ActionAid International ໃນປີ 2022: 3 ຂົງເຂດບຸລິມະສິດໜູນຊ່ວຍຫວຽດນາມ

ActionAid International ໃນປີ 2022: 3 ຂົງເຂດບຸລິມະສິດໜູນຊ່ວຍຫວຽດນາມ

ຍສໝ - ໜູນຊ່ວຍຊຸມຊົນສ້າງຊີວິດການເປັນຢູ່ແບບຍືນຍົງ ໃນສະພາບການທີ່ຫຍຸ້ງຍາກ; ໜູນຊ່ວຍການບໍລິການດ້ານສາທາລະນະສຸກ ແລະ ການສຶກສາສໍາລັບແມ່ຍິງ ແລະ ເດັກນ້ອຍ; ໜູນຊ່ວຍ ແລະ ​ເຊື່ອມ​ໂຍງ​ບັນດາ​ຄູ່​ຮ່ວມ​ມື​ຢູ່​ທ້ອງ​ຖິ່ນ ​ແລະ ​ສູນ​ກາງ ​ເພື່ອ​ສຶກສາ​ບັນດາ​ບັນຫາ​ສິ່ງ​ແວດ​ລ້ອມ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ... ນັ້ນ​ແມ່ນ 3 ຂົງ​ເຂດ​ບຸລິມະສິດ​ຂອງ ActionAid International, ​ໂດຍ​ທ່ານ​ນາງ ຫ່ວາງຖາວເຮືອງ, ຫົວໜ້າ​ຜູ້ຕາງໜ້າ​ອົງການ​ຈັດ​ຕັ້ງ​ນີ້ຢູ່ ຫວຽດນາມ ​ໄດ້​ແບ່ງປັນ​ກັບວາລະສານຍຸກສະໄໝ.

ປະ​ທານ​ປະ​ເທດ ຫງວຽ​ນ​ຊວັນ​ຝຸ​ກ ສົ່ງ​ສານອວຍ​ພອນ​ງານ​ມະ​ຫາ​ກຳ​ກິ​ລາ Olympic ແລະ Paralympic ລະ​ດູ​ໜາວ ປັ​ກ​ກິ່ງ 2022

ປະ​ທານ​ປະ​ເທດ ຫງວຽ​ນ​ຊວັນ​ຝຸ​ກ ສົ່ງ​ສານອວຍ​ພອນ​ງານ​ມະ​ຫາ​ກຳ​ກິ​ລາ Olympic ແລະ Paralympic ລະ​ດູ​ໜາວ ປັ​ກ​ກິ່ງ 2022

ຕອນຄ່ຳວັນທີ 04 ກຸມພາ, ພິທີໄຂງານມະຫາກຳກິລາ Olympic ລະດູໜາວ ປັກກິ່ງ 2022 ຖືກດຳເນີນຢູ່ສະໜາມກິລາແຫ່ງຊາດຈີນ.

ປັບ​ປຸງ​ສາຍ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊ​າດ ຫວ​ຽດ​ນາມ ແລະ ສະ​ພາ​ແຫ່ງ​ຊາດ ສີ​ລັງ​ກາ

ປັບ​ປຸງ​ສາຍ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊ​າດ ຫວ​ຽດ​ນາມ ແລະ ສະ​ພາ​ແຫ່ງ​ຊາດ ສີ​ລັງ​ກາ

ການຮ່ວມມືອັນດີງາມລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ສະພາແຫ່ງຊາດ ສີລັງກາ ຈະໄດ້ຮັບການປັບປຸງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ, ເພື່ອຜົນປະໂຫຍດອັນແທດຈິງຂອງປະຊາຊົນສອງປະເທດ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.

ປອ Sim Sang Joon (ສ.ເກົາຫຼີ): ເຂົ້າຕົ້ມຫວຽດນາມ ກິນກັບກິມຈິ ສ.ເກົາຫຼີ ແຊບອີຫຼີ!

ປອ Sim Sang Joon (ສ.ເກົາຫຼີ): ເຂົ້າຕົ້ມຫວຽດນາມ ກິນກັບກິມຈິ ສ.ເກົາຫຼີ ແຊບອີຫຼີ!

