ທ່ານ ZhaoQian (ຈີນ):

ຄົນຈີນຫຼາຍຄົນທີ່ເຮັດວຽກຢູ່ຫວຽດນາມ ຖືວ່າຫວຽດນາມເປັນບ້ານເກີດເມືອງນອນແຫ່ງທີສອງຂອງເຂົາເຈົ້າແລ້ວ!

06:31 | 02/02/2022

ຍສໝ - ຂ້າ​ພະ​ເຈົ້າ​ຢູ່​ຫວຽດ​ນາມ ​ໄດ້​ເກືອບ 26 ປີແລ້ວ, ແຕ່​ຫາກໍ່ໄດ້​ສະ​ເຫຼີມ​ສະ​ຫຼອງ​ບຸນ​ເຕັດ​ຢູ່​ທີ່​ນີ້​ພຽງ 4 ຄັ້ງ. ເນື່ອງ​ຈາກ​ຜົນ​ກະ​ທົບ​ຂອງ​ໂລກ​ລະ​ບາດ Covid-19 ສະນັ້ນ ​ຂ້າ​ພະ​ເຈົ້າ ໄດ້​ຕ້ອນຮັບບຸນເຕັດ ຢູ່​ຫວຽດ​ນາມ 2 ປີ​ ລຽນຕິດກັນ. ຄວາມ​ຮູ້ສຶກ​ເມື່ອ​ສະຫຼອງ​ບຸນ​ເຕັດ​ຢູ່​ທີ່​ນີ້​ແມ່ນ​ຄິດ​ຮອດ​ບ້ານ​ຫຼາຍ, ຄິດ​ຮອດພໍ່​ແມ່, ຍາດ​ພີ່ນ້ອງ​ພ້ອມ​ທັງ​ເພື່ອນ​ມິດ​ຢູ່​ຈີນ. ພິ​ເສດ, ຂ້າພະ​ເຈົ້າ​ເຫັນ​ວ່າ ບຸນເຕັດຢູ່​ຫວຽດນາມ ຍັງ​ຄົງ​ມີ​ລັກສະນະທີ່ຄື “ອະດີດ” ຫຼາຍ​ຢ່າງ, ຫລືວ່າ ​ເຮົາ​ມັກ​ເວົ້າ​ວ່າ ​ແມ່ນ​ຮີດຄອງ​ປະ​ເພນີ, ສະ​ນັ້ນ ບັນຍາກາດ​ຂອງ ບຸນເຕັດຢູ່​ທີ່​ນີ້ ​ມັກ​ເຮັດ​ໃຫ້ຄິເຖິງ​ບັນດາ​ຄວາມ​ຊົງ​ຈຳ​ໃນ​ໄວ​ເດັກ​ຂອງ​ຂ້າພະ​ເຈົ້າ. ໃນເວລານັ້ນ, ຄົນເຮົາຍັງຂາດເຂີນວັດຖຸສິ່ງຂອງ, ແຕ່ອຸດົມໄປດ້ວຍຄວາມຮັກແພງ ແລະ ຄວາມເມດຕາ, ສະນັ້ນ ຂ້າພະເຈົ້າຮູ້ສຶກນັບຖືບັນດາຄວາມຮູ້ສຶກເຫຼົ່ານັ້ນແທ້ໆ.

