ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າ​ມ​ມິງ​ຈິງ ​ເດີນ​ທາງ​ໄປ​ເຂົ້າ​ຮ່ວມກອງ​ປະ​ຊຸມ COP26, ເຮັດ​ວຽກ​ຢູ່​ລາ​ຊະ​ອາ​ນາ​ຈັກ ອັງ​ກິດ ແລະ ຢ້ຽມ​ຢາມ ສ.ຝ​ລັ່ງ​ຢ່າງ​ເປັນ​ທາງ​ການ

19:22 | 31/10/2021

ເລື່ອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມ COP 26 ສະແດງໃຫ້ເຫັນສານຢ່າງແຮງກ່ຽວກັບ ຫວຽດນາມ ທີ່ມີຄວາມຮັບຜິດຊອບ, ເປັນເຈົ້າການ, ຕັ້ງໜ້າຮ່ວມແຮງຮ່ວມໃຈ ກັບປະຊາຄົມສາກົນ ແກ້ໄຂສິ່ງທ້າທາຍທົ່ວໂລກ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ.

ທ່າ​ນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມ ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ 38 – 39 ທ່າ​ນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມ ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ 38 – 39
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມ​ພິ​ທີ​ໄຂ​ກອງ​ປະ​ຊຸມ​ ແລະ ງານ​ວາງ​ສ​ະ​ແດງ​ໂລກດ​ີ​ຈີ​ຕອນ ປີ 2021 ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມ​ພິ​ທີ​ໄຂ​ກອງ​ປະ​ຊຸມ​ ແລະ ງານ​ວາງ​ສ​ະ​ແດງ​ໂລກດ​ີ​ຈີ​ຕອນ ປີ 2021
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າ​ມ​ມິງ​ຈິງ ​ເດີນ​ທາງ​ໄປ​ເຂົ້າ​ຮ່ວມກອງ​ປະ​ຊຸມ COP26, ເຮັດ​ວຽກ​ຢູ່​ລາ​ຊະ​ອາ​ນາ​ຈັກ ອັງ​ກິດ ແລະ ຢ້ຽມ​ຢາມ ສ.ຝ​ລັ່ງ​ຢ່າງ​ເປັນ​ທາງ​ການ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ. ພາບ: VGP

ວັນທີ 31 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ອອກຈາກຮ່າໂນ້ຍ ເດີນທາງໄປເຂົ້າຮ່ວມກອງປະຊຸມຄັ້ງທີ 26 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP 26), ໄປເຮັດວຽກຢູ່ ລາຊະອານາຈັກ ອັງກິດ ແລະ ຢ້ຽມຢາມ ສ.ຝລັ່ງ ຢ່າງເປັນທາງການ ໃນລະຫວ່າງວັນທີ 31 ຕຸລາ ຫາ ວັນທີ 5 ພະຈິກ ຕາມຄຳເຊື້ອເຊີນຂອງ ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson ແລະ ທ່ານນາຍົກລັດຖະມົນຕີຝລັ່ງ Jean Castex.

ເລື່ອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມ COP 26 ສະແດງໃຫ້ເຫັນສານຢ່າງແຮງກ່ຽວກັບ ຫວຽດນາມ ທີ່ມີຄວາມຮັບຜິດຊອບ, ເປັນເຈົ້າການ, ຕັ້ງໜ້າຮ່ວມແຮງຮ່ວມໃຈ ກັບປະຊາຄົມສາກົນ ແກ້ໄຂສິ່ງທ້າທາຍທົ່ວໂລກ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ສະແດງໃຫ້ເຫັນຄວາມຕັດສິນໃຈ ແລະ ຄວາມມານະພະຍາຍາມກໍ່ຄືບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍໃນປັດຈຸບັນຂອງ ຫວຽດນາມ ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ການເຮັດວຽກຢູ່ ອັງກິດ ແລະ ຢ້ຽມຢາມຢູ່ ຝລັ່ງ ຢ່າງເປັນທາງການ ຂອງທ່ານນາຍົກລັດຖະມົນຕີ ຈະປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເຮັດໃຫ້ການພົວພັນຮ່ວມມືໃນຫຼາຍດ້ານເລິກເຊິ່ງກ່ວາອີກ, ນຳການພົວພັນສອງຝ່າຍເຂົ້າສູ່ລວງເລິກ, ມີປະສິດທິຜົນກ່ວາ, ປະກອບສ່ວນນຳການພົວພັນກັບ 2 ຄູ່ຮ່ວມມືຍຸດທະສາດນີ້ ໃຫ້ມີຄຸນນະພາບ, ມີປະສິດທິຜົນ ໃນຫຼາຍດ້ານການເມືອງ, ການຕ່າງປະເທດ, ເສດຖະກິດ, ການຄ້າ, ການລົງທຶນ, ວັດທະນະທຳ, ການສຶກສາ, ຄວາມໝັ້ນຄົງ, ການປ້ອງກັນຊາດ… ພິເສດແມ່ນບັນດາຜົນງານຮ່ວມມືລະອຽດໃນຂົງເຂດການແພດ, ອຸດສາຫະກຳການຢາ, ການທູດ ວັກຊິນ.

vovworld.vn

ເຫດການ
302 Found

Found

The document has moved here.