ຍສໝ - ວັນທີ 23 ສິງຫາ, ຢູ່ ນະຄອນ ຮະລ໋ອງ, ອົງການຊາວໜຸ່ມແຂວງ ໄດ້ຈັດກອງປະຊຸມ ພົບປະ“ ບົດບາດຂອງຊາວໜຸ່ມ ໃນການເລີ່ມທຸລະກິດ ທີ່ມີຫົວຄິດປະດິດສ້າງ ແລະ ພັດທະນາບັນດາຮູບແບບເສດຖະກິດ ຢູ່ ທ້ອງຖິ່ນ” ກັບ ຄະນະຜູ້ແທນຊາວໜຸ່ມ ຂອງ 3 ແຂວງພາກເໜືອຂອງລາວຄື: ແຂວງຫົວພັນ, ໄຊຍະບູລີ ແລະ ຫລວງພະບາງ.
ຍສໝ - ຫວຽດນາມ ໄດ້ພົວພັນກັບຝ່າຍຈີນ ກ່ຽວກັບບັນຫານີ້ເປັນ ຫລາຍເທື່ອແລ້ວ, ຮຽກຮ້ອງຈີນ ຢຸດຕິການລະເມີດໃນທັນທີ, ຖອນກຳປັ່ນທັງໝົດອອກຈາກເຂດເຂດຖະກິດຈຳເພາະຂອງຫວຽດນາມ
ຍສໝ - ຕອນເຊົ້າວັນທີ 21 ສິງຫາ, ກະຊວງອຸດສາຫະກຳການຄ້າຫວຽດນາມ ໄດ້ສົມທົບກັບຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ຈັດກອງປະຊຸມສັນຍາການຄ້າເສລີຫວຽດນາມ - ອີຢູ (EVFTA), ບັນດາຄຳໝັ້ນສັນຍາສຳຄັນໃນຂົງເຂດກະສິກຳ ແລະ ບັນດາສິ່ງທີ່ຄວນເອົາໃຈໃສ່.
ຍສໝ - ໃນວັນທີ 20 ສິງຫາ, ຢູ່ ສຳນັກງານກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ກຳປູເຈຍ ທີ່ນະຄອນຫລວງ ພະນົມເປັນ, ໄດ້ຈັດຕັ້ງພິທີໄຂກອງປະຊຸມເຈົ້າຫນ້າທີ່ອາວຸໂສ (SOM) ໃນຂອບເຂດກອງປະຊຸມ ຄະນະກຳມະການປະສົມ ຄັ້ງທີ 17 ກ່ຽວກັບການຮ່ວມມືເສດຖະກິດ, ວັດທະນະທຳ, ວິທະຍາສາດ ແລະ ເຕັກນິກ ຫວຽດນາມ - ກຳປູເຈຍ.
ຍສໝ - ໃນວັນທີ 14 ສິງຫາ, ຢູ່ນະຄອນຫຼວງວຽງຈັນ ໄດ້ດໍາເນີນພິທີລົງນາມສັນຍາຂໍ້ຕົກລົງຮ່ວມມື ລະຫວ່າງ ທະນາຄານຮ່ວມທຸລະກິດລາວຫວຽດ (LaoVietBank), Sacombank ລາວ ທະນາຄານຫວຽດນາມ ແລະ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວໃຫ້ແກ່ວິສາຫະກິດຂະໜາດກາງ ແລະ ນ້ອຍ ຢູ່ ລາວ ໂດຍລັດຖະບານ ຫຼື ບັນດາອົງການສິນເຊື່ອສາກົນໃຫ້ກູ້ຢືມ.
ຍສໝ - ໃນຕອນບ່າຍວັນທີ 15 ສິງຫາ ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ມີການຕ້ອນຮັບຜູ້ອຳນວຍການໃຫຍ່ບໍລິຫານ IFC ສະມາຊິກທະນາຄານໂລກ (WB) ທ່ານ Philippe Le Houerou.
ສະຖາບັນຄົ້ນຄວ້າ ພະນັກງານການຄ້າສາກົນ ກະຊວງການຄ້າ ແຫ່ງ ສປ ຈີນ ໄດ້ຈັດຊຸດຝຶກອົບຮົມໄລຍະສັ້ນ ກ່ຽວກັບການວາງແຜນ ແລະ ສ້າງຍຸດທະສາດການພັດທະນາ ເສດຖະກິດແຫ່ງຊາດ ຂອງ ສປປ ລາວ ປະຈຳປີ 2019 ໃຫ້ບັນດາພະນັກງານ-ລັດຖະກອນ ພາຍໃນກະ ຊວງແຜນການ ແລະ ການລົງທຶນ ແລະ ພະແນກການທີ່ກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ ໃນລະຫວ່າງ ວັນທີ 13 ສິງຫາ ຫາ 2 ກັນຍາ 2019, ຢູ່ສູນຝຶກອົບຮົມ ສູນກາງແນວລາວສ້າງຊາດ ນະຄອນຫລວງວຽງຈັນ.
