານກັບບ້ານ) ລຽບຕາມແນວຊາຍແດນ ຫວຽດນາມ-ລາວ ຢູ່ ແຂວງເຫງະອານ.

ຫວຽດນາມ-ລາວ ສືບຕໍ່ ຊຸກຍູ້ການແຮກສ່ຽວ ບັນດາກຸ່ມບ້ານ ລຽບຕາມແນວຊາຍແດນ

ຮ່ວມເປັນປະທານກອງປະຊຸມໃນຄັ້ງນີ້ປະກອບມີ: ເບື້ອງຫວຽດນາມ ມີ ສະຫາຍ ເລ ຫງັອກຮວາ ຄະນະກຳມະການ ບໍລິຫານພັກແຂວງ ຮອງປະທານ ກຳມະການປະຊາຊົນ ແຂວງເຫງະອານ. ເບື້ອງ ສປປ ລາວ ປະກອບມີ: ສະຫາຍ ແພງ ກັນຍະພິມ ຮອງເລຂາພັກແຂວງ ຮອງເຈົ້າແຂວງໆຫົວພັນ; ສະຫາຍ ແດນປີ ມູນທະດີ ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ບໍລິຄຳໄຊ; ສະຫາຍ ພັນເອກ ບຸນຊູ ໄຊລາສີ ກຳມະການຄະນະປະຈຳພັກແຂວງ ຫົວໜ້າກອງບັນຊາການ ທະຫານແຂວງ ຊຽງຂວາງ. (ພາບ: ຮວ່າຍທູ)

ເພີ່ມພູນຄູນສ້າງ ແລະ ພັດທະນາ ສາຍພົວພັນ ສາມັກຄີມິດຕະພາບ ຫວຽດ-ລາວ

ກ່າວເປີດກອງປະຊຸມ ສະຫາຍ ເລ ຫງັອກຮວາ ໄດ້ຢືນຢັນວ່າ: ຂະບວນການ-ການແຮກສ່ຽວ ລະຫວ່າງ ບັນດາກຸ່ມບ້ານ ຂອງບັນດາແຂວງ ລຽບຕາມແນວຊາຍແດນ ຫວຽດນາມ-ລາວ ໄດ້ນັບມື້ນັບໄດ້ຮັບການຍົກສູງດ້ານຄວາມຮັບຮູ້, ຄວາມຮັບຜິດຊອບ ຂອງປວງຊົນບັນດາເຜົ່າ ຢູ່ຂົງເຂດຊາຍແດນ ຕໍ່ກັບພາລະກິດປົກປັກຮັກສາ ສິດອະທິປະໄຕ ຄວາມສະຫງົບຊາຍແດນ ຂອງແຕ່ລະປະເທດ; ປະກອບສ່ວນເຂົ້າໃນການຮັກສາຄວາມໝັ້ນຄົງດ້ານການເມືອງ, ກົດລະບຽບ, ຄວາມປອດໄພດ້ານສັງຄົມ ຢູ່ເຂດຊາຍແດນ, ເປັນກຳລັງຫຼັກໃນການຮັບໃຊ້ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ເພີ່ມພູນຄູນສ້າງ, ພັດທະນາ ສາຍພົວພັນ ສາມັກຄີມິດຕະພາບ ພິເສດ ຫວຽດນາມ-ລາວ, ລາວ-ຫວຽດນາມ ເວົ້າລວມ, ລະຫວ່າງ ແຂວງ ເຫງະອານ ແລະ 3 ແຂວງ: ຫົວພັນ, ຊຽງຂວາງ ແລະ ບໍລິຄຳໄຊ ເວົ້າສະເພາະ.

