ຄະນະພະນັກງານກອງທັບປະຊາຊົນລາວ ຢ້ຽມຢາມກອງບັນຊາການທະຫານແຂວງ ໄຕນິງ
ຕົ້ນອາທິດທີ່ຜ່ານມາ, ຄະນະພະນັກງານກອງທັບປະຊາຊົນລາວ ໂດຍທ່ານພົນຈັດຕະວາ ບົວສິງ ອິນທະວົງ, ຫົວໜ້າກົມເສນາຮັກ ເປັນຫົວໜ້າຄະນະໄດ້ມາຢ້ຽມຢາມກອງບັນຊາການທະຫານແຂວງ ໄຕນິງ.
ຕົ້ນອາທິດທີ່ຜ່ານມາ, ຄະນະພະນັກງານກອງທັບປະຊາຊົນລາວ ໂດຍທ່ານພົນຈັດຕະວາ ບົວສິງ ອິນທະວົງ, ຫົວໜ້າກົມເສນາຮັກ ເປັນຫົວໜ້າຄະນະໄດ້ມາຢ້ຽມຢາມກອງບັນຊາການທະຫານແຂວງ ໄຕນິງ.
ທີ່ການຕ້ອນຮັບທ່ານຮອງປະທານສະພາແຫ່ງຊາດ ລາວ ແສງນວນ ໄຊຍະລາດ ໃນວັນທີ 18 ກໍລະກົດ,
ຍສໝ - ຕອນບ່າຍຂອງວັນທີ 17 ກໍລະກົດ ທີ່ຜ່ານມາ ຄະນະຜູ້ແທນສະພາແຫ່ງຊາດລາວ ນຳໂດຍ ທ່ານ ແສງນວນ ໄຊຍະລາດ ກຳມະການສູນກາງພັກ ຮອງປະທານສະພາແຫ່ງຊາດລາວ ໄດ້ເຂົ້າພົບຢ້ຽມຢາມຖາມຂ່າວກັບ ພະນະທ່ານເລຂາທິການໃຫຍ່ ຫງວ໋ຽນຟູ໋ຈ້ອງ ແລະ ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວ໋ຽນທິກິມເງິນ
ສອງວັນທີ່ຜ່ານມາ ຢູ່ນະຄອນ ໂຮ່ຈິມິນ, ຄະນະຜູ້ແທນໜັງສືພິມກອງທັບປະຊາຊົນລາວ ໂດຍທ່ານພັນເອກ ຄໍາສາວ ແກ້ວວິເສດ, ຫົວໜ້າບັນນາທິການໃຫຍ່ໜັງສືພິມກອງທັບປະຊາຊົນລາວ ເປັນຫົວໜ້າຄະນະ, ຝ່າຍ ຫວຽດນາມ ມີທ່ານພັນເອກພິເສດ ຮ່າແມ້ງເຕື່ອງ, ຮອງຫົວໜ້າບັນນາທິການໃຫຍ່ໜັງສືພິມກອງທັບປະຊາຊົນຫວຽດນາມ.
ຍສໝ - ຕອນເຊົ້າມື້ວັນທີ 17 ກໍລະກົດ ຢູ່ທີ່ ສຳນັກງານສະພາແຫ່ງຊາດ , ກຳມະການກົມການເມືອງ ຮອງສະພາປະຈຳສະພາແຫ່ງຊາດ ຕ່ອງທິຟ໋ອງ ໄດ້ພົບປະກັບ ກຳມະການສູນກາງພັກ ຮອງປະທານສະພາແຫ່ງຊາດລາວ ພົນໂທ ແສງນວນ ໄຊຍະລາດ.
ຍສໝ - ໃນເດືອນ ກໍລະກົດ ອົງການຈັດຕັ້ງຊາວໜຸ່ມ ນະຄອນໂຮ່ຈີ໋ມິງ ແລະ ອົງການຈັດຕັ້ງຊາວໜຸ່ມແຂວງ ແຂັ໋ງຮ່ວາ ໄດ້ຈັດຕັ້ງຂະບວນການ ລະດູຮ້ອນສີຟ້າ ຢູ່ບັນດາແຂວງ ຂອງ ສປປ ລາວ. ນີ້ແມ່ນຂະບວນການເຄື່ອນໄຫວອາສາສະໝັກ ທີ່ມີຄວາມໜາຍ ແນໃສ່ເພີ່ມທະວີສາຍພົວພັນມິດຕະພາບ ຫວຽດນາມ-ລາວ.
