ຍສໝ - ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວປີ 2021, ໃນວັນທີ 6 ເມສາ, ຄະນະຜູ້ແທນສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO) ແລະສະມາຄົມມິດຕະພາບຫວຽດນາມ - ລາວ ໄດ້ໄປຢ້ຽມຢາມ ແລະ ອວຍພອນປີໃໝ່ສະຖານທູດລາວປະຈຳຮ່າໂນ້ຍ.
ຍສໝ - ໃນການຮ່ວມມືລະຫວ່າງກຳລັງປ້ອງກັນຊາຍແດນຂອງສອງປະເທດ, ກອງບັນຊາການທະຫານຊາຍແດນໄດ້ສົມທົບ ແລະເຈລະຈາເປັນປະຈຳ ກັບທະຫານຊາຍແດນຂອງລາວ. ບົນພື້ນຖານນັ້ນ, ໝາກຜົນແຫ່ງການຮ່ວມມືດ້ານປ້ອງກັນຊາຍແດນຫວຽດນາມ - ລາວ ບັນລຸໄດ້ໝາກຜົນແທດຈິງຫຼາຍຢ່າງ.
ຕອນບ່າຍວັນທີ 19 ມີນາ, ຢູ່ນະຄອນຫຼວງວຽງຈັນ, ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ສປປ ລາວ ໄດ້ນໍາໜ້າຄະນະພະນັກງານ, ພາລະກອນສະຖານທູດຫວຽດນາມ ປະຈໍາ ລາວ ແລະຜູ້ຕາງໜ້າບັນດາອົງການຂອງຫວຽດນາມ ຄຽງຂ້າງສະຖານທູດ ໄປສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ ປະຊາຊົນ ປະຕິວັດ ລາວ, ອວຍພອນວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດ ລາວ ຄົບຮອບ 66 ປີ (22-3-1955 / 22-3-2021).
ຍສໝ - ຜ່ານບັນດາການເຄື່ອນໄຫວແລກປ່ຽນວັດທະນະທຳ, ການທູດ, ປະຊາຊົນສອງຝ່າຍຊາຍແດນ ແທັງຮວາ - ຫົວພັນໄດ້ຍົກສູງສະຕິ, ຄວາມຮັບຜິດຊອບຕໍ່ອະທິປະໄຕຜືນແຜ່ນດິນແຫ່ງຊາດ, ພ້ອມກັນແປ່ງບັນ, ຊ່ວຍເຫຼືອເຊິ່ງກັນແລະກັນ ໃນການພັດທະນາເສດຖະກິດ - ສັງຄົມດ ສ້າງນ້ຳໃຈສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອ, ພ້ອມກັນປະຕິເສດບັນດາຖ້ວຍທຳນອງຂອງບັນດາກຳລັງປໍລະປັກ, ແບ່ງແຍກການພົວພັນຄວາມສາມັກຄີ, ມິດຕະພາບ ຫວຽດນາມ - ລາວ.
ຍສໝ - ທີ່ກອງປະຊຸມຄັ້ງທີ 43 ຄະນະກຳມະການລະຫວ່າງລັດຖະບານກ່ຽວກັບການຮ່ວມມືສອງຝ່າຍຫວຽດນາມ ແລະລາວ, ໂດຍການເປັນປະທານຮ່ວມຂອງທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ, ການນໍາລັດຖະບານສອງປະເທດຫວຽດນາມ - ລາວ ໄດ້ເປັນສັກຂີພິຍານໃນພິທີລົງນາມບົດບັນທຶກຊ່ວຍຈຳວ່າດ້ວຍການຊຸກຍູ້ການຮ່ວມມືກ່ຽວກັບການພະຍາກອນອາກາດ ແລະການເຕືອນໄພພິບັດທາງທຳມະຊາດລະຫວ່າງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມຂອງສອງປະເທດ.
ໃນປະຫວັດສາດການພົວພັນສາກົນນັບແຕ່ກ່ອນມາຮອດປະຈຸບັນ, ສາຍພົວພັນແບບພິເສດຫວຽດນາມ - ລາວ, ລາວ - ຫວຽດນາມ ແມ່ນແບບຢ່າງທີ່ດີເດັ່ນ, ຫາຍາກກ່ຽວກັບຄວາມສະໜິດຕິດພັນ, ຄວາມບໍລິສຸດຜຸດຜ່ອງ ແລະເຕັມໄປດ້ວຍປະສິດທິຜົນລະຫວ່າງສອງຊາດ.
