ປະທານປະເທດ ຫງວຽນຊວນຟຸກ ໃຫ້ການຕ້ອນຮັບທ່ານ Schneider Ammann ອະດີດປະທານາທິບໍດີ, ລັດຖະມົນຕີເສດຖະກິດສະວິດ

11:30 | 28/11/2021

ຕອນເຊົ້າວັນທີ 27 ພະຈິກ, ຢູ່ນະຄອນ Bern, ປະເທດສະວິດ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Schneider Ammann, ອະດີດປະທານາທິບໍດີ ແລະ ລັດຖະມົນຕີເສດຖະກິດສະວິດ, ແລະ ທ່ານ Philipp Roesler, ກົງສຸນກິຕິມະສັກ ຫວຽດນາມ ປະຈຳ ສະວິດ, ອະດີດຮອງນາຍົກລັດຖະມົນຕີ , ລັດຖະມົນຕີກະຊວງເສດຖະກິດ ແລະ ວິທະຍາສາດເຕັກໂນໂລຊີ ເຢຍລະມັນ (2009-2013), ອະດີດປະທານພັກ ປະຊາທິປະໄຕ ເສລີເຢຍລະມັນ (FDP).

ການຢ້ຽມຢາມ ​ຂອງທ່ານ ຫງວຽນຊວນຟຸກ ປະທານປະເທດ ຫວຽດນາມ ມີຄວາມໝາຍສຳຄັນໃນການພົວພັນລະຫ່າງສອງປະເທດ ຫວຽດນາມ - ລາວ ການຢ້ຽມຢາມ ​ຂອງທ່ານ ຫງວຽນຊວນຟຸກ ປະທານປະເທດ ຫວຽດນາມ ມີຄວາມໝາຍສຳຄັນໃນການພົວພັນລະຫ່າງສອງປະເທດ ຫວຽດນາມ - ລາວ
ທ່ານປະທານປະເທດ ຫງວຽນຊວນຟຸກ ພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ທ່ານປະທານປະເທດ ຫງວຽນຊວນຟຸກ ພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ
ປະທານປະເທດ ຫງວຽນຊວນຟຸກ ໃຫ້ການຕ້ອນຮັບທ່ານ Schneider Ammann ອະດີດປະທານາທິບໍດີ, ລັດຖະມົນຕີເສດຖະກິດສະວິດ
ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ເວທີປາໄສ

ທີ່ການພົບປະ, ທ່ານປະທານປະເທດ ຫງວຽນຊວນຟຸກ ປາດຖະໜາວ່າ ດ້ວຍບົດບາດ ແລະ ອິດທິພົນຊື່ສຽງຂອງຕົນກໍຄືໃນປະຊາຄົມວິສາຫະກິດ ສະວິດ, ທ່ານ Schneider Ammann ສືບຕໍ່ສະໜັບສະໜູນການຊຸກຍູ້ການພົວພັນລະຫວ່າງ 2 ປະເທດ, ພິເສດແມ່ນບັນດາຂົງເຂດບຸລິມະສິດທາງດ້ານເສດຖະກິດ ແລະ ການຄ້າ 2 ຝ່າຍ. . ທ່ານປະທານປະເທດ ຫງວຽນຊວນຟຸກ ປາດຖະໜາວ່າ ທ່ານ Schneider Ammann ແລະ ທ່ານ Philipp Roesler ຕັ້ງໜ້າສະໜັບສະໜູນໃຫ້ສຳເລັດການເຈລະຈາ ແລະ ລົງນາມໃນສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ ເຂດການຄ້າເສລີເອີລົບ (EFTA) ເພື່ອແນໃສ່ສ້າງກຳລັງໜູນຊຸກຍູ້ ການຮ່ວມມືດ້ານເສດຖະກິດ-ການຄ້າລະຫວ່າງ ຫວຽດນາມ ແລະ ສະວິດ, ພິເສດແມ່ນໃນສະພາບການທີ່ 2 ປະເທດໃຫ້ບຸລິມະສິດຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ການລົງທຶນເພື່ອແນໃສ່ຟື້ນຟູເສດຖະກິດພາຍຫຼັງໂລກລະບາດ.