ຍສໝ - ອີງຕາມທະນາຄານໂລກ, ປັດໄຈທີ່ຊ່ວຍໃຫ້ເສດຖະກິດລາວມີການເຕີບໂຕ ທາງດ້ານເສດຖະກິດຂອງລາວ ແມ່ນແຫ່ຼງເງິນທຶນ, ລົງທຶນເຂົ້າໃນໂຄງການກໍ່ສ້າງພື້ນຖານໂຄງລ່າງຂະ ໜາດໃຫຍ່, ພ້ອມທັງມີການຂະຫຍາຍຕົວຢ່າງແຂງແຮງໃນຂະແໜງການຂາຍຍົກ ງແລະ ຂາຍຍ່ອຍ.
ຍສໝ - ໃນຕອນເຊົ້າຂອງວັນທີ 13 ສິງຫາ 2019, ທີ່ ຮ່າໂນ້ຍ, ກອງປະຊຸມເສດຖະກິດໜຸ່ມອາຊີ 2019 ໄດ້ໄຂຂຶ້ນຢ່າງເປັນທາງການ.
ອີງຕາມບົດລາຍງານສະພາບເສດຖະກິດໃນ ສປປ ລາວ, ການເຕີບໂຕຂອງເສດ ຖະກິດໃນ ສປປ ລາວ ຄາດວ່າຈະກັບຟື້ນຕົວຄືນ ຢູ່ໃນອັດຕາ 6,5% ໃນປີ 2019, ເພີ່ມຈາກ 6,3% ໃນປີ 2018. ການເຕີບໂຕຄາດວ່າ ຈະຖືກຂັບເຄື່ອນໂດຍຂະແໜງກໍ່ສ້າງ ຈາກການລົງທຶນໃສ່ໂຄງການ ກໍ່ສ້າງໂຄງລ່າງຂະໜາດໃຫຍ່ ແລະ ຂະແໜງການບໍລິການ ທີ່ຍັງຈະສືບຕໍ່ຂະຫຍາຍຕົວ ເປັນຕົ້ນ ແມ່ນການຄ້າຂາຍຍົກ ແລະ ຂາຍຍ່ອຍ.
ວັນທີ 1 ສິງຫາ 2019 ທີ່ ພະແນກໂຍທາທິການ ແລະຂົນ ສົ່ງແຂວງສະຫວັນນະເຂດ, ຄະ ນະຊີ້ນຳໂຄງການພັດທະນາ ຕົວເມືອງຕາມແລວເສດ ຖະກິດຕາເວັນອອກ-ຕາເວັນ ຕົກ ອະນຸພາກພື້ນແມ່ນໍ້າຂອງ ໄດ້ຈັດກອງປະຊຸມສະຫຼຸບການ ປະຕິບັດໂຄງການໄລຍະ 6 ເດືອນຕົ້ນປີ ແລະວາງແຜນ 6 ເດືອນທ້າຍປີ 2019 ໂດຍການ ເປັນປະທານຂອງທ່ານ ທ່ອນ ແກ້ວ ພຸດທະໄກຍະລາດ ຮອງ ເຈົ້າແຂວງສະຫວັນນະເຂດ ປະທານຊີ້ນຳໂຄງການຂັ້ນ ແຂວງ, ທ່ານ ຄຳທະວີ ໄທ ພະຈັນ ຫົວໜ້າກົມເຄຫາ-ຜັງ ເມືອງ, ມີບັນດາທ່ານຄະນະຊີ້ ນຳໂຄງການ, ທ່ານເຈົ້າເມືອງ ທີ່ມີໂຄງການ ພ້ອມພະນັກງານ ວິຊາການ ແລະບໍລິສັດຮັບເໝົາ ໄດ້ເຂົ້າຮ່ວມ.
ຕອນເຊົ້າວັນທີ 5 ສິງຫາ, ຢູ່ຫໍຮັບແຂກຂອງລັດຖະບານທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິນ ໄດ້ມີການເຈລະຈາ ທ່ານນາງ Federica Mogherini ຮອງປະທານຄະນະກຳມະການເອີລົບ, ຜູ້ຕາງໜ້າຂັ້ນສູງຂອງ EU ກ່ຽວກັບນະໂຍບາຍການຕ່າງປະເທດ ແລະ ຄວາມໝັ້ນຄົງ.