ຍສໝ - ວັນທີ 17 ກໍລະກົດ ຫຼາຍເຂດຂອງຕົວເມືອງນະຄອນ ໄກສອນ ແຂວງສະຫວັນນະເຂດ ແລະ ແຂວງ ຄຳມ່ວນ ກຳລັງປະສົບກັບນ້ຳຖ້ວມແລ້ວ.
ຍສໝ - ເສັ້ນທາງເລກ 9 ເລີ່ມແຕ່ ຕາແສງ ດົງຮ່າ (ແຂວງ ກ້ວາງຈິ) ຕໍ່ໃສ່ເສັ້ນທາງເລກທີ 13 ຂອງ ສປປ ລາວ ຢູ່ແຂວງ ສະຫວັນນະເຂດ. ບົນເສັ້ນທາງດັ່ງກ່າວນີ້ຂອງລາວ ຍັງຄົງຮັກສາໄວ້ບັນດາ ວັດຖຸ, ປ້າຍຊີ້ທາງ, ອານຸສາວະລີ … ສະແດງເຖິງສະໄໝການຕໍ່ສູ້ອັນທໍລະຮົດ ຢືດເຍື້ອຍາວນານ ຂອງປະຊາຊົນສອງຊາດ ລາວ-ຫວຽດນາມ ໄດ້ຕໍ່ສູ້ຄຽງບ່າຄຽງໄລ່ກັບສັດຕູໂຕດຽວກັນ.
ຕົ້ນອາທິດທີ່ຜ່ານມາ, ທີ່ສໍານັກງານກະຊວງປ້ອງກັນປະເທດ, ທ່ານພົນຈັດຕະວາ ໂງມິງຕ໋ຽນ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນກົມເຄມີສາດກອງທັບປະຊາຊົນລາວ, ໂດຍທ່ານພັນເອກ ບົວແກ້ວ ຂຸນປັນຍາ ຫົວໜ້າກົມເຄມີສາດ ເປັນຫົວໜ້າຄະນະ, ເນື່ອງໃນໂອກາດມາຢ້ຽມຢາມ ແລະເຮັດວຽກ ຢູ່ຫວຽດນາມ.
ບ້ານລາວໂຄ ໄດ້ຮັບການຮູ້ຈັກກັນດີຍ້ອນແມ່ນສະຖານທີ່ໄດ້ລ້ຽງດູ, ອຸ້ມຊູ່ຊ່ວຍເຫຼືອທ່ານປະທານ ໄກສອນ ພົມວິຫານ ໃນໄລຍະເຄື່ອນໄຫວປະຕິວັດຕ້ານພວກລ່າເມືອງຂຶ້ນ ຝລັ່ງ.
ຍສໝ - ຕອນແລງຂອງວັນທີ 13 ກໍລະກົດນີ້ ທີ່ເດີ່ນເຕະບານ ຮ່າໂນ້ຍ ໄດ້ຈັດຕັ້ງງານການແຂ່ງຂັນເຕະບານມິດຕະພາບ ແລກປ່ຽນ ລະຫວ່າງ ພະນັກງານ ຄະນະພົວພັນຕ່າງປະເທດ ກະຊວງການຕ່າງປະເທດລາວ ແລະ ພະນັກງານ ສະຫະພັນ ອົງການມິດຕະພາບຫວຽດນາມ.
ຍສໝ - ໃນເມື່ອມໍ່ໆມານີ້ ລັດຖະບານລາວ ໄດ້ວາງແຜນວ່າຈະສົ່ງເສີມໃຫ້ບໍລິສັດເອກະຊົນລົງທຶນໃນການພັດທະນາພະລັງງານ ທາງເລືອກຫລາຍຂຶ້ນ ໂດຍສະເພາະແມ່ນພະລັງງານແສງອາທິດ, ພະລັງງານລົມ ແລະ ຊີວະມວນ ເພື່ອທົດແທນການສ້າງເຂື່ອນໄຟຟ້າ.
