ຄິດຫງຳກ່ຽວກັບລັກສະນະດໍາລົງຊີວິດ​ຮ່ວມ​ກັນ​ຢ່າງ​ກົມກຽວ ​ແລະໂອບອ້ອມອາລີ ​ໃນ​ວັດທະນະທຳ​ຫວຽດນາມ

12:03 | 03/02/2022

ຍສໝ - ຂ້າ​ພະ​ເຈົ້າ​ໄດ້​ດຳ​ລົງ​ຊີ​ວິດ​ຮ່ວມ​ກັນ​ຢ່າງ​ກົມກຽວກັບ​ຫວຽດ​ນາມ ໃນຕະ​ຫລອດ​ເວ​ລາເກີດ​ໂລກ​ລະ​ບາດໂຄວິດ – 19 ​ໃນ​ທົ່ວ​ໂລກ​ມາ​ຮອດ​ປັດ​ຈຸ​ບັນ.

ຫວຽດນາມ ​ແລະ ​ເບ​ລາຣຸດ ສືບ​ຕໍ່​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ, ຕັ້ງໜ້າ​ປະກອບສ່ວນ​ຮັກສາ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ ຫວຽດນາມ ​ແລະ ​ເບ​ລາຣຸດ ສືບ​ຕໍ່​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ, ຕັ້ງໜ້າ​ປະກອບສ່ວນ​ຮັກສາ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ
ສະ​ພາ​ແຫ່ງ​ຊາດ​ສອງ​ປະ​ເທດ ຫວຽດ​ນາມ - ລາວ ສືບ​ຕໍ່​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ແລະ ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ ຢູ່​ເວ​ທີ​ສາ​ກົນ ແລະ ພາກ​ພື້ນ ສະ​ພາ​ແຫ່ງ​ຊາດ​ສອງ​ປະ​ເທດ ຫວຽດ​ນາມ - ລາວ ສືບ​ຕໍ່​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ແລະ ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ ຢູ່​ເວ​ທີ​ສາ​ກົນ ແລະ ພາກ​ພື້ນ
ກະ​ຊວງ​ສ​າ​ທາ​ລະ​ນະ​ສຸກ ຫວຽດນາມ ຈັດ​ແບ່ງ​ວັກ​ຊິນ​ຢ່າງ​ຄົບ​ຖ້ວນ ເພື່ອ​ໃຫ້ ບັນ​ດາ​ແຂວງ​ທາງ​ພາກ​ໃຕ້ ເພື່ອສັກ​ວັກ​ຊິນໃຫ້​ປະ​ຊາ​ຊົນ​ຢ່າງ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້ ກະ​ຊວງ​ສ​າ​ທາ​ລະ​ນະ​ສຸກ ຫວຽດນາມ ຈັດ​ແບ່ງ​ວັກ​ຊິນ​ຢ່າງ​ຄົບ​ຖ້ວນ ເພື່ອ​ໃຫ້ ບັນ​ດາ​ແຂວງ​ທາງ​ພາກ​ໃຕ້ ເພື່ອສັກ​ວັກ​ຊິນໃຫ້​ປະ​ຊາ​ຊົນ​ຢ່າງ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້

ປີ 2020, ມີ​ຫລາຍ​ຄົນ​ເວົ້າ​ເຖິງ​ບັນ​ດາ​ຜົນ​ງານ​ປ້ອງກັນ, ຕ້ານ​ໂລກລະ​ບາດ​ຂອງ​ຫວຽດ​ນາມ ແລະ ບັນ​ດາ​ມາດ​ຕະ​ການທີ່ມີ​ປະ​ສິດ​ທິ​ຜົນ ຂອງຫວຽດນາມ ດ້ວຍ​ຄວາມ​ພາກ​ພູມ​ໃຈໃນທົ່ວທຸກບ່ອນ. ​ແຕ່ພຽງແຕ່​​ເມື່ອ​ໂລກລະບາດ​ແຜ່​ລະບາດ​ຢ່າງ​ແຮງ​ແຕ່​ກາງ​ປີ 2021 ​ເທົ່າ​ນັ້ນ, ຫວຽດນາມ ຈຶ່ງປະສົບ​ກັບ​ຄວາມ​ຫຍຸ້ງຍາກ , ການສູນເສຍຫຼາຍຢ່າງ. ຜ່ານ​ນັ້ນ, ຂ້າພະ​ເຈົ້າ​ໄດ້ມີຄວາມຄິດຫງຳຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ປະ​ເທດ​ນີ້. ນັ້ນ​ແມ່ນ​ວັດທະນະທຳ​ທີ່ເຕັມໄປດ້ວຍສີສັນ​ສະ​ເພາະ​ຂອງ​ຊາວ​ຫວຽດນາມ.

