ເສັ້ນທາງເລກ 9 ສັນຍາລັກແຫ່ງ ນ້ຳໃຈມິດຕະພາບພິເສດ ລາວ-ຫວຽດນາມ

11:35 | 16/07/2018

ຍ​ສ​ໝ - ເສັ້ນທາງເລກ 9 ເລີ່ມແຕ່ ຕາແສງ ດົງຮ່າ (ແຂວງ ກ້ວາງຈິ) ຕໍ່ໃສ່ເສັ້ນທາງເລກທີ 13 ຂອງ ສປປ ລາວ ຢູ່ແຂວງ ສະຫວັນນະເຂດ. ບົນເສັ້ນທາງດັ່ງກ່າວນີ້ຂອງລາວ ຍັງຄົງຮັກສາໄວ້ບັນດາ ວັດຖຸ, ປ້າຍຊີ້ທາງ, ອານຸສາວະລີ … ສະແດງເຖິງສະໄໝການຕໍ່ສູ້ອັນທໍລະຮົດ ຢືດເຍື້ອຍາວນານ ຂອງປະຊາຊົນສອງຊາດ ລາວ-ຫວຽດນາມ ໄດ້ຕໍ່ສູ້ຄຽງບ່າຄຽງໄລ່ກັບສັດຕູໂຕດຽວກັນ.

ເສັ້ນ​ທາງ​ເລ​ກ​ທີ 9 ເລີ່ມ​ຕັ້ງ​ແຕ່ ນະ​ຄອນ ດົງ​ຮ່າ ຮອດ​ດ່ານ​ສາ​ກົນ ລາວ​ບາວ ເກືອບ 80 ກິ​ໂລ​ແມັດ. ບັນ​ດາ​ສະ​ຖານ​ທີ່ ສຳ​ຄັນ​ແລະ​ມີ​ຊື່ ຄື: ແຄ​ແຊັງ, ຕ່າ​ເກີມ, ລ່າງ​ເວີຍ ຂ້າມ​ຝາກ​ມາ​ເບື້ອງ​ລາວ​ແມ່ນ: ບ້ານ​ດົງ, ເຊ​ໂປນ, ເມືອງ​ພີນ, ສະ​ຫວັນ​ນ​ະ​ເຂດ… ມື້ນີ້​ທັງ​ສອງ​ຟາກ​ທາງ​ໄດ້​ປົກ​ຫຸ້ມ ແລະ ອ້ອມ​ຮ​ອບ​ໄປ​ດ້ວຍ ບ້ານ​ເຮືອນ. ເສັ້ນ​ທາງ​ທີ່​ເຕັມ​ໄປ​ດ້ວຍ ປ່າ​ຕືບ​ໜາ, ຕົ້ນ​ໄມ້, ປ່າຫຍ້າ ຄື: ສັນ​ຍາ​ລັກ​ຂອງ​ໄລ​ຍ​ະ​ສົງ​ຄາມ​ອັນ​ທໍ​ລະ​ຫົດ ແລະ ດົ່ງ​ດັງ.

ເສັ້ນທາງເລກ 9 ສັນຍາລັກແຫ່ງ ນ້ຳໃຈມິດຕະພາບພິເສດ ລາວ-ຫວຽດນາມ

ທະຫານປົດປ່ອຍ ບຸກຂື້ນທີ່ໝັ້ນສັດຕູ. (ພາບ: ເອກກະສານ)

