ສືບຕໍ່ການຢ້ຽມຢາມຢູ່ ສ ເກຼັກ, ທ່ານນາງ ຫວໍ້ທິແອງຊວນ ຮອງປະທານປະເທດຫວຽດນາມ ໄດ້ພົບປະກັບທ່ານ Panagiotis Pikrammenos ຮອງນາຍົກລັດຖະມົນຕີເກຼັກ, ພົບປະກັບທ່ານ Dimitrios Koutsoumpas ເລຂາທິການໃຫຍ່ພັກກອມມູນິດເກຼັກ ແລະເປັນປະທານການໂອ້ລົມສົນທະນາວິສາຫະກິດຫວຽດນາມ-ເກຼັກ.
ກ່ຽວກັບການຮ່ວມມືຫຼາຍຝ່າຍ, 2 ຝ່າຍໄດ້ແບ່ງປັນທັດສະນະຮັກສາສັນຕິພາບ, ສະຖຽນລະພາບບົນພື້ນຖານກົດໝາຍສາກົນ, ຊຸກຍູ້ຜົນປະໂຫຍດອັນຊອບທຳ, ເປັນທຳບົນພື້ນຖານເຄົາລົບກົດໝາຍສາກົນ.
ຍສໝ - ນີ້ແມ່ນຂໍ້ມູນທີ່ລັດຖະມົນຕີກະຊວງຄົມມະນາຄົມ ແລະຂົນສົ່ງຫວຽດນາມ ແຈ້ງໃຫ້ຮູ້ທີ່ພິທີປະກາດແຜນຜັງຕາໜ່າງທາງລົດໄຟ ໄລຍະ 2021-2030, ວິໄສທັດຮອດປີ 2050 ທີ່ຫາກໍ່ດໍາເນີນໄປ.
ຍສໝ - ຕອນບ່າຍວັນທີ 1 ພະຈິກນີ້ (ຕາມເວລາອັງກິດ) ໃນການພົບປະສອງຝ່າຍກັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານນາຍົກລັດຖະມົນຕີ ອົດສະຕຣາລີ Scott Morrison ຢືນຢັນວ່າ ຈະສືບຕໍ່ໜູນຊ່ວຍວັກຊີນ 3,7 ລ້ານ ໂດສ ໃກ້ຫວຽດນາມ ເພື່ອຕ້ານໂຄວິດ-19.
ບົດຂຽນ ກຳນົດທິດຍຸດທະສາດທີ່ມີລັກສະນະຍຸກສະໄໝ ກ່ຽວກັບລັດທິສັງຄົມນິຍົມ ແລະ ເສັ້ນທາງກ້າວຂຶ້ນສັງຄົມນິຍົງ ຂອງ ຫວຽດນາມ ປະກອຍສ່ວນສຳຄັນເຂົ້າການເຮັດໃຫ້ສາງທິດສະດີ ກ່ຽວກັບສັງຄົມນິຍົມໃນທົ່ວໂລກ ອຸດົມສົມບູນ ແລະ ຫຼາຍຮູບຫຼາຍແບບ.
ດ້ວຍການເອົາຊະນະຕໍ່ທິມມຽນມາ 1 ປະຕູຕໍ່ 0, ທິມບານເຕະແຫ່ງຊາດ U23 ຫວຽດນາມ ສາມາດເຂົ້າແຂ່ງຂັນຮອບຊີງຊະນະເລີດກິລາບານເຕະອາຊີ 2022.
ໂດຍແມ່ນປະເທດພວມພັດທະນາ ພຽງຢູ່ໃນໄລຍະເລີ່ມຫັນເປັນອຸດສາຫະກຳເປັນເວລາ 3 ທົດສະວັດຜ່ານມາ, ຫວຽດນາມ ຍາມໃດກໍ່ມານະພະຍາຍາມປະກອບສ່ວນເຂົ້າໃນການກະທຳລວມທົ່ວໂລກ.
ຕອນບ່າຍວັນທີ 31 ຕຸລາ, ນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ພົບປະປະຊາຄົມຊາວຫວຽດນາມ ອາໄສຢູ່ລາຊະອານາຈັກອັງກິດ ແລະສ. ໄອແລນ.