ຄິດຫງຳກ່ຽວກັບລັກສະນະດໍາລົງຊີວິດ​ຮ່ວມ​ກັນ​ຢ່າງ​ກົມກຽວ ​ແລະໂອບອ້ອມອາລີ ​ໃນ​ວັດທະນະທຳ​ຫວຽດນາມ

ທ່ານ ປອ ປະຫວັດສາດ Sim Sang Joon (ສ.ເກົາຫຼີ).

​ເບິ່ງ​ໃນ​ຄວາມ​ເລິກ​ເຊິ່ງຂອງ​ປະຫວັດສາດ ​ແລະ​ ພູມີປະເທດ​ພິ​ເສດ​ຂອງ​ຫວຽດນາມ ນັບ​ແຕ່ເມື່ອ​ຊາວ​ຫວຽດນາມ ​ໄດ້​ສ້າງ​ຕັ້ງ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ ​ໄດ້​ສະແດງໃຫ້ເຫັນ​ວັດທະນະທຳທີ່ເຕັມໄປດ້ວຍສີສັນ​ສະ​ເພາະ​ຂອງ​ຊາດ​ຫວຽດນາມ. ນັ້ນແມ່ນລັກສະນະດໍາລົງຊີວິດ​ຮ່ວມ​ກັນ​ຢ່າງ​ກົມກຽວ ແລະ ບືນຕົວຂຶ້ນດ້ວຍທຸກວິທີຈາກເງື່ອນໄຂຂອງຕົນ. ຜ່ານການຜັນແປ ຫຼາຍຢ່າງຂອງປະຫວັດສາດ​, ຄຽງຂ້າງບັນດາວັດທະນະທຳ​ໃຫຍ່​ແລ້ວ, ​ເບິ່ງ​ຄື​ວ່າ​ປະ​ເທດ​ຊາດ​ນີ້​ຈະ​ສູນ​ເສຍສີສັນ​ເອກະລັກ​ຂອງ​ຕົນ, ​ແຕ່​ກົງກັນຂ້າມ, ມັນ​ໄດ້​ຊ່ວຍ​ໃຫ້​ຊາວ​ຫວຽດນາມ ​ພັດທະນາ​ປັດຊະຍາດຳລົງ​ຊີວິດ​ຮ່ວມ​ກັນຢ່າງແຮງ.

​ໃນ​ສະພາບ​ການ​ທີ່​ຫຼາຍ​ປະ​ເທດ​ຂຶ້ນ​ກັບ​ບັນດາ​ປະ​ເທດ​ໃຫຍ່ຢ່າງເລິກເຊິ່ງ, ຫວຽດນາມ ສາມາດ​ປອງ​ດອງ​ກັນ​ໄດ້​ຍ້ອນ​ວິຖີ​ຊີວິດ​ທີ່ໂອບອ້ອມອາລີກວ່າ​ໃນ​ກະແສອະນຸລັກ​ຮັກສາສີສັນຂອງ​ຕົນ. ນັ້ນ​ເປັນ​ລັກສະນະ​ສຳຄັນ​ທີ່​ຈະ​ຊ່ວຍ​ໃຫ້​ປະ​ເທດ​ຊາດຄົງຕົວ ​ແລະ ພັດທະນາ.