ຫວຽດນາມ-ລາວ ສືບຕໍ່ ຊຸກຍູ້ການແຮກສ່ຽວ ບັນດາກຸ່ມບ້ານ ລຽບຕາມແນວຊາຍແດນ

ເຂົ້າຮ່ວມ ກອງປະຊຸມຍັງມີບັນດາສະຫາຍ ພັນເອກ ວັນ ຫງັອກເກວ໋ ຮອງຫົວໜ້າກອງບັນຊາການທະຫານຊາຍແດນ ຫວຽດນາມ, ພົນຈັດຕະວາ ຢວານ ຫງັອກເຊີນ ຮອງຫົວໜ້າກອງບັນຊາການທະຫານເຂດ 4 ນອກນັ້ນຍັງມີບັນດາສະຫາຍ ການນຳຂອງພະແນກ, ຂະແໜງການ ແລະ ຫ້ອງການຂັ້ນແຂວງ, ເມືອງ, ບ້ານ ຂອງບັນດາແຂວງ ສອງຟາກຊາຍແດນ ຫວຽດນາມ-ລາວ ຢູ່ພາຍໃນແຂວງເຫງະອານ, ການນຳບັນດາກອງບັນຊາຍການທະຫານຊາຍແດນແຂວງ, ກອງບັນຊາຍການທະຫານແຂວງ, ພະນັກງານຂອງກອງບັນຊາການ, ຄ້າຍທະຫານ ໃນທົ່ວແຂວງ.(ພາບ: ໝີງາ)

ຄຽງຄູ່ກັບການຕີລາຄາ ດ້ານຜົນສຳເລັດ ແລະໜາມຜົນທີ່ໄດ້ຮັບ ໃນໄລຍະ 5ປີ ຂອງການຈັດຕັ້ງປະຕິບັດ ຂະບວນການ-ການແຮກສ່ຽວ ທ່ານ ພັນເອກ ເຈີ່ນ ຫ໋າຍບິ່ງ ຫົວໜ້າກອງບັນຊາການທະຫານຊາຍແດນແຂວງເຫງະອານ ກໍ່ຍັງໄດ້ຍົກໃຫ້ເຫັນເຖິງບັນດາຂໍ້ຄົງຄ້າງ, ສິ່ງທີ່ຕ້ອງໄດ້ແກ້ໄຂ, ສະເໜີແຜນການກໍ່ຄືຮູບແບບຂອງພາລະກິດຫຼັກທີ່ຈະປະຕິບັດໃນຕໍ່ໜ້າ ທີ່ມີ 5ເນື້ອໃນສຳຄັນເຊິ່ງປະກອບມີ: ການປັບປຸງບັນດາເນື້ອໃນໃໝ່ໆ ທີ່ສອດຄ່ອງເຂົ້າໃນເນື້ອບົດບັນທືກກໍ່ຄືສັນຍາຂອງການແຮກສ່ຽວ, ແລກປ່ຽນຂໍ້ມູນຂ່າວສານນຳກັນຢ່າງເປັນປະຈຳ ກ່ຽວກັບສະພາບການທີ່ກ່ຽວຂ້ອງກັບວຽກງານຊາຍແດນ ແລະ ສືບຕໍ່ເອົາໃຈໃສ່ກວດກາ ບັນດາຄູ່ບ້ານ, ກຸ່ມບ້ານ ທີ່ມີເງື່ອນໄຂຄົບເພື່ອຈັດຕັ້ງປະຕິບັດໃນການແຮກສ່ຽວ.

ຫວຽດນາມ-ລາວ ສືບຕໍ່ ຊຸກຍູ້ການແຮກສ່ຽວ ບັນດາກຸ່ມບ້ານ ລຽບຕາມແນວຊາຍແດນ

ສະຫາຍ ເລ ຫງັອກຮວາ ກ່າວເປີດກອງປະຊຸມ ຢັ້ງຢືນວ່າ: ປະຊາຊົນທີ່ອາໄສຢູ່ຕາມແນວຊາຍແດນ ຫວຽດນາມ-ລາວ ມີສາຍພົວພັນອັນສະໜິດສະໝົມທີ່ດົນນານ, ມີສິ່ງທີ່ຄ້າຍຄືກັນດ້ານວັດທະນະທຳ ແລະ ຮີດຄອງປະເພນີ. ການຈັດຕັ້ງສ້າງຂະບວນການ-ການແຮກສ່ຽວ(ບ້ານ ກັບບ້ານ) ຂອງທັງສອງຟາກຊາຍແດນ ແມ່ນໃນນະໂຍບາຍອັນຖືກຕ້ອງ, ສອດຄ່ອງ ກັບ ຈິດໃຈ ແລະ ຄວາມມຸ້ງມາດປາຖະໜາຂອງ ປະຊາຊົນ ທັງສອງຟາກຊາຍແດນ. (ພາບ: ຮວ່າຍທູ)

