ກອງປະຊຸມເຈລະຈາ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ຄັ້ງທີ 28

06:34 | 24/09/2019

ຍສໝ - ໃນຕອນເຊົ້າຂອງວັນທີ 23 ກັນຍາ 2019, ຢູ່ນະຄອນດ່າໜັງ ສສ ຫວຽດນາມ ໄດ້ຈັດພິທີໄຂກອງປະຊຸມເຈລະຈາ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ຄັ້ງທີ 28.

ກອງປະຊຸມເຈລະຈາ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ຄັ້ງທີ 28

ກອງປະຊຸມເຈລະຈາ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ຄັ້ງທີ 28.(ພາບ:nhandan.com.vn)

ກອງປະຊຸມເຈລະຈາໃນຄັ້ງນີ້ ຖືກດໍາເນີນໃນລະຫວ່າງວັນທີ 19 – 27 ກັນຍາ 2019 ຢູ່ນະຄອນດ່າໜັງ. ນີ້ແມ່ນກອງປະຊຸມເຈລະຈາສຸດທ້າຍໃນປີນີ້ ເພື່ອແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງ, ມຸ່ງໄປເຖິງເປົ້າໝາຍສິ້ນສຸດການເຈລະຈາສັນຍາຕາມການຊີ້ນໍາຂອງການນໍາ 16 ປະເທດ RCEP. ສັນຍາສະບັບດັ່ງກ່າວ ຄາດວ່າ ຈະສ້າງເຂດການຄ້າເສລີໃຫຍ່ທີ່ສຸດໃນໂລກ ກັບ 16 ປະເທດເຂົ້າຮ່ວມ.

ກ່າວຄໍາເຫັນທີ່ວາລະໄຂກອງປະຊຸມ, ທ່ານ ເຈິ່ນຕ໊ວນແອັງ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ຫວຽດນາມ ຕີລາຄາສູງຄວາມມານະພະຍາຍາມຂອງບັນດາຫົວໜ້າຄະນະ ແລະ ນັກເຈລະຈາທັງໝົດຂອງ 16 ປະເທດ ທີ່ເຂົ້າຮ່ວມກອງປະຊຸມເຈລະຈາສັນຍາສະບັບດັ່ງກ່າວ ພ້ອມທັງຢັ້ງຢືນວ່າ ໂດຍເປັນປະເທດເຈົ້າພາບຈັດກອງປະຊຸມເຈລະຈາຄັ້ງນີ້ ແລະ ແມ່ນປະເທດປະທານອາຊຽນປີ 2020, ຫວຽດນາມ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ແລະ ສົມທົບກັບບັນດາປະເທດທັງໝົດ ສູ້ຊົນໃຫ້ບັນລຸເປົ້າໝາຍ ລົງນາມໃນສັນຍາ RCEP ໃນປີ 2020.

(ໄຊພອນ)

ເຫດການ
302 Found

Found

The document has moved here.