ຫຼັງ​​ປີ 1975, ສິ້ນ​ສຸດ​ສົງ​ຄາມ​ອັນຍາວ​ນານ, ຫວຽດ​ນາມ ໄດ້​ສ້າງ​ການ​ພົວ​ພັນ​ກັບ ອາ​ເມ​ລິ​ກາ ເປັນ​ປົກ​ກະ​ຕິ. ສ່ວນ​ຈີນ, ຫວຽດນາມ​ ໄດ້​ຈັບ​ມື​ກັນ​ເຖິງ​ວ່າ​ຍັງມີ​ຄວາມ​ບໍ່​ລົງ​ລອຍ​ກັນ. ຖ້າ​ຫາກ​ວ່າ​ນັ້ນບໍ່​ແມ່ນ​ລັກສະນະ​ສຳຄັນ​ຂອງ​ວັດທະນະທຳ​ຂອງ​ຊາດ​ຫວຽດນາມ ກໍຈະບໍ່​ສາມາດ​ມີ​ຫວຽດນາມ ​ຄືປະຈຸບັນ. ວັດທະນະທຳ​ນີ້​ອະນຸຍາດ​ໃຫ້​ຢູ່​ໃນ​ທຸກ​ສະພາບ​ການ, ໂດຍ​ບໍ່ຫົວຊາຕໍ່ການ​ຂັດ​ແຍ້​ງດ້ານ​ດິນ​ແດນ, ຄວາມ​ແຕກ​ຕ່າງ​ດ້ານ​ອຸດົມ​ຄະຕິ, ​ລະບອບລະບຽບ​ການ​ເມືອງ, ປະ​ເທດ​ນີ້​ຍັງ​ຮັກສາ​ການ​ພົວພັນ​ມິດຕະພາບ​ກັບ​ບັນດາ​ອົງການຈັດຕັ້ງ ​ແລະ ປະ​ເທດຕ່າງໆ​ໃນ​ໂລກໄດ້.

ຂ້າພະ​ເຈົ້າ​ ໄດ້​ຍິນ​ສານທີ່ວ່າ “ຫວຽດນາມ​ ຢາກ​ເປັນ​ເພື່ອນມິດ​ກັບ​ໂລກ”, “​ເຊື່ອມ​ໂຍງ​ເຂົ້າ​ກັບ​ໂລກ, ​ເຊື່ອມ​ເຂົ້າແຕ່ບໍ່ສະຫຼາຍ”, “​ເຄົາລົບ​ຄວາມ​ແຕກ​ຕ່າງ” ເປັນ ປະຈໍາ… ​ແລະ ຂ້າພະ​ເຈົ້າ​ບໍ່​ເຄີຍ​ເຫັນ​ປະຈັກ​ຕາ​ຈິດໃຈຊາດ​ທີ່ຂວາຈັດ​ໃນ​ການ​ສະແດງອອກ​ຂອງ​ຊາວ​ຫວຽດນາມ ຈັກເທື່ອ ເຊິ່ງຍາມໃດກໍ່ແມ່ນ​ນ້ຳ​ໃຈ​ຮັກ​ຊາດ​ທີ່​ຖ່ອມຕົວ​.

ແນ່ນອນວ່າ, ໃນຂະບວນການເຊື່ອມໂຍງ, ບາງຄັ້ງກໍ່ຕ້ອງກໍາຈັດສິ່ງຫຍໍ້ທໍ້, ບໍ່ເຫມາະສົມ, ກົງກັນຂ້າມກັບຮີດຄອງປະເພນີອັນດີງາມ... ແຕ່ຄວາມສາມາດ ໃນການຮັບເອົາສິ່ງໃຫມ່, ຊອກຫາສິ່ງທີ່ດີ, ສິ່ງທີ່ສວຍງາມຍັງຄົງເປັນສິ່ງຕົ້ນຕໍໃນ ສັງຄົມຫວຽດນາມ. ບັນດາ​ບັນຫາຍອດຍິ່ງໃນ​ວັດທະນະທຳ, ສິລະ​ປະ, ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ, ການ​ເລີ່​ມດໍາເນີນທຸລະກິດ, ອາຫານ, ແຟຊັນ... ​ໄດ້​ຮັບ​ເອົາຢ່າງ​ວ່ອງ​ໄວ... ໝາກຜົນແມ່ນຫວຽດນາມ ມີພື້ນຖານວັດທະນະທີ່​ຄຶກ​ຄື້ນ, ສະຫຼັບກັນ, ການ​ພົບ​ປະ​ແລກ​ປ່ຽນ​ສາ​ກົນ​ກໍ່​ມີ​ຄວາມ​ເຂັ້ມ​ແຂງ​ທີ່​ສຸດ. ຂ້າພະ​ເຈົ້າ​ຖື​ວ່າ ​ວັດທະນະທຳ​ແຫ່ງ​ການ​ຢູ່ດໍາລົງຊີວິດ​ຮ່ວມ​ກັນ​ຢ່າງ​ກົມກຽວ​ ​ແມ່ນ​ກຸນ​ແຈ​ແຫ່ງ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ຫວຽດນາມ ​ໃນ​ປະຈຸບັນ ​ແລະ ອະນາຄົດ.