ທີ່ນີ້​ເຄີຍ​ເປັນ​ສະ​ໜາມ​ຮົມອັນ​ດຸ​ເດືອດ ລະ​ອິດ​ລະ​ອ້ຽວ​ທີ່​ສຸດ​ຂອງ​ພາກ​ພື້ນ​ອິນ​ດູ​ຈີນ. ບັນ​ດາ​ເອກ​ກະ​ສານ​ຂອງ​ຝ່າຍ​ກົງ​ກັນ​ຂ້າມ​ໄດ້​ບັນ​ທືກ​ໄວ້​ວ່າ: ບັນ​ຮົບ​ດຳ​ເນີນ​ໄປ​ໃນ​ໄລ​ຍະ​ເວ​ລາ 77 ວັນ ແຕ່ ເດືອນ ມັງ​ກອນ ຮອດ​ເດືອນ ເມ​ສາ ປີ 1968 ເປັນ​ຂີດ​ໝາຍການ​ຊິ້ນ​ສຸດ​ຂອງ ຮົ້ວ​ກີດ​ຂ​ວາງ ເອ​ເລັກ​ໂຕ​ນິກ​ຂອງ ແມັກ​ນາ​ມາ​ຣາ ແລະ ຢູ່​ທີ່​ແຄ​ແຊັງ, ຄັ້ງ​ທຳ​ອິດ​ທະ​ຫານ ສະ​ຫາ​ລັດ​ອາ​ເມ​ລິ​ກາ ໄດ້​ຖອນ​ກຳ​ລັງ​ຈາກ​ທີ່​ໝັ້ນ​ທາງ​ທະ​ຫານ​ທີ່​ສຳ​ຄັນ. ສະ​ນັ້ນ​ ໄຊ​ຊະ​ນະ ເສັ້ນ​ທາງ​ເລ​ກ​ທີ 9 -ແຄ​ແຊັງ ໄດ້​ເຮັດ​ໃຫ້ ຄົນ​ອາ​ເມ​ລິ​ກາ ເອີ້ນ​ວ່າ: “ບັນ​ຮົບ​ດ້ຽນ​ບຽນ​ຟູ໋ 2” ໄດ້​ເຮັດ​ໃຫ້​ມີ​ການ​ປ່ຽນ​ແປງ​ໃບ​ໜ້າ​ຂອງ​ສົງ​ຄາມ​ຫວຽດ​ນາມ ສຳ​ລັບຈັກ​ກະ​ພັດ ອາ​ເມ​ລິ​ກາ.

ທ່ານ ຫງວ໋ຽນ​ຫວຽດ​ມິງ - ຮອງ​ຫົວ​ໜ້າ​ຄະ​ນະ​ຄຸ້ມ​ຄອງ ເຂດ​ປູ​ນີ​ຍະ​ສະ​ຖານ​ເສັ້ນ​ທາງ​ເລກ​ທີ 9, ເດີ່ນ​ບິນ ຕະ​ເກີນ, ແຄ​ແຊັງ ໄດ້​ໃຫ້​ຮູ້​ວ່າ: “ ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ຂັ້ນ​ເທິງ ແລະ ຄວາມ​ບຸກ​ບືນ​ພະ​ຍາ​ຍາມ​ຂອງ​ກົມ​ກອງ, ບັນ​ດາ​ວັດ​ຖຸ​ຄື ເຮືອ​ບິນ, ລົດ​ຕັງ​ໄດ້​ຮັບ​ການ​ນຳ​ມາ​ໄວ້​ທີ່ນີ້. ແລ້ວ​ວຽກ​ງານ​ການ​ບູ​ລະ​ນະ​ສ້ອມ​ແປງ​ໄດ້​ຮັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ, ວຽກ​ງານອະ​ທິ​ບາຍ ແລະ ປົກ​ປັກຮັກ​ສານັບ​ມື້​​ນັບມີ​ລະ​ບຽບແຜນ​ການ. ພວກ​ເຮົາ​ໄດ້​ຮັບ​ແຂກ​ຕ່າງ​ປ​ະ​ເທດ​ຫຼາຍ​ໆຄັ້ງ, ໃນ​ນັ້ນ​ມີ​ແຂກ ເອີ​ລົບ ແລະ ອາ​ເມ​ລິ​ກາ ເປັນ​ສ່ວນ​ຫຼາຍ​ແລະ​ພິ​ເສດ ນັກ​ຮົບ​ເກົ່າ ອາ​ເມ​ລິ​ກາ ກໍ່​ມີ​ຄວາມ​ມຸ້ງ​ມາດ​ປາດ​ຖະ​ໜາ​ຢາ​ກ​ກັບ​ມາ​ສະ​ໜາມ​ຮົບ​ເກົ່າ. ແນມ​ເບິ່ງ​ບັນ​ດາ​ວັດ​ຖຸ​ທີ່​ມີ​ຄວາມ​ໝາຍ​ທາງ​ດ້ານ​ສົງ​ຄາມທີ່​ໄດ້​ຮັບ​ການ​ເກັບ​ຮັກ​ສາ​ໄວ້​ທີ່ນີ້ ມາ​ຮອດ​ປະ​ຈຸ​ບັນ​ນັກ​ຮົບ​ເກົ່າ​ອາ​ເມ​ລິ​ກາ ບັນ​ດາ​ນັກ​ວິ​ທະ​ຍາ​ສາດ​ຍັງ​ບໍ່​ສາ​ມາດ​ຖອດ​ລະ​ຫັດ ຫຼື ວ່າ​ຕອບ​ຄຳ​ຖາມ​ໄດ້​ວ່າ: ເປັນ​ຫຍັງ​ທະ​ຫານ​ອາ​ເມ​ລິ​ກາ​ຈິງ​ປະ​ລາ​ໄຊ​ໃນ​ສະ​ໜາມ​ຮົບ​ນີ້ ? ”.

