ຄະນະຜູ້ແທນກົມເຄມີສາດກອງທັບປະຊາຊົນລາວ ຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ

08:27 | 16/07/2018

ຕົ້ນອາທິດທີ່ຜ່ານມາ, ທີ່ສໍານັກງານກະຊວງປ້ອງກັນປະເທດ, ທ່ານພົນຈັດຕະວາ ໂງມິງຕ໋ຽນ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນກົມເຄມີສາດກອງທັບປະຊາຊົນລາວ, ໂດຍທ່ານພັນເອກ ບົວແກ້ວ ຂຸນປັນຍາ ຫົວໜ້າກົມເຄມີສາດ ເປັນຫົວໜ້າຄະນະ, ເນື່ອງໃນໂອກາດມາຢ້ຽມຢາມ ແລະເຮັດວຽກ ຢູ່ຫວຽດນາມ.

ທ່ານພັນເອກ ບົວແກ້ວ ຂຸນປັນຍາ ແຈ້ງໃຫ້ທ່ານພົນຈັດຕະວາ ໂງມິງຕ໋ຽນ ຮັບຊາບໝາກຜົນການພົບປະເຈລະຈາກ່ອນໜ້ານັ້ນກັບກອງບັນຊາການເຫຼົ່າຮົບເຄມີສາດກອງທັບປະຊາຊົນຫວຽດນາມ. ຕາມນັ້ນແລ້ວ, ສອງຝ່າຍຕີລາຄາໝາກຜົນການຮ່ວມມືໃນໄລຍະຜ່ານມາແມ່ນຕັ້ງໜ້າທີ່ສຸດ; ພ້ອມທັງເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານກ່ຽວກັບສະພາບການທີ່ກ່ຽວຂ້ອງເຖິງວຽກງານປ້ອງກັນເຄມີ, ປະສົບການໃນການຈັດຕັ້ງ, ກໍ່ສ້າງກໍາລັງເຄມີສາດ, ເພີ່ມທະວີການຮ່ວມມືຮັບມືກັບໄພພິບັດ ແລະກູ້ຊ່ວຍມະນຸດສະທຳສາກົນ ແນໃສ່ເສີມຂະຫຍາຍບົດບາດຫຼັກແຫຼ່ງກ່ຽວກັບການປ້ອງກັນເຄມີໃຫ້ກອງທັບໃນໄລຍະຈະມາເຖິງ.

ຄະນະຜູ້ແທນກົມເຄມີສາດກອງທັບປະຊາຊົນລາວ ຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ

ທ່ານພົນຈັດຕະວາ ໂງມິງຕ໋ຽນ ມອບຂອງຂວັນທີ່ລະນຶກໃຫ້ທ່ານພັນເອກ ບົວແກ້ວ ຂຸນປັນຍາ. (ພາບ: ຮວ່າງຫວູ໊)

ທ່ານພົນຈັດຕະວາ ໂງມິງຕ໋ຽນ ຕີລາຄາສູງໝາກຜົນການຮ່ວມມືໃນໄລຍະຜ່ານມາ ລະຫວ່າງເຫຼົ່າຮົບເຄມີສາດກອງທັບປະຊາຊົນຫວຽດນາມ ແລະກົມເຄມີສາດກອງທັບປະຊາຊົນລາວ. ທ່ານພົນຈັດຕະວາ ໂງມິງຕ໋ຽນ, ສະເໜີໃນໄລຍະຈະມາເຖິງ, ສອງຝ່າຍຄວນສືບຕໍ່ຊຸກຍູ້ການຮ່ວມມື, ໃນນັ້ນເອົາໃຈໃສ່ເປັນພິເສດເຖິງການແລກປ່ຽນຄະນະຜູ້ແທນ, ແບ່ງປັນບົດຮຽນ, ການສຶກສາບໍາລຸງສ້າງ. ທ່ານພົນຈັດຕະວາ ໂງມິງຕ໋ຽນ ຢືນຢັນວ່າ ການນໍາກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ຈະສ້າງທຸກເງື່ອນໄຂເພື່ອໃຫ້ສອງຝ່າຍເພີ່ມທະວີການຮ່ວມມື, ຜ່ານນັ້ນ, ປະກອບສ່ວນປັບປຸງສາຍພົວພັນລະຫວ່າງກອງທັບ ແລະປະຊາຊົນສອງປະເທດ ຫວຽດນາມ - ລາວ ກວ່າອີກ.

ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ຫວຽດ​ນາມ

ຢູ່ນະຄອນ ຫາຍຟ່ອງ, ຄະນະພະນັກງານ ກົມໃຫຍ່ເຕັກນິກກອງທັບປະຊາຊົນລາວ ໄດ້ມາຢ້ຽມຢາມ ແລະເຮັດວຽກກັບກົມເຕັກນິກທະຫານເຂດ 3.

ຄະນະຜູ້ແທນກົມເຄມີສາດກອງທັບປະຊາຊົນລາວ ຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ

ຄະນະພະນັກງານກົມໃຫຍ່ເຕັກນິກ ກອງທັບປະຊາຊົນລາວ ຢ້ຽມຊົມເຂດຕີລາຄາຄຸນນະພາບ ກົມເຕັກນິກທະຫານເຂດ 3. ພາບ: quankhu3.vn.

ທີ່ການເຮັດວຽກ, ຄະນະໄດ້ຮັບຟັງການແນະນຳກ່ຽວກັບພາລະບົດບາດ, ໜ້າທີ່, ການຈັດຕັ້ງຜັນຂະຫຍາຍການປະຕິບັດບັນດາໜ້າວຽກງານມາດຕະຖານ-ວັດແທກ-ຄຸນນະພາບຂອງກົມເຕັກນິກທະຫານເຂດ 3. ຕາງໜ້າຄະນະພະນັກງານກົມໃຫຍ່ເຕັກນິກ ກອງທັບປະຊາຊົນລາວ, ທ່ານພັນເອກ ຄຳເຄນ ພົນມີຈຳ ຫົວໜ້າກົມມາດຕະຖານ-ວັດແທກ-ຄຸນນະພາບ, ກົມໃຫຍ່ເຕັກນິກ ກອງທັບປະຊາຊົນລາວ ປາດຖະໜາວ່າໃນໄລຍະຈະມາເຖິງ, ສອງຝ່າຍຈະຍູ້ແຮງການຮ່ວມມືໃນວຽກງານມາດຕະຖານ-ວັດແທກ-ຄຸນນະພາບກ່ຽວກັບລວງກວ້າງ ແລະລວງເລິກ, ຮັບໃຊ້ໃຫ້ແກ່ພາລະກິດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຂອງແຕ່ລະປະເທດ. ພາຍຫຼັງການເຮັດວຽກ, ຄະນະໄດ້ດຳເນີນການຢ້ຽມຊົມພຶດຕິກຳຕົວຈິງຢູ່ປ້ອມວັດແທກ-ຄຸນນະພາບ, ກົມເຕັກນິກທະຫານເຂດ 3.

(ແຫຼ່ງ​ຂໍ້​ມູນ​: ກປ.ອອນໄລ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.