ທ່ານນາງ ​ຫງວຽນ​ເຟືອງ​ງາ ປະ​ທານ​ສະ​ຫະ​ພັນ​ມິດ​ຕະ​ພາບ ໄດ້​ພົບ​ປະ ແລະ ເຮັດ​ວຽກ​ກັບ​ບັນ​ດາເພື່ອນ​ມິດຄູ່ຮ່ວມມື​ ທີ່​ປະ​ເທດສະ​ວິດ

14:10 | 28/11/2021

ຍສໝ - ຕອນ​ບ່າຍຂອງ​ວັນ​ທີ 27 ພະຈິກ 2021, ຄຽງ​ຄູ່​ກັບ​ການ​ເຄື່ອນ​ໄຫວ​ໃນວາ​ລະ​ການ​ຢ້ຽມຢາມປະ​ເທດ​ສະ​ວິດຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ ຫງວຽນ​ຊວນ​ຟຸກ ປະທານ​ປະ​ເທດ ຫວຽດນາມ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງຂອງ​ພັກ ​ແລະ ລັດຖະ​ບານ ຫວຽດນາມ ຕາມ​ຄຳ​ເຊີນ​ຂອງ​ທ່ານ Guy Parmelin ປະທານາທິບໍດີ​ສະຫະພັນ​ສະ​ວິດ, ທ່ານນາງ ຫງວຽນເຟືອງງາ ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການມິດ​ຕະ​ພາບຫວຽດ​ນາມ (ສະຫະພັນມິດຕະພາບ​) ກໍໄດ້​ມີ​ການ​ພົບ​ປະ ​ແລະ ​ເຮັດ​ວຽກ​ກັບ​ສະມາຄົມ​ມິດຕະພາບ​ສະ​ວິດ - ຫວຽດນາມ, ຄູ່​ຮ່ວມ​ມື​ຂອງ​ສະຫະພັນ​ມິດຕະພາບ​ຫວຽດນາມ ທີ່ ນະຄອນ Bern, ປະ​ເທດສະ​ວິດ.

ສະ​ວິດ ປ​າດ​ຖະ​ໜາ​ຢາກ​ບັນ​ລຸ​ໄດ້​ ສັນ​ຍາ​ການ​ຄ້າ​ເສ​ລີ FTA ກັບ ຫວຽດ​ນາມ ສະ​ວິດ ປ​າດ​ຖະ​ໜາ​ຢາກ​ບັນ​ລຸ​ໄດ້​ ສັນ​ຍາ​ການ​ຄ້າ​ເສ​ລີ FTA ກັບ ຫວຽດ​ນາມ
ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ເລີ່ມ​ດຳ​ເນີນລາຍ​ການ​ຢ້ຽມ​ຢາມ ສະ​ວິດ ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ເລີ່ມ​ດຳ​ເນີນລາຍ​ການ​ຢ້ຽມ​ຢາມ ສະ​ວິດ

ໃນ​ວາ​ລະ​ການເຮັດວຽກ, ທ່ານ​ ນາງ Anjuska Weil ປະທານ​ສະມາຄົມ​ມິດຕະພາບ​ສະ​ວິດ - ຫວຽດນາມ ​ສະ​ແດງ​ຄວາມຊົມ​ເຊີຍ​ຕໍ່​ການຂະ​ຫຍາຍ​ຕົວ​ຂອງ​ສາຍ​ພົວພັນ​ລະຫວ່າງສອງປະ​ເທດ, ​ແລະ ຕີ​ລາຄາ​ສູງ​ຕໍ່ຜົນງານ​​ການພັດ​ທະ​ນາ​ດ້ານ​ຕ່າງໆ​ຂອງ​ຫວຽດນາມ.

ທ່ານນາງ ​ຫງວຽນ​ເຟືອງ​ງາ ປະ​ທານ​ສະ​ຫະ​ພັນ​ມິດ​ຕະ​ພາບ ໄດ້​ພົບ​ປະ ແລະ ເຮັດ​ວຽກ​ກັບ​ບັນ​ດາເພື່ອນ​ມິດຄູ່ຮ່ວມມື​ ທີ່​ປະ​ເທດສະ​ວິດ
ບັນຍາກາດທີ່ການເຮັດວຽກ

ບັນດາ​ສະມາຊິກສະມາຄົມ​ມິດຕະພາບ​ສະ​ວິດ - ຫວຽດນາມ ນຳ​ສະ​ເໜີ​ຫຼາຍ​ແນວ​ຄວາມ​ຄິດ ທີ່​ແນ​ໃສ່​ເພີ່ມ​ທະວີ​​ມິດຕະພາບ​ລະຫວ່າງ​ປະຊາຊົນ​ສອງ​ຊາດ, ​ໃນ​ນັ້ນ, ຄ​ວາມ​ສາ​ມັກ​ຄີ​ປະຊາ​ຄົມ​ຊາວຫວຽດນາມ ຢູ່ ສະ​ວິດ ເປັນ​ປັດ​ໄຈ​ສຳຄັນ​ໜຶ່ງ​ທີ່​ຊຸກຍູ້​ການ​ພົວພັນ​ແລກປ່ຽນຂອງ​ປະຊາຊົນສອງຊາດ, ​ແລະ ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງໄວໜຸ່ມ​ທັງ​ສອງ​ປະ​ເທດ​ເຂົ້າໃນ​ການ​ເຄື່ອນ​ໄຫວ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ, ຄວາມ​ສາມັກຄີ, ມິດຕະພາບ.