ເສັ້ນທາງເລກ 9 ສັນຍາລັກແຫ່ງ ນ້ຳໃຈມິດຕະພາບພິເສດ ລາວ-ຫວຽດນາມ

ສິ່ງຫຼົງເຫຼືອປາງສົງຄາມ ບ້ານ ຕ່າເກິນ. (ພາບ: ເອກກະສານ)

ແຕ່​ດ່ານ​ລາວ​ບາວ ຜ່ານ​ດ່ານ​ລາວ​ມາ​ໄລ​ຍະ​ໜຶ່ງ ເອີ້ນ​ວ່າ​: ດ່ານ​ແດນ​ສະ​ຫວັນ ພວກ​ເຮົາ​ຈະ​ພົບ​ກັບ​ສະ​ຖານ​ທີ່​ທີ່​ຄຸ້ນ​ເຄີຍ​ຄື: ບ້ານ​ດົງ, ເຊ​ໂປນ, ເມືອງ​ພີນ, ເມືອງນອງ ຈຸດ​ສຸດ​ທ້າຍ​ຄື: ນະ​ຄອນ​ໄກ​ສອນ​ພົມ​ວິ​ຫານ, ເມືອງ​ເອກ​ຂອງ​ແຂວງ ສະ​ຫວັນ​ນະ​ເຂດ ຍາວ 180ກິ​ໂລ​ແມັດ. ເສັ້ນ​ທາງ​ດັ່ງ​ກ່າວ​ເອີ້ນ​ວ່າ​ເປັນ​ສາ​ຂາ​ຫຼັກ ແລະ ສຳ​ຄັນ ຂອງ​ເສັ້ນ​ທາງ​ຜ່ານ​ໂຮ່​ຈີ໋​ມິງ ພາກ​ຕາ​ເວັນ​ຕົກ​ສາຍ​ພູ​ຫຼວງ.

ໄລ​ຍະ​ນັ້ນ ເຊ​ໂປນ, ບ້ານ​ດົງ, ເມືອງ​ພີນ, ເມືອງນອງ ແມ່ນ​ສະ​ໜາມ​ຮົບ​ອັນ​ດຸ​ເດືອດ​ທີ່​ສຸດ​ ຢູ່​ລາວ. ເອກ​ກະ​ສານ​ໃໝ່​ທີ່ ຄະ​ນະ​ໂຄ​ສະ​ນາ​ຂົນ​ຂວາຍ​ສູນ​ກາງ ພັ​ກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ຖະ​ແຫຼງ​ອອກ​ມາ​ໃນ​ປີ 2014 ໄດ້​ໃຫ້​ຮູ້​ວ່າ: ເສັ້ນ​ທາງ​ໂຮ່​ຈີ໋​ມິງ​ ຢູ່​ດິນ​ແດນ​ລາວ ເຊື່ອມ​ຕໍ່​ກັບ​ເສັ້ນ​ທາງ​ເລກ​ທີ 9 ມີຫຼາຍ​ກ່​ວາ​ 20 ສາ​ຂາ: ທັງ​ເສັ້ນ​ທາງ​ບົກ, ທາງນ້ຳ ແລະ ບັນ​ດາ​ເສັ້ນ​ທາງ​ເຊື່ອມ​ຕໍ່ ຍາວ​ກວ່າ 20.000 ກິ​ໂລ​ແມັດ ຜ່ານ 7 ແຂວງ​ຂອງ​ລາວ.