ໃນກອງປະຊຸມຄັ້ງນີ້ ຕ່າງໜ້າຂອງກຸ່ມບ້ານ, ອຳນາດການປົກຄອງ ທ້ອງຖິ່ນຂອງທັງສອງຊາຍແດນ ຫວຽດນາມ-ລາວ ກໍ່ໄດ້ລາຍງານ ປະກອບຄຳຄິດຄຳເຫັນ ຕີລາຄາປະເມີນຜົນ ຖອດຖອນບົດຮຽນໃນການຈັດຕັ້ງປະຕິບັດ ຂະບວນການ-ການແຮກສ່ຽວ ໃນ 5 ປີທີ່ຜ່ານມາ. ໃນນັ້ນພົ້ນເດັ່ນແມ່ນບັນດາການປະກອບຄຳເຫັນຂອງບັນດາຜູ້ແທນທີ່ເຂົ້າຮ່ວມ, ກອງປະຊຸມຕີລາຄາສູງ ເປັນຕົ້ນແມ່ນ: ເມືອງຊຳເຕີ້ ແຂວງຫົວພັນ, ເມືອງໜອງແຮດ ແລະ ເມືອງມອກ ແຂວງ ຊຽງຂວາງ, ບັນດາການປະກອບຄຳຄິດຄຳເຫັນຂອງ ບ້ານ ໝີຫຼີ-ເມືອງກີ່ເຊີນ, ກຳມະການປະຊາຊົນ ເມືອງແທັງເຈືອງ, ບ້ານທົງທຸ-ເມືອງເກວ໋ປຟອງ...

ຫວຽດນາມ-ລາວ ສືບຕໍ່ ຊຸກຍູ້ການແຮກສ່ຽວ ບັນດາກຸ່ມບ້ານ ລຽບຕາມແນວຊາຍແດນ

ຄ້າຍທະຫານຊາຍແດນ ທົງທຸ ນຳພາປະຊາຊົນ ບ້ານ ນຳ້ໃຕ້ (ລາວ) ປູກໝາກກ້ຽງ. (ພາບ:ເອກກະສານ)

ສ້າງ 100 ຄູ່ໜັງສືເອກະສານລະຫວ່າງບ້ານ - ບ້ານ

ຢູ່ກອງປະຊຸມ ທ່ານພົນເອກ ວັນ ງອກເກ້ ຮອບຜູ້ຮັບຜິດຊອບການເມືອງ ທະຫານປ້ອງກັນຊາຍແດນຫວຽດນາມໃຫ້ຮູ້ວ່າ: ປະຈຸບັນທົ່ວປະເທດມີ 100 ຄູ່ໜັງສືເອກະສານ - ສະບັບສອງຝ່າຍເຂດຊາຍແດນຫວຽດນາມ - ລາວ ໄດ້ຈັດຕັ້ງປະຕິບັດແຮກສ່ຽວ. ສະຫາຍ ວັນ ງອກເກ້ ຮອງຮັບ ແລະ ຕີລາຄາສູງງບັນດາໝາກຜົນທີ່ບັນລຸໄດ້ 5 ປີ ຈັດຕັ້ງປະຕິບັດແຜນນະໂຍບາຍນີ້ລະຫວ່າງ ເຫງະອ່່ານກັບ 3​ແຂວງຂອງລາວ; ພ້ອມກັນນັ້ນ ສະເໜີຄະນະກຳມະການປົກຄອງແຂວງເຫງະອ່ານມີແຜນການຜັນຂະຫຍາຍປະສິດທິຜົນເພີ່ມຕື່ມຂະບວນການແຮງສ່ຽວ;​ ມອບໝາຍໜ້າທີ່ໃຫ້ທະຫານປ້ອງກັນຊາຍແດນເຫງະອ່ານສືບຕໍ່າສຳຫຼວດດຳເນີນແຮກສ່ຽວບັນດາກຸ່ມພົນລະເມືອງທີ່ຍັງເຫຼືອສອງຝ່າຍຕາມຂອບເຂດຊາຍແດນ.​ ຫ່ວງໃຍຊີວິດການເປັນຢູ່ຂອງປະຊາຊົນຕາມບັນດາເຂດຊາຍແດນຕາມການສະເໜີຂອງບັນດາທ້ອງຖິ່ນຕ່າງໆ ແລະ ກຳລັງປະກອບອາວຸດລາວ ສືບຕໍ່ປະສານສົບທົບກັບບັນດາຂັ້ນອຳນາດການປົກຄອງເຫງະອ່ານ ປະຕິບັດຂະບວນການແຮງສ່ຽວນັບມື້ນັບມີປະສິດທິຜົນ.

