ງານເຕະບານມິດຕະພາບ ລາວ-ຫວຽດນາມ

16:26 | 14/07/2018

ຍ​ສ​ໝ - ຕອນແລງຂອງວັນທີ 13 ກໍລະກົດນີ້ ທີ່ເດີ່ນເຕະບານ ຮ່າໂນ້ຍ ໄດ້ຈັດຕັ້ງງານການແຂ່ງຂັນເຕະບານມິດຕະພາບ ແລກປ່ຽນ ລະຫວ່າງ ພະນັກງານ ຄະນະພົວພັນຕ່າງປະເທດ ກະຊວງການຕ່າງປະເທດລາວ ແລະ ພະນັກງານ ສະຫະພັນ ອົງການມິດຕະພາບຫວຽດນາມ.

ງານເຕະບານມິດຕະພາບ ລາວ-ຫວຽດນາມ

ນັກ​ກິ​ລາ​ທັງ​ສອງ​ທີມ, ພະ​ນັກ​ງານ​ການ​ນຳ​ທັງ​ສອງ​ອົງ​ການຮ່ວມ​ຖ່າຍ​ຮູບ​ເປັນ​ທີ່​ລະ​ລຶກ.

ເນື່ອງ​ໃນ​ໂອ​ກາດ​ທີ່​ພະ​ນັກ​ງານ ຄະ​ນະ​ພົວ​ພັນ ກະ​ຊວງ​ການ​ຕ່າງ​ປະ​ເທດ ໄດ້​ມາ​ຮຽນ​ບຳ​ລຸງ​ໄລ​ຍະ​ສັ້ນ ທີ່​ສະ​ຖາ​ບັນ ​ການ​ເມືອງ ແຫ່ງ​ຊາດ ໂຮ່​ຈີ໋​ມິງ ສະ​ຫະ​ພັນ​​ອົງ​ການມິດ​ຕະ​ພາບ​ຫວຽດ​ນາມ-ລາວ ໄດ້​ຈັດ​ຕັງ​ການ​ເຕະ​ບານ​ແລກ​ປ່ຽນ​ພິ​ເສດ ລະ​ຫວ່າງ​ທີມ​ເຕະ​ບານ​ຂອງ​ທັງ​ສອງ​ອົງ​ການ. ກິດ​ຈະ​ກຳ​ນີ້​ແມ່ນ​ໂອ​ກາດ​ໃຫ້​ພະ​ນັກ​ງານ​ຂອງ​ທັງ​ອົງ​ການ​ໄດ້​ໄກ້​ສິດ​ກັນ​ຂື້ນ, ຮ່​ວມ​ແລກ​ປ່ຽນ, ຊອກ​ຮູ້​ເຊິ່ງ​ກັນ​ແລະ​ກັນ; ຮັດ​ແໜ້ນ​ຕື່ມ​ນ້ຳ​ໃຈ​ສາ​ມັກ​ຄີ ແລະ ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃນ​ການ​ປະ​ສານ​ສົມ​ທົບ​ໃນ​ວຽກ​ງານ​ອື່ນໆ​ຕໍ່​ໜ້າ.

ງານເຕະບານມິດຕະພາບ ລາວ-ຫວຽດນາມ

ນັກ​ກິ​ລາ​ທັງ​ສອງ​ທີມມອບ​ທຸງ​ທີ່​ລະ​ລືກ​ຂອງ​ທີມ​ໃຫ້​ກັນ.