ຕອນບ່າຍວັນທີ 6 ທັນວາ ຢູ່ ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງ ລັດຖະບານ ລາວ ໂດຍທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ນຳຫນ້າ ພວມຢູ່ຢ້ຽມຢາມຫວຽດນາມ ແລະ ເຂົ້າຮ່ວມກອງປະຊຸມຄັ້ງທີ 43 ຄະນະກຳມະການລະຫວ່າງລັດຖະບານ ລາວ - ຫວຽດນາມ.
ຍສໝ - ຕອນເຊົ້າວັນທີ 6 ທັນວາ ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ເປັນປະທານຮ່ວມກອງປະຊຸມຄັ້ງທີ 43 ຄະນະກຳມະການລະຫວ່າງ ລັດຖະບານ ຫວຽດນາມ - ລາວ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງວັນສະຖາປະນາປະເທດແຫ່ງ ສປປ ລາວ ຄົບຮອບ 45 ປີ ແລະ ວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ສົມທົບກັບສະຖານທູດ ລາວ ປະຈຳ ຫວຽດນາມ ຈັດຕັ້ງງານວາງສະແດງຮູບຖ່າຍ “ການພົວພັນມິດຕະພາບແບບພິເສດ ລະຫວ່າງ ຫວຽດນາມ - ລາວ” ຂຶ້ນຢູ່ ຮ່າໂນ້ຍ ໃນລະຫວ່າງວັນທີ 01 – 05 ທັນວາ 2020.
ສປປ ລາວ ແລະ ສສ ຫວຽດນາມ ມີເສັ້ນຊາຍແດນຍາວ 2.300 ກມ, ຕິດກັບ 10 ແຂວງຂອງສອງປະເທດ. ແຕ່ປີ 1978 ເຖິງປີ 1987, ລາວ ແລະ ຫວຽດນາມ ໄດ້ປະສານສົມທົບເພື່ອສຳເລັດການປັກຫຼັກໝາຍຊາຍແດນທັງໝົດໃນພາກສະໜາມ, ຫຼັງຈາກຫຼາຍປີຜ່ານມາ, ແຕ່ຊາຍແດນຍັງມີຂໍ້ຈຳກັດຈຳນວນໜຶ່ງ ເຊິ່ງກໍ່ໃຫ້ເກີດຄວາມຫຍຸ້ງຍາກໃນການເຮັດວຽກ ແລະ ການຄຸ້ມຄອງຊາຍແດນ.
ສປປ ລາວ ແລະ ສສ ຫວຽດນາມ ມີເສັ້ນຊາຍແດນຍາວ 2.300 ກມ, ຕິດກັບ 10 ແຂວງຂອງສອງປະເທດ. ແຕ່ປີ 1978 ເຖິງປີ 1987, ລາວ ແລະ ຫວຽດນາມ ໄດ້ປະສານສົມທົບເພື່ອສຳເລັດການປັກຫຼັກໝາຍຊາຍແດນທັງໝົດໃນພາກສະໜາມ, ຫຼັງຈາກຫຼາຍປີຜ່ານມາ...
ຍສໝ - ຕອນເຊົ້າວັນທີ 28 ຕຸລາ 2020, ທີ່ຫໍຮັບແຂກຂອງກະຊວງປ້ອງກັນຄວາມສະຫງົບ, ຄະນະທະຫານອາສາສະໝັກ ແລະ ຊ່ຽວຊານທະຫານຫວຽດນາມ ປະຈຳລາວ, ນະຄອນຫຼວງຮ່າໂນ້ຍ ໄດ້ຈັດກອງປະຊຸມປິດອາຍຸປະຈຳການ 2015-2020 ແລະ ເປີດສະມາຄົມມິດຕະພາບ ຫວຽດນາມ - ລາວ ອະດີດນັກທະຫານອາສາສະໝັກຮ່າໂນ້ຍ.
ຍສໝ - ຕອນບ່າຍວັນທີ 29 ຕຸລາ, ທ່ານ ຫງວຽນກວກຢູ້ງ - ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ແລະ ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດລາວ ທອງສະຫວັນ ພົມວິຫານ ໄດ້ເປັນປະທານການປຶກສາຫາລືດ້ານການເມືອງຄັ້ງທີ 5 ລະຫວ່າງກະຊວງການຕ່າງປະເທດສອງປະເທດຫວຽດນາມ ແລະ ລາວດ້ວຍຮູບແບບຖ່າຍທອດສົດ.
