ສະພາແຫ່ງຊາດຫວຽດນາມ ໃຫ້ຄວາມສຳຄັນການພົວພັນກັບສະພາແຫ່ງຊາດລາວ

22:57 | 17/07/2018

ຍ​ສ​ໝ - ຕອນເຊົ້າມື້ວັນທີ 17 ກໍລະກົດ ຢູ່ທີ່ ສຳນັກງານສະພາແຫ່ງຊາດ , ກຳມະການກົມການເມືອງ ຮອງສະພາປະຈຳສະພາແຫ່ງຊາດ ຕ່ອງທິຟ໋ອງ ໄດ້ພົບປະກັບ ກຳມະການສູນກາງພັກ ຮອງປະທານສະພາແຫ່ງຊາດລາວ ພົນໂທ ແສງນວນ ໄຊຍະລາດ.

ພົນ​ໂທ ແສງນວນ ໄຊ​ຍະ​ລາດ ນຳ​ພາ​ຄະ​ນະ​ຜູ້​ແທນ​ການ​ນຳ​ຂັ້ນ​ສູງ​ຂອງ​ສະ​ພາ​ແຫ່ງ​ຊາດ​ລາວ ຢ້ຽມ​ຢາມ ສ​ສ ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ

ກ່າວ​ຕ້ອນ​ຮັບ​ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ , ພົນ​ໂທ ແສງນວນ ໄຊ​ຍະລາດ​ ແລະ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ສະ​ພາ​ແຫ່ງ​ຊາດ​ລາວ ຢ້ຽມ​ຢາມ ສ​ສ ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ ຮອງ​ສະ​ພາ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ຕ່ອງ​ທິ​ຟ໋ອງ ກ່າວ​ສະ​ແດງ​ຄວາມ​ຍິນ​ດີ​ຜົນ​ສຳ​ເລັດ​ອັນ​ສຳ​ຄັນພາຍ​ໃນ ແລະ ພາຍນອກ​ທີ່ ລາວ​​ອ້າຍ​ນ້ອງບັນ​ລຸ​ໄ​ດ້ ພາຍ​ຫຼັງ 20 ປີ​ແຫ່ງ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ມະ​ຕິ​ກອງ​ປະ​ຊຸມ​ຄັ້ງ​ທີ X.

ສະພາແຫ່ງຊາດຫວຽດນາມ ໃຫ້ຄວາມສຳຄັນການພົວພັນກັບສະພາແຫ່ງຊາດລາວ

ບັນ​ຍາ​ກາດ​ຂອງ​ກອງ​ປະ​ຊຸມ​ພົບ​ປະ. (ພາບ: ສຳ​ນັກ​ຂ່າວ​ຫວຽດ​ນາມ)

ຮອງ​ປະ​ທານ ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ໄດ້​ລາຍ​ງານ​ໃຫ້​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ສະ​ພາ​ແຫ່ງ​ຊາດ​ລາວ ກ່ຽວ​ກັບ​ເນື້ອ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ.

ທີ່​ວາ​ລະ​ກອງ​ປະ​ຊຸມ ມື້​ວັນ​ສຸກ​ທີ່​ຜ່ານ​ມາ ສະ​ພາ​ແຫ່ງ​ຊາ​ດ​ຫວຽດ​ນາມ ໄດ້​ພິ​ຈາ​ລະ​ນາ ອະ​ນຸ​ມັດ​ຜ່ານ ຮ່າງ​ກົດ​ໝາຍຈຳ​ນວນ 7 ສະ​ບັບ, ຈັດ​ຕັ້ງ​ປະ​ຕິ​ບັດ ກວດ​ສອບ​ຫົວ​ຂໍ້, ອະ​ພິ​ປາຍ ແລະ ຕອບ​ຄຳ​ຖາມ, ອອກ​ຂໍ້ຕົກ​ລົງ ແຜນ​ງານ​ການ​ກໍ່​ສ້າງ​ກົດ​ໝາຍ, ລັດ​ຖະ​ທຳ​ມະ​ນູນ ຂອງ​ສະ​ພາ​ແຫ່ງ​ຊາດ ປີ 2019.

ຮອງ​ປະ​ທານ ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ໄດ້​ຍົກ​ໃຫ້​ເຫັນ​ຢ່າງ​ຊັດ​ເຈນ​ວ່າ​ໃນ​ການ​ເຄື່ອນ​ໄຫວ​ພົວ​ພັນ​ຕ່າງ​ປະ​ເທດ​ ຫວຽດ​ນາມ ອົດ​ທົນ​ໃນ​ທັດ​ສະ​ນະ​ເປີດກວ້າງ​ສາ​ຍ​ພົວ​ພັນ​ສາ​ກົນ, ຫັນ​ເປັນ​ພົວ​ພັນ​ຫຼາຍ​ຝ່າຍ, ຫຼາຍ​ຮູບ​ແບບ, ເປັນ​ເພື່ອນ, ເປັນ​ຄູ່​ຮ່ວມ​ມື​ທີ່​ເຊື່ອ​ໃຈ​ໄດ້, ມີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ພົວ​ພັນ​ສາ​ກົນ, ປະ​ກ​ອບ​ສ່ວນ​ເພື່ອ​ສັນ​ຕິ​ພາບ, ການ​ຮ່ວມ​ມື ແລະ​ ພັດ​ທະ​ນາ. ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ນັບ​ມື້​ນັບ​ຢັ້ງ​ຢືນ​ໄດ້​ບົດ​ບາດ​ຂົວ​ຕໍ່ ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຊຸກ​ຍູ້ ການ​ເຄື່ອນ​ໄຫວ​ການ​ທູດ​ຂອງ​ພັກ ແລະ ຂອງ​ລັດ.