ຍສໝ - ຂ້າພະ​ເຈົ້າ​ຮ່ຳຮຽນ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ ​ເປັນ​ເວລາ​ເກືອບ 30 ປີແລ້ວ. ສຳລັບຂ້າພະເຈົ້າແລ້ວ, ທຸກຄັ້ງທີ່ເຕື້ອງເຖິງບຸນເຕັດແມ່ນເຕື້ອງເຖິງການປຸ້ມ ລຸມກັນ. ຂ້າ​ພະ​ເຈົ້າ​ໄດ້​ຕ້ອນຮັບ​ບຸນ​ເຕັດ​ຢູ່​ຫວຽດ​ນາມ ​ກັບ​ຍາດ​ຕິ​ພີ່​ນ້ອງ, ໝູ່ເພື່ອນ, ເພື່ອນ​ຮ່ວມ​ງານ ແລະ ນັບມື້ນັບເຂົ້າ​ໃຈ​ບັນ​ດາ​ຈຸດ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຊາວ​ຫວຽດ​ນາມ ໃນ​ຊຸມວັນ​ບຸນ​ປີໃໝ່ປະຈໍາຊາດ.

ອວຍພອນປີໃໝ່, ພົບປະກັບປະຊາຄົມຊາວ ຫວຽດນາມ ອາໄສຢູ່ ສ.ເກົາຫຼີ ແລະ ເວເນຊູເອລາ

ອວຍພອນປີໃໝ່, ພົບປະກັບປະຊາຄົມຊາວ ຫວຽດນາມ ອາໄສຢູ່ ສ.ເກົາຫຼີ ແລະ ເວເນຊູເອລາ

ທ່ານເອກອັກຄະລັດຖະທູດ ຫງວຽນຫວູຕຸ່ງ ໄດ້ອວຍພອນບຸນເຕັດທາງໄກເຊື່ອມຕໍ່ເກືອບ 100 ແຫ່ງທີ່ຕາງໜ້າໃຫ້ຊາວ ຫວຽດນາມ ກວ່າ 200.000 ຄົນພວມອອກແຮງງານ, ຮ່ຳຮຽນ, ເຮັດວຽກ ແລະ ດຳລົງຊີວິດຢູ່ ສ.ເກົາຫຼີ.

ເດືອນ​ມັງ​ກອນ 2022, ການ​ສົ່ງ​ອອກ​ຂອງ ຫວຽດ​ນາມ ບັນ​ລຸ 29 ຕື້ USD, ເພີ່ມ​ຂຶ້ນ 1,6% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2021

ເດືອນ​ມັງ​ກອນ 2022, ການ​ສົ່ງ​ອອກ​ຂອງ ຫວຽດ​ນາມ ບັນ​ລຸ 29 ຕື້ USD, ເພີ່ມ​ຂຶ້ນ 1,6% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2021

ການສົ່ງອອກໃນເດືອນ ມັງກອນ 2022 ຂອງ ຫວຽດນາມ ໄດ້ເພີ່ມຂຶ້ນ 1,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021, ໃນນັ້ນ, ມີສິນຄ້າ 7 ປະເພດບັນລຸວົງເງິນການຄ້າສົ່ງອອກຫຼາຍກວ່າ 1 ຕື້ USD, ກວມເອົາ 63,3% ຍອດວົງເງິນສົ່ງອອກ.

ມີຫຼາຍຊ່ອງທາງສາກົນຫຼາຍຝ່າຍ ເພື່ອໃຫ້ປະຊາຊົນຫວຽດນາມ ອອກຄຳເຫັນ

ມີຫຼາຍຊ່ອງທາງສາກົນຫຼາຍຝ່າຍ ເພື່ອໃຫ້ປະຊາຊົນຫວຽດນາມ ອອກຄຳເຫັນ

ຍສໝ - ຕອນ​ຄ່ຳ​ວັນ​ທີ 12 ກໍລະກົດ 2021, ຢູ່​ຫໍ​ສະພາ​ແຫ່ງ​ຊາດ, ບັນດາ​ຜູ້​ແທນ​ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ລັດຖະສະພາ ​ຄຽງຂ້າງກັບ​ເວທີ​ປາ​ໄສ​ການ​ເມືອງ​ລະດັບ​ສູງ​ ກ່ຽວ​ກັບ​ການ​ພັດທະນາ​ແບບ​ຍືນ​ຍົງ​ຢູ່​ສະຫະ​ປະຊາ​ຊາດ (HLPF) ດ້ວຍ​ຮູບ​ແບບ​ອອນ​ລາຍ.