ໃນໄລຍະເວລາ 5 ປີ ທັງສອງຝ່າຍໄດ້ຈັດການເຊັນສັນຍາ ແຮກສ່ຽວ ໄດ້ 19 ຄູ່ບ້ານ(ບ້ານກັບບ້ານ), ປະສານສົມທົບກັນໃນການລາດຕະເວນສອງຝ່າຍ ແລະ ເປີດກວ້າງວິໄສທັດດ້ານຊາຍແດນ ແລະ ຫຼັກໝາຍຊາຍແດນ ໄດ້ 657ຄັ້ງ ມີພະນັກງານເຂົ້າຮ່ວມ 6.357 ເທື່ອຄົນ ເຊິ່ງມີ ພະນັກງານ, ທະຫານ ແລະ ປະຊາຊົນເຂົ້າຮ່ວມ, ໂຄສະນາ ໄດ້ 952 ຄັ້ງ ເຊື່ງມີຜູ້ເຂົ້າຮ່ວມ ເຖິງ 29.283 ເທື່ອຄົນ. ປະສານສົມທົບກັນສະກັດກັ້ນ ການຂ້າມແດນແບບຜິດກົດໝາຍ ແລະ ລ່າສັດປ່າສະຫງວນ ໄດ້ 35 ຄະດີ. ຈັບ ແລະ ສະກັດກັ້ນ ເປົ້າ


ຫວຽດນາມ-ລາວ ສືບຕໍ່ ຊຸກຍູ້ການແຮກສ່ຽວ ບັນດາກຸ່ມບ້ານ ລຽບຕາມແນວຊາຍແດນ

ຄະນະປົກຄອງແຂວງເຫງະອານ ມອບໃບຢ້ອງຢໍໃຫ້ແກ່ໝູ່ຄະນະ ຈຳນວນ 3 ໃບ, ບຸກຄົນ ຈຳນວນ 3 ໃບ ໃຫ້ແກ່ບັນດາທ້ອງຖິ່ນ 3 ແຂວງຂອງລາວ.(ພາບ: ໝີຫງາ)

ຮັບຮອງ,​ ກຳລັງສັນລະເສີນໝູ່ຄະນະ, ບຸກຄົນຢູ່ກອງປະຊຸມ ຄະນະອຳນາດການປົກຄອງແຂວງເຫງະອ່ານມອງໃບຢ້ອງຢໍໃຫ້ໝູ່ຄະນະ ຈຳນວນ 3 ໃບ, ບຸກຄົນ ຈຳນວນ 3 ໃບໃຫ້ແກ່ບັນດາທ້ອງຖິ່ນ 3 ແຂວງຂອງລາວ ແລະ ໝູ່ຄະນະ ຈຳນວນ 3​ ໃບ, ບຸກຄົນ ຈຳນວນ 4 ໃບໃຫ້ແກ່ທ້ອງຖິ່ນ, ຫົວໜ່ວຍຕ່າງໆຂອງເຫງະອ່ານ. ກອງບັນຊາການ ທະຫານປ້ອງກັນຊາຍແດນແຂວງເຫງະອ່ານມອບໃບຢ້ອງຢໍໃຫ້ແກ່ໝູ່ຄະນະ ຈຳນວນ 3​ ໃບ, ບຸກຄົນ ຈຳນວນ 4 ໃບ.