ເຂົ້າ​ຮ່ວມ​ໃນ​ງານ​ມີ​ດັ່ງ​ນີ້ ຝ່າຍ​ຫວຽດ​ນາມ ປະ​ກອບ​ມີ: ສະ​ຫາຍ ຫງວ໋ຽ​ນ​ວັນ​ມີ໋ ຫົວ​​ໜ້າ​ພະ​ແນກ ອາ​ຊີ-ອາບ​ຟະ​ລິ​ກາ ສະ​ຫະ​ພັນ​ອົງ​ການມິດ​ຕະ​ພາບ​ຫວຽດ​ນາມ ​ເລ​ຂາ​ທິ​ການ​ໃຫຍ່ສູນ​ກາງ ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ-ລາວ;ສະ​ຫາຍ ຫງວ໋ຽ​ນ​ເກ໋ເລິມ ຄະ​ນະ​ກຳ​ມະ​ການ​ພັກ​ຊາວ​ໜຸ່ມ ຫົວ​ໜ້າ​ຫ້ອງ​ການ ທັງ​ເປັນ​ຫົວ​ໜ້າ​ຈັດ​ຕັ້ງ​ພະ​ນັກ​ງານ ຂອງ​ສະ​ຫະ​ພັນ​ອົງ​ການ​ມິດ​ຕະ​ພາບ​ຫວຽດ​ນາມ; ພ້ອມ​ດ້ວຍ​ບັນ​ດາ​ພະ​ນັກ​ງານການ​ນຳ​ຂອງ​ແຕ່​ລະ​ພະ​ແນກ, ຫົວ​ໜ່ວຍ​ຂອງ​ສະ​ຫະ​ພັນ​ອົງ​ການ​ມິດ​ຕະ​ພາບ​ຫວຽດ​ນາມ, ພະ​ນັກ​ງານ​ຂອງ​ສະ​ຫະ​ພັນ ແລະ​ ສະ​ມາ​ຄົມ ມິດ​ຕະ​ພາບ​ຫວຽດ​ນາມ-ລາວ ແລະ ​ຄະ​ນະຊາວ​ໜຸ່ມ​ ສະ​ຫະ​ພັນ​ມິດ​ຕະ​ພ​າບ.

ຝ່າຍ​ລາວ ມີ​ສະ​ຫາຍ ວົງ​ຄຳ ແສງ​ສະ​ທິດ ຫົວ​ໜ້າ​ພະ​ແນກ ພົວ​ພັນ​ສາ​ກົນ ອົງ​ການ​ຈັດ​ຕັ້ງ​ມາ​ຫາ​ຊົນ, ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ ສູນກ​າງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ; ສະ​ຫາຍ ເພັດ ໄຊ​ສົມ​ແພງ ພະ​ແນກກວດ​ກາ ກະ​ຊວງ​ການ​ຕ່າງ​ປ​ະ​ເທດ;ສະ​ຫາຍ ພູ​ເງິນ ສຸກວິ​ໄລ ຮອງ​ຫົວ​ໜ້າ​ຫ້ອງ​ການ ກົມ​ຈັດ​ຕັ້ງ​ພະ​ນັກ​ງານ ຄະ​ນະ​ພົບ​ພັນ​ການ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ.ພ້ອມນີ້ກໍ່​ຍັງ​ມີ​ພະ​ນັກ​ງານ ​ຫ້ອງ​ການ​ສູນ​ກາງ ລາວ: ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ , ກະ​ຊວງກ​ານ​ຕ່າງ​ປະ​ເທດ, ຄະ​ນະ ໂຄ​ສະ​ນາ​ສູນ​ກາງ, ແນວ​ໂຮມ​ລາວ​ສ້າງ​ຊາດ, ທີ່​ກຳ​ລັງ​ມາ​ຮຽ​ນ​ບຳ​ລຸງ​ໄລ​ຍະ​ສັ້ນ​ທີ່​ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ​ໂຮ່​ຈີ໋​ມິງ.

ງານເຕະບານມິດຕະພາບ ລາວ-ຫວຽດນາມ


ງານເຕະບານມິດຕະພາບ ລາວ-ຫວຽດນາມ

​ສະ​ຫ​າຍ ຫງວ໋ຽນ​ວັນ​ມີ໋ ມອບ​ດອກ​ໄມ້​ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ນັກ​ກິ​ລາ.

ການ​ແຂ່ງ​ດຳ​ເນີນ​ໄປ​ບົນ​ບັນ​ຍາ​ແຫ່ງ​ຄວາມ​ສາ​ມັກ​ຄີ, ຟົດ​ຟື້ນ, ໄກ້​ສິດ ອ້າຍ​ນ້ອງ​ຫວຽດ​ນາມ-ລາວ. ຜົນ​ການ​ແຂ່ງ​ຂັນ​ ແມ່ນ ທີມສະ​ຫະ​ພັນ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ຫວຽດ​ນາມ ຊະ​ນະ​ໄປ​ດ້ວຍ 7-6.

ເຫດການ
302 Found

Found

The document has moved here.