ຍສໝ - ໃນຊຸມປີຜ່ານມາ, ຄຽງຄູ່ກັບບັນດາເມືອງຕິດກັບຊາຍແດນຄື ເຮືອງເຊີນ ແລະຫວູກວາງ, ເມືອງເຮືອງເຄ ໄດ້ມີເຮັດຫຼາຍວຽກງານທີ່ມີຄວາມໝາຍເພື່ອຊ່ວຍເຫຼືອປະຊາຊົນລາວ ທີ່ດຳລົງຊີວິດຢູ່ລຽບຕາມຊາຍແດນຮ່ວມ ມີຄວາມຍາວ 51 ກິໂລແມັດຂອງເມືອງນາກາຍ, ແຂວງຄຳມ່ວນ (ລາວ). ໂດຍປະຕິບັດແຜນນະໂຍບາຍຂອງແຂວງ, ນັບແຕ່ປີ 2013 ມາຮອດປະຈຸບັນ, ເມືອງພູດອຍແຫ່ງນີ້ໄດ້ແຮກສ່ຽວກັບເມືອງນາກາຍ ແລະຮັກສາການພົວພັນຮ່ວມມື, ການໄປມາ, ຮ່ຳຮຽນ, ແລກປ່ຽນບົດຮຽນປະສົບການ, ຊ່ວຍເຫຼືອເພື່ອນລາວໃນຫຼາຍຂົງເຂດຢ່າງເປັນປະຈໍາ.
ຍສໝ - ໃນຊຸມປີຜ່ານມາ, ວົງເງິນການຄ້າລະຫວ່າງຫວຽດນາມ ແລະ ລາວ ໄດ້ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ, ສະແດງໃຫ້ເຫັນຜ່ານການເພີ່ມຂຶ້ນຢ່າງແຮງຂອງຈຳນວນສິນຄ້ານຳເຂົ້າ ແລະສົ່ງອອກຜ່ານດ່ານຊາຍແດນ. ລະບົບດ່ານຊາຍແດນນັບມື້ນັບໄດ້ຮັບການປັບປຸງໃຫ້ດີຂຶ້ນ, ພ້ອມກັບບັນດານະໂຍບາຍບຸລິມະສິດຂອງສອງລັດຖະບານໄດ້ສ້າງເງື່ອນໄຂສະດວກໃຫ້ແກ່ການເຄື່ອນໄຫວໃນການພົວພັນແລກປ່ຽນການຄ້າສອງສົ້ນ.
ຍສໝ - ນີ້ແມ່ນມູນເຊື້ອຂອງຊາວຫວຽດນາມ ອາໄສ ແລະ ຊາວລາວທີ່ປະສົບກັບຄວາມຫຍຸ້ງຍາກຢູ່ແຂວງສະຫວັນນະເຂດ ເມື່ອຄະນະກຳມະການຊາວຫວຽດນາມ ອາໄສຢູ່ນະຄອນໂຮ່ຈິມິນ ນຳໜ້າສົມທົບກັບພະແນກສາທາລະນະສຸກນະຄອນໂຮ່ຈິມິນ ໄດ້ຈັດຕັ້ງການເຮັດວຽກ. ກອງປະຊຸມລົງຢ້ຽມຢາມ, ກວດກາຄົນເຈັບ, ແຈກຢາຍຢາ, ແລະ ມອບຂອງຂວັນໃນວັນທີ 5 ເມສາ 2024.