ໃນ​ໄລ​ຍະ​ເວ​ລາ​ກ່​ວາ 16 ປີ ( ແຕ່​ປີ 1959-1975) ເສັ້ນ​ທາງ​ໂຮ່​ຈີ໋​ມິງ ຢູ່​ລາວ​ໄດ້​ຮັບ​ໃຊ້​ແກ່​ການ​ຄົມ​ມະ​ນາ​ຄົມ​-ຂົນ​ສົ່ງ ເກືອບ 1,2 ລ້ານ​ໂຕນ ສະ​ບຽງ​ອາ​ຫານ ແລະ ອາ​ວຸດ-ຢຸກ​ຢາ, ຮັບ​ໃຊ້​ໃຫ້​ແກ່​ສະ​ໜາມ​ຮົບ ສາມ​ຊາດ ອິນ​ດູ​ຈີນ; ທີ່​ປະ​ສົບ​ກັບການ​ໂຈມ​ຕີ​ມ້າງ​ເພ​ທຳ​ລາຍ​ເຖິງ 11.000 ຄັ້ງ ຂອງ​ສັດ​ຕູ ເຊິ່ງ​ປະ​ກ​ອບ​ມີ ການ​ຖິ້ມ​ລະ​ເບີດ​ເຖິງ 3 ລ້ານ​ໂຕນ​ລົງ​ມາ​ໃສ່ ເຮັດ​ໃຫ້​ມີມ​ຜູ້​ເສຍ​ຊີ​ວິດ​ເຖິງ 19.800ຄົນ, 40.000 ບາດ​ເຈັບ​; ພາ​ຫາ​ນະ ຖືກ​ທຳ​ລາຍ​ເຖິງ 14.540ຄັນ; ດິນ​ນາ​ດິນ​ໄຮ່ຮົ້ວ​ສວນຫຼາຍ​ກວ່າ 90.000 ເຮັກ​ຕາຖືກ​ທຳ​ລາຍ​. ທະ​ຫານ ແລະ ປະ​ຊາ​ຊົນ​ລາວ ໄດ້​ປະ​ສານ​ສົມ​ທົບ​ກັບ​ທະ​ຫານ​ອາ​ສາ​ສະ​ໝັກ ຫວຽດ​ນາມ ຍິງ​ເຮືອ​ບິນ​ຫຼາຍ​ຊະ​ນິດ​ຂອງສັດ​ຕູ​ຕົກ 2.455 ຄັນ; ຕີ​ຖອຍ​ການ​ບຸກ​ໂຈມ​ຕີ​ຂອງສັດ​ຕູໄດ້​ເຖິງ 1.300 ​ຄັ້ງ.

ເສັ້ນທາງເລກ 9 ສັນຍາລັກແຫ່ງ ນ້ຳໃຈມິດຕະພາບພິເສດ ລາວ-ຫວຽດນາມ

ອານຸສາວະລີ ໄຊຊະນະ ແຄແຊັງ.(ພາບ: ເອກກະສານ)

ທ່ານ ບຸນ​ຕາ ນິນ​ທາ ປະ​ທານ​ສະ​ມາ​ຄົມ ນັກ​ຮົບ​ເກົ່າ ແຂວງສະ​ຫວັນ​ນະ​ເຂດ ໄດ້​ໃຫ້​ຮູ້​ວ່າ: ຍ້ອ​ນ​ແນວນັ້ນ ເສັ້ນ​ທາງ​ເລ​ກ​ທີ 9 ເປັນ​ສຸດຍອດ​ຂອງ​ສັນ​ຍາ​ລັກ ກ່ຽວ​ກັບ​ຈິດ​ໃຈ​ອັນອົງ​ອາດ​ກ້າ​ແກ່ນ, ບໍ່​ຍອມ​ແພ້ ແລະ ນ້ຳ​ໃຈ​ສາ​ມັກ​ຄີ​ພິ​ເສດ ຂອງ​ທະ​ຫານ ແລະ ປະ​ຊາ​ຊົນ​ສອງ​ຊາດ ຫວຽດ​ນາມ-ລາວ. ທ່ານ​ໄດ້​ກ່າ​ວ​ວ່າ: “ ບັນ​ດາ​ຮູບ​ພາບ ອ້າຍ​ທະ​ຫານ​ອາ​ສາ​ສະ​ໝັກ ຫວຽດ​ນາມ ຍັງ​ຄົງ​ຝັງ​ເລິກ​ໃນ​ໃຈ​ຂອງ​ປະ​ຊາ​ຊົນ​ລາວ​ພວກ​ເຮົາ. ພວກ​ເພີ່ນ​ໄດ້​ເຄື່ອນ​ມາ​ແຕ່​ພາກ​ເໜືອ​ເຂົ້າ​ສູ່​ພາກ​ໃຕ້​ຜ່ານ ເສັ້ນ​ທາງ​ໂຮ່​ຈີ໋​ມິງ​ເຂດ​ແດນ​ລາວ ເພື່ອ​ໄປ​ປົດ​ປ່ອຍ​ພາກ​ໃຕ້​ຫວຽດ​ນາມ. ນັ້ນ​ແມ່ນ​ເສັ້ນ​ທາງ​ຍຸດ​ທະ​ສາດ ຜ່ານ​ສາຍ​ພູ​ຫຼວງ​ຂອງ​ລາວ ແລະ ຫວຽດ​ນາມ ເພື່ອ​ພະ​ລະ​ກິດ​ປົດ​ປ່ອຍ​ປະ​ເທດ​ຊາດກໍ່​ຄື​ປົດ​ປ່ອຍ​ພາກ​ໃຕ້​ຫວຽດ​ນາມ”.

