ADB: ພື້ນຖານເສດຖະກິດຂອງຫວຽດນາມ ຍັງຄົງຮັກສາໄດ້ລະດັບເຕີບໂຕຢ່າງແຮງໃນປີ 2019 ແລະ ປີ 2020

08:52 | 26/09/2019

ຍສໝ - ພື້ນຖານເສດຖະກິດຂອງຫວຽດນາມ ໄດ້ຮັບການຕີລາຄາວ່າ ຍັງຄົງຮັກສາໄດ້ລະດັບເຕີບໂຕຢ່າງແຮງໃນປີ 2019 ແລະ ປີ 2020 ຢູ່ລະດັບ ທຽບເທົ່າແມ່ນ 6,8% ແລະ 6,7%, ພາຍຫຼັງມີບາດກ້າວບຸກທະລຸຢ່າງແຮງດ້ວຍລະດັບ 7,1% ໃນປີ 2018.

ADB: ພື້ນຖານເສດຖະກິດຂອງຫວຽດນາມ ຍັງຄົງຮັກສາໄດ້ລະດັບເຕີບໂຕຢ່າງແຮງໃນປີ 2019 ແລະ ປີ 2020

ພາບປະກອບ

ນີ້ແມ່ນຂໍ້ສັງເກດຂອງທະນາຄານພັດທະນາ ອາຊີ (ADB) ໃນບົດລາຍງານກ່ຽວກັບແງ່ຫວັງພັດທະນາຂອງ ອາຊີ (ADO) 2019 ສະບັບອັບເດດ ເຊິ່ງໄດ້ປະກາດໃນກອງປະຊຸມອັບເດດສະພາບການພັດທະນາເສດຖະກິດ ຫວຽດນາມ ໃນວັນທີ 25 ກັນຍາ, ຢູ່ຮ່າໂນ້ຍ. ຫວຽດນາມນອນໃນ Top 10ປະເທດທີ່ມີລະດັບການຫຼຸດຜ່ອນອັດຕາການເກີດຄວາມທຸກຍາກສູງທີ່ສຸດໃນທະວີບອາຊີ. ເລື່ອງທະວີບອາຊີ ຮັກສາລະດັບອັດຕາການເກີດຄວາມທຸກຍາກໄດ້ຕ່ຳກວ່າ2% ໃນປັດຈຸບັນແມ່ນເປັນສິ່ງທີ່ມະຫັດສະຈັນ ແລະ ມີການປະກອບສ່ວນອັນໃຫ່ຍຫຼວງເຂົ້າໃນການພັດທະນາທົ່ວໂລກ. ບັນດາປະເທດທີ່ມີອັດຕາການຫຼຸດຜ່ອນຄວາມທຸກຍາກຢ່າງວ່ອງໄວໂດຍພື້ນຖານແລ້ວແມ່ນບັນດາ ປະເທດ ທີ່ມີພື້ນຖານດ້ານການເມືອງໝັ້ນຄົງ, ຄືຫວຽດນາມ, ຈີນ, ກຳປູເຈຍ.

ຕາມການຕີລາຄາຂອງບົດລາຍງານແລ້ວ, ໃນຂະບວນວິວັດແຫ່ງການປະຕິບັດ ເປົ້າໝາຍພັດທະນາ ສະຫັດສະວັດ ໄລຍະປີ 1990-2015, ບັນດາປະເທດອາຊີ ປະຕິບັດໄດ້ຕາມເປົ້າໝາຍການຫຼຸດຜ່ອນ 1/2 ຂອງຈຳນວນພົນລະເມືອງທີ່ທຸກຍາກທີ່ສຸດ ແລະ ປັດຈຸບັນກໍ່ຍັງຄົງຮັກສາທ່າອ່ຽງການພັດທະນາໄດ້ດີ.

ຕາມຕົວເລກ ທີ່ຍົກອອກໃນບົດລາຍງານ, ຫວຽດນາມໄດ້ນອນຢູ່ໃນ Top 10 ປະເທດ ທີ່ມີລະດັບການຫຼຸດຜ່ອນອັດຕາການເກີດຄວາມທຸກຍາກສູງທີ່ສຸດໃນ ທະວີບອາຊີ,ຈາກ35,5% ຂອງປີ1998ຫຼຸດລົງເຫຼືອພຽງ0,74% ຂອງປີ 2019, ເຊິ່ງລະດັບການຫຼຸດຜ່ອນບັນລຸໄດ້ເຖິງ 34,76% ຖ້າວ່າຄິດໄລຕາມມາດຕະຖານຄວາມທຸກຍາກ ດ້ວຍລະດັບລາຍຮັບສະເລ່ຍໃສ່ຫົວຄົນແມ່ນ ຕ່ຳກວ່າ 1,9 ໂດລາສະຫະລັດ/ມື້.

(ໄຊພອນ)

ເຫດການ
302 Found

Found

The document has moved here.