ອາສາສະໝັກເສື້ອສີຟ້າ ເພີ່ມທະວີ ສາຍພົວພັນ ລາວ-ຫວຽດ

22:07 | 17/07/2018

ຍ​ສ​ໝ - ໃນເດືອນ ກໍລະກົດ ອົງການຈັດຕັ້ງຊາວໜຸ່ມ ນະຄອນໂຮ່ຈີ໋ມິງ ແລະ ອົງການຈັດຕັ້ງຊາວໜຸ່ມແຂວງ ແຂັ໋ງຮ່ວາ ໄດ້ຈັດຕັ້ງຂະບວນການ ລະດູຮ້ອນສີຟ້າ ຢູ່ບັນດາແຂວງ ຂອງ ສປປ ລາວ. ນີ້ແມ່ນຂະບວນການເຄື່ອນໄຫວອາສາສະໝັກ ທີ່ມີຄວາມໜາຍ ແນໃສ່ເພີ່ມທະວີສາຍພົວພັນມິດຕະພາບ ຫວຽດນາມ-ລາວ.

ນັກ​ຮົບ 71 ສະ​ຫາຍ ຂອງ​ຂະ​ບວ​ນການ​​ ລະ​ດູ​ຮ້ອນ​ສີ​ຟ້າ ອົງ​ການ​ຊາວ​ໜຸ່ມ​ນະ​ຄອນ​ໂຮ່​ຈີ໋​ມິງ ອາ​ສາ​ສະ​ໝັກໄປ​ແຂວງ ອັດ​ຕະ​ປື ແລະ ຈຳ​ປາ​ສັກ

ນັບ​ແຕ່ມື້​ວັນ​ທີ 15 ຫ​າ 27 ກໍ​ລະ​ກົດ ບັນ​ດາ​ນັກ​ຮົບ ລະ​ດູ​ຮ້ອນ​ສີ​ຟ້າ , ລະ​ດູ​ປິດ​ພາກ​ຮຽນ​ສີ​ຊົມ​ພູ ຂອງ​ຄະ​ນະ​ຊາວ​ໜຸ່ມ​ອາ​ສາ ນະ​ຄອນ​ໂຮ່​ຈີ໋​ມິງ ຊ່ວຍ​ເຫຼືອ​ດ້ານ ສາ​ທາ​ລະ​ນະ​ສຸກ, ກວດ​ພະ​ຍາດ ແລະ ແຈກ​ຢາ​ປິ່ນ​ປົວ​ພະ​ນ​ຍາດ​ໃຫ້​ແກ່ ປະ​ຊາ​ຊົນ ກວ່າ 4.500 ຄົນ ຂອງ 9 ເມືອງ: ແຂວງ​ອັດ​ຕະ​ປື 5 ເມືອງ ແລະ ແຂວງ​ຈຳ​ປາ​ສັກ 4 ເມືອງ; ແລກ​ປ່ຽນ​ກັບ​ຊາວ​ໜຸ່ມ​ທ້ອງ​ຖິ່ນ​ທີ່​ເຮັດ​ວຽກ​ໃນ​ຂົງ​ເຂດ​ສາ​ທາ​ລະ​ນະ​ສຸກ, ມອບ​ຕູ້​ຢາ​ປົວ​ພະ​ຍາດ; ຊ່ວຍ​ເຫຼືອ​ດ້ານ​ກະ​ສິ​ກຳ, ໃຫ້​ຄຳ​ປຶກ​ສາ ແລະ ຖ່າຍ​ທອດ​ກ່ຽວ​ກັບ​​ແບບຈຳ​ລອງ, ເຕັກ​ໂນ​ໂລ​ຊີ, ແນວ​ພັນ​ເຂົ້າ​ຂອງ​ຫວຽດ​ນາມ ໃຫ້ປະ​ຊາ​ຊົນ ​ປະ​ມານ 1.000ຄົນ; ສອນ​ພາ​ສາ​ຫວຽດ​ , ມອບ​ຕູ້​ປື້ມ, ສ້າງ​ກິດ​ຈະ​ກຳ​ມ່ວນ​ຊື່ນ​ໃຫ້​ແກ່​ນ້ອງ​ນ້ອຍ​ເຍົາ​ວະ​ຊົນ.