ຮອງ​ປະ​ທານ ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ຢັ້ງ​ຢືນ​ວ່າ ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ເຫັນ​ສຳ​ຄັນ​ການ​ພົວ​ພັນ​ການ​ທູດກັບ ສະ​ພາ​ແຫ່ງ​ຊາດ​ລາວ​ຢູ່​ສະ​ເໝີ, ຍູ້​ໜູນສະ​ພາ​ແຫ່ງ​ຊາດ​ລາວ​ບົນ​ເວ​ທີ​ສາ​ກົນ.

ຮອງ​ປະ​ທານ ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ຫວັງ​ເປັນ​ຢ່າງ​ຍິ່ງວ່າ ສະ​ພາ​ແຫ່ງ​ຊາດ​ຂອງ​ສອງ​ປະ​ເທດ ຈະ​ສືບ​ຕໍ່​ເພີ່ມ​ທະ​ວີ​ການກວດ​ກາ ວຽກ​ງານ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ສັນ​ຍາ​ທີ່​ໄດ້​ເຊັນ​ຜ່ານ​ມາ, ສ້າງ​ທຸກ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ການ​ເພີ່ມ​ທະ​ວີ​ສາຍ​ພົວ​ພັນ​ອັນ​ດີ​ງາມ​ລະ​ຫວ່າງ​ສອງ​ພັກ-ສອ​ງ​ລັດ.

ຮອງ​ປະ​ທາ​ນາ ສະ​ພາ​ແຫ່ງ​ຊາດ​ລາວ ທ່ານ ແສງນວນ ໄຊ​ຍະລາດ ໄດ້​ໃຫ້​ຮູ້​ວ່າ ການ​ຢ້ຽມ​ຢາມ​ຄັ້ງ​ນີ້ ແມ່ນ​ແນ​ໃສ່​ ເຊື່ອມ​ຕໍ່​ມູນ​ເຊື້ອ​ຂອງ​ສອງ​ປະ​ເທດ, ຮັດ​ແໜ້ນ​ສາ​ຍ​ພົວ​ພັ​ນ​ຮ່ວມ​ມື ລະ​ຫວ່າງ ສະ​ພາ​ແຫ່ງ​ຊາດ​ລາວ ແລະ ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ.

ຊົມ​ເຊີຍ​ຕໍ່​ຜົນ​ສຳ​ເລັດ​ຂອງ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ທີ່​ບັນ​ລຸ​ໄດ້​ໃນ​ກອງ​ປະ​ຊຸມ​ສະ​ພາ​ທີ່​ຜ່ານ​ມາ, ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ ໄດ້​ສົ່ງ​ຂ່າວ​ກ່ຽວ​ກັບ​ຜົນ​ສຳ​ເລັດ​ຂອງກອງ​ປະ​ຊຸມ​ສະ​ພາ​ແຫ່ງ​ຊາດ​ທີ່​ໄດ້​ດຳ​ເນີນ​ໄປ​ໃນ​ທີ່​ຜ່ານ​ມາ. ທີ່ກອງ​ປະ​ຊຸມ​ເທື່ອນີ້ ສະ​ພາ​ແຫ່ງ​ຊາດ​ລາວ​ໄດ້ ປືກ​ສາ​ຫາ​ລື ແລະ ພິ​ຈາ​ລະ​ນາ ບາງ​ບັນ​ຫາ​ທີ່​ສຳ​ຄັນ​ ກ່ຽວ​ຂ້ອງ​ກັບ​ການ​ລົບ​ລ້າງ​ຄວາມ​ທຸກ​ຍາກ, ບັນ​ດາ​ໂຄງ​ການ​ໃຫຍ່​ທີ່​ສຳ​ຄັນ, ບົດ​ລາຍ​ງານ ການ​ພັດ​ທະ​ນາ ເສດ​ຖະ​ກິດ-ສັງ​ຄົມ 6 ເດືອນ​ຕົ້ນ​ປີ ແລະ ທິດ​ທາງ​ແຜນ​ການ- ພາ​ລະ​ກິດໃນ 6ເດືອນ​ທ້າຍ​ປີ 2018…

ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ ຫວັງ​ເປັນ​ຢ່າງ​ຍິ່ງວ່າ ຫວຽດ​ນາມ​ຈະ​ສືບ​ຕໍ່​ແບ່ງ​ປັນ​ ບົດ​ຮຽນ​ໃນ​ການ​ເຄື່ອນ​ໄຫວ​ການ​ພົບ​ພັນ​ການ​ທູດ; ທັງ​ສອງ​ຝາຍ​ຈະ​ສືບ​ຕໍ່​ແລກ​ປ່ຽນ​ຄະ​ນະ​ນຳ​ຂັ້ນ​ສູ​ງ ແລະ ທ້ອງ​ຖິ່ນ, ສືບ​ຕໍ່​ຍູ້​ໜູນ​ເຊິ່ງ​ກັນ​ ແລະ ກັນ​ບົນ​ເວ​ທີ​ສະ​ມັດ​ຊາ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.