ການນໍາຄະນະບໍລິຫານງານສູນກາງຊາວໜຸ່ມສອງປະເທດໄດ້ຮັບຮູ້ເລື່ອງສອງຝ່າຍຍາມໃດກໍ່ຮັກສາການຕິດຕໍ່, ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບວຽກງານຊາວໜຸ່ມ ແລະຂະບວນການຊາວໜຸ່ມ; ວຽກງານ ປ້ອງກັນ ແລະຕ້ານພະຍາດໂຄວິດ - 19 ຢູ່ແຕ່ລະປະເທດ...
ໃນຕົນເດືອນຕຸລາ, ທ່ານ ເລກວັກຟອງ, ເລຂາຜູ້ທີໜຶ່ງສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ແລະ ທ່ານ ອາລຸນໄຊ ສູນນະລາດ ເລຂາສູນກາງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ໂອ້ລົມທາງໂທລະສັບ ເພື່ອແລກປ່ຽນ, ຕີລາຄາບັນດາໂຄງການຮ່ວມມືຂອງຄະນະຊາວໜຸ່ມ 2 ປະເທດ.
ມາຮອດປະຈຸບັນ, ສອງຝ່າຍໄດ້ປະສານສົມທົບເພື່ອຈັດຕັ້ງປະຕິບັດຂໍ້ຕົກລົງດັ່ງກ່າວຢ່າງມີຜົນສຳເລັດຕາມການຊີ້ນໍາຂອງຜູ້ນຳຂັ້ນສູງຂອງສອງປະເທດ.
ຍສໝ - ມີໝູ່ຄະນະ ແລະ ບຸກຄົນ 9 ຄົນ ໄດ້ຮັບໃບຍ້ອງຍໍ ຈາກ ສູນກາງສະມາຄົມມິດຕະພາບຫວຽດນາມ - ລາວ ແລະ ປະທານຄະນະກຳມະການປະຊາຊົນແຂວງ; ມີໝູ່ຄະນະ ແລະ ບຸກຄົນ 6 ຄົນ ໄດ້ຮັບໃບຍ້ອງຍໍຈາກສະຫະພັນອົງການຈັດຕັ້ງມິດຕະພາບແຂວງ.
ຍສໝ - ເນື່ອງໃນໂອກາດນີ້, ຕາງໜ້າໃຫ້ຄະນະພັກແຂວງ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ; ສະຫາຍຫງວຽນທ້ຽນແທ່ງ, ຮອງເລຂາພັກແຂວງປະຈຳ ແຂວງໄດ້ມອບລາງວັນໃຫ້ສະມາຄົມມິດຕະພາບຫວຽດນາມ - ລາວແຂວງທ໊າຍບິ່ງດ້ວຍຄຳຂວັນທີ່ວ່າ:“ ສາມັກຄີ - ນ້ຳໃຈອາລົມຈິດ - ຄວາມຮັບຜິດຊອບ, ປະກອບສ່ວນສ້າງສາຍພົວພັນມິດຕະພາບທີ່ພິເສດລະຫວ່າງຫວຽດນາມແລະລາວ”.
ຍສໝ - ເນື່ອງຈາກຮັບຜົນກະທົບຈາກ ພາຍຸຫົວທີ 5, ຢູ່ເຂດຕາແສງນາງອຍ, ບາກລິ ແລະ ໝີລິ ໃນເມືອງ ກີເຊີນ, ແຂວງ ເຫງອ່ານ, ຝົນຕົກໜັກເຮັດໃຫ້ຕົ້ນໄມ້ລົ້ມ ແລະດິນເຊາະເຈື່ອນຢູ່ບາງເສັ້ນທາງ; ຫຼາຍບ້ານ ຢູ່ເຂດ ຊາຍແດນຫວຽດນາມ - ລາວ ຖືກຕັດແຍກ ຍ້ອນນໍ້າຖ້ວມ.
ຍສໝ - ຕາມທ່ານ ຈຸມມາລີ ໄຊຍະສອນແລ້ວ, ທ່ານອະດີດເລຂາທິການໃຫຍ່ ເລຂາຟຽວ ແມ່ນນັກຮົບທີ່ກ້າແກ່ນ, ແມ່ນພະນັກງານທີ່ສະຫຼາດສະຫຼຽວ. ແມ່ນ ພະນັກງານທີ່ໄດ້ຜ່ານຜ່າຄວາມທຸກບາກລຳບາກ ແລະ ປະຕິບັດຫຼາຍບົດບາດຕຳແໜ່ງ, ແຕ່ວ່າຢູ່ຕຳແໜ່ງໃດ ທ່ານກໍ່ລ້ວນແຕ່ປະຕິບັດສຳເລັດໜ້າທີ່ຢ່າງດີເດັ່ນ.