ຫວຽດນາມ ມານະພະຍາຍາມປະກອບສ່ວນແກ້ໄຂບັນດາສິ່ງທ້າທາຍລວມທົ່ວໂລກ

11:30 | 02/11/2021

ໂດຍແມ່ນປະເທດພວມພັດທະນາ ພຽງຢູ່ໃນໄລຍະເລີ່ມຫັນເປັນອຸດສາຫະກຳເປັນເວລາ 3 ທົດສະວັດຜ່ານມາ, ຫວຽດນາມ ຍາມໃດກໍ່ມານະພະຍາຍາມປະກອບສ່ວນເຂົ້າໃນການກະທຳລວມທົ່ວໂລກ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ມີ​ຄວາ​ມ​ປາດ​ຖະ​ໜາ​ຢາກ​ຊຸກ​ຍູ້​ບັນ​ດາ​ໂຄງ​ການ​ຮ່ວມ​ມື​ລະຫວ່າງ ຫວຽດ​ນາມ ກັບ ອັງ​ກິດ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ມີ​ຄວາ​ມ​ປາດ​ຖະ​ໜາ​ຢາກ​ຊຸກ​ຍູ້​ບັນ​ດາ​ໂຄງ​ການ​ຮ່ວມ​ມື​ລະຫວ່າງ ຫວຽດ​ນາມ ກັບ ອັງ​ກິດ
ລາຍ​ການ “ ຫວຽດ​ນາມ - ຄາດ​ຫ​ວັງ​​ຄວາມ​ສະ​ຫງົບສຸກ” - ເຊີດ​ຊູ​ບັນ​ດາ​ກຳ​ລັງ​ດ່ານ​ໜ້າໃນ​ການ​ປ້ອງກ​ັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ລາຍ​ການ “ ຫວຽດ​ນາມ - ຄາດ​ຫ​ວັງ​​ຄວາມ​ສະ​ຫງົບສຸກ” - ເຊີດ​ຊູ​ບັນ​ດາ​ກຳ​ລັງ​ດ່ານ​ໜ້າໃນ​ການ​ປ້ອງກ​ັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19
ຫວຽດນາມ ມານະພະຍາຍາມປະກອບສ່ວນແກ້ໄຂບັນດາສິ່ງທ້າທາຍລວມທົ່ວໂລກ

ທ່ານເອກອັກຄະລັດຖະທູດອັງກິດ ປະຈຳຫວຽດນາມ Gateth Ward. (ພາບ: VGP)

ກອງປະຊຸມບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງສະຫະປະຊາຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຄັ້ງທີ 26 (COP 26) ດຳເນີນຢູ່ Glasgow, ລາຊະອານາຈັກ ອັງກິດ ໃນລະຫວ່າງວັນທີ 31 ຕຸລາ ຫາວັນທີ 03 ພະຈິກ. ນີ້ແມ່ນໜຶ່ງໃນບັນດາເຫດການເຊິ່ງປະຊາຄົມສາກົນມີຄວາມສົນໃຈທີ່ສຸດໃນປີ 2021. ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ໄດ້ເຂົ້າຮ່ວມເຫດການສຳຄັນດັ່ງກ່າວ, ເຊິ່ງເປັນການສະແດງໃຫ້ເຫັນທີ່ຕັ້ງບົດບາດຕັ້ງໜ້າ, ເປັນເຈົ້າການ ແລະ ມີການປະກອບສ່ວນຢ່າງລະອຽດທີ່ກອງປະຊຸມ, ປະກອບສ່ວນແກ້ໄຂສິ່ງທ້າທາຍກ່ຽວກັບການປ່ຽນແປງຂອງດິນຟ້າອາກາດທົ່ວໂລກ.

ກອງປະຊຸມ COP 26 ດຳເນີນໄປໃນສະພາບການທີ່ປີ 2021 ແມ່ນຈຸດເວລາທີ່ບັນດາປະເທດເຂົ້າຮ່ວມສົນທິສັນຍາແມ່ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຂອງສະຫະປະຊາຊາດ ຕ້ອງສົ່ງເອກະສານປະກອບໂດຍປະເທດຕັດສິນເອງ ສະບັບສຸດທ້າຍຕໍ່ຄະນະເລຂາ. ຍ້ອນເຫດນັ້ນ, ເປົ້າໝາຍທີ່ໄດ້ວາງອອກໃນກອງປະຊຸມຄັ້ງນີ້ແມ່ນ ບັນດາປະເທດຈະບັນລຸໄດ້ຂໍ້ຕົກລົງລະອຽດກ່ຽວກັບການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວຂອງແຕ່ລະປະເທດ ເພື່ອບັນລຸເປົ້າໝາຍຮັກສາອຸນຫະພູມໜ່ວຍໂລກບໍ່ໃຫ້ເພີ່ມຂຶ້ນເກີນ 2 ອົງສາ C ໃນທ້າຍສະຕະວັດນີ້ ເມື່ອທຽບໃສ່ໄລຍະກ່ອນຫັນເປັນອຸດສາຫະກຳ. ຈາກນັ້ນ, ຊຸກຍູ້ລັກສະນະແບບຍືນຍົງທີ່ມີຕໍ່ເສດຖະກິດ ແລະ ສັງຄົມຂອງທຸກໆປະເທດ, ຕອບສະໜອງເປົ້າໝາຍພັດທະນາແບບຍືນຍົງໃນປີ 2030.