ວັນທີ 31 ຕຸລາ, ຢູ່ນະຄອນ Edinburgh , Scotland, ລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມ COP 26 ແລະ ຢ້ຽມຢາມເຮັດວຽກຢູ່ ອັງກິດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບການນຳວິສາຫະກິດ, ມະຫາວິທະຍາໄລ ຂອງ ອັງກິດຈຳນວນໜຶ່ງ.
ໂດຍສືບຕໍ່ລາຍການເຄື່ອນໄຫວເຂົ້າຮ່ວມກອງປະຊຸມ COP26, ການໄປຢ້ຽມຢາມ ແລະ ເຮັດວຽກຢູ່ລາຊະອານາຈັກ ອັງກິດ, ຕອນເຊົ້າວັນທີ 1 ພະຈິກ (ຕາມເວລາທ້ອງຖິ່ນ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບທ່ານປະທານທະນາຄານ Standard Chartered José Vinals.
ວັນທີ 31 ຕຸລາ, ຢູ່ເອຢິບ, ນັກກິລາເທັນນິດ ລີ໊ຮວ່າງນາມ ຄວ້າແຊ້ມເທັນນິດ M15 Sharm El Sheikh ພາຍຫຼັງຊະນະນັກກິລາເທັນນິດ Hady Habib (ເລບານອນ) ດ້ວຍ 2-0 ເຊັດໃນຮອບຊີງຊະນະເລີດ.
ຢູ່ລາຍການ, ຜູ້ຕາງໜ້າການນຳພັກ, ລັດ ແລະ ຄະນະຈັດຕັ້ງໄດ້ມອບລາງວັນໃຫ້ບັນດານັກດົນຕີທີ່ມີຜົນງານດີເດັ່ນ, ຍ້ອງຍໍສັນລະເສີນພະນັກງານກຳມະບານ ແລະ ແຖວຖັນແພດໝໍ, ພະນັກງານການແພດ ຍ້ອນການອຸທິດສ່ວນອັນໃຫຍ່ຫຼວງໃນການຕໍ່ສູ້ຕ້ານໂລກລະບາດໂຄວິດ - 19 ໃນໄລຍະຜ່ານມາ.
ງານພົບປະແລກປ່ຽນຊາວໜຸ່ມມິດຕະພາບ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ປີ 2021 ໂດຍ ສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິນ ຈັດຕັ້ງຕາມຮູບການທາງໄກໃນລະຫວ່າງວັນທີ 22 – 24 ຕຸລາ ຜ່ານມາ ແມ່ນຮູບການເຄື່ອນໄຫວທີ່ມີໄຫວພິບ, ປະດິດຄິດສ້າງ, ມີປະສິດທິຜົນ ແລະ ເໝາະສົມກັບສະພາບການຕົວຈິງ. ເຫດການດັ່ງກ່າວໄດ້ປະກອບສ່ວນສ້າງກາລະໂອກາດໃຫ້ຊາວໜຸ່ມສາມປະເທດແລກປ່ຽນບົດຮຽນ, ປະສົບການໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແລະ ຍົກອອກມາດຕະການຫຼາຍຢ່າງເພື່ອຮັບມື ແລະ ເຊື່ອມໂຍງເຂົ້າກັບສາກົນ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ໂຮ່ເທນາມ, ທີ່ປຶກສາ, ຜູ້ປະສານງານດ້ານການເມືອງຂອງຄະນະຜູ້ຕາງຫນ້າ ຫວຽດນາມ ຢູ່ ສປຊ ໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງສຳລັບບັນດາສິ່ງທ້າທາຍຫລາຍດ້ານກ່ຽວກັບຄວາມສະຫງົບ, ການພັດທະນາ ແລະ ມະນຸດສະທຳ ຊື່ງ ມາລີ ພວມປະເຊີນຫນ້າ; ຮຽກຮ້ອງບັນດາຝ່າຍເພີ່ມທະວີຄວາມມານະພະຍາຍາມປ່ອງດອງຊາດ, ອົດກັ້ນ.
ໂດຍໄດ້ຮັບຄໍາເຊື້ອເຊີນຂອງທ່ານ Boris Johnson ນາຍົກລັດຖະມົນຕີອັງກິດ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ນໍາໜ້າຄະນະຜູ້ແທນຂັ້ນສູງຫວຽດນາມ ເດີນທາງໄປເຂົ້າຮ່ວມກອງປະຊຸມບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ຄັ້ງທີ 26 (COP26) ແລະຢ້ຽມຢາມ, ເຮັດວຽກຢູ່ອັງກິດ ໃນລະຫວ່າງວັນທີ 31 ຕຸລາຫາວັນທີ 3 ພະຈິກ.
