ການສົ່ງເສີມການຄ້າໃນທ້ອງຕະຫລາດລາວ: ບໍ່ພຽງແຕ່ງານຕະຫຼາດນັດ ແລະ ງານວາງສະແດງສິນຄ້າ

16:17 | 02/10/2019

ຍສໝ - ນອກຈາກຫລາຍໂຄງການຮ່ວມມືເປັນປົກກະຕິ, ບັນດາທ້ອງຖິ່ນຂອງລາວ ແລະ ນະຄອນໂຮ່ຈິມິນ ໄດ້ຈັດຕັ້ງບັນດາເຫດການການພົວພັນເສດຖະກິດ ເພື່ອສະໜັບສະໜູນ ບັນດາວິສາຫະກິດ ຂອງສອງປະເທດໃນການຂຸດຄົ້ນຄວາມສາມາດແຮງ, ຊ່ວຍໃຫ້ສິນຄ້າຫວຽດນາມໝັ້ນຄົງຢູ່ຕະຫຼາດລາວ.

ທ່ານ ຟ້າມທຽດຫ່ວາ ຜູ້ ອຳນວຍການສູນສົ່ງເສີມການຄ້າ ແລະ ການລົງທຶນນະຄອນໂຮ່ຈິມິນ(ITPC) - ໃຫ້ຮູ້ວ່າໃນ 3 ປີທີ່ຜ່ານມາ, ນະຄອນໂຮ່ຈີມິນ ໄດ້ຈັດກິດຈະກຳສົ່ງເສີມການຄ້າຫລາຍກວ່າ 30 ແຫ່ງ ຢູ່ຫລາຍທ້ອງຖິ່ນຂອງລາວເຊັ່ນ: ນະຄອນຫລວງວຽງຈັນ, ແຂວງ ຈຳປາສັກ, ແຂວງໄຊສົມບູນ, ແຂວງສະຫວັນນະເຂດ...

ກິດຈະກຳດຳເນີນໃນຫຼາຍຮູບແບບເຊັ່ນ: ງານຕະຫຼາດນັດ, ການວາງສະແດງ, ການສົ່ງເສີມການຄ້າ ແລະ ການລົງທືນເພື່ອສ້າງຂົວໃຫ້ນັກທຸລະກິດຂອງສອງປະເທດ ໄດ້ແລກປ່ຽນຂໍ້ມູນຂ່າວສານ, ຊອກຫາຄູ່ຮ່ວມມືໃນການຂະຫຍາຍການພົວພັນການຄ້າ, ປະກອບສ່ວນນຳມູນຄ່າການຄ້າສອງຝ່າຍລະຫວ່າງ ຫວຽດນາມ ແລະ ລາວ ແມ່ນມີການຂະຫຍາຍຕົວຢ່າງຕໍ່ເນື່ອງ. ໂດຍສະເພາະໃນ 7 ເດືອນຕົ້ນປີ 2019 ສາມາດບັນລຸໄດ້ 663,7 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 13,1% ທຽບໃສ່ໄລຍະດຽວກັນຂອງປີ 2018.

ການສົ່ງເສີມການຄ້າໃນທ້ອງຕະຫລາດລາວ: ບໍ່ພຽງແຕ່ງານຕະຫຼາດນັດ ແລະ ງານວາງສະແດງສິນຄ້າ

ງານວ່າງສພແດງສົ່ງເສີມການຄ້າຢູ່ແຂວງສະຫວັນນະເຂດ. (ພາບ: congthuong.vn)

ຕາມທ່ານ ວູ໊ແອງຢູ໊ງ - ກົງສຸນໃຫຍ່ຂອງຫວຽດນາມປະຈຳ ແຂວງສະຫວັນນະເຂດ, ລັດຖະບານລາວ ສະໜັບສະໜູນ ແລະ ໃຫ້ບຸລິມະສິດ ແກ່ບັນດາວິສາຫະກິດຫວຽດນາມ ທີ່ມາລົງທຶນ ແລະ ດຳເນີນທຸລະກິດຢູ່ລາວ. ສອງປະເທດຫວຽດນາມ ແລະ ລາວມີຄວາມໃກ້ຊິດກັນດ້ານພູມສາດ, ສະນັ້ນການແລກປ່ຽນດ້ານເສດຖະກິດກໍ່ຄືການເດີນທາງ, ການນຳເຂົ້າ ແລະ ການສົ່ງອອກສິນຄ້າ ແລະ ແຮງງານລະຫວ່າງສອງປະເທດ ແມ່ນມີຄວາມສະດວກຫຼາຍ. ປະເທດລາວມີຄວາມສາມາດບົ່ມຊ້ອນຫລາຍຢ່າງ ທີ່ບັນດາວິສາຫະກິດຫວຽດນາມສາມາດຮ່ວມມືໃນການລົງທຶນເຊັ່ນ: ເຂື່ອນໄຟຟ້າ, ການສຳຫຼວດ, ຂຸດຄົ້ນບໍ່ແຮ່, ການປຸງແຕ່ງແຮ່ທາດ, ການປູກຕົ້ນໄມ້ອຸດສາຫະກຳ; ການປຸງແຕ່ງກະສິກຳປ່າໄມ້...

“ດ້ວຍເປົ້າໝາຍທີ່ຈະນຳເອົາຜະລິດຕະພັນ ຂອງຫວຽດນາມເຂົ້າມາລາວ, ໃນໄລຍະຜ່ານມາ, ITPC ໄດ້ສະໜັບສະໜູນໃຫ້ນັກທຸລະກິດ ເຂົ້າຮ່ວມໃນຊ່ອງທາງການແຈກຢາຍໃນທ້ອງຖິ່ນ, ເພີ່ມຂຶ້ນໂອກາດການຄ້າກັບທຸລະກິດລາວ, ເປີດກວ້າງສ່ວນແບ່ງຕະຫລາດໃນລາວ ເຊິ່ງເປັນບ່ອນທີ່ມີຄວາມຕ້ອງການສິນຄ້າ ທີ່ເໝາະສົມກັບຄວາມສາມາດການຜະລິດຂອງວິສາຫະກິດຫວຽດນາມ” - ທ່ານ ຟ້າມທຽດຫ່ວາ ກ່າວຕື່ມ.

ຕາມການຕີລາຄາຂອງປະຊາຊົນລາວ, ​ສິນຄ້າຂອງຫວຽດນາມ ທີ່ມີຫຼາຍຮູບແບບ,​ ຄຸນນະພາບດີ, ​ລາຄາເໝາະສົມກັບຄວາມຕ້ອງການໃຊ້ຈ່າຍ. ປະຈຸບັນ,​ ສິນຄ້າຂອງຫວຽດນາມ ທີ່ເກີດຂື້ນຢູ່ລາວ ແມ່ນສິນຄ້າ ທີ່ມີຂອບຂະໜາດໃຫຍ່, ວິສາຫະກິດທີ່ມີເຄື່ອງໝາຍການຄ້າຢ່າງຄວາມໄວ້ວາງໃຈກັບລູກຄ້າ. ບັນດາວິສາຫະກິດ ຂອງຫວຽດນາມເອົາໃຈໃສ່ຊອກຫາຜູ້ສະໜອງສິນຄ້າ, ແທນໃຫ້ການຂາຍຍ່ອຍ ແລະ ແນະນຳສິນຄ້າ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.