ກາລະໂອກາດເພື່ອໃຫ້ໂລກມີການກະທຳ

ໂດຍດຳເນີນໄປໃນສະພາບຖືກຢຸດຕິຊົ່ວຄາວເປັນເວລາ 1 ປີ ຍ້ອນໂລກລະບາດໂຄວິດ-19, COP 26 ຍັງມີຄວາມກົດດັນວ່າ ຕ້ອງເຮັດແນວໃດເພື່ອໃຫ້ການເຄື່ອນໄຫວຕ້ານການປ່ຽນແປງຂອງດິນຟ້າອາກາດບັນລຸໄດ້ບັນດາຂໍ້ຕົກລົງ ເມື່ອວິກິດການພະລັງງານພວມເກີດຂຶ້ນໃນທົ່ວໂລກ.

4 ເປົ້າໝາຍທີ່ໄດ້ເດີນຕາມຢູ່ COP 26 ແມ່ນ ຮັກສາເປົ້າໝາຍການປ່ອຍອາຍພິດທົ່ວໂລກເປັນ 0 ດ້ວຍວິທີຮັກສາໃຫ້ອຸນຫະພູມບໍ່ເພີ່ມຂຶ້ນເກີນ 1,5 ອົງສາ C ໃນກາງສະຕະວັດນີ້; ບັນດາປະເທດພັດທະນາຕ້ອງປະຕິບັດຄຳໝັ້ນສັນຍາລະດົມແຫຼ່ງການເງິນດ້ານອາກາດຢ່າງໜ້ອຍສຸດ 100 ຕື້ USD ໃນແຕ່ລະປີ; ພ້ອມກັນສ້າງບັນດາຂໍ້ກຳນົດລະອຽດເພື່ອໃຫ້ຂໍ້ຕົກລົງ ປາຣີ ສາມາດແກ້ໄຂວິກິດການກ່ຽວກັບດິນຟ້າອາກາດໂດຍຜ່ານການຮ່ວມມືລະຫວ່າງລັດຖະບານ, ວິສາຫະກິດ…

ຫວຽດນາມ ປະກອບສ່ວນບັນດາຂໍ້ລິເລີ່ມຢ່າງແທດຈິງທີ່ COP 26

ໂດຍແມ່ນປະເທດພວມພັດທະນາ ພຽງຢູ່ໃນໄລຍະເລີ່ມຫັນເປັນອຸດສາຫະກຳເປັນເວລາ 3 ທົດສະວັດຜ່ານມາ, ຫວຽດນາມ ຍາມໃດກໍ່ມານະພະຍາຍາມປະກອບສ່ວນເຂົ້າໃນການກະທຳລວມທົ່ວໂລກ. ຫວຽດນາມ ໄດ້ສົ່ງຕໍ່ສະຫະປະຊາຊາດ ການປະກອບໂດຍປະເທດຕັດສິນເອງ (NDC) (ປີ 2015) ໂດຍໄວ ແລະ ນຳເຂົ້າໃນກົດໝາຍ ເພື່ອຈັດຕັ້ງປະຕິບັດຢ່າງເຂັ້ມງວດ. ຕາມນັ້ນແລ້ວ, ຮອດປີ 2030, ດ້ວຍແຫຼ່ງກຳລັງຢູ່ພາຍໃນປະເທດ, ຫວຽດນາມ ໃຫ້ຄຳໝັ້ນສັນຍາຫຼຸດຜ່ອນ 9% ຍອດປະລິມານການປ່ອຍອາຍພິດເຮືອນແກ້ວ ແລະ ເພີ່ມຂຶ້ນ 27% ເມື່ອມີການຊ່ວຍເຫຼືອຈາກສາກົນ 2 ຝ່າຍ, ຫຼາຍຝ່າຍ. ຕາມທ່ານເອກອັກຄະລັດຖະທູດອັງກິດ ປະຈຳຫວຽດນາມ Gateth Ward ແລ້ວ, ບັນດາຄຳໝັ້ນສັນຍາດັ່ງກ່າວຂອງ ຫວຽດນາມ ແມ່ນສາມາດເປັນໄປໄດ້.

“ເປົ້າໝາຍດັ່ງກ່າວມີຄວາມຫວັງສູງກວ່າເມື່ອທຽບໃສ່ບັນດາເປົ້າໝາຍກ່ອນນັ້ນ. ແຕ່ຕາມຂ້າພະເຈົ້າແລ້ວ, ຫວຽດນາມ ຍັງສາມາດວາງເປົ້າໝາຍທີ່ສູງກວ່າອີກ. ຂ້າພະເຈົ້າເຊື່ອໝັ້ນວ່າ ຫວຽດນາມ ສາມາດບັນລຸເປົ້າໝາຍ 27% ທີ່ໄດ້ວາງອອກ ແລະ ຊ້ຳບໍ່ໜຳແມ່ນສາມາດລື່ນກາຍຕົວເລກດັ່ງກ່າວ. ຂ້າພະເຈົ້າກໍ່ເຊື່ອໝັ້ນວ່າ ບັນດາຜູ້ແທນຂອງ ຫວຽດນາມ ໄປ Glasgow ກໍ່ຈະນຳມາເຊິ່ງບັນດາແນວຄວາມຄິດໃໝ່, ຄຳໝັ້ນສັນຍາໃໝ່”.

ໃນເງື່ອນໄຂພັດທະນາເສດຖະກິດ-ສັງຄົມຂອງປະເທດທີ່ພວມຖືກຜົນສະທ້ອນຫຼາຍຢ່າງຈາກການປ່ຽນແປງຂອງດິນຟ້າອາກາດ, ການປະກອບສ່ວນໂດຍປະເທດຕັດສິນເອງ ສະບັບອັບເດດຂອງຫວຽດນາມ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງເຖິງຄວາມມານະພະຍາຍາມສູງສຸດຂອງປະເທດ ໃນການປະກອບສ່ວນຫຼຸດຜ່ອນການປ່ຽນແປງຂອງດິນຟ້າອາກາດ. ມາຮອດປະຈຸບັນ, ຫວຽດນາມ ແມ່ນໜຶ່ງໃນຈຳນວນໜ້ອຍປະເທດທີ່ເພີ່ມລະດັບການປະກອບສ່ວນກ່ຽວກັບການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ ໃນເອກະສານປະກອບໂດຍປະເທດຕັດສິນເອງ ສະບັບອັບເດດ. ທ່ານ ຟ້າມວັນເຕີນ, ຮອງຫົວໜ້າກົມການປ່ຽນແປງຂອງດິນຟ້າອາກາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຫວຽດນາມ, ຢືນຢັນວ່າ:

“ຫວຽດນາມ ແມ່ນໜຶ່ງໃນຈຳນວນບັນດາປະເທດຕັ້ງໜ້າ, ເປັນເຈົ້າການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ພາຍຫຼັງທີ່ສັນຍາ ປາຣີ ໄດ້ຮັບຮອງເອົາເມື່ອປີ 2015, ລັດຖະບານ ຫວຽດນາມ ໄດ້ມອບໜ້າທີ່ໃຫ້ບັນດາກະຊວງ, ຂະແໜງການ ເປັນເຈົ້າການເຊິ່ງແມ່ນກະຊວງຊັບພະຍາກອນ ແລະ ສິ່ງແລດລ້ອມ ສ້າງແຜນການປະຕິບັດຂໍ້ຕົກລົງ ປາຣີ ນັບແຕ່ປີ 2016 ຮອດປີ 2030, ຫວຽດນາມ ໄດ້ຍົກອອກເນື້ອໃນໃຫ້ຄຳໝັ້ນສັນຍາປະຕິບັດຂໍ້ຕົກລົງ ປາຣີ ເຂົ້າໃນກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ (ສະບັບປັບປຸງ), ເຊິ່ງສະພາແຫ່ງຊາດໄດ້ຮັບຮອງເອົາໃນເດືອນ ພະຈິກ 2020. ທີ່ COP 26 ນີ້, ພວກເຮົາສາມາດຢັ້ງຢືນວ່າ, ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດພວມພັດທະນາທຳອິດທີ່ຍົກອອກຂໍ້ກຳນົດການປະຕິບັດຂໍ້ຕົກລົງ ປາຣີ ເຂົ້າໃນຂໍ້ກຳນົດຂອງກົດໝາຍເພື່ອໃຫ້ທົ່ວປວງຊົນປະຕິບັດ”.

ການເຂົ້າຮ່ວມກອງປະຊຸມສຸດຍອດບັນດາການນຳ COP 26 ນີ້, ຫວຽດນາມ ໄດ້ຢືນຢັນຄວາມຕັດສິນໃຈໃນການຊຸກຍູ້ ແລະ ປະຕິບັດບັນດາຄຳໝັ້ນສັນຍາສາກົນ, ໂດຍສະເພາະແມ່ນໃນບັນດາບັນຫາທົ່ວໂລກ ເຊິ່ງປະຊາຄົມສາກົນມີຄວາມສົນໃຈພິເສດ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ ຫວຽດນາມ ຊຸກຍູ້ການຮ່ວມມືກັບບັນດາຄູ່ຮ່ວມມື 2 ຝ່າຍ, ອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມມືຫຼາຍຝ່າຍອື່ນໆ, ຊອກຫາກາລະໂອກາດຮັບແຫຼ່ງ ເງິນໜູນຊ່ວຍ, ເຕັກໂນໂລຊີ, ເພີ່ມທະວີກຳລັງຄວາມສາມາດໃຫ້ແກ່ວຽກງານຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢູ່ ຫວຽດນາມ.

vovworld.vn

ເຫດການ
302 Found

Found

The document has moved here.