ຍສໝ - ວັນທີ 6 ເມສາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈີ່ນລິວກວາງ ໄດ້ລົງນາມໃນຂໍ້ຕົກລົງເລກທີ 285/QD-TTg ຮັບຮອງເອົາແຜນການປະຕິບັດສັນຍາວ່າດ້ວຍການໜູນຊ່ວຍດ້ານຍຸຕິທຳໃນຂົງເຂດຄະດີແພ່ງລະຫວ່າງສາທາລະນະລັດສັງຄົມນິຍົມ ຫວຽດນາມ ແລະສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ຍສໝ - ວັນທີ 3 ເມສານີ້, ຢູ່ແຂວງ ຫຼວງພະບາງ, ພາກເໜືອຂອງ ລາວ, ໄດ້ດຳເນີນການສຳມະນາ “ການສ້າງໂອກາດໃໝ່ໃນຍຸກແຫ່ງການປ່ຽນແປງ” ໂດຍອົງການກອງທຶນເງິນຕາສາກົນ (IMF) ແລະ ທະນາຄານແຫ່ງ ສປປ ລາວ ຈັດຕັ້ງ.ນີ້ແມ່ນເຫດການຂັ້ນສູງຢູ່ນອກບັນດາລະບົບກອງປະຊຸມຜູ້ວ່າການທະນາຄານສູນກາງ ແລະ ບັນດາລັດຖະມົນຕີການເງິນ ອາຊຽນ ປີ 2024.
ຍສໝ - ວັນທີ 22 ສິງຫາ, ຢູ່ຮ່າໂນ້ຍ, ທ່ານ ອວງຈູ່ລືວ, ປະທານຄະນະສັນຕິພາບ ຫວຽດນາມ ໄດ້ມີການພົບປະກັບທ່ານ ສົມມາດ ພົນເສນາ, ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ປະທານຄະນະກຳມະການສັນຕິພາບ ແລະສາມັກຄີຂອງລາວ ເນື່ອງໃນໂອກາດທີ່ຄະນະປະຕິບັດງານລາວ ໄປຢ້ຽມຢາມ, ເຮັດວຽກຢູ່ ຫວຽດນາມ.
ຍສໝ - ວັນທີ 17 ສິງຫາ, ຢູ່ນະຄອນຫຼວງ Moskva (ສະຫະພັນ ລັດເຊຍ), ໄດ້ເປີດງານມະຫະກໍາກິລາວິສາຫະກິດສາກົນ ຄັ້ງທຳອິດສໍາລັບ ປະຊາຄົມຄົນຕ່າງປະເທດຢູ່ ລັດເຊຍ.
ຍສໝ - ທ່ານນາຍົກລັດຖະມົນຕີຫວຽດນາມ ຖືວ່າ, ໃນສະພາບການພາກພື້ນ ແລະໃນໂລກມີການຜັນແປທີ່ສັບສົນ, ຍາກທີ່ຈະຄາດຄະເນໄດ້, ສອງປະເທດຄວນເພີ່ມທະວີການຮ່ວມມືເພື່ອພ້ອມກັນຮັບມືກັບສິ່ງທ້າທາຍລວມ, ເພື່ອໃຫ້ເໝາະສົມກັບສະພາບການ, ເງື່ອນໄຂ, ຄວາມຕ້ອງການຕົວຈິງຂອງແຕ່ລະຝ່າຍ. ຫວຽດນາມ ຍາມໃດກໍ່ພ້ອມແລ້ວທີ່ຈະສະໜັບສະໜູນ, ຊ່ວຍເຫຼືອລາວ ໃນການດໍາລົງຕໍາແໜ່ງສາກົນໃນປີ 2024 ໃຫ້ປະສົບກັບຜົນສໍາເລັດ, ໃນນັ້ນມີການເປັນປະທານອາຊຽນ.
ຍສໝ - ວັນທີ 15 ສິງຫາ, ຢູ່ແຂວງ ກວາງຈີ້, ທ່ານ ໂຮ່ດ້າຍນາມ, ຫົວໜ້າຄະນະໂຄສະນາສຶກສາ ຄະນະພັກແຂວງ ກວາງຈີ້ ໄດ້ມີການເຮັດວຽກກັບຄະນະປະຕິບັດງານ ຄະນະຕິດຕໍ່ມິດຕະພາບທີ່ເປັນມູນເຊື້ອ ຫວຽດນາມ - ລາວ ໂດຍທ່ານພົນຕີ ຫງວຽນຕ໋ຽນລອງ, ຮອງປະທານສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ, ຮອງຄະນະຕິດຕໍ່ ເປັນຫົວໜ້າຄະນະ. ການພົບປະເຮັດວຽກ ໄດ້ສຸມໃສ່ປຶກສາຫາລືກ່ຽວກັບວຽກງານການທູດປະຊາຊົນຢູ່ເຂດຊາຍແດນຫວຽດນາມ - ລາວ ຂຶ້ນກັບບໍລິເວນແຂວງ ກວາງຈີ້.
ຍສໝ - ວັນທີ 13 ສິງຫາ, ຢູ່ນະຄອນ ວິງ, ສະຫາຍ ໄທແທງກຸ໋ຍ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ເງ້ອານ ໄດ້ໃຫ້ການຕ້ອນຮັບ ສະຫາຍ ສຸວັນນີ ໄຊຊະນະ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ຫົວໜ້າຄະນະຜູ້ແທນສະພາແຫ່ງຊາດເຂດ 11 ແຂວງ ບໍລິຄຳໄຊ, ສປປ ລາວ ພ້ອມດ້ວຍຄະນະ.
ໄລຍະນັ້ນ, ບໍລິສັດ ຫວຽດ-ລາວ ຈຳກັດ (ວິລາໂກ) ຫາກໍ່ເຄື່ອນໄຫວໄດ້ 5 ປີເທົ່ານັ້ນ, ເຖິງວ່າຍັງປະສົບກັບຍສໝ - ຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ, ແຕ່ວິສາຫະກິດໄດ້ຮ່ວມເດີນທາງພ້ອມກັບທ້ອງຖິ່ນໃນວຽກງານຮັບປະກັນຊີວິດສັງຄົມ. ປີໃດ, ວິລາໂກ ກໍ່ໜູນຊ່ວຍໂຮງຮຽນໃນການຊື້ອຸປະກອນການສອນເພີ່ມເຕີມ. ໃນປີ 2024, ວິສາຫະກິດສືບຕໍ່ສະໜັບສະໜູນໂຮງຮຽນດ້ວຍຈຳນວນເງິນ 250 ລ້ານດົ່ງເພື່ອບຸລະນະສ້ອມແປງ ແລະລົງທຶນປະກອບອຸປະກອນ.
ຍສໝ - ຕອນບ່າຍວັນທີ 23 ພຶດສະພາ, ຢູ່ນະຄອນ ໂຮ່ຈີມິນ, ທ່ານ ຫງວຽນເຝືອກຫຼົກ, ຮອງເລຂາຄະນະພັກນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບທ່ານ ຄຳແພງ ໄຊສົມແພງ, ເລຂາຄະນະພັກ, ເຈົ້າແຂວງຫົວພັນ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນພວມຢູ່ໃນການໄປຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນ.
ຍສໝ - ທ່ານ ເຈິ່ນກວາງເຟືອງ ຖືວ່າ: ການເຈລະຈາໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈໃນການປັບປຸງ ແລະພັດທະນາສາຍພົວພັນອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງຫວຽດນາມ-ລາວ ເວົ້າລວມ ແລະລະຫວ່າງສະພາແຫ່ງຊາດຂອງສອງປະເທດເວົ້າສະເພາະ.
ຍສໝ - ວັນທີ 11 ສິງຫາ, ຄະນະປະຕິບັດງານກອງບັນຊາການທະຫານຊາຍແດນ ໂດຍທ່ານພັນເອກພິເສດ ເຈີ່ນນາມຈຸງ, ຮອງຫົວໜ້າເສນາທິການ ທະຫານຊາຍແດນ ຫວຽດນາມ ເປັນຫົວໜ້າຄະນະ ໄດ້ດຳເນີນການສຳຫຼວດ, ກວດກາວຽກງານກະກຽມຮັບໃຊ້ການຈັດຕັ້ງການພົບປະແລກປ່ຽນມິດຕະພາບການປ້ອງກັນປະເທດຊາຍແດນ ຫວຽດນາມ - ລາວ ຄັ້ງທີ 2 ຢູ່ເມືອງ ມົກເຈົາ, ແຂວງ ເຊີນລາ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະປະຫວັດສາດດ້ຽນບຽນຝູ (7-5-1954 / 7-5-2024), ນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ ປະຈໍາ ລາວ ໄດ້ສຳພາດ ທ່ານພົນຈັດຕະວາ ແປ້ນຄໍາ ບຸດຈັນເພັງ, ຫົວໜ້າກົມໂຄສະນາອົບຮົມ, ກົມໃຫຍ່ການເມືອງ, ກະຊວງປ້ອງກັນປະເທດລາວ ກ່ຽວກັບຄວາມໝາຍ, ບົດບາດ ແລະລະດັບຜົນສະທ້ອນຂອງໄຊຊະນະດ້ຽນບຽນຝູ.
ຍສໝ - ສູນ ຝຣັ່ງ ປະຈຳ ຫວຽດນາມ, ລາວ ແລະ ກຳປູເຈຍ ປຸກລະດົມໂຄງການສ້າງໂລກຄືນໃໝ່ພ້ອມກັນກັບພາສາ ຝຣັ່ງ, ໂຄງການ ເພື່ອຊ່ວຍໃຫ້ນັກຮຽນມັດທະຍົມຕອນປາຍທີ່ຮູ້ພາສາ ຝຣັ່ງ ໃນ 3 ປະເທດ ໄດ້ໄປຢ້ຽມຢາມ ແລະ ຮຽນຮູ້ເຊິ່ງກັນ ແລະ ກັນກ່ຽວກັບຫົວຂໍ້ການພັດທະນາແບບຍືນຍົງ.
ຍສໝ - ສະຖາບັນວິທະຍາສາດ ແລະ ເຕັກໂນໂລຊີ ຂຶ້ນກັບສະພາມະຫາບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ (VAST) ຫາກໍ່ມອບນາມມະຍົດສາດສະດາຈານກິດຕິມະສັກໃຫ້ແກ່ ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ສື່ສານ, ກຳມະການຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ປະທານສະມາຄົມມິດຕະພາບ ລາວ - ຫວຽດນາມ.
ຍສໝ - ວັນທີ 25 ພຶດສະພາ, ພະແນກການຕ່າງປະເທດແຂວງ ກວາງຫງາຍ ໄດ້ຈັດຕັ້ງໂຄງການ Homestay ປີ 2024 ໃຫ້ແກ່ນັກສຶກສາລາວ ທີ່ກຳລັງຮໍ່າຮຽນສຶກສາຢູ່ ກວາງຫງາຍ.
ຍສໝ - ທ່ານ ສອນໄຊ ສີພັນດອນ ຢືນຢັນວ່າ ການຢ້ຽມຢາມ ແລະເຮັດວຽກຢູ່ລາວ ຄັ້ງນີ້ຂອງຄະນະ ຈະປະກອບສ່ວນເຂົ້າໃນການປັບປຸງ ແລະເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ຫວຽດນາມ-ລາວ ແລະກໍ່ຄືລະຫວ່າງສະພາບັນດິດວິທະຍາສາດ ແລະເຕັກໂນໂລຊີຫວຽດນາມ ກັບບັນດາອົງການທີ່ກ່ຽວຂ້ອງຂອງລາວ ໃຫ້ນັບມື້ນັບພັດທະນາເຂົ້າສູ່ລວງເລິກ ແລະແທດຈິງກວ່າອີກ.
ຍສໝ - ຕອນເຊົ້າວັນທີ 3 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານ ດ່ວານຮົ່ງຟອງ ປະທານອົງການກວດກາ ລັດຖະບານ ຫວຽດນາມ ເປັນປະທານພິທີຕ້ອນຮັບ ແລະ ເຈລະຈາ ກັບຄະນະຜູ້ແທນຂັ້ນສູງ ອົງການກວດກາແຫ່ງລັດ ລາວ ໂດຍທ່ານ ຄຳພັນ ພົມມະທັດ ປະທານ ຄະນະກວດກາສູນກາງພັກປະຊາຊົນປະຕິບັດລາວ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ປະທານອົງການດກວດກາແຫ່ງລັດ ລາວ ເປັນຫົວໜ້າຄະນະ.