ອາສາສະໝັກເສື້ອສີຟ້າ    ເພີ່ມທະວີ ສາຍພົວພັນ ລາວ-ຫວຽດ

​ຊາວ​ໜຸ່ມ​ອາ​ສາ​ສະ​ໝັກ​ຂົນ​ເຄື່ອງ​ອຸ​ປະ​ກອນ​ເພື່ອ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ກິດ​ຈະ​ກຳ​ອາ​ສາ ຢູ່ ລາວ. (ພາບ: ບິ່ງ​ມິງ)

ນອກ​ຈາກນັ້ນ​ ຢູ່​ທີ່​ມະ​ຫາ​ວິ​ທະ​ຍາ​ໄລ ຈຳ​ປາ​ສັກ ຄະ​ນະ​ຊາວ​ໜຸ່ມ​ຈະ​ຊ່ວຍ​ເຫຼືອ​ໃນ​ການ​ເຮັດ​ປ້າຍ​ເອ​ເລັກ​ໂຕ​ນິກ, ສ້າງ​ເດີ່ນ​ຕີ​ບູນ, ສ້າງ​ເດີ່ນ​ກິ​ລາ​ໃຫ້​ໂຮງ​ຮຽນ.

ຢູ່​ທັງ​ສອງ​ແຂວງ ອັດ​ຕະ​ປື ແລະ ຈຳ​ປາ​ສັກ ຄະ​ນະ​ຊາວ​ໜຸ່ມ​ຈະ​ຈັດ​ກິດ​ຈະ​ກຳ​ໃຫ້​ແກ່​ນ້ອງ​ນ້ອຍ​ເຍົາ​ວະ​ຊົນ, ຈັດ​ຕັ້ງ​ກິດ​ຈະ​ກຳ ວັນ​ບຸນ​ວິ​ທະ​ຍາ​ສາດ​ມ່ວນ ແລະ ເວ​ທີ​ການ​ຝຶກ​ຝົນ; ມອບ​ຂອງ​ຂວັນ​ໃຫ້​ນ້ອງ​ນ້ອຍ​ເຍົາ​ວະ​ຊົນ ຫວຽດ​ນາມ ທີ່​ຢູ່​ລາວ ເຊິ່ງ​ປະ​ກອບ​ມີ: ເຄື່ອງ​ໃຊ້​ທີ່​ຈຳ​ເປັນ, ເກີບ​ເພື່ອ​ກະ​ກຽມ​ແກ່​ການ​ເປີດ​ເທີມ​ໃຫມ່(ພາກ​ຮຽນໃໝ່).

ປີນີ້ ຄະ​ນະ​ຊາວ​ໜຸ່ມ ນະ​ຄອນ​ໂຮ່​ຈີ໋​ມິງ ຈະ​ມອບ​ເຮືອນ​ມິດ​ຕະ​ພາບ​ເຊິ່ງ​ປະ​ກອບ​ມີ: 2 ຫຼັງ​ຢູ່​ແຂວງ​ອັດ​ຕະ​ປື, ແລະ ອີກ 1 ຫຼັງ​ຢູ່​ແຂວງ​ຈຳ​ປາ​ສັກ, ມອບ​ກ໊ອກກອງ​ນ້ຳ 2 ຫົວ ທີ່​ສາ​ມາດ​ດື່ມ​ໄດ້​ໂດຍ​ກົງ​ຈາກກ໊ອກ ໃຫ້​ນ້ອງ​ນັກ​ຮຽນ​ຢູ່​ທີ່​ໂຮງ​ຮຽນ​ມິ​ດ​ຕະ​ພາບ ຫວຽດ-ລາວ.

ນອກນັ້ນ ຄະ​ນະ​ຊາວ​ໜຸ່ມ​ໄດ້​ຮັບການ​ອຸບ​ປະ​ຖຳ​ຈາກ​ບໍ​ລິ​ສັດ ຈຳ​ກັດ​ຜູ້​ດຽວ Yeah1 Vision ສ້າງ​ເດີ່ນ​ກິ​ລາ​ ໃນ​ຮົ່ມ​ກ້​ວາງ​ປະ​ມານ 100ແມັດ​ກາ​ເລ ໃຫ້​ແກ່​ນ້ອງ​ນັກ​ຮຽນ, ອອກ​ແບບ​ການ​ຫຼິ້ນ​ໃຫ້​ເດັກ​ນ້ອຍ​ໃນ​ຊ່ວງ​ອາ​ຍຸ​ແຕ່ ອະ​ນຸ​ບານ​ໄປ​ຈົນ​ຮອດ ປະ​ຖົມ ຢູ່​ເມືອງ ປະ​ທຸມ​ພອນ​ ແຂວງ​​ຈຳ​ປາ​ສັກ.