ຫວຽດນາມ-ລາວ ສືບຕໍ່ ຊຸກຍູ້ການແຮກສ່ຽວ ບັນດາກຸ່ມບ້ານ ລຽບຕາມແນວຊາຍແດນ

ໂອກາດນີ້, ຜູ້ແທນ 3 ແຂວງຂອງລາວກໍ່ໄດ້ມອບຂອງຂວັນທີ່ລະນຶກໃຫ້ກອງບັນຊາການທະຫານປ້ອງກັນຊາຍແດນແຂວງເຫງະອ່ານ. (ພາບ: ໝີຫງາ)

ຫວຽດນາມ-ລາວ ສືບຕໍ່ ຊຸກຍູ້ການແຮກສ່ຽວ ບັນດາກຸ່ມບ້ານ ລຽບຕາມແນວຊາຍແດນ

ອຳນາດການປົກຄອງ 3 ແຂວງຂອງລາວມອງໃບຢ້ອງຢໍໃຫ້ແກ່ໝູ່ຄະນະ ແລະ ບຸກຄົນຂອງແຂວງເຫງະອ່ານ ຈຳນວນ 7 ໃບ. (ພາບ: ໝີຫງາ)


ບັນດາເຂດ, ບ້ານຂອງແຂວງເຫງະອ່ານໄດ້ຊ່ວຍເຫຼືອບັນດາບ້ານຝ່າຍລາວກ່ຽວກັບວັດຖຸ, ງົບປະມານຄ່າໃຊ້ຈ່າຍມູນຄ່າ 655 ລ້ານດົງເພື່ອຊື້ຕົ້ນໄມ້, ແນວພັນພືດ ແລະ ບັນດາໂຄງສ້າງວັດທະນະທຳ. ເພື່ອປະກອບເຂົ້າໃນການຊື້ຂາຍແລກປ່ຽນສິນຄ້າຢູ່ຂົງເຂດຊາຍແດນ. ແຂວງເຫງະອ່ານໄດ້ກຳກັບໂຮງການຜະລິດແປ້ງມັນຕົ້ນຢູ່ບ້ານສົບເທິງ, ກຸ່ມບ້ານນໍ້ຳອອນ, ເມືອງໄຊສົມພອນ, ແຂວງບໍລິຄຳໄຊ. ທະຫານປ້ອງກັນຊາຍແດນແຂວງໄດ້ຊ່ວຍເຫຼືອບ້ານນ້ຳໃຕ້,​ ກຸ່ມບ້ານວຽງພັນ, ເມືອງຊຳໃຕ້,​ແຂວງຫົວພັນຈຳນວນເກືອບ 1,3 ຕື້ດົງ; ຊ່ວຍເຫຼືອບ້ານປຸ້ງຫວາຍ, ກຸ່ມບ້ານຜາແດງ, ເມືອງກວນ, ແຂວງຫົວພັນ 1 ໂຄງການນໍ້າສະອາດ ມູນຄ່າ 26 ລ້ານດົງ.​ກອງບັນຊາການທະຫານປ້ອງກັນຊາຍແດນເຫງະອ່ານ, ບັນດາສຸກສາລາທະຫານ - ສຸຂາພິບານປະຊາຊົນ ສົມທົບບົນຂອບເຂດຊາຍແດນແຂວງເຫງະອ່ານໄດ້ຈັດຕັ້ງກວດ, ປິ່ນປົວພະຍາດໃຫ້ແກ່ປະຊາຊົນແຕ່ລະບ້ານຂອງລາວໄດ້ ຈຳນວນ 607 ຄົນ ແລະ ແຈກຢາໃຫ້ລ້າ ມູນຄ່າ 37 ລ້ານດົງ. ກໍ່ສ້າງສຸກສາລາມິດຕະພາບທະຫານ - ສຸຂາພິບານປະຊາຊົນຢູ່ບ້ານສົບເທິງ ມູນຄ່າກວ່າ 14 ຕື້.

(ຫັດ​ທະ​ບູນ)

302 Found

Found

The document has moved here.