ຫຼາຍແຂວງ ຂອງ ​ສ​ປ​ປ ລາວ ກຳ​ລັງ​ປະ​ສົບ​ກັບ​ໄພ​ນ້ຳ​ຖ້ວມ

14:20 | 17/07/2018

ຍສ​ໝ - ວັນທີ 17 ກໍລະກົດ ຫຼາຍເຂດຂອງຕົວເມືອງນະຄອນ ໄກສອນ ແຂວງສະຫວັນນະເຂດ ແລະ ແຂວງ ຄຳມ່ວນ ກຳລັງປະສົບກັບນ້ຳຖ້ວມແລ້ວ.

ຈາກ​ສະ​ພາບ​ຝົນ​ຕົກ​ໜັກ​ລຽນ​ຕິດ​ຫຼາຍ​ມື້​ຕິ​ດ​ຕໍ່​ກັນ​ ເຮັດ​ໃຫ້​ເກີດ​ ການ​ໄຫຼ​ບໍ່​ທັນ​ຂອງນ້ຳ ເຮັດ​ໃຫ້​ຫຼາຍ​ແຂວງຂອງ ສ​ປ​ປ ລາວ ຖືກ​ນ້ຳ​ຖ້ວມ​ໜັກ. ໃນ​ນັ້ນ​ແມ່ນ ແຂວງ​ສະ​ຫວັນ​ນະ​ເຂດ, ຕອນ​ເຊົ້າ​ຂອງ​ມື້​ວັນ​ທີ 17 ກໍ​ລະ​ກົດ ສັງ​ຄົມ​ອອນ​ລາຍ​ໄດ້​ຟົດ​ສ​ຜ່ານ​ສື່ອ​ອນ​ລາຍ ບໍ່​ວ່າ​ຈະ​ເປັນ ເຟດ​ສ​ບຸກ, ອີນ​ສ​ຕາ​ແກ​ຣມ,... ຮູບ​ພາບ​ຂອງ​ແຕ່​ລະ​ເຂດ​ທີ່​ປະ​ສົບ​ກັບ​ໄພ​ທຳ​ມະ​ຊາດ​ຄັ້ງ​ນີ້. ບໍ່​ວ່າ​ຈະ​ເປັນ​ໃນ​ຕົວ​ເມືອງ​ນະ​ຄອນ​ໄກ​ສອນ​ເອງກໍ່​ຄື​ບັນ​ດາ​ເມືອງ​ອ້ອມ​ຂ້າງ.

ຫຼາຍແຂວງ ຂອງ ​ສ​ປ​ປ ລາວ ກຳ​ລັງ​ປະ​ສົບ​ກັບ​ໄພ​ນ້ຳ​ຖ້ວມ


ຫຼາຍແຂວງ ຂອງ ​ສ​ປ​ປ ລາວ ກຳ​ລັງ​ປະ​ສົບ​ກັບ​ໄພ​ນ້ຳ​ຖ້ວມ


ຫຼາຍແຂວງ ຂອງ ​ສ​ປ​ປ ລາວ ກຳ​ລັງ​ປະ​ສົບ​ກັບ​ໄພ​ນ້ຳ​ຖ້ວມ

ຫຼາຍແຂວງ ຂອງ ​ສ​ປ​ປ ລາວ ກຳ​ລັງ​ປະ​ສົບ​ກັບ​ໄພ​ນ້ຳ​ຖ້ວມ


ຫຼາຍແຂວງ ຂອງ ​ສ​ປ​ປ ລາວ ກຳ​ລັງ​ປະ​ສົບ​ກັບ​ໄພ​ນ້ຳ​ຖ້ວມ


ຫຼາຍແຂວງ ຂອງ ​ສ​ປ​ປ ລາວ ກຳ​ລັງ​ປະ​ສົບ​ກັບ​ໄພ​ນ້ຳ​ຖ້ວມ


ຫຼາຍແຂວງ ຂອງ ​ສ​ປ​ປ ລາວ ກຳ​ລັງ​ປະ​ສົບ​ກັບ​ໄພ​ນ້ຳ​ຖ້ວມ

ໜ່ວຍ​ກູ້​ໄພ​ສະ​ຫວັນ​ນະ​ເຂດ​ຊ່ວຍ​ປະ​ຊາ​ຊົນ​ອອກ​ຈາກ​ບ້ານ​ເຮືອນ​ທີ່​ຖືກ​ນ້ຳ​ຖ້ວມ.

ສ່ວນ​ທາງ​ເມືອງ​ຊົນ​ນະ​ບູ​ລີ ທາງ​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນກໍ່​ໄດ້​ມີ​ການ​ປະ​ກາດ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ໃຫ້​ເຝົ້າ​ລະ​ວັງ​ຢ່າງ​ໄກ້​ສິດ. ອີງ​ຕາມ​ການ​ລາຍ​ງານ​ຈາກ​ກາ​ນ​ນຳ​ຂອງ​ເມືອງ​ໄດ້​ໃຫ້​ຮູ້ວ່າ: ໃນຕອນເຊົ້າຂອງວັນທີ 17 ກໍລະກົດ ປີ 2018, ລະດັບນຳ້ເຊຊັງຊອຍຈຸດເມືອງຊົນນະບູລີ ແມ່ນ 7,22 ແມັດ, ເພີ່ມຂື້ນຈາກຕອນເຊົ້າວັນທີ 16/7 ທີ່ +47 ຊມ (6,75 ມ). + ຍ້ອນວ່າຝົນຕົກລິນທັງເວັນ ແລະ ຄືນ, ລະດັບນຳ້ເຊບັງຫຽງ ໃນຕອນແລງຂອງວັນທີ 16/7 ສູງຂື້ນ 11,14 ແມັດ ແລະ ນຳ້ເຊຈຳພອນເຖີງເຂດອັນຕະລາຍ 7,88 ແມັດ ໄດ້ແຕກຝັ່ງ; ດັ່ງນັ້ນ, ຈຶ່ງເຮັດໃຫ້ນຳ້ໃຕ້ໄຫລຍູ້ດັນຂື້ນເຫນືອ ແລະ ເລີ່ມຖ້ວມນາຕຳ່ຂອງບ້ານດົງບູນ, ນາຫນອງຜຳ, ຕຸ່ມແຍ,...ແລະ ເສັ້ນທາງໄປບ້ານດົງບູນ.

ຫຼາຍແຂວງ ຂອງ ​ສ​ປ​ປ ລາວ ກຳ​ລັງ​ປະ​ສົບ​ກັບ​ໄພ​ນ້ຳ​ຖ້ວມ

​ເມືອງ​ຊົນ​ນະ​ບູ​ລີ ແຂວງ​ສະ​ຫວັນ​ນະ​ເຂດ.

ປະ​ຈ​ຸ​ບັນ​ຍັງ​ບໍ່​ທັນ​ຮັບ​ລາຍ​ງານ​ເລື່ອງ​ຄວາມ​ເສຍ​ຫາຍ​ແກ່​ຊີ​ວິດ ແລະ ຊັບ​ສິນ​ຂອງ​ປະ​ຊາ​ຊົນ ຢ່າງ​ເປັນ​ທາງ​ການ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.