ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງ ພົບປະເຈລະຈາກັບ ທ່ານເລຂາທິການໃຫຍ່, ປະທານປະເທດ ສປປ.ລາວ ທອງລຸນ ສີສຸລິດ

18:11 | 29/06/2021

ຍສໝ - ໃນວັນທີ 28 ມິຖຸນາ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ມີການພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດ ສປປ.ລາວ ທອງລຸນ ສີສຸລິດ. .

ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ພົບປະກັບອະດີດເລຂາທິການໃຫຍ່ ແລະ ອະດີດປະທານປະເທດຫວຽດນາມ ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ພົບປະກັບອະດີດເລຂາທິການໃຫຍ່ ແລະ ