ທາງລົດໄຟຫວຽດນາມ ຈະເຊື່ອມຕໍ່ກັບ ຈີນ, ລາວ ແລະ ກໍາປູເຈຍ

20:04 | 03/11/2021

ຍສໝ - ນີ້ແມ່ນຂໍ້ມູນທີ່ລັດຖະມົນຕີກະຊວງຄົມມະນາຄົມ ແລະຂົນສົ່ງຫວຽດນາມ ແຈ້ງໃຫ້ຮູ້ທີ່ພິທີປະກາດແຜນຜັງຕາໜ່າງທາງລົດໄຟ ໄລຍະ 2021-2030, ວິໄສທັດຮອດປີ 2050 ທີ່ຫາກໍ່ດໍາເນີນໄປ.

ກຳລັງປ້ອງກັນຊາຍແດນຫວຽດນາມ ແລະ ກໍາປູເຈຍ ເພີ່ມທະວີການປະສານສົມທົບໃນການປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ -19 ກຳລັງປ້ອງກັນຊາຍແດນຫວຽດນາມ ແລະ ກໍາປູເຈຍ ເພີ່ມທະວີການປະສານສົມທົບໃນການປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ -19
ການນຳບັນດາປະເທດ ລາວ, ຈີນ ໄດ້ສົ່ງສານມາອວຍພອນ ການນຳຂັ້ນສູງຫວຽດນາມ ການນຳບັນດາປະເທດ ລາວ, ຈີນ ໄດ້ສົ່ງສານມາອວຍພອນ ການນຳຂັ້ນສູງຫວຽດນາມ
ພາບປະກອບ
ພາບປະກອບ

ຕາມນັ້ນແລ້ວ, ແຜນຜັງໄດ້ກໍານົດເປົ້າໝາຍຮອດປີ 2030 ປະຕິບັດການປັບປຸງຍົກລະດັບ ເພື່ອຂຸດຄົ້ນເສັ້ນທາງລົດໄຟທັງໝົດ 7 ສາຍໃນປັດຈຸບັນໃຫ້ມີປະສິດທິຜົນ; ກຳນົດເສັ້ນທາງລົດໄຟໃໝ່ 9 ສາຍ ດ້ວຍຄວາມຍາວທັງໝົດ 2.362 ກິໂລແມັດ. ຮອດປີ 2050, ຕາໜ່າງທາງລົດໄຟແຫ່ງຊາດທີ່ໄດ້ວາງແຜນຜັງ ລວມມີ 25 ສາຍ ດ້ວຍຄວາມຍາວ 6.354 ກິໂລແມັດ.

ທ່ານ ຫງວຽນວັນເຖ້ ລັດຖະມົນຕີກະຊວງຄົມມະນາຄົມ ແລະຂົນສົ່ງຫວຽດນາມ ໃຫ້ຮູ້ວ່າ ກະຊວງຄົມມະນາຄົມ ແລະຂົນສົ່ງ ໄດ້ປະຕິບັດສໍາເລັດ 5/37 ແຜນຜັງຂະແໜງແຫ່ງຊາດ. ໃນນັ້ນ, ແຜນຜັງທາງລົດໄຟແມ່ນແຜນຜັງທີ 3 ທີ່ນາຍົກລັດຖະມົນຕີ ໄດ້ອະນຸມັດຜ່ານພາຍຫຼັງການກຳນົດແຜນຜັງຕາໜ່າງທາງບົກ ແລະແຜນຜັງລະບົບທ່າເຮືອ.

ກ່ຽວກັບ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ ​ເໜືອ - ​ໃຕ້, ທ່ານ ຫງວຽນວັນເຖ້ ລັດຖະມົນຕີກະຊວງຄົມມະນາຄົມ ແລະຂົນສົ່ງຫວຽດນາມ ​ໃຫ້​ຮູ້​ວ່າ: ນັບ​ແຕ່​ນີ້​ຮອດ​ປີ 2030, ຈະບຸລິມະສິດໃນການຈັດຕັ້ງປະຕິບັດເສັ້ນທາງລົດໄຟແຕ່​ຮ່າ​ໂນ້ຍ - ວີງ ​ແລະ ຍາຈາງ - ນະຄອນໂຮ່ຈິມິນ. ກະຊວງຄົມມະນາຄົມ ແລະຂົນສົ່ງ​ ຈະຕັ້ງໜ້າໃນການເປັນເສນາທິການໃຫ້ສະພາແຫ່ງຊາດ ຜ່ານນະໂຍບາຍ​ການລົງທຶນ​ໃນອາຍຸການນີ້. ໃນອາຍຸການຕໍ່ໄປ​ຈະ​ສຸມ​ໃສ່​ການ​ວາງ​ແຜນ​ໂຄງການ, ການບຸກເບິກໜ້າດິນ... ​ເປົ້າໝາຍແມ່ນສາມາດເລີ່ມຈັດຕັ້ງປະຕິບັດການປະມູນຈໍານວນໜຶ່ງ​ໃນ​ປີ 2028 ​ແລະ 2029.

ທ່ານລັດຖະມົນຕີ ຫງວຽນວັນເຖ້ ຍັງໃຫ້ຮູ້ຕື່ມອີກວ່າ ແຜນຜັງທີ່ຍົກອອກມານັ້ນຈະລົງທຶນໃສ່ເສັ້ນທາງລົດໄຟເຊື່ອມຕໍ່ສາກົນກັບຈີນ, ລາວ ແລະກໍາປູເຈຍ, ໃນນັ້ນ ກ່ອນອື່ນໝົດແມ່ນຈະລົງທຶນໃສ່ເສັ້ນທາງລົດໄຟເຊື່ອມຕໍ່ສະຖານີລົດໄຟ ລາວກາຍ ກັບສະຖານີລົດໄຟ Hekoubei (ສປ ຈີນ) ເພື່ອສ້າງຄວາມສະດວກໃຫ້ແກ່ສິນຄ້າຈາກຫວຽດນາມ ໄປຍັງເອີລົບ. ພ້ອມກັນນັ້ນ ແມ່ນລົງທຶນໃສ່ເສັ້ນທາງລົດໄຟທີ່ເຊື່ອມຕໍ່ກັບທ່າເຮືອ, ທ່າອາກາດສະຍານ.

ໄຊພອນ

ເຫດການ
302 Found

Found

The document has moved here.