ວາດພາບບັນຍາກາດບຸນປີໃໝ່ປະຈໍາຊາດຫວຽດນາມ ຜ່ານເອກະສານສຳເນົາ

ວາດພາບບັນຍາກາດບຸນປີໃໝ່ປະຈໍາຊາດຫວຽດນາມ ຜ່ານເອກະສານສຳເນົາ

ຍສໝ - ເປັນຄັ້ງທໍາອິດທີ່ສູນສໍາເນົາເອກະສານ​ແຫ່ງ​ຊາດ I ຈັດຕັ້ງການເຄື່ອນໄຫວ ທີ່ໜ້າສົນໃຈຫຼາຍຢ່າງຂອງຕະຫຼາດລະດູບານໃໝ່ໄດ້ຈັດຕັ້ງຄຽງຄູ່ກັບງານວາງ ສະແດງເອກະສານ, ຮູບພາບ 100 ຢ່າງທີ່ເປັນເອກະລັກສະເພາະ ກ່ຽວກັບບຸນປີໃໝ່ ປະຈໍາຊາດຫວຽດນາມ.

ບຸນເຕັດຫວຽດນາມ ໃນຄວາມຮູ້ສຶກຂອງເພື່ອນມິດສາກົນ: ເປັນຫຍັງຄືຮັກແພງ?

ບຸນເຕັດຫວຽດນາມ ໃນຄວາມຮູ້ສຶກຂອງເພື່ອນມິດສາກົນ: ເປັນຫຍັງຄືຮັກແພງ?

ຍສໝ - ຕ້ອນຮັບ​ລະດູ​ບານໃໝ່​ຢູ່​ຫວຽດນາມ, ພວກ​ເຮົາ​ກໍ່​ມີ​ເພື່ອນ​ມິດຫຼາຍ​ຄົນ​ທີ່​ມາ​ຈາກ 5 ​ທະວີບ. ມີ​ເຫດ​ຜົນ​ທີ່​ແຕກ​ຕ່າງ​ກັນ​ ທີ່ຕ້ອນຮັບບຸນເຕັດ​ຫວຽດ​ນາມ​, ແຕ່​ສ່ວນ​ຫຼາຍ​ຂອງ​ເຂົາ​ເຈົ້າ​ມີ​ຈຸດລວມແມ່ນຄວາມ​ຮັກແພງ ​ແລະ ຢາກ​ຄົ້ນຫາ​ຄວາມ​ງາມ​ຂອງ​ປະ​ເທດ​ ແລະ​ ຜູ້ຄົນທີ່ນີ້​. ຈົ່ງຟັງ​ເຂົາ​ເຈົ້າ​ເວົ້າ​ວ່າ ​ເປັນ​ຫຍັງ​ຈຶ່ງ​ມີ​ຄວາມ​ຮັກແພງ​ດັ່ງ​ກ່າວ​?

ຄິດຫງຳກ່ຽວກັບລັກສະນະດໍາລົງຊີວິດ​ຮ່ວມ​ກັນ​ຢ່າງ​ກົມກຽວ ​ແລະໂອບອ້ອມອາລີ ​ໃນ​ວັດທະນະທຳ​ຫວຽດນາມ

ຄິດຫງຳກ່ຽວກັບລັກສະນະດໍາລົງຊີວິດ​ຮ່ວມ​ກັນ​ຢ່າງ​ກົມກຽວ ​ແລະໂອບອ້ອມອາລີ ​ໃນ​ວັດທະນະທຳ​ຫວຽດນາມ

ຍສໝ - ຂ້າ​ພະ​ເຈົ້າ​ໄດ້​ດຳ​ລົງ​ຊີ​ວິດ​ຮ່ວມ​ກັນ​ຢ່າງ​ກົມກຽວກັບ​ຫວຽດ​ນາມ ໃນຕະ​ຫລອດ​ເວ​ລາເກີດ​ໂລກ​ລະ​ບາດໂຄວິດ – 19 ​ໃນ​ທົ່ວ​ໂລກ​ມາ​ຮອດ​ປັດ​ຈຸ​ບັນ.