ເມື່ອຕອບສໍາພາດຕໍ່ນັກຂ່າວທ່ານ ປອ Oh Ei Sun ທີ່ປຶກສາຂັ້ນສູງຢູ່ສູນຄົ້ນຄວ້າປາຊີຟິກ (ມາເລເຊຍ), ພ້ອມທັງແມ່ນນັກຊ່ຽວຊານຄົ້ນຄວ້າຂັ້ນສູງຢູ່ສະຖາບັນຄົ້ນຄວ້າບັນຫາສາກົນສິງກະໂປ ໃຫ້ຮູ້ວ່າ: ຫວຽດນາມ ໄດ້ສະແດງໃຫ້ເຫັນການເປັນເຈົ້າການ ແລະມີຄວາມຮັບຜິດຊອບຂອງຕົນໃນປີດຳລົງຕຳແໜ່ງປະທານອາຊຽນ 2020 ແລະການປະກອບສ່ວນຂອງຫວຽດນາມ ເຂົ້າໃນການຮ່ວມມືອາຊຽນ ຄວນໄດ້ຮັບການຕີລາຄາໂດຍອີງໃສ່ການສືບທອດນີ້.
ທ່ານ ວຽງທອງ ຫັດສະຈັນ ເລຂາພັກນະຄອນຫຼວງພະບາງ, ແຂວງຫຼວງພະບາງ, ລາວ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ສະຖານກົງສູນໃຫຍ່ຫວຽດນາມ ປະຈຳ ຫຼວງພະບາງ ແລະປະຊາຄົມ, ສະມາຄົມ ແລະວິສາຫະກິດຫວຽດນາມ ທີ່ພວມທໍາມາຫາກິນ, ດຳລົງຊີວິດຢູ່ແຂວງ ໃນໄລຍະຜ່ານມາ ໄດ້ຊ່ວຍເຫຼືອນະຄອນປ້ອງກັນ, ຕ້ານພະຍາດໂຄວິດ-19 ມາຫຼາຍເທື່ອ.
ເລື່ອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມ COP 26 ສະແດງໃຫ້ເຫັນສານຢ່າງແຮງກ່ຽວກັບ ຫວຽດນາມ ທີ່ມີຄວາມຮັບຜິດຊອບ, ເປັນເຈົ້າການ, ຕັ້ງໜ້າຮ່ວມແຮງຮ່ວມໃຈ ກັບປະຊາຄົມສາກົນ ແກ້ໄຂສິ່ງທ້າທາຍທົ່ວໂລກ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ.
ໂດຍຕອບສະໜອງຕາມຄໍາເຊີນຂອງ ສຈ Klaus Schwab, ຜູ້ກໍ່ຕັ້ງ ແລະທັງເປັນປະທານບໍລິຫານເວທີປາໄສເສດຖະກິດໂລກ (WEF), ວັນທີ 29 ຕຸລາ, ທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ໄດ້ເປັນປະທານຮ່ວມການເຈລະຈາຍຸດທະສາດແຫ່ງຊາດ ຫວຽດນາມ-WEF ຄັ້ງທໍາອິດ ໃນຮູບແບບທາງໄກ ດ້ວຍຫົວຂໍ້ “ເພີ່ມທະວີການພົວພັນຄູ່ຮ່ວມມືພາກລັດ-ພາກເອກະຊົນ: ກໍາລັງໜູນຫຼັກແຫຼ່ງໃນການຟື້ນຟູຮອບດ້ານ ແລະພັດທະນາແບບຍືນຍົງ, ກວມລວມ, ການປ່ຽນແປງໃໝ່ປະດິດສ້າງ”.
ຕາມຂໍ້ມູນຈາກກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ ແລ້ວ, ຫວຽດນາມ ຫາກໍ່ໄດ້ຮັບການເຊີດຊູຈາກ World Golf Awards ວ່າແມ່ນປະເທດທີ່ມີສະໜາມກ໊ອຟ ດີທີ່ສຸດໃນໂລກ ປີ 2021 ແລະ “ປະເທດທີ່ມີສະໜາມກ໊ອຟ ດີທີ່ສຸດອາຊີ ໃນປີ 2021”.