ຄະ​ນະ​ຊາວ​ໜຸ່ມ ຍັງ​ໄດ້​ມອບ ເຄື່ອງ​ຄອມ​ພິວ​ເຕີ້​ໃຫ້​ບັນ​ດາ​ແຂວງ ແລະ ບ້ານ, ສີ​ແຕ້ມ​ຮູບໃຫ້​ແກ່ໂຮງ​ຮຽນ​ອະ​ນຸ​ບານ, ມອບ​ຂອງ​ຂວັນ​ຫຼາຍ​ກ່​ວາ​ 1.000 ຊຸດ​ໃຫ້​ນ້ອງ​ນ້ອຍ​ເຍົາ​ວະ​ຊົນ​ ແລະ ຄອບ​ຄົວ​ທຸກ​ຍາກ, ສ້າງ​ຫ້ອງ​ຄອມ​ພິວ​ເຕີ້​ເຊື່ອມ​ຕໍ່​ຄວາມ​ຮູ້ ສະ​ໜັບ​ສະ​ໜູນໂດຍກອງ​ທືນ​ການ​ກຸ​ສົນ ສະ​ພາ​ຜູ້​ໃຊ້​ອິນ​ເຕີ​ເນັດ​ຫວຽດ​ນາມ ຢູ່​ໃຈ​ກາງ​ນະ​ຄອນ ປາກ​ເຊ ແນ​ໃສ​ປະ​ກອບ​ສ່ວນ​ສ້າງ​ວິ​ຊາ​ສະ​ເພາະ​ດ້ານ​ຄອມ​ພິວ​ເຕີ້(ໄອ​ທີ) ຄວາມ​ຮູ້​ດ້ານ​ເຕັກ​ໂນ​ໂລ​ຊີ, ຂໍ້​ມູນ​ຂ່າວ​ສານ​ໃຫ້​ຊາວ​ໜຸ່ມ.

ແຂວງ ແຂັ໋ງ​ຮ​ວ່າ: ຂະ​ບວນ​ການ​ອາ​ສາ​ສະ​ໝັກ ລະ​ດູ​ຮ້ອນ​ສີ​ຟ້າ ອັນ​ຟົດ​ຟື້ນ​ຢູ່​ແຂວງ​ອັດ​ຕະ​ປື

ຂະ​ບວນ​ການ​ດັ່ງ​ກ່າວ​ໄດ້​ດຳ​ເນີນ​ໄປ​ແຕ່​ວັນ​ທີ 9 ຫາ 14 ກໍ​ລ​ະ​ກົດ. ໃນ​ນັ້ນ ຄະ​ນະ​ຊາວ​ໜຸ່ມ​ໄດ້​ຈັດ​ຕັ້ງ​ປະ​ຕິ​ບັດ​ກິດ​ຈະ​ກຳ ອາ​ສາ​ອັນເປັນ​ຈິງ​ຄື: ນຳ​ພາ​ການ​ຟ້ອນ​ລວມ​ໝູ່, ​ເຕັ້ນ​ແບບ​ສາ​ກົນ​ໃຫ້​ຊາວໜຸ່ມ​ ແຂວງ​ອັດ​ຕະ​ປື; ກວດ​ພະ​ຍາດ, ແຈກ​ຢາ​ປິ່ນ​ປົວ​ໂດຍບໍ່​ເສຍ​ຄ່າ ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ຫຼາຍກວ່າ 1.000ຄົນ ຢູ່ ສອງ ​ເມືອງ; ມອບ​ຂອງ​ຂັວນ, ວັດ​ຖຸ​ອຸ​ປະ​ກອນ​ການ​ແພດ, ຕຽງ​ຄົນ​ໄຂ້ ໃຫ້​ແກ່​ໂຮງ​ໝໍ​ແຂວງ, ເຄື່ອງ​ຄອມ​ພິວ​ເຕີ້, ອຸ​ປະ​ກອນ​ຮັບ​ໃຊ້​ໃນ​ວຽກ​ງານຊາວ​ໜຸ່ມ, ສະ​ມາ​ຄົມ… ມູນ​ຄ່າ​ເກືອບ 300 ລ້ານ​ດົ່ງ.

ອາສາສະໝັກເສື້ອສີຟ້າ    ເພີ່ມທະວີ ສາຍພົວພັນ ລາວ-ຫວຽດ

ກວດ​ພະ​ຍາດ, ແຈກ​ຢາ​ປິ່ນ​ປົວ​ພະ​ຍາດ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ລາວ. (ພາບ: ສວ​ສ ແຂັ໋ງ​ຮ​ວ່າ)

ໂອ​ກາດນີ້ ທັງ​ສອງ​ອົງ​ການ​ຈັດ​ຕັ້ງ​ກໍ່​ຍັງ​ໄດ້​ເຂົ້າ​ວາງດອກ​ໄມ້​, ຈູດ​ທູບ​ທຽນ​ເພື່ອ​ລະ​ລືກ​ເຖິງ ຢູ່​ອາ​ນຸ​ສາ​ວະ​ລີ ສາ​ມັກ​ຄີ ສະ​ຫະ​ພັນ​ນັກ​ຮົບ ລາວ-ຫວຽດ​ນາມ.

