ນັກຊ່ຽວຊານອາເມລິກາກ່າວປະນາມການກະທຳຂອງຈີນຢູ່ເຂດເສດຖະກິດຈຳເພາະຂອງຫວຽດນາມ

07:47 | 21/10/2019

ເວັບໄຊ m.newsrime.co.kr ຂອງສ.ເກົາຫຼີ ຫາກໍ່ລົງບົດຂຽນຄັດສະເໜີຂໍ້ສັງເກດຂອງນັກຊ່ຽວຊານ Ryan Martison, ຮອງສາດສະດາຈານຂອງສະຖາບັນການຮົບກອງທັບເຮືອອາເມລິກາ, ຖືວ່າ ການກະທຳຂອງຈີນ ທີ່ນຳກ່ຳປັ່ນ ໄຮ້ຢາງ 8 ເຂົ້າໄປສຳຫຼວດຢູ່ເຂດ ບ໋າຍຕືຈິ໊ງ ຂອງຫວຽດນາມ ນັ້ນແມ່ນສິ່ງທີ່ຈະແຈ້ງແລ້ວວ່າໄດ້ລະເມີດກົດໝາຍສາກົນ.

ນັກຊ່ຽວຊານອາເມລິກາກ່າວປະນາມການກະທຳຂອງຈີນຢູ່ເຂດເສດຖະກິດຈຳເພາະຂອງຫວຽດນາມ

(ພາບປະກອບ: TTXVN)

ຕາມທ່ານ Ryan Martison ແລ້ວ, ຈີນ ໄດ້ລະເມີດເຂດ EEZ ຂອງຫວຽດນາມ ຢ່າງຜິດກົດໝາຍ ເຊິ່ງໄດ້ກຳນົດຕາມກົດໝາຍສາກົນ. ທ່ານຢືນຢັນວ່າ ບ໋າຍຕືຈິ໊ງ ບໍ່ຂຶ້ນກັບເຂດ EEZ ແລະ ໄຫຼ່ທະວີບຂອງຈີນ ຫາກຂຶ້ນກັບເຂດ EEZ ແລະ ໄຫຼ່ທະວີບນອນໃນ 200 ໄມທະເລຂອງຫວຽດນາມ ເຊິ່ງໄດ້ຍົກອອກໃນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) 1982. ຈີນ ແມ່ນກຳມະການປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ ແລະ ພວມດຳລົງບັນດາຕຳແໜ່ງຄື: ເປັນຜູ້ພິພາກສາສານຍຸຕິທຳສາກົນ, ມີຜູ້ພິພາກ 1 ຄົນໃນຈຳນວນ 15 ສາພວມເຮັດວຽກຢູ່ສານຍຸຕິທຳສາກົນ, 1 ໃນຈຳນວນ 21 ຜູ້ພິພາກສາຢູ່ສານກົດໝາຍວ່າດ້ວຍທະເລສາກົນ. ເຖິງຢ່າງໃດກໍ່ຕາມ, ຈີນ ໄດ້ປະຕິເສດການແກ້ໄຂການຂັດແຍ້ງຢ່າງຕໍ່ເນື່ອງຢູ່ອົງການປະຕິບັດກົດໝາຍສາກົນ ແລະ ບັນດາອົງການຈັດຕັ້ງສາກົນອື່ນໆ.

ນັກຊ່ຽວຊານອາເມລິກາກ່າວປະນາມການກະທຳຂອງຈີນຢູ່ເຂດເສດຖະກິດຈຳເພາະຂອງຫວຽດນາມ

ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດອາເມລິກາ ຮັບຜິດຊອບອາຊີຕາເວັນອອກ - ປາຊີຟິກ ທ່ານ David Stilwell. (ພາບ: Stripes/TTXVN)

ນອກຈາກນັ້ນ, ວັນທີ 17 ຕຸລາ, ອະນຸກຳມະການອາຊີຕາເວັນອອກ - ປາຊີຟິກ ແລະ ນະໂຍບາຍຄວາມປອດໄພທາງເຄືອຂ່າຍອີນເຕີແນັດສາກົນ ຂຶ້ນກັບຄະນະກຳມະການພົວພັນຕ່າງປະເທດສະພາສູງອາເມລິກາ ໄດ້ຈັດວາລະອະພິປາຍກ່ຽວກັບການປະຕິບັດກົດໝາຍວ່າດ້ວຍຂໍ້ລິເລີມຮັບປະກັນອາຊີຄືນໃໝ່ (ARIA). ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດອາເມລິກາ ຮັບຜິດຊອບອາຊີຕາເວັນອອກ - ປາຊີຟິກ ທ່ານ David Stilwell ໄດ້ຢືນຢັນຄືດັ່ງກ່າວໃນ ARIA, ບັນດາຫຼັກການແກ່ນສານຂອງລະບົບກົດໝາຍສາກົນພວມຖືກທ້າທາຍຍ້ອນເລື່ອງຈີນ ກໍ່ສ້າງ ແລະ ຫັນບັນດາເຂດຖົມດິນເປັນເກາະຢູ່ທະເລຕາເວັນອອກຢ່າງຜິດກົດໝາຍເປັນການທະຫານ. ບັນດາການກະທຳຂອງຈີນ ຢູ່ທະເລຕາເວັນອອກ ແມ່ນໄພນາບຂູ່ບໍ່ພຽງແຕ່ສຳລັບບັນດາປະເທດມີຄຳຮຽກສິດຢູ່ທະເລຕາເວັນອອກ ຫຼື ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ເທົ່ານັ້ນ, ຫາກນັບທັງບັນດາປະເທດເຂົ້າຮ່ວມການແລກປ່ຽນການຄ້າຢູ່ພາກພື້ນ ກໍຄືບັນດາຜູ້ຖືເປັນສຳຄັນໃນການເດີນເຮືອຢ່າງເສລີ ແລະ ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ. ທ່ານ David Stilwell ເນັ້ນໜັກວ່າ, ບັນດາຄຳຮຽກສິດອະທິປະໄຕຂອງຈີນ ສຳລັບອັນທີ່ເອີ້ນວ່າ “ເສັ້ນ 9 ຕອນ” ຢູ່ທະເລຕາເວັນອອກ ແມ່ນຜິດກົດໝາຍ ແລະໄຮ້ເຫດຜົນ. ບັນດາຄຳຖະແຫຼງດັ່ງກ່າວແມ່ນບໍ່ມີຄຸນຄ່າດ້ານນິຕິກຳ, ປະຫວັດສາດ ຫຼື ດ້ານພູມສາດ, ກໍ່ຄວາມເສຍຫາຍໃຫ້ບັນດາປະເທດອື່ນ.

(ໄຊພອນ)

ເຫດການ
302 Found

Found

The document has moved here.