ອັດຊຸດຝຶກອົບຮົມປະຫວັດສາດການທະຫານໃຫ້ແກ່ກອງທັບລາວ

08:47 | 11/07/2018

ຕົ້ນອາທິດທີ່ຜ່ານມາ, ຊຸດຝຶກອົບຮົມປະຫວັດສາດການທະຫານໃຫ້ແກ່ກອງທັບປະຊາຊົນລາວ ໄດ້ຈັດຕັ້ງພິທີອັດຊຸດຝຶກອົບຮົມຢູ່ກອງ 871 (ກົມໃຫຍ່ການເມືອງ).

ກ່າວຄໍາເຫັນທີ່ພິທີອັດ, ທ່ານພັນເອກພິເສດ ເຢືອງຮົ່ງແອງ ຮອງຫົວໜ້າສະຖາບັນປະຫວັດສາດການທະຫານຫວຽດນາມ ໃຫ້ຮູ້ວ່າ, ຊຸດຝຶກອົບຮົມຄັ້ງນີ້ໄດ້ດຳເນີນການຄົ້ນຄວ້າ 13 ຫົວເລື່ອງສະເພາະ, ສຸມໃສ່ບັນດາຄວາມຮູ້ພື້ນຖານກ່ຽວກັບວິທີວິພາກ ແລະວິທີຄົ້ນຄວ້າ; ຂັ້ນຕອນ, ບົດຮຽນຈັດຕັ້ງ ແລະຜັນຂະຫຍາຍການຄົ້ນຄວ້າກິດຈະກໍາ, ຫົວຂໍ້ກ່ຽວກັບປະຫວັດສາດການທະຫານ, ສະຫຼຸບສົງຄາມ; ແລກປ່ຽນການຍົກສູງລະດັບການຈັດຕັ້ງ, ຄຸ້ມຄອງ...

ອັດຊຸດຝຶກອົບຮົມປະຫວັດສາດການທະຫານໃຫ້ແກ່ກອງທັບລາວ

ມອບໃບຢັ້ງຢືນໃຫ້ບັນດາພະນັກງານຂອງກອງທັບປະຊາຊົນລາວ. (ພາບ: ຮວ່າງຫວູ້)

ທ່ານພັນເອກພິເສດ ເຢືອງຮົ່ງແອງ ຕີລາຄາບັນດາພະນັກງານຂອງກອງທັບປະຊາຊົນລາວ ເຂົ້າຮ່ວມຊຸດຝຶກອົບຮົມໄດ້ມານະພະຍາຍາມ, ສຸມໃສ່ຮໍ່າຮຽນ ແລະຕັ້ງໜ້າຄົນຄວ້າ, ຮັບຮູ້ບົດຮຽນ, ເປັນເຈົ້າການແລກປ່ຽນກັບຄູອາຈານເພື່ອເຂົ້າໃຈແຈ້ງກວ່າບັນດາບັນຫາທິດສະດີ ແລະບົດຮຽນໃນການຄົ້ນຄວ້າ. ທ່ານພັນເອກພິເສດ ເຢືອງຮົ່ງແອງ ສະແດງຄວາມຫວັງວ່າດ້ວຍຄວາມຮູ້ ແລະບົດຮຽນພຶດຕິກໍາຕົວຈິງ, ເມື່ອກັບຄືນປະເທດ, ບັນດາພະນັກງານຂອງກອງທັບປະຊາຊົນລາວ ທີ່ເຂົ້າຮ່ວມຊຸດຝຶກອົບຮົມຈະແມ່ນບັນດາແກ່ນສານໃຫ້ແກ່ການພັດທະນາຂອງຂະແໜງປະຫວັດສາດການທະຫານລາວ, ປະກອບສ່ວນຍູ້ແຮງວຽກງານຄົ້ນຄວ້າວິທະຍາສາດປະຫວັດສາດການທະຫານໃຫ້ບັນລຸໝາກຜົນທີ່ດີຫຼາຍຢ່າງ.

(ແຫຼ່ງ​ຂໍ້​ມູນ​: ກປ.ອອນໄລ)