ວາດພາບບັນຍາກາດບຸນປີໃໝ່ປະຈໍາຊາດຫວຽດນາມ ຜ່ານເອກະສານສຳເນົາ ວາດພາບບັນຍາກາດບຸນປີໃໝ່ປະຈໍາຊາດຫວຽດນາມ ຜ່ານເອກະສານສຳເນົາ
ງານ​ວາງສະ​ແດງ “​ບຸນເຕັດດັ້ງເດີມ” ​ວາງສະ​ແດງ​ເອກະສານ ​ແລະຮູບ​ພາບ​ທີ່​ເປັນ​ເອກະລັກ​ສະ​ເພາະ​ກ່ວາ 100 ​ແຜ່ນ​ກ່ຽວ​ກັບບຸນປີໃໝ່ປະຈໍາຊາດ ງານ​ວາງສະ​ແດງ “​ບຸນເຕັດດັ້ງເດີມ” ​ວາງສະ​ແດງ​ເອກະສານ ​ແລະຮູບ​ພາບ​ທີ່​ເປັນ​ເອກະລັກ​ສະ​ເພາະ​ກ່ວາ 100 ​ແຜ່ນ​ກ່ຽວ​ກັບບຸນປີໃໝ່ປະຈໍາຊາດ
ຄົນຈີນຫຼາຍຄົນທີ່ເຮັດວຽກຢູ່ຫວຽດນາມ ຖືວ່າຫວຽດນາມເປັນບ້ານເກີດເມືອງນອນແຫ່ງທີສອງຂອງເຂົາເຈົ້າແລ້ວ!
ທ່ານ ZhaoQian, ປະທານ​ສະມາຄົມ​ນັກທຸລະກິດ​ຈີນ​ສາຂາສະມາຄົມນະຄອນ​ໂຮ່ຈິ​ມິນ.

ການ​ສະ​ເຫຼີມ​ສະ​ຫຼອງ​ບຸນ​ເຕັດ​ຢູ່​ຫວຽດ​ນາມ​ຍັງ​ມີ​ຫຼາຍ​ສິ່ງ​ທີ່​ຄ້າຍ​ຄື​ກັນ​ກັບ​ບຸນ​​ເຕັດ​ຈີນ ​ຍ້ອນ​ວ່າ​ທັງ​ສອງ​ປະ​ເທດ​ລ້ວນແຕ່ມີ​ພື້ນຖານອາ​ລິ​ຍະ​ທຳ​ຕາ​ເວັນ​ອອກ. ຂ້າພະ​ເຈົ້າ​ເອງ​ກໍ່​ແມ່ນ​ຊາວ​ເຜົ່າ​ຈວາງ, ດຳລົງ​ຊີວິດ​ຢູ່​ນະຄອນ​ໜານ​ໜິງ - ແຂວງກວາງ​ຊີ, ​ແຂວງໜຶ່ງ​ທີ່​ມີ​ຊາຍ​ແດນ​ຕິດ​ກັບ​ຫວຽດນາມ, ດັ່ງ​ນັ້ນ​ ນັບແຕ່ຮີດຄອງ​ປະ​ເພນີ​ຂອງ​ງານ​ບຸນ​ເຕັດ​ເຖິງ​ເຍື່ອງ​ອາ​ຫານ​ໃນຊ່ວງ​ບຸນ​ເຕັດ ກໍ​ມີ​ລັກສະນະ​ຄ້າຍຄື​ກັນ​ຫຼາຍ​ຢ່າງ, ຕົວຢ່າງ​ຄື: ​ເຂົ້າໜຽວ ​ແລະ ຖົ່ວຂຽວ​ທີ່ໄດ້​ຫໍ່​ເຂົ້າຕົ້ມ​ດ້ວຍ​ໃບຕອງຈີງ...

ຢູ່​ຫວຽດນາມ ມີ​ນັກ​ລົງທຶນ ​ແລະ ນັກ​ຊ່ຽວຊານ​ດ້ານ​ການ​ຄຸ້ມ​ຄອງ​ຂອງ​ຈີນ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ທີ່​ບໍ່​ສາມາດ​ກັບ​ຄືນ​ບ້ານ​ເກີດ​ຂອງ​ຕົນ​ໄດ້​ຍ້ອນ​ພະຍາດ​ໂຄ​ວິດ-19, ສະນັ້ນ ​ເຂົາ​ເຈົ້າ​ຈຶ່ງ​​ຢູ່​ຫວຽດນາມ ​ເພື່ອ​ສະຫຼອງ​ບຸນ​ເຕັດ. ຂ້າ​ພະ​ເຈົ້າ​ຄິດ​ວ່າ​ໃນ​ໃຈ​ຂອງ​ທຸກຄົນ, ອາດ​ຈະ​ຄືກັບ​ຂ້າ​ພະ​ເຈົ້າເອງ, ​ເຂົາ​ເຈົ້າກໍ່ໄດ້​ຖື​ຫວຽດ​ນາມ​ເປັນ​ບ້ານ​ເກີດ​ເມືອງ​ນອນ​ແຫ່ງທີ່​ສອງຂອງ​ເຂົາ​ເຈົ້າແລ້ວ.

