ຮອງປະທານປະເທດຫວຽດນາມ ສິ້ນສຸດການຢ້ຽມຢາມເອີລົບ ຢ່າງຈົບງາມ

07:07 | 04/11/2021

ສືບຕໍ່ການຢ້ຽມຢາມຢູ່ ສ ເກຼັກ, ທ່ານນາງ ຫວໍ້ທິແອງຊວນ ຮອງປະທານປະເທດຫວຽດນາມ ໄດ້ພົບປະກັບທ່ານ Panagiotis Pikrammenos ຮອງນາຍົກລັດຖະມົນຕີເກຼັກ, ພົບປະກັບທ່ານ Dimitrios Koutsoumpas ເລຂາທິການໃຫຍ່ພັກກອມມູນິດເກຼັກ ແລະເປັນປະທານການໂອ້ລົມສົນທະນາວິສາຫະກິດຫວຽດນາມ-ເກຼັກ.

ທ່ານເລຂາທິການໃຫຍ່, ປະທານປະເທດລາວ ສິ້ນສຸດການຢ້ຽມຢາມສັນຖະວະໄມຕີຫວຽດນາມ ຢ່າງຈົບງາມ ທ່ານເລຂາທິການໃຫຍ່, ປະທານປະເທດລາວ ສິ້ນສຸດການຢ້ຽມຢາມສັນຖະວະໄມຕີຫວຽດນາມ ຢ່າງຈົບງາມ
ທ່ານນາງ  ດັ້ງ ທິ້ ງອກ ທິ້ງ ຮອງປະທານປະເທດຫວຽດນາມ ພົບປະກັບປະທານາທິບໍດີ ສະວິດ ທ່ານນາງ ດັ້ງ ທິ້ ງອກ ທິ້ງ ຮອງປະທານປະເທດຫວຽດນາມ ພົບປະກັບປະທານາທິບໍດີ ສະວິດ
ຮອງປະທານປະເທດຫວຽດນາມ ສິ້ນສຸດການຢ້ຽມຢາມເອີລົບ ຢ່າງຈົບງາມ
ທ່ານນາງ ຫວໍ້ທິແອງຊວນ ຮອງປະທານປະເທດຫວຽດນາມ ພົບປະກັບທ່ານ Panagiotis Pikrammenos ຮອງນາຍົກລັດຖະມົນຕີເກຼັກ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ການພົບປະກັບຮອງນາຍົກລັດຖະມົນຕີເກຼັກ, ສອງຝ່າຍເຫັນດີເປັນເອກະພາບເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຂັ້ນສູງ; ຜັນຂະຫຍາຍກົນໄກທາບທາມຄວາມເຫັນທີ່ມີຢູ່ໃນປະຈຸບັນໃຫ້ປະສິດທິຜົນ; ເຫັນດີເປັນເອກະພາບເພີ່ມທະວີການສົມທົບກັນຢູ່ເວທີປາໄສສາກົນ ແລະໃນພາກພື້ນ (ສປຊ, ອີຢູ-ອາຊຽນ...); ຮ່ວມມື, ແລກປ່ຽນພະນັກງານຄົ້ນຄວ້າ ແລະກໍ່ສ້າງ.

ໃນການແລກປ່ຽນກັບເລຂາທິການໃຫຍ່ພັກກອມມູນິດເກຼັກ, ທ່ານນາງ ຫວໍ້ທິແອງຊວນ ໄດ້ແຈ້ງໃຫ້ຊາບກ່ຽວກັບບັນດາເປົ້າໝາຍ ແລະການກໍານົດທິດພັດທະນາປະເທດຂອງພັກກອມມູນິດຫວຽດນາມ ໄລຍະ 2021-2025, ວິໄສທັດຮອດປີ 2030 ແລະ 2045. ທ່ານນາງ ຫວໍ້ທິແອງຊວນ ຕີລາຄາສູງການພັດທະນາຕັ້ງໜ້າຂອງການພົວພັນຫວຽດນາມ-ເກຼັກ ແລະຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນ ແລະປາດຖະໜາຢາກເພີ່ມທະວີການພົວພັນມິດຕະພາບ, ຮ່ວມມືຮອບດ້ານກັບເກຼັກ. ສອງຝ່າຍເຫັນດີເປັນເອກະພາບຮັກສາບັນດາກົນໄກທາບທາມຄວາມເຫັນສອງຝ່າຍ, ການຮ່ວມມືລະຫວ່າງສອງພັກ ແລະສອງປະເທດຢ່າງສະໝ່ຳສະເໝີ, ຊຸກຍູ້ການພົບປະແລກປ່ຽນວັດທະນະທໍາ ແລະພົບປະແລກປ່ຽນປະຊາຊົນເພື່ອແນໃສ່ນໍາການພົວພັນທີ່ດີງາມລະຫວ່າງສອງປະເທດຂຶ້ນສູ່ລະດັບສູງໃໝ່.

ວັນທີ 2 ພະຈິກ, ຄະນະປະຕິບັດງານໄດ້ສິ້ນສຸດການຢ້ຽມຢາມບຸນກາຣີ, ປອກຕຸຍການ ແລະເກຼັກ ດ້ວຍຜົນສໍາເລັດຢ່າງຈົບງາມ. ໃນວັນດຽວກັນ, ວັກຊິນ AstraZeneca ຈໍານວນ 250.000 ໂດສ ໂດຍລັດຖະບານເກຼັກ ມອບໃຫ້ກໍ່ໄດ້ສົ່ງມາຫວຽດນາມ ເພື່ອຮັບໃຊ້ວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19.

la.qdnd.vn

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.