ຊິ້ນ​ສຸດ​ການ​ເຄື່ອນ​ໄຫວ ຫົວ​ໜ້າ​ອົງ​ການ​ຈັດ​ຕັ້ງ​ຊາວ​ໜຸ່ມ​ແຂວງ​ອັດ​ຕະ​ປື ໄດ້​ມອບ​ໃບ​ຍ້ອງ​ຍໍ​ໃຫ້ບຸກ​ຄົນ​ຈຳ​ນວນ 24 ສະ​ຫາຍ; ແຂວງ, ຫົວ​ໜ້າ​ອົງ​ການ​ຈັດ​ຕັ້ງ​ຊາວ​ໜຸ່ມ​ແຂວງ​ອັດ​ຕະ​ປື ໄດ້​ຈັດ​ພິ​ທີ​ບາ​ສີ​ສູ່​ຂວັນ ຜູກ​ແຂນ​ອວຍ​ພອນ​ໄຊໃຫ້​ແກ່​ຄະ​ນະ​ຊາວ​ໜຸ່ມ​ອາ​ສາ. ສາຍ​ມັດ​ແຂນນີ້ ສະ​ແດງ​ເຖິງ​ຄວາມ​ຮັດ​ແໜ້ນ​ສາຍ​ສຳ​ພັນ​ອ້າຍ​ນ້ອງ ຮ່ວມ​ກັນ​ອວຍ​ພອນ​ແຕ່​ສິ່ງ​ທີ່​ດີໆ ພອນ​ໄຊ​ອັນ​ປະ​ເສີດ​ໃຫ້​ແກ່​ກັນ. ພໍ່​ແມ່​ປະ​ຊາ​ຊົນ​ທ້ອງ​ຖິ່ນກໍ່​ໄດ້​ມອບ​ຂອງ​ຂວັນ​ທີ່​ມີ​ຄວາມ​ໝາຍ​ໃຫ້​ແກ່​ຊາວໜຸ່ມ​ອາ​ສາ.

ນີ້​ແມ່ນ​ຄັ້ງ​ທີ 4 ແລ້ວ ທີ່ ຄະ​ນະ​ຊາວ​ໜຸ່ມ​ແຂວງ ແຂັ໋ງ​ຮ່​ວາ ໄດ້​ຈັດ​ຕັ້ງ​ຂະ​ບວນ​ການ​ອາ​ສາ ລະ​ດູ​ຮ້ອນ​ສີ​ຟ້າ ຢູ່​ແຂວ​ອັດ​ຕະ​ປື ນັບ​ຕັ້ງ​ແຕ່​ໄດ້​ມີ​ການ​ເຊັ​ນ​ສັນ​ຍາ​ການ​ຮ່ວມ​ມື​ລະ​ຫວ່າງ​ຊາວ​ໜຸ່ມ ສາ​ກົນ ຄັ້ງ​ທຳ​ອິດ​ໃນ​ປີ 2011. ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄ​ງ​ການ​ການ​ຮ່ວມ​ມື​ໄດ້​ເຊັນ ສະ​ໄໝ 2012-2017, ຄະ​ນະ​ຊາວ​ໜຸ່ມ​ແຂວງແຂັ໋ງ​ຮ​ວ່າ ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ປະ​ສານ​ສົມ​ທົບ, ຊ່ວຍ​ເຫຼືອ​ອັດ​ຕະ​ປື ດ້ວຍ​ມູນ​ຄ່າ​ໃນ​ການ​ເຄື່ອນ​ໄຫວ​ກິດ​ຈະ​ກຳ​ເກືອບ 2 ຕື້​ດົ່ງ.

ອາສາສະໝັກເສື້ອສີຟ້າ    ເພີ່ມທະວີ ສາຍພົວພັນ ລາວ-ຫວຽດ

ນຳ​ພາ​ຊາວ​ໜຸ່ມ​ລາວ​ຟ້ອນ, ເຕັ້ນ​ລວມ​ໝູ່. (ພາບ: ສວ​ສ ແຂັ໋ງ​ຮ​ວ່າ)

ກິດ​ຈະ​ກຳ​ທີ່​ມີ​ຄວາມ​ໝາຍ​ນີ້​ໄດ້​ປະ​ກອບ​ສ່ວນ​ຍູ້​ແຮງ​ສາ​ຍ​ສຳ​ພັນ​ແລກ​ປ່ຽນ, ຮຽນ​ຮູ້, ສືກ​ສາ​ອົບ​ຮົມ​ໃຫ້​ແກ່ ຊາວ​ໜຸ່ມ-ເຍົາ​ວະ​ຊົນ​ຂອງ​ທັງ​ສອງ​ແຂວງ ກ່ຽວ​ກັບ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ເປັນ​ມູນ​ເຊື້ອ​ພິ​ເສດ ຫວຽດ​ນາມ-ລາວ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.