ການປະມູນການອອກແບບແຟຊັ່ນ ເພື່ອຊື້ອຸປະກອນການແພດໃຫ້ກຳລັງແພດໝໍແຖວໜ້າ | |
ນັກອອກແບບຂອງຮ່າໂນ້ຍ ສ້າງ Homestay ຢູ່ໃຈກາງສວນ ໝາກລິ້ນຈີ່ |
![]() |
ພາບປະກອບ |
ສັບປະດາອອກແບບ ຫວຽດນາມ (Vietnam Design Week/VNDW) ແມ່ນລາຍການທີ່ຍ້ອງຍໍຊົມເຊີຍບັນດາຜະລິດຕະພັນ ແລະ ນັກອອກແບບດີເດັ່ນຂອງ ຫວຽດນາມ ໃນບັນດາຂົງເຂດຄື: ການອອກແບບສື່ສານ (Communication design), ການອອກແບບເຄື່ອງເຟີນີເຈີ Living design), ການອອກແບບວັດຖຸເຄື່ອງໃຊ້ ແລະ ເຄື່ອງປະດັບປະດາ (Decor & Object design), ການອອກແບບເສື້ອຜ້າ (Clothing design), ການອອກແບບສາທາລະນະ (Public design).
ລາຍການດັ່ງກ່າວໄດ້ຮັບການສະໜັບສະໜູນຈາກກຸ່ມອອກແບບຫວຽດນາມ ( Vietnam Design Group), ສະຖາບັນວັດທະນະທຳ ແລະ ສິລະປະແຫ່ງຊາດ ຫວຽດນາມ - VICAS (ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ) ສົມທົບກັບ Ashui.com, ບໍລິສັດ ConsMedia, ພະແນກວັດທະນະທຳ ແລະ ກິລາ ຮ່າໂນ້ຍ, ສູນການເຄື່ອນໄຫວວັດທະນະທຳ ວິທະຍາສາດ ວັນມຽວ - ກວັກຕືຢາມ ແລະ ຫຼາຍຄູ່ຮ່ວມມືວິຊາຊີບຈັດຕັ້ງ.
ສັບປະດາແຫ່ງການອອກແບບຫວຽດນາມ 2021 ໄດ້ດຳເນີນແຕ່ວັນທີ 27/11 – 3/12 ຢູ່ ວັນມຽວ - ກວັກຕືຢາມ ດ້ວຍຫົວຂໍ້ວ່າ “ປຸກລຸກມູນເຊື້ອ” Awakening Traditions" ເພື່ອແນໃສ່ຊຸກຍູ້ການປ່ຽນແປງຈິນຕະນາການຫົວຄິດປະດິດສ້າງ, ປ່ຽນແປງໃໝ່ຄຸນຄ່າມູນເຊື້ອ, ຊຸກຍູ້ທ່າອ່ຽງການອອກແບບ ແບບຍືນຍົງ.
ບຸນຄົງ