ງານ​ວາງສະ​ແດງ “​ບຸນເຕັດດັ້ງເດີມ” ​ວາງສະ​ແດງ​ເອກະສານ ​ແລະຮູບ​ພາບ​ທີ່​ເປັນ​ເອກະລັກ​ສະ​ເພາະ​ກ່ວາ 100 ​ແຜ່ນ​ກ່ຽວ​ກັບບຸນປີໃໝ່ປະຈໍາຊາດ

ງານ​ວາງສະ​ແດງ “​ບຸນເຕັດດັ້ງເດີມ” ​ວາງສະ​ແດງ​ເອກະສານ ​ແລະຮູບ​ພາບ​ທີ່​ເປັນ​ເອກະລັກ​ສະ​ເພາະ​ກ່ວາ 100 ​ແຜ່ນ​ກ່ຽວ​ກັບບຸນປີໃໝ່ປະຈໍາຊາດ

ຍສໝ - ເອກະສານ, ຮູບພາບ 100 ຢ່າງທີ່ເປັນເອກະລັກສະເພາະກ່ຽວກັບບຸນປີໃໝ່ ປະຈໍາຊາດຫວຽດນາມຜ່ານບັນດາເອກະສານ, ການເຄື່ອນໄຫວທີ່ໜ້າສົນໃຈ ຫຼາຍຢ່າງຂອງຕະຫຼາດລະດູບານໃໝ່ ໂດຍສູນສໍາເນົາເອກະສານແຫ່ງຊາດ I ໄດ້ຈັດຕັ້ງຢູ່ຮ່າໂນ້ຍ ແຕ່ວັນທີ 14 ມັງກອນ.

ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຫຼາຍປະເທດຕ້ອນຮັບບຸນເຕັດ

ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຫຼາຍປະເທດຕ້ອນຮັບບຸນເຕັດ

ຄ່ຳຄືນວັນທີ 31 ມັງກອນ (ກົງກັບວັນທີ 29 ເດືອນ 12 ໄລ່ຕາມຈັນທະປະຕິທິນ ປີສະຫລູ), ມີພໍ່ແມ່ປະຊາຊົນຊາວ ຫວຽດນາມ ທີ່ພວມດຳລົງຊີວິດ, ເຮັດວຽກຢູ່ ລາວ ເປັນຈຳນວນຫຼາຍ ໄດ້ໄປຍັງບັນດາວັດວາອາຮາມຂອງ ຫວຽດນາມ ຢູ່ນະຄອນຫຼວງ ວຽງຈັນ ໃນຈຸດເວລາສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່.

Etienne Mahler (ເຢຍລະມັນ): ປີໃໝ່ຫວຽດນາມ - ມ່ວນຊື່ນ, ຫອມແຊບ ແລະ ຈົ່ງໃຊ້ເຄື່ອງຢາງໜ້ອຍລົງ

Etienne Mahler (ເຢຍລະມັນ): ປີໃໝ່ຫວຽດນາມ - ມ່ວນຊື່ນ, ຫອມແຊບ ແລະ ຈົ່ງໃຊ້ເຄື່ອງຢາງໜ້ອຍລົງ

ຍສໝ - “ອົບອຸ່ນ, ມ່ວນຊື່ນ ແລະ ແຊບນົວ” ແມ່ນຄວາມຮູ້ສຶກຂອງ Etienne Mahler (1987), ນັກສຶກສາເຢຍລະມັນ ທີ່ພາກວິຊາຫວຽດນາມວິທະຍາ, ມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ມະນຸດສາດ, ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ ພາຍຫຼັງຫຼາຍປີທີ່ຕ້ອນຮັບວັນບຸນເຕັດປີໃໝ່ພື້ນເມືອງຫວຽດນາມ.

ຄົນຈີນຫຼາຍຄົນທີ່ເຮັດວຽກຢູ່ຫວຽດນາມ ຖືວ່າຫວຽດນາມເປັນບ້ານເກີດເມືອງນອນແຫ່ງທີສອງຂອງເຂົາເຈົ້າແລ້ວ!