ເສັ້ນທາງເລກ 9 ສັນຍາລັກແຫ່ງ ນ້ຳໃຈມິດຕະພາບພິເສດ ລາວ-ຫວຽດນາມ

ສຸສານນັກຮົວວິລະຊົນ. (ພາບ: ເອກກະສານ)

ທ່ານ ຄຳ​ມາດ ເນົາ​ວົງ​ພະ​ຈັນ ເລ​ຂາ​ພັກ​ເມືອງ ເຈົ້າ​ເມືອງໆ ພິນ ແຂວງ​ສະ​ຫວັນ​ນະ​ເຂດ, ເມືອງ​ນີ້​ແມ່ນ​ມີ​ເສັ້ນ​ທາງ​ເລກ​ທີ 9 ຕັດ​ຜ່ານ ເພິ່ນ​ໄດ້​ແບ່ງ​ປັນ​ວ່າ: ເພິ່ນ​ໄດ້​ສະ​ເໜີ​ຂື້ນ​ສູນ​ກາງ ເພື່ອ​ສ້າງ​ຫຼັກ​ໜ​າຍ​ກ່ຽວ​ກັບ​ບັນ​ດາ​ຂີດ​ໝາຍ​ທີ່​ຍັງ​ຫຼົງ​ເຫຼືອ​ຂອງ ເສັ້ນ​ທາງ​ໂຮ່​ຈີ໋​ມິງ ຢູ່​ພາກ​ຕາ​ເວັນ​ຕົກ​ສາຍ​ພູ​ຫຼວງ ທີ່​ຂື້ນ​ກັບ​ເມືອງ​ພີນ.

ທ່ານ ຄຳ​ມາດ ເຈົ້າ​ເມືອງ​ໄດ້​ເວົ້າ​ຕື່ມ​ອີກວ່າ: “ ຖ້າ​ຫາກວ່າ​ບໍ່​ມີ​ເສັ້ນ​ທາງ ໂຮ່​ຈີ໋​ມິງ ບໍ່​ມີ​ເສັ້ນ​ທາງ​ຂອງ​ກຳ​ລັງການ​ປະ​ຕິ​ວັດຫວຽດ​ນາມ ແລະ ລາວ ຜ່ານ​ບັນ​ດາ​ເມືອງ ພີນ, ເຊ​ໂປ, ເມືອງນອງ​ຂອງ​ພວກ​ເຮົາ​ເພື່ອ​ຊອດ​ລົງເຖິງບັນ​ດາ​ແຂວງ​ພາກ​ໃຕ້​ຂອງ​ລາວ ແລະ ພາກ​ໃຕ້​ຫວຽດ​ນາມ ນັ້ນ​ການ​ປົດ​ປ່ອຍ​ຂອງ​ພວກ​ເຮົາ​ຈະ​ພົບ​ກັບ​ຄວາມ​ຫຍຸ້ງ​ຍາກລຳ​ບາກ​ຫຼາຍ​ປະ​ການ​ ຍ້ອນ​ພວກ​ເຮົາ​ບໍ່​ພຽງ​ແຕ່​ຂົນ​ສົ່ງ​ທະ​ຫານ ແຕ່​ຍັງ​ຂົນ​ລົດ​ຕັງ​ຊາ, ລົດ​ຂົນ​ສົ່ງ​ທະ​ຫານ, ວັດ​ຖຸ​ອຸ​ປະ​ກອນ ແລະ ສະ​ບຽງ​ອາ​ຫານ​ທີ່​ຈຳ​ເປັນ. ເສັ້ນ​ທາງ​ໂຮ່​ຈີ໋​ມິງນີ້​ເຮັດ​ໃຫ້​ພວກ​ເຮົາ​ກ້າວ​ໄປ​ເຖິງ​ພາກ​ໃຕ້​ໄວ​ກວ່າ ແລະ ໄດ້​ຮັບ​ໄຊ​ຊະ​ນະ​ໄວ​ຂື້ນ.”

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.