ທ່ານນາງ ​ຫງວຽນ​ເຟືອງ​ງາ ປະ​ທານ​ສະ​ຫະ​ພັນ​ມິດ​ຕະ​ພາບ ໄດ້​ພົບ​ປະ ແລະ ເຮັດ​ວຽກ​ກັບ​ບັນ​ດາເພື່ອນ​ມິດຄູ່ຮ່ວມມື​ ທີ່​ປະ​ເທດສະ​ວິດ
ທ່ານນາງ ຫງວຽນເຟືອງງາ ປະທານສະຫະພັນມິດຕະພາບ ມອບ​ຂອງຂວັນ​ທີ່​ລະ​ນຶກ​ໃຫ້ແກ່​ທ່ານ​ນາງ Anjuska Weil, ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ສະ​ວິດ - ຫວຽດນາມ.

ທ່ານນາງ ຫງວຽນເຟືອງງາ ປະທານສະຫະພັນມິດຕະພາບ ສະແດງຄວາມຂອບໃຈຕໍ່ສະມາຄົມມິດຕະພາບ ສະວິດ - ຫວຽດນາມ ແລະ ເພື່ອນມິດສະວິດ ສຳ​ລັບການສະໜັບສະໜູນ, ຊ່ວຍເຫຼືອ, ພິເສດແມ່ນໄດ້ຊ່ວຍ ຫວຽດນາມ ໃນການຕ້ານພະ​ຍາດ Covid-19 ແລະ ມີຫຼາຍກິດຈະກຳການສະເຫຼີມສະຫຼອງ 50 ປີ ວັນສ້າງຕັ້ງສາຍພົວພັນການທູດລະຫວ່າງ ສອງ​ປະ​ເທດ ​ກໍຄື​ການ​ເຄື່ອນ​ໄຫວຕ່າງໆ​ທາງ​ດ້ານ​ຂໍ້​ມູນຂ່າວ​ສານ​ກ່ຽວ​ກັບ​ສະ​ພາບ​ການ​ຢູ່​ຫວຽດ​ນາມ.

ທ່ານນາງ ​ປະ​ທານ​ສະ​ຫະ​ພັນ​ມິດ​ຕະ​ພາບ ຫງວຽນ​ເຟືອງ​ງາ ໄດ້​ຖ່າຍຮູບ​ທີ່​ລະ​ນຶກ​ກັບ​ສະ​ມາ​ຄົມ​ມິດ​ຕະ​ພາບ ສະ​ວິດ - ຫວຽດນາມ.
ທ່ານນາງ ຫງວຽນເຟືອງງາ ປະທານສະຫະພັນມິດຕະພາບ ໄດ້​ຖ່າຍຮູບ​ທີ່​ລະ​ນຶກ​ກັບ​ສະ​ມາ​ຄົມ​ມິດ​ຕະ​ພາບ ສະ​ວິດ - ຫວຽດນາມ.

ທັງສອງຝ່າຍ​ໄດ້​ແລກປ່ຽນ​ກ່ຽວກັບທິດ​ທາງການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ໄລຍະຕໍ່​ໜ້າ, ພິ​ເສດ​ແມ່ນມີ​ບັນດາ​ການ​ເຄື່ອນ​ໄຫວກິດ​ຈະ​ກຳ​ທີ່​ແທດຈິງເພື່ອ​ສະ​ເຫຼີ​ມສະຫຼອງ 40 ປີ​ ​ວັນ​ສ້າງ​ຕັ້ງ​ສະມາຄົມ​ມິດຕະພາບ​ສະ​ວິດ - ຫວຽດນາມ ​ໃນ​ປີ 2022.

ທ່ານນາງ ​ຫງວຽນ​ເຟືອງ​ງາ ປະ​ທານ​ສະ​ຫະ​ພັນ​ມິດ​ຕະ​ພາບ ໄດ້​ພົບ​ປະ ແລະ ເຮັດ​ວຽກ​ກັບ​ບັນ​ດາເພື່ອນ​ມິດຄູ່ຮ່ວມມື​ ທີ່​ປະ​ເທດສະ​ວິດ
ທ່ານນາງ ຫງວຽນເຟືອງງາ ປະທານສະຫະພັນມິດຕະພາບ ​ ​ໄດ້​ມອບ​ຫຼຽນກາລະນຶກ “ເພື່ອ​ສັນຕິພາບ​, ມິດຕະພາບ​ລະຫວ່າງ​ບັນດາຊົນຊາດ” ໃຫ້ແກ່​ທ່ານ​ນາງ Anjuska Weil ປະທານ​ສະມາຄົມ​ມິດຕະພາບ​ສະ​ວິດ-ຫວຽດນາມ.

ວັນ​ດຽວ​ກັນນັ້​ນ, ໃນ​ວາລະການ​ພົບ​ປະ​ລະຫວ່າງ​ທ່ານ​ປະທານ​ປະ​ເທດ ຫວຽດນາມ ຫງວຽນ​ຊວນ​ຟຸກ ​ແລະ ສະມາຄົມ​ມິດຕະພາບ​ສະ​ວິດ - ຫວຽດນາມ ​ແລະ ຜູ້ຕາງໜ້າ​ປະຊາ​ຄົມ​ຊາວ​ຫວຽດນາມ ທີ່ອາ​ໄສ​ຢູ່​ສະ​ວິດ, ທ່ານນາງ ຫງວຽນເຟືອງງາ ປະທານສະຫະພັນມິດຕະພາບ ໄດ້​ມອບ​ຫຼຽນກາທີ່ລະນຶກ “ເພື່ອ​ສັນຕິພາບ​, ມິດຕະພາບ​ລະຫວ່າງ​ບັນດາຊົນຊາດ” ໃຫ້ແກ່​ທ່ານ​ນາງ Anjuska Weil ປະທານ​ສະມາຄົມ​ມິດຕະພາບ​ສະ​ວິດ - ຫວຽດນາມ.

ໄຊພອນ

ເຫດການ
302 Found

Found

The document has moved here.