ປັບ​ປຸງ​ສາຍ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊ​າດ ຫວ​ຽດ​ນາມ ແລະ ສະ​ພາ​ແຫ່ງ​ຊາດ ສີ​ລັງ​ກາ

06:28 | 05/02/2022

ການຮ່ວມມືອັນດີງາມລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ສະພາແຫ່ງຊາດ ສີລັງກາ ຈະໄດ້ຮັບການປັບປຸງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ, ເພື່ອຜົນປະໂຫຍດອັນແທດຈິງຂອງປະຊາຊົນສອງປະເທດ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.

ຮັກ​ສາ, ເພີ່ມ​ພູນ​ຄູນ​ສ້າງ ແລະ ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ອັນ​ດີ​ງາມ ລະ​ຫວ່າງ ຫວຽດ​ນາມ - ລາວ ຮັກ​ສາ, ເພີ່ມ​ພູນ​ຄູນ​ສ້າງ ແລະ ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ອັນ​ດີ​ງາມ ລະ​ຫວ່າງ ຫວຽດ​ນາມ - ລາວ
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ອວຍ​ພອນ​ວັນ​ຊາດ ອົດ​ສະ​ຕາ​ລີ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ອວຍ​ພອນ​ວັນ​ຊາດ ອົດ​ສະ​ຕາ​ລີ
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້

ເນື່ອງໃນໂອກາດວັນປະກາດເອກະລາດແຫ່ງສາທາລະນະລັດສັງຄົມນິຍົມປະຊາທິປະໄຕ ສິລັງກາ (4/2/1948 – 4/2/2022), ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ສົ່ງສານອວຍພອນໄປຍັງທ່ານ Mahinda Yapa Abeywardana, ປະທານສະພາແຫ່ງຊາດ ສີລັງກາ.

ໃນສານອວຍພອນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ສະແດງຄວາມເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືໃນຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ສີລັງກາ, ການຮ່ວມມືອັນດີງາມລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ສະພາແຫ່ງຊາດ ສີລັງກາ ຈະໄດ້ຮັບການປັບປຸງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ, ເພື່ອຜົນປະໂຫຍດອັນແທດຈິງຂອງປະຊາຊົນສອງປະເທດ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.

vovworld.vn

ເຫດການ