ຍສໝ - ທ່ານປະທານ ສຸພານຸວົງ ເຄີຍເວົ້າວ່າ: “ສະເພາະຂ້າພະເຈົ້າແລ້ວ ຕັ້ງແຕ່ອາຍຸ 13 ປີ ຂ້າພະເຈົ້າໄດ້ຕັດສິນໃຈວ່າ ເຖິງຈະເສຍຄ່າແພງທໍ່ໃດກໍ່ຕາມ ຂ້າພະເຈົ້າກໍ່ຈະຕ້ອງ ປະລະນິໄສທີ່ປ່ອຍປະລະເລີຍ ໃຫ້ໄປຕາມບຸນຕາມກຳ, ຂີ້ຄ້ານມັກງ່າຍ, ເອົາແຕ່ເວົ້າເປັນໃຫຍ່ ເຊິ່ງແມ່ນຈຸດພິເສດ ຂອງສັງຄົມເຮົາ ແລະ ຂອງບັນດາຊາດທີ່ຊຸດໂຊມ ອັນຈະຕ້ອງກາຍເປັນເຫຍື່ອ ໃຫ້ແກ່ຝູງສັດຮ້າຍໃນທີ່ສຸດ”.
ມື້ນີ້ທີ່ ສະຖານທູດຍີ່ປຸ່ນ ປະຈຳ ສປປ ລາວ, ລັດຖະບານຍີ່ປຸ່ນ ສົ່ງອາສາສະໝັກ 9 ຄົນ ເພື່ອຊ່ວຍເຫລືອ ພັດທະນາເສດຖະກິດ-ສັງຄົມ ລາວ.
ຍສໝ - ສຳນັກພິມ ຂ່າວສານ ແລະ ສື່ສານມວນຊົນ ໄດ້ປະສານສົມທົບກັບ ຜູ້ຊ່ຽວຊານ ຈັດຕັ້ງຂຽນປື້ມ, ຈັດພິມຊຸດປື້ມອ່ານ ກ່ຽວກັບມິດຕະພາບອັນແໜ້ນແຟ້ນ ລະຫວ່າງ ຫວຽດນາມ-ລາວ.
ຕົ້ນອາທິດທີ່ຜ່ານມາ, ຊຸດຝຶກອົບຮົມປະຫວັດສາດການທະຫານໃຫ້ແກ່ກອງທັບປະຊາຊົນລາວ ໄດ້ຈັດຕັ້ງພິທີອັດຊຸດຝຶກອົບຮົມຢູ່ກອງ 871 (ກົມໃຫຍ່ການເມືອງ).
ທ້າຍອາທິດທີ່ຜ່ານມາ, ຄະນະປະຕິບັດງານຂອງກະຊວງພະລັງງານ ແລະບໍ່ແຮ່ລາວ ໂດຍທ່ານ ຄຳມະນີ ອີນທິລາດ, ລັດຖະມົນຕີກະຊວງພະລັງງານ ແລະບໍ່ແຮ່ລາວ ໄດ້ມາຢ້ຽມຢາມ ແລະເຮັດວຽກກັບກອງບັນຊາການທະຫານເຂດ 4. ທ່ານພົນຈັດຕະວາ ຮ່າເຕີນຕ໋ຽນ, ຮອງຜູ້ບັນຊາການທະຫານເຂດ ໄດ້ຕ້ອນຮັບ ແລະເຮັດວຽກກັບຄະນະ.
ຍສໝ - ຄະນະຮັບຜິດຊອບ ກອງບັນຊາການ ທະຫານຊາຍແດນ ແຂວງ ກອນຕຸມ ຫາກໍ່ມີການໄປມອບຂອງຂວັນ, ກວດພະຍາດ ແລະແຈກຢາຍຢຸກຢາ ປິ່ນປົວພະຍາດໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນບ້ານ ທົ່ງໄກ່ໂອ້ກ, ແຂວງ ອັດຕະປື, ປະເທດລາວ.
ມື້ວານນີ້, ຊຸດຝຶກອົບຮົມວິຊາສະເພາະໃຫ້ແກ່ພະນັກງານສານທະຫານ ສປປ ລາວ ໄດ້ອັດລົງຢູ່່່ກອງ 871(ກົມໃຫຍ່ການເມືອງ).
ຍສໝ - ຄະນະ ປະທານກຳມະການ ສູນກາງ ແນວໂຮມແຫ່ງຊາດ ຫວຽດນາມ ໂດຍທ່ານ ເຈີ່ນແທັງເມິ໋ນ ກຳມະການສູນກາງພັກ, ປະທານກຳມະການ ສູນກາງແນວໂຮມຊາດຫວຽດນາມ ໄດ້ເຂົ້າວາງດອກໄມ້ທູບທຽນ ຢູ່ທີ່ ສຸສານ ນັກຮົບ ນັກຮົບວິລະຊົນ ສາກົນ ຫວຽດ-ລາວ ( ເມືອງ ແອັງເຊີນ, ແຂວງ ເຫງະອານ)