ປີ 2021 ເປັນ​ປີ​ທີ່​ຫຍຸ້ງຍາກ ​ແລະ​ ວຸ້ນວາຍ. ລັດຖະບານ​ຫວຽດນາມ ​ໄດ້​ຕັ້ງໜ້າ​ຄວບ​ຄຸມ​ໂລກ​ລະບາດ, ຖື​ເອົາ​ແຜນນະໂຍບາຍ “ດຳລົງ​ຊີວິດ​ຢ່າງ​ປອດ​ໄພຮ່ວມ​ກັບ​ພະຍາດ​ລະບາດ” ​ເພື່ອ​ພັດທະນາ​ເສດຖະກິດ​ໃຫ້​ກ້າວ​ເຂົ້າ​ສູ່​ສະພາບ​ປົກກະຕິ​ໃໝ່. ໄລຍະຜ່ານມາ, ຖັນແຖວ​ແພດ​ໝໍ ​ແລະ​ ພະນັກງານ​ແພດ​ໄດ້​ໃຫ້ການຊ່ວຍ​ເຫຼືອ​ ແລະ​ ສັກ​ຢາ​ວັກ​ຊີນໃຫ້ແກ່ບັນດາ​ນັກ​ລົງທຶນ ​ແລະ ​ນັກ​ຊ່ຽວຊານ​ຈີນ​ຢ່າງ​ກະຕືລືລົ້ນ, ຂ້າພະ​ເຈົ້າຂໍ​ຕາງໜ້າ​ສະມາຄົມ​ນັກທຸລະກິດ​ຈີນ​ສາຂາ​ນະຄອນ​ໂຮ່ຈິ​ມິນ ​ສົ່ງ​ຄຳ​ຂອບ​ໃຈ​ຢ່າງ​ເລິກ​ເຊິ່ງ​ເຖິງ​ອຳນາດ​ການ​ປົກຄອງບັນດາ​ທ້ອງ​ຖິ່ນ.

ໃນ​ໄລຍະ​ຜ່ານ​ມາ, ສະມາຄົມ​ຂອງ​ພວກ​ຂ້າພະ​ເຈົ້າ​ຍັງ​ໄດ້​ປຸກລະດົມ ແລະ ຈັດຕັ້ງບັນດາ​ການ​ເຄື່ອນ​ໄຫວ​ອາສາສະໝັກ​ຢູ່​ບັນດາ​ແຂວງ​ພາກ​ໃຕ້​ຄື: ນະຄອນ ​ໂຮ່ຈີ​ມິນ, ບິ່ງ​ເຢືອງ, ດົ່ງ​ນາຍ, ລອງ​ອານ. ຍອດ​ຈຳນວນ​ເງິນ ​ແລະ ​ເຄື່ອງ​ຂອງ​ທີ່​ບັນດາວິສາຫະກິດ​ຈີນ​ບໍລິຈາກ​ແມ່ນ​ກວ່າ 46 ຕື້​ດົ່ງ, ​ໃນ​ນັ້ນ​ກວ່າ 5 ຕື້​ດົ່ງ​ແມ່ນໄດ້​ບໍລິຈາກ​ໂດຍ​ກົງ​ຈາກ​ສະມາຄົມ. ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ດ້ວຍ​ຈິດ​ໃຈ​ໜູນ​ຊ່ວຍ​ເຊິ່ງ​ກັນ​ແລະ​ກັນ, ພວກ​ເຮົາ​ຈະ​ເອົາຊະ​ນະ​ໂລກ​ລະ​ບາດ, ເສດ​ຖະ​ກິດ​ຫວຽດ​ນາມ​ຈະກ້າວ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່!

ໄຊພອນ

ເຫດການ