ຄົນຈີນຫຼາຍຄົນທີ່ເຮັດວຽກຢູ່ຫວຽດນາມ ຖືວ່າຫວຽດນາມເປັນບ້ານເກີດເມືອງນອນແຫ່ງທີສອງຂອງເຂົາເຈົ້າແລ້ວ!

ຍສໝ - ຂ້າ​ພະ​ເຈົ້າ​ຢູ່​ຫວຽດ​ນາມ ​ໄດ້​ເກືອບ 26 ປີແລ້ວ, ແຕ່​ຫາກໍ່ໄດ້​ສະ​ເຫຼີມ​ສະ​ຫຼອງ​ບຸນ​ເຕັດ​ຢູ່​ທີ່​ນີ້​ພຽງ 4 ຄັ້ງ. ເນື່ອງ​ຈາກ​ຜົນ​ກະ​ທົບ​ຂອງ​ໂລກ​ລະ​ບາດ Covid-19 ສະນັ້ນ ​ຂ້າ​ພະ​ເຈົ້າ ໄດ້​ຕ້ອນຮັບບຸນເຕັດ ຢູ່​ຫວຽດ​ນາມ 2 ປີ​ ລຽນຕິດກັນ. ຄວາມ​ຮູ້ສຶກ​ເມື່ອ​ສະຫຼອງ​ບຸນ​ເຕັດ​ຢູ່​ທີ່​ນີ້​ແມ່ນ​ຄິດ​ຮອດ​ບ້ານ​ຫຼາຍ, ຄິດ​ຮອດພໍ່​ແມ່, ຍາດ​ພີ່ນ້ອງ​ພ້ອມ​ທັງ​ເພື່ອນ​ມິດ​ຢູ່​ຈີນ. ພິ​ເສດ, ຂ້າພະ​ເຈົ້າ​ເຫັນ​ວ່າ ບຸນເຕັດຢູ່​ຫວຽດນາມ ຍັງ​ຄົງ​ມີ​ລັກສະນະທີ່ຄື “ອະດີດ” ຫຼາຍ​ຢ່າງ, ຫລືວ່າ ​ເຮົາ​ມັກ​ເວົ້າ​ວ່າ ​ແມ່ນ​ຮີດຄອງ​ປະ​ເພນີ, ສະ​ນັ້ນ ບັນຍາກາດ​ຂອງ ບຸນເຕັດຢູ່​ທີ່​ນີ້ ​ມັກ​ເຮັດ​ໃຫ້ຄິເຖິງ​ບັນດາ​ຄວາມ​ຊົງ​ຈຳ​ໃນ​ໄວ​ເດັກ​ຂອງ​ຂ້າພະ​ເຈົ້າ. ໃນເວລານັ້ນ, ຄົນເຮົາຍັງຂາດເຂີນວັດຖຸສິ່ງຂອງ, ແຕ່ອຸດົມໄປດ້ວຍຄວາມຮັກແພງ ແລະ ຄວາມເມດຕາ, ສະນັ້ນ ຂ້າພະເຈົ້າຮູ້ສຶກນັບຖືບັນດາຄວາມຮູ້ສຶກເຫຼົ່ານັ້ນແທ້ໆ.

ຕໍ່ອາຍຸເພີ່ມຕື່ມ 3 ປີ ທຽບກັບອາຍຸທີ່ກຳນົດ ໃຫ້ນັກຮຽນຫວຽດນາມ ຢູ່ຕ່າງປະເທດ ກັບຄືນປະເທດເພື່ອສະໝັກເຂົ້າຮຽນ

ຕໍ່ອາຍຸເພີ່ມຕື່ມ 3 ປີ ທຽບກັບອາຍຸທີ່ກຳນົດ ໃຫ້ນັກຮຽນຫວຽດນາມ ຢູ່ຕ່າງປະເທດ ກັບຄືນປະເທດເພື່ອສະໝັກເຂົ້າຮຽນ

ຍສໝ - ນີ້ແມ່ນຂໍ້ກຳນົດໃຫມ່ ໃນຈົດໝາຍລັດຖະການ 50/2021/TT-BGDDT ອອກໂດຍກະຊວງສຶກສາທິການ ແລະ ບຳລຸງສ້າງ, ເຊິ່ງຈະມີຜົນບັງຄັບໃຊ້ຕັ້ງແຕ່ວັນທີ 15 ກຸມພາ 2022.