ຍສໝ - ໃນຕອນເຊົ້າວັນທີ 05 ສິງຫາ ຢູ່ສໍານັກງານລັດຖະບານ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການຕ້ອນຮັບ ແລະ ເຮັດວຽກກັບ ທ່ານ ວິຣະໄທ ສັນຕິປຣະພົບ ຜູ້ວ່າການທະນາຄານສູນກາງໄທ
ຕາມແຫຼ່ງຂ່າວຈາກພະແນກວິທະຍາສາດ ແລະເຕັກໂນໂລຢີແຂວງຮ່າຕີ໋ງ, ຜ່ານການເຮັດວຽກ, ການນໍາແຂວງບໍລິຄໍາໄຊ ໄດ້ເຫັນດີເປັນເອກະພາບຈັດສັນເຂດທີ່ດິນຂອງພະແນກວິທະຍາສາດ ແລະເຕັກໂນໂລຢີແຂວງບໍລິຄໍາໄຊ ເພື່ອສ້າງຮູບແບບປູກເຫັດ ແລະຮູບແບບລ້ຽງໂອງ ຢູ່ເມືອງຄໍາເກີດ ແລະເມືອງປາກຊັນ.
ໃນປີ 2009 ຕະຫລາດຫລັກຊັບລາວ (ຕລຊລ) ໄດ້ຮັບການສ້າງຕັ້ງຂຶ້ນ ໂດຍການຮ່ວມທຶນ ລະຫວ່າງທະນາຄານແຫ່ງ ສປປ ລາວ ຖືຮຸ້ນ 51% ແລະ ຕະຫລາດຫລັກຊັບ ສ.ເກົາຫລີ ຖືຮຸ້ນ 49% ຖືກຕ້ອງຕາມກົດໝາຍ.
ທະນາຄານພັດທະນາອາຊີ (ADB) ໃຫ້ຮູ້ວ່າ ບັນດາພື້ນຖານເສດຖະກິດພວມພັດທະນາໃນອາຊີ ທີ່ປະກອບມີ 45 ພື້ນຖານເສດຖະກິດຢູ່ໃນພາກພື້ນອາຊີ-ປາຊີຟິກ ນັ້ນໄດ້ຮັບການຄາດຄະເນຄວາມເຕີບໂຕທີ່ 5,7% ໃນປີ 2019 ແລະ 5,6% ໃນປີ 2020.
ປີ 2019 ແລະ ປີ 2020 ເສດຖະກິດອາຊີຈະສືບຕໍ່ ຂະຫຍາຍຕົວຂຶ້ນ 5,7% ແລະ 5,6% ໃນປີ 2020 ຕາມຕົວເລກທ່ີກຳນົດໄວ້ເມື່ອເດືອນເມສາຜ່ານມາ.
ຍສໝ - ສຳນັກຂ່າວຫວຽດນາມ ປະຈຳ ສປປ ລາວ ລາຍງານວ່າ: ໃນຕອນເຊົ້າຂອງວັນທີ 19 ກໍລະກົດ ທີ່ນະຄອນຫຼວງ ວຽງຈັນ, ກະຊວງການເງິນ ຫວຽດນາມ ຮ່ວມກັບ ກະຊວງການເງິນ ແຫ່ງ ສປປ ລາວ ໄດ້ຈັດພິທີສະຫຼອງການກໍ່ສ້າງໂຄງການ ກໍ່ສ້າງອາຄາສະຖາບັນ ເສດຖະກິດການເງິນ ດົງຄຳຊ້າງ ໄລຍະ 3.
ສະຫວັນນະເຂດແມ່ນແຂວງໜຶ໋ງທີ່ໃຫຍ່ ແລະ ມີທ່າແຮງຫຼາຍໃນການສ້າງເສດຖະກິດ ປະກອບສ່ວນເຂົ້າໃນການຊກຸຍູ້ສ້າງສາປະເທດຊາດໃຫ້ມີຄວາມພັດທະນາ.
ຍສໝ - ຫວຽດນາມ ແມ່ນພື້ນຖານເສດຖະກິດທີ່ມີການເຕີບໂຕໄວທີ່ສຸດຢູ່ໃນໂລກ ແລະ ໄລ່ມາຮອດປັດຈຸບັນ, ຫວຽດນາມ ຍັງສ້າງຄວາມປະທັບໃຈ ດ້ວຍໝາກຜົນການເຕີບໂຕເສດຖະກິດ.