ສ່ວນອະດີດປະທານາທິບໍດີ S. Ammann ແລະ ທ່ານ Phillipp Roeser ຢືນຢັນວ່າ ດ້ວຍ ອິດທິພົນຊື່ສຽງຂອງຕົນ, ຈະມານະພະຍາຍາມປະກອບສ່ວນຊຸກຍູ້ໃຫ້ສຳເລັດການເຈລະຈາການຄ້າເສລີເວົ້າລວມ ກໍຄື ເພີ່ມທະວີການຮ່ວມມືດ້ານເສດຖະກິດຂອງສອງປະເທດເວົ້າ ສະເພາະ.ກ່ອນໜ້ານັ້ນ, ຕອນບ່າຍວັນທີ 26 ພະຈິກ (ຕາມເວລາທ້ອງຖິ່ນ), ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານປະທານາທິບໍດີ ສະວິດ Guy Parmelin ໄດ້ເຂົ້າຮ່ວມ ເວທີປາໄສວິສາຫະກິດ ຫວຽດນາມ - ສະວິດ. ກ່າວຄຳເຫັນຕໍ່ໜ້າວິສາຫະກິດສອງປະເທດກວ່າ 100 ແຫ່ງ, ທ່ານປະທານາທິບໍດີ ສະວິດ Guy Parmelin ໃຫ້ຂໍ້ສັງເກດວ່າ ກຳລັງບົ່ມຊ້ອນໃນການຮ່ວມມືລະຫວ່າງສອງປະເທດແມ່ນຍັງໃຫຍ່ຫຼວງຢູ່ ແລະ ຄວນມີຂອບເຂດຮ່ວມມືໃໝ່ເພື່ອຊຸກຍູ້ວິສາຫະກິດ ສະວິດລົງທຶນເຂົ້າ ຫວຽດນາມ.

“ບັນດາວິສາຫະກິດ ສະວິດ ໄດ້ໃຫ້ຄຳໝັ້ນສັນຍາຍາວນານຢູ່ ຫວຽດນາມ. ຄວາມສົນໃຈ ກໍຄື ຄຳໝັ້ນສັນຍາຂອງວິສາຫະກິດ ສະວິດ ແລະ ຜູ້ຕາງໜ້າຂົງເຂດເອກະຊົນທີ່ມີໜ້າໃນມື້ນີ້ ໄດ້ສະແດງໃຫ້ເຫັນວ່າ ຫວຽດນາມ ແມ່ນປະເທດຮັບບຸລິມະສິດຂອງ ສະວິດ ໃນການຮ່ວມມືພັດທະນາເສດຖະກິດ. ວິກິດການ ໂຄວິດ - 19 ໄດ້ໃຫ້ພວກເຮົາເຫັນວ່າ ຄວນມີກອບນິຕິກຳເພື່ອຊຸກຍູ້ການພົວພັນເສດຖະກິດສອງຝ່າຍໃຫ້ໝັ້ນແກ່ນ. ພວກເຮົາໄດ້ລົງນາມໃນສັນຍາອາລັກຂາການລົງທຶນ, ສັນຍາຍົກເວັ້ນພາສີຄັ້ງທີ 2 ແລະ ຂໍ້ຕົກລົງວ່າດ້ວຍການປົກປ້ອງສິດຊັບສິນທາງປັນຍາ. ນັ້ນແມ່ນພື້ນຖານນິຕິກຳສຳຄັນທີ່ອະນຸຍາດໃຫ້ວິສາຫະກິດສອງປະເທດດຳເນີນທຸລະກິດ ກໍຄື ເພິ່ມທະວີການພົວພັນລະຫວ່າງສອງພື້ນຖານເສດຖະກິດ. ເຖິງຢ່າງໃດກໍຕາມ ຍັງມີຂໍ້ຕົກລົງໜຶ່ງທີ່ມີຄວາມສຳຄັນທີ່ສຸດລະຫວ່າງ ສະຫະສະມາຄົມການຄ້າເສລີ ເອີຣົບ (EFTA) ແລະ ຫວຽດນາມ. ວິວັດການເຈລະຈາໄດ້ຮັບການຜັນຂະຫຍາຍມາໄດ້ 9 ປີແລ້ວ ແລະ ຂ້າພະເຈົ້າ ຫວັງວ່າ ບັນດາມາດຕະການແກ້ໄຂຈະໄດ້ຮັບການກຳນົດໂດຍໄວສຳລັບບັນດາບັນຫາທີ່ພວມປຶກສາຫາລືກັນ”.

vovworld.vn

ເຫດການ
302 Found

Found

The document has moved here.