ເສດຖະກິດຫວຽດນາມ ໄດ້ຮັກສາລະດັບເຕີບໂຕໃນທຸກຂົງເຂດ

13:46 | 05/09/2019

ເສດຖະກິດຫວຽດນາມ ໄດ້ຮັກສາລະດັບເຕີບໂຕໃນທຸກຂົງເຂດ, ນັບທັງຂົງເຂດກະສິກຳ ເຊິ່ງເຄີຍປະສົບກັບຄວາມຫຍຸ້ງຍາກ.

ເສດຖະກິດຫວຽດນາມ ໄດ້ຮັກສາລະດັບເຕີບໂຕໃນທຸກຂົງເຂດ

ບັນຍາກາດທີ່ກອງປະຊຸມ. (ພາບ: vietnamplus.vn)

ຕອນເຊົ້າວັນທີ 04 ກັນຍາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານ ກອງປະຊຸມສະໄໝສາມັນປະຈຳເດືອນສິງຫາ ປີ 2019 ຂອງລັດຖະບານ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ: ເສດຖະກິດຫວຽດນາມ ໄດ້ຮັກສາລະດັບເຕີບໂຕໃນທຸກຂົງເຂດ, ນັບທັງຂົງເຂດກະສິກຳ ເຊິ່ງເຄີຍປະສົບກັບຄວາມຫຍຸ້ງຍາກ. ເສດຖະກິດມະຫາພາກໄດ້ຮັບການຮັກສາເປັນປົກກະຕິ, ອັດຕາເງິນເຟີ້ຢູ່ໃນລະດັບຕ່ຳທີ່ສຸດໃນຮອບເວລາ 3 ປີຜ່ານມາ; ການສົ່ງອອກເພີ່ມຂຶ້ນດີພໍສົມຄວນ ແລະ ການສົ່ງອອກເກີນດຸນພາຍຫຼັງໄລຍະ 8 ເດືອນບັນລຸກວ່າ 3,4 ຕື້ USD. ບໍ່ພຽງແຕ່ທາງດ້ານເສດຖະກິດເທົ່ານັ້ນ, ຂົງເຂດວັດທະນະທຳສັງຄົມ, ສາທາລະນະສຸກ, ການສຶກສາ, ວຽກງານປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ການຕ່າງປະເທດ ແລະ ອິດທິພົນຊື່ສຽງຂອງຫວຽດນາມ… ກໍ່ນັບມື້ນັບໄດ້ຮັບການຍົກສູງຂຶ້ນ.

ຕາມຜົນການກວດກາຄືນຂອງກົມໃຫ່ຍສະຖິຕິຫວຽດນາມ, ເມື່ອຕີລາຄາຄືນຜົນສະເລ່ຍໄລຍະປີ 2010-2017 ຂອບຂະໜາດ GDP ໄດ້ເພີ່ມຂຶ້ນ 25,4%/ປີເມື່ອທຽບໃສ່ຕົວເລກທີ່ໄດ້ປະກາດ. ການກວດກາ,ຕີລາຄາຄືນຂອບຂະໜາດ GDP ໄດ້ອີງໃສ່ວິທີວິພາກທີ່ອົງການສະຖິຕິສະຫະປະຊາຊາດສະເໜີແນະ, ເຊິ່ງເລີ່ມແຕ່ມີແຫຼ່ງຂໍ້ມູນທີ່ສ່ອງແສງເຖິງໝາກຜົນການຜະລິດດຳເນີນທຸລະກິດຂອງພຶ້ນຖານເສດຖະກິດຢ່າງຄົບຖ້ວນ, ລ້ວນແຕ່ບໍ່ມີການປ່ຽນແປງກ່ຽວກັບຫຼັກການຄິດໄລ່. ການປ່ຽນແປງສາມາດຊີ້ໃຫ້ເຫັນຄວາມສາມາດບົ່ມຊ້ອນໃນການເປີດກ້ວາງການເກັບງົບປະມານແລະພາສີ-ອາກອນ, ກໍ່ຄືກັບລາຍຈ່າຍແລະການກູ້ຢືມຂອງລັດຖະບານ. ໃນເວລາດຽວກັນ, ກໍ່ໄດ້ເຮັດໃຫ້ເພີ່ມການປະກອບສ່ວນຂອງຫວຽດນາມໃຫ້ແກ່ບັນດາອົງການຈັດຕັ້ງສາກົນເຊິ່ງປັດຈຸບັນຫວຽດນາມກຳລັງເປັນສະມາຊິກ.

ເສດຖະກິດຫວຽດນາມ ໄດ້ຮັກສາລະດັບເຕີບໂຕໃນທຸກຂົງເຂດ

ທ່ານ ຫງວຽນວັນບິ່ງ ຫົວໜ້າຄະນະເສດຖະກິດສູນກາງກ່າວຄຳເຫັນ ທີ່ກອງປະຊຸມ. (ພາບ: vietnamnet.vn)

ໃນຕ່ອນບ່າຍວັນທີ 3 ກັນຍາ 2019, ຢູ່ ຮ່າໂນ້ຍ, ໄດ້ດຳເນີນບັ້ນຂົນຂວາຍ “ວິສາຫະກິດ, ນັກທຸລະກິດປະກອບຄຳເຫັນເພື່ອສ້າງກົນໄກ, ນະໂຍບາຍພັດທະນາເສດຖະກິດໃຫ້ສົມບູນແບບ”. ກ່າວຄຳເຫັນທີ່ນີ້, ທ່ານ ຫງວຽນວັນບິ່ງ, ຫົວໜ້າຄະນະເສດຖະກິດສູນກາງ, ໄດ້ສະເໜີໃຫ້ປະຊາຄົມວິສາຫະກິດ, ນັກທຸລະກິດຈົ່ງເສີມຂະຫຍາຍພູມປັນຍາ, ຈິດໃຈຄວາມຮັບຜິດຊອບຕໍ່ປະເທດຊາດ, ຕອບສະໜອງຢ່າງສຸດອົກສຸດໃຈ ແລະ ຕັ້ງໜ້າເຂົ້າຮ່ວມບັ້ນຂົນຂວາຍ“ວິສາຫະກິດ, ນັກທຸລະກິດປະກອບຄຳເຫັນເພື່ອສ້າງກົນໄກ, ນະໂຍບາຍພັດທະນາເສດຖະກິດໃຫ້ສົມບູນແບບ” ຍ້ອນວ່ານີ້ແມ່ນການກະທຳອັນແທດຈິງຂອງວິສາຫະກິດ, ນັກທຸລະກິດໃນການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ກິລິຍາທ່າທາງຂອງປະທານໂຮ່ຈີມິນ.

(ໄຊພອນ)

ເຫດການ