ກະຊວງສາທາລະນະສຸກ: ສ້າງເງື່ອນໄຂສະດວກ ໃຫ້ປະຊາຊົນເຂົ້າເມືອງຫວຽດນາມ ໃນໄລຍະບຸນປີໃຫມ່ (ບຸນເຕັດ)

ກະຊວງສາທາລະນະສຸກ: ສ້າງເງື່ອນໄຂສະດວກ ໃຫ້ປະຊາຊົນເຂົ້າເມືອງຫວຽດນາມ ໃນໄລຍະບຸນປີໃຫມ່ (ບຸນເຕັດ)

ຍສໝ - ໃນວັນ​ທີ 26 ມັງກອນ​ນີ້, ກະຊວງ​ສາທາລະນະ​ສຸກ ​ໄດ້​ສົ່ງ​ເອກະສານ​ໃຫ້​ບັນດາ​ກະຊວງ: ກະຊວງການ​ຕ່າງປະ​ເທດ; ກະຊວງການປ້ອງກັນຊາດ; ກະຊວງຕໍາຫລວດ; ຄະນະ​ກຳມະການ​ຂົນ​ສົ່ງ ​ແລະ ປະຊາຊົນ​ບັນດາ​ແຂວງ ​ແລະ ນະຄອນ ​ຂຶ້ນກັບໂດຍ​ສູນ​ກາງ ກ່ຽວ​ກັບ​ການ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ປະຊາຊົນເຂົ້າເມືອງຫວຽດນາມ ​ໃນ​ໂອກາດບຸນ​ປີ​ໃຫມ່ (ບຸນເຕັດ) ປີ 2022.

ຄຳອວຍພອນປີໃໝ່ປະຈຳຊາດຂອງປະທານປະເທດ ຫວຽດນາມ

ຄຳອວຍພອນປີໃໝ່ປະຈຳຊາດຂອງປະທານປະເທດ ຫວຽດນາມ

ຂໍອວຍພອນທຸກໆຄອບຄົວຊາວຫວຽດນາມທີ່ຮັກແພງ ໄດ້ຕ້ອນຮັບບຸນເຕັດຢ່າງເບີກບານມ່ວນຊື່ນ, ເຕັມໄປດ້ວຍຄວາມອົບອຸ່ນ ແລະ ປອດໄພ. ຂໍອວຍພອນຊາວຫວຽດນາມແຕ່ລະຄົນ, ພໍ່ແມ່ພີນ້ອງເຮົາ, ປີໃໝ່ປີຂານ 2022 ຈົ່ງມີສຸຂະພາບເຂັ້ມແຂງ, ປະສົບຜົນສຳເລັດ ແລະ ຜາສຸກ.

ວິລະຄອນ ທອງສົມສະໜິດ (ລາວ):  ບຸນເຕັດ​ຫວຽດນາມ ​ທີ່​ສັກສິດ​ທີ່​ສຸດ​ແມ່ນ​ການ​ລະນຶກ​ເຖິງ​ບັນພະບຸລຸດ

ວິລະຄອນ ທອງສົມສະໜິດ (ລາວ): ບຸນເຕັດ​ຫວຽດນາມ ​ທີ່​ສັກສິດ​ທີ່​ສຸດ​ແມ່ນ​ການ​ລະນຶກ​ເຖິງ​ບັນພະບຸລຸດ

ຍສໝ - ສຳລັບ ວິລະຄອນ ທອງສົມສະໜິດ, ນັກສຶກສາປີທີ 2 ຄະນະນິຕິສາດ, ສາຂາວິຊາກົດໝາຍເສດຖະກິດ, ມະຫາວິທະຍາໄລເສດຖະກິດແຫ່ງຊາດ (ຮ່າໂນ້ຍ) ແລ້ວ, ບຸນປີໃໝ່ປະຈຳຊາດ ຫວຽດນາມ ແມ່ນເປັນເອກະລັກສະເພາະ.