ຄິດຫງຳກ່ຽວກັບລັກສະນະດໍາລົງຊີວິດ​ຮ່ວມ​ກັນ​ຢ່າງ​ກົມກຽວ ​ແລະໂອບອ້ອມອາລີ ​ໃນ​ວັດທະນະທຳ​ຫວຽດນາມ
ບັນຍາກາດພິທີພາວະນາຂໍຄວາມສະຫງົບງຽບຂອງສະມາຄົມພຸດທະສາສະໜາ ຫວຽດນາມ ປະຈຳ ສ.ເກົາຫຼີ ຢູ່ວັດ ຟູ້ງເອິນ, ນະຄອນຫຼວງ ເຊອູນ. ພາບ: /Vietnam+

ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ຫວຽດນາມ ​ໄດ້​ເປີດ​ເຜີຍ​ວິທີຮັບມືສະເພາະ​ຂອງ​ຕົນ. ຂ້າ​ພະ​ເຈົ້າ​ບໍ່​ເຄີຍ​ເຫັນ​ປະ​ເທດ​ໃດ​ໃຊ້​ຄຳ​ຂວັນ “ຕ້ານ​ໂລກ​ລະ​ບາດ​ຄື​ຕ້ານ​​ສັດ​ຕູ” ຄື​ຫວຽດ​ນາມ, ເພາະ​ມັນໄດ້​ລະ​ດົມ​ກຳ​ລັງ​ແຮງ​ຂອງ​ທົ່ວ​ປວງ​ຊົນ. ຂ້າພະເຈົ້າໄດ້ເຫັນປະຈັກຕາບັນດາຖ້ຽວເຄື່ອງອຸປະຖໍາມາ ຈາກທຸກແຫ່ງ, ບັນດາຄວາມມານະພະຍາຍາມການ​ທູດ​ວັກຊິນ​ສຳ​ເລັດ​ຜົນ, ກໍ່ຄື​ການ​ປະ​ກອບ​ສ່ວນ​ຈາກ​ຊາວ​ຫວຽດ​ນາມອາໄສຢູ່ຕ່າງປະເທດ ແລະ ປະ​ຊາ​ຊົນ​ໃນ​ທົ່ວ​ໂລກ, ​ຊ້ຳບໍ່ໜຳຈາກປະຊາຊົນຢູ່ປະເທດທີ່ຫ່າງໄກຄືກູບາ... ໄດ້ຊ່ວຍ ຫວຽດນາມ ຜ່ານຜ່າຄວາມຫຍຸ້ງຍາກ. ສິ່ງດັ່ງກ່າວໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ຫວຽດນາມ ຍາມ​ໃດ​ກໍ່​ມີ​ເພື່ອນ​ມິດ​ທີ່​ຊ່ວຍ​ເຫຼືອ​ຢູ່​ທົ່ວ​ທຸກ​ແຫ່ງ. ນັ້ນ​ແມ່ນ​ຈິດ​ໃຈ “ດໍາລົງຊີວິດຮ່ວມ​ກັນ​ຢ່າງ​ກົມກຽວ ​ແລະ ໂອບອ້ອມອາລີ”. ລັກສະນະນັ້ນ ໄດ້ຄົງຕົວໃນປະຫສັດສາດ, ວັດທະນະທໍາຂອງຊາດຫວຽດນາມ.

ຂ້າ​ພະ​ເຈົ້າ​ໄດ້​ຕັ້ງ​ຄຳ​ຖາມ​ອີກ​ວ່າ: “ສິ່ງ​ໃດ​ທີ່ເຮັດ​ໃຫ້​ຊາວ​ຫວຽດ​ນາມ​ ນັບ​ລ້ານ​ຄົນ​ໃນ 5 ທະ​ວີບເອີ້ນວ່າເປັນພໍ່ແມ່ປະຊາຊົນ?”. ຄຳ​ນີ້​ຖືກ​ກ່າວ​ໂດຍ​ປະທານ ໂຮ່ຈີ​ມິນ ​ເມື່ອ​ອ່ານ​ຖະ​ແຫຼ​ງການ​ປະກາດ​ເອກະລາດ​ສ້າງຕັ້ງ​ ຫວຽດນາມ ປະຊາທິປະ​ໄຕ ສາທາລະນະ​ລັດ ປີ 1945. ​ແລະ ມາ​ຮອດ​ປະຈຸ​ບັນ, ຄຳເອີ້ນ​ ພໍ່ແມ່​ປະຊາຊົນ​ຍັງ​ສືບ​ຕໍ່​ຖືກ​ນຳ​ໃຊ້ແທນໃຫ້​ຊື່ເອີ້ນ, ນິຍາມຕ່າງໆ, ຫຼືລະບຽບການ ຕ່າງໆໃນຂະແໜງການ, ບັນດາວົງການ, ມະຕິ ແລະ ເອກະສານຕ່າງໆ. ສີສັນວັດທະນະທຳນີ້ ສະແດງໃຫ້ເຫັນເຖິງຄວາມສາມັກຄີ ແລະ ຮັກແພງຂອງມະນຸດ. ນັ້ນ​ແມ່ນ​ຕາ​ໜ່າງ​ປົກ​ປັກ​ຮັກ​ສາ​ວັດ​ທະ​ນະ​ທຳ​ຫວຽດ​ນາມ.

ໃນກອງປະຊຸມວັດທະນະທໍາແຫ່ງຊາດໃນວັນທີ 21 ພະຈິກ 2021. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ເນັ້ນ​ໜັກ​ວ່າ: “ວັດທະນະທຳ​ແມ່ນ​ສີສັນ​ຂອງ​ປະ​ເທດ​ຊາດ, ວັດທະນະທຳ​ຍັງ​ຄົງ​ຕົວແມ່ນ​ຊາດກໍ່ຄົງຕົວ, ວັດທະນະທຳ​​ສູນເສຍ ແມ່ນປະ​ເທດ​ຊາດ​ກໍຈະສູນ​ເສຍ”, “ວັດທະນະທຳ​ສ້າງເປັນຈິດ​ວິນ​ຍານ​ຂອງ​ປະ​ເທດ​ຊາດ, ດັ່ງ​ນັ້ນ ຖ້າສູນເສຍວັດທະນະທໍາ ກໍແມ່ນການສູນເສຍປະເທດຊາດ". ຄຳ​ເວົ້າ​ນີ້​ ແມ່ນ​ເພື່ອ​ປຸກລະດົມ​ຄວາມມຸ່ງມາດ​ປາຖະໜາ​ພັດທະນາ​ປະ​ເທດ​ທີ່​ຈະ​ເລີ​ນຮຸ່ງ​ເຮືອງ.

ມວນມະນຸດໃນສະຕະວັດທີ 21 ຍັງພວມຮັບມືກັບລັດທິຫົວຮຸນແຮງ, ຈິດໃຈຄັບແຄບ, ຊ້ຳບໍ່ໜຳແມ່ນຍັງມີຄວາມໂລບ ແລະ ການຮຸກຮານ. ໄວ​ໜຸ່ມ​ຫວຽດນາມ ​ຕ້ອງ​ມີ​ສະຕິ​ລະວັງ​ຕົວ​ເພື່ອ​ຫຼີກ​ລ້ຽງ​ການ​ຕົກ​ໃສ່​ກັບ​ດັກ​ເຫຼົ່າ​ນັ້ນ. ເຖິງຢ່າງໃດກໍ່ຕາມ, ບັນດາສິ່ງຍອດຍິ່ງຂອງ​ວັດທະນະທຳ​ຂອງ​ຊາດ​ຫວຽດນາມ ຍັງຄົງຍືນຍົງຄົງຕົວກັບ​ການ​ເວ​ລາ ຕະຫຼອດໄປ.

ບູນມີ

ທ່ານອາດຈະມັກ

302 Found

Found

The document has moved here.