ຫວ່າງແລ້ວນີ້, ຄະນະຊາວໜຸ່ມນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງລາຍການຍ້ອງຍໍຊົມເຊີຍ “ນັກສຶກສາ ລາວ - ກຳປູເຈຍ ຜູ້ດີເດັ່ນ” ປີ 2021. ເນື່ອງໃນໂອກາດນີ້, ມີນັກສຶກສາ ລາວ ແລະ ກຳປູເຈຍ ຈຳນວນ 107 ຄົນ ທີ່ພວມຮ່ຳຮຽນຢູ່ ນະຄອນ ໂຮ່ຈີມິນ ໄດ້ຮັບການຍ້ອງຍໍຊົມເຊີຍ ຍ້ອນມີຜົນງານທີ່ດີເດັ່ນໃນການຮ່ຳຮຽນ ແລະ ຕັ້ງໜ້າເຂົ້າຮ່ວມການເຄື່ອນໄຫວຂະບວນການ.
ແຫຼ່ງຂ່າວຈາກກົມໃຫຍ່ສະຖິຕິ ຫວຽດນາມ ປະກາດໃນວັນທີ 29 ພະຈິກ ໃຫ້ຮູ້ວ່າ, ນັກທ່ອງທ່ຽວສານກົນມາ ຫວຽດນາມ ໃນເດືອນ ພະຈິກ 2021 ບັນລຸກວ່າ 15.000 ເທື່ອຄົນ, ເພີ່ມຂຶ້ນ 42,4% ເມື່ອທຽບໃສ່ເດືອນ ຕຸລາ 2021.
ທ່ານປະທານປະເທດ ຫງວຽນຊວັນຟຸກ ສະເໜີໃຫ້ພະນັກງານທຸກຄົນເຝີກຝົນວິຊາສະເພາະ ແລະ ທັກສະຢ່າງເປັນປະຈຳ, ແບ່ງປັນບົດຮຽນເພື່ອເພີ່ມທະວີຈຳນວນນັກຊ່ຽວຊານເຮັດວຽກຢູ່ບັນດາອົງການຈັດຕັ້ງສາກົນ, ປະກອບສ່ວນເຂົ້າໃນການເຮັດວຽກຂອງບັນດາອົງການຈັດຕັ້ງ ແລະ ສະແດງບົດບາດ.
ຍສໝ - ສັບປະດາອອກແບບ ຫວຽດນາມ 2021 ດ້ວຍຫົວຂໍ້ວ່າ “ປຸກລຸກມູນເຊື້ອ” ລວມມີບັນດາການເຄື່ອນໄຫວຄື: ງານປະກວດ “ອອກແບບໂດຍ ຫວຽດນາມ”, ງານວາງສະແດງ, ກອງປະຊຸມສຳມະນາ, ການໂອ້ລົມສົນທະນາ... ເພື່ອແນໃສ່ຊຸກຍູ້ການພັດທະນາອຸດສາຫະກຳອອກແບບເວົ້າສະເພາະ, ຂະແໜງອຸດສາຫະກຳ, ວັດທະນະທຳ ແລະ ປະດິດຄິດສ້າງ ເວົ້າລວມ ແລະ ເພີ່ມມູນຄ່າບັນດາຜະລິດຕະພັນປະດິດຄິດສ້າຂອງ ຫວຽດນາມ ຢູ່ຕະຫຼາດສາກົນ.
ຍສໝ - ບົດລາຍງານຄົ້ນຄວ້າປະຈຳປີ SYNC ອາຊີຕາເວັນອອກສຽງໃຕ້ຂອງ Facebook ແລະ Bain & Company ໄດ້ປະກາດໃນວັນທີ 25 ພະຈິກນີ້ວ່າ, ຫວຽດນາມຈະເປັນຕະຫຼາດການຄ້າເອເລັກໂຕນິກທີ່ເຕີບໂຕໄວທີ່ສຸດໃນອາຊີຕາເວັນອອກສຽງໃຕ້ ໃນປີ 2026, ດ້ວຍມູນຄ່າສິນຄ້າເອເລັກໂຕນິກຈະບັນລຸ 56 ຕື້ ໂດລາສະຫະລັດ, ທົບ 4,5 ເທື່ອມູນຄ່າຄາດຄະເນໃນປີ 2021.
ຕອນເຊົ້າວັນທີ 27 ພະຈິກ (ຕາມເວລາທ້ອງຖິ່ນ), ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Alec Von Graffenried ເຈົ້າຄອງນະຄອນ Bern.
ງານວາງສະແດງ “ຫວຽດນາມຜ່ານກ້ອງຖ່າຍຂອງນັກຖ່າຍຮູບສາກົນ” ໄດ້ເປີດປະຕູ ຮັບໃຊ້ມວນຊົນຢູ່ບໍລິເວນ ຫໍສະຫມຸດແຂວງນິງບິ່ງ ແຕ່ວັນທີ 26 ພະຈິກ - 2 ທັນວາ ປີ 2021 ຈຶ່ງອັດລົງ.
ສະຫະພັນບັນດາສະມາຄົມວິທະຍາສາດ ແລະເຕັກໂນໂລຢີຫວຽດນາມ ຫາກໍ່ຈັດຕັ້ງກອງປະຊຸມສຳມະນາ “ການພັດທະນາເສດຖະກິດທະເລຢູ່ຫວຽດນາມ ແບບຍືນຍົງໃນສະພາບການພະຍາດໂຄວິດ-19 ແລະການປ່ຽນແປງຂອງດິນຟ້າອາກາດ” ພາຍໃຕ້ຮູບການໂດຍກົງກັບທາງໄກ.
ຍສໝ - ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຊຸດທີ 3 (2021-2026) ຂອງສະມາຄົມນັກປັນຍາຊົນຍິງຫວຽດນາມ ໄດ້ໄຂຂຶ້ນໃນວັນທີ 26 ພະຈິກນີ້ ແລະ ເລືອກຕັ້ງຄະນະບໍລິຫານງານ ອາຍຸການ 2021-2026 ປະກອບມີ 60 ທ່ານ. ທ່ານ ສຈ. ປອ. ນາງ ເລຖີ້ເຮີບ - ປະທານສະມາຄົມ ໂພຊະນະການ ຫວຽດນາມ ໄດ້ຮັບການເລືອກຕັ້ງເປັນ ປະທານສະມາຄົມ.
ຍສໝ - ຫວ່າງແລ້ວນີ້, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຫວູກວາງມິນ ໄດ້ມີການເຮັດວຽກກັບທ່ານ Marko Walde, ຫົວໜ້າຜູ້ຕາງໜ້າຫ້ອງການ ອຸດສາຫະກຳ ແລະ ການຄ້າ ເຢຍລະມັນ ປະຈຳ ຫວຽດນາມ (AHK) ແລະ ທ່ານ ຫງວຽນກວາງຮຽວ ປະທານສະມາຄົມມິດຕະພາບ ຫວຽດນາມ - ເຢຍລະມັນ ນະຄອນ ຮ່າໂນ້ຍ.
ຍສໝ - ເນື່ອງໃນໂອກາດທ່ານ Anthony Rota ສືບຕໍ່ໄດ້ຮັບເລືອກຕັ້ງໃຫ້ດຳລົງຕຳແໜ່ງປະທານສະພາຕໍ່າ ການາດາ, ຫວ່າງແລ້ວນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ສົ່ງຈົດໝາຍອວຍພອນ.
ຍສໝ - ເມື່ອບໍ່ດົນມານີ້, ທ່ານ ນາງ ຫວໍທິແອງຊວນ ຮອງປະທານປະເທດ ຫວຽດນາມ - ປະທານສະພາໜູນຊ່ວຍກອງທຶນເດັກຫວຽດນາມ (VCF) ໄດ້ເປັນປະທານກອງປະຊຸມສະພາອຸປະຖໍາກອງທຶນເດັກຫວຽດນາມ ເພື່ອວາງອອກໂຄງການເຄື່ອນໄຫວໄລຍະ 2022-2026.
ຍສໝ - ຕອນບ່າຍຂອງວັນທີ 27 ພະຈິກ 2021, ຄຽງຄູ່ກັບການເຄື່ອນໄຫວໃນວາລະການຢ້ຽມຢາມປະເທດສະວິດຢ່າງເປັນທາງການຂອງທ່ານ ຫງວຽນຊວນຟຸກ ປະທານປະເທດ ຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງຂອງພັກ ແລະ ລັດຖະບານ ຫວຽດນາມ ຕາມຄຳເຊີນຂອງທ່ານ Guy Parmelin ປະທານາທິບໍດີສະຫະພັນສະວິດ, ທ່ານນາງ ຫງວຽນເຟືອງງາ ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ (ສະຫະພັນມິດຕະພາບ) ກໍໄດ້ມີການພົບປະ ແລະ ເຮັດວຽກກັບສະມາຄົມມິດຕະພາບສະວິດ - ຫວຽດນາມ, ຄູ່ຮ່ວມມືຂອງສະຫະພັນມິດຕະພາບຫວຽດນາມ ທີ່ ນະຄອນ Bern, ປະເທດສະວິດ.
ຕອນເຊົ້າວັນທີ 27 ພະຈິກ, ຢູ່ນະຄອນ Bern, ປະເທດສະວິດ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Schneider Ammann, ອະດີດປະທານາທິບໍດີ ແລະ ລັດຖະມົນຕີເສດຖະກິດສະວິດ, ແລະ ທ່ານ Philipp Roesler, ກົງສຸນກິຕິມະສັກ ຫວຽດນາມ ປະຈຳ ສະວິດ, ອະດີດຮອງນາຍົກລັດຖະມົນຕີ , ລັດຖະມົນຕີກະຊວງເສດຖະກິດ ແລະ ວິທະຍາສາດເຕັກໂນໂລຊີ ເຢຍລະມັນ (2009-2013), ອະດີດປະທານພັກ ປະຊາທິປະໄຕ ເສລີເຢຍລະມັນ (FDP).
ຍສໝ - ການມອບວັກຊີນ 500.000 ໂດສ ໂດຍ ອາກຊັງຕິນ ແມ່ນການໜູນຊ່ວຍແທດຈິງໃຫ້ແກ່ຫວຽດນາມ ໃນບັນດາຄວາມມານະພະຍາຍາມເລັ່ງການສັກວັກຊີນ ແລະ ຄວບຄຸມໂລກລະບາດໂຄວິດ-19 ໂດຍໄວ.
ຫວຽດນາມ ຍາມໃດກໍຖືການປັບປຸງ, ເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອກັບ ສະວິດ ເປັນສຳຄັນ; ສະເໜີສະພາແຫ່ງຊາດ ສະວິດ ສະໜັບສະໜູນສອງຝ່າຍເພີ່ມທະວີ ແລະ ເປີດກວ້າງການຮ່ວມມືໃນທຸກຂົງເຂດ. ທ່ານປະທານປະເທດ ຫງວຽນຊວັນຟຸກ ກໍສະເໜີໃຫ້ສະພາແຫ່ງຊາດ ສະວິດ ສືບຕໍ່ສະໜັບສະໜູນ ແລະ ສ້າງເງື່ອນໄຂສະດວກເພື່ອໃຫ້ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ສະວິດ ສືບຕໍ່ເສີມຂະຫຍາຍບົດບາດເປັນຂົວຕໍ່ຊຸກຍູ້ການພົວພັນລະຫວ່າງສອງປະເທດ.
ສະວິດ ມີຄວາມປາດຖະໜາຢາກລົງນາມໃນສັນຍາການຄ້າເລ FTA ທີ່ຄ້າຍຄືກັນສັນຍາ ລະຫວ່າງ ຫວຽດນາມ ກັບ ສະຫະພາບເອີຣົບ, ຜ່ານນັ້ນ ຈະລົບລ້າງທຸກສິ່ງກີດຂວາງໃນການຈໍລະຈອນສິນຄ້າລະຫວ່າງສອງປະເທດ. ມີຂໍ້ບຸລິມະສິດອີກອັນໜຶ່ງແມ່ນສ້າງກອບນິຕິກຳ ທີ່ອຳນວຍຄວາມສະດວກ, ປະຕິບັດສິດຊັບສິນທາງປັນຍາໃຫ້ມີປະສິດທິຜົນ.
ການນຳສອງປະເທດໄດ້ເຫັນດີຈະເພີ່ມທະວີການແລກປ່ຽນ ແລະ ພົບປະລະຫວ່າງຄະນະຜູ້ແທນທຸກຂັ້ນ ແລະ ທ້ອງຖິ່ນສອງປະເທດ, ຜ່ານນັ້ນ ຊຸກຍູ້ການຮ່ວມມືສອງຝ່າຍໃນທຸກຂົງເຂດ.
ຍສໝ - ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ທ່ານນາງ ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO) ຫງວຽນເຟືອງງາ ໄດ້ໃຫ້ການຕ້ອນຮັບ ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສະຫະພັນລັດເຊຍ ປະຈຳ ຫວຽດນາມ Gennady Bezdetko.
ຍສໝ - ຕອນເຊົ້າວັນທີ 26 ພະຈິກ (ຕາມເວລາ ສະວິດ), ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຮອດສະໜາມບິນສາກົນ ເຊີແນວ, ນະຄອນ ເຊີແນວ ແລະ ເລີ່ມດຳເນີນລາຍການຢ້ຽມຢາມ ສະຫະພັນ ສະວິດ ຕາມຄຳເຊື້ອເຊີນຂອງທ່ານປະທານາທິບໍດີ ສະວິດ Guy Parmelin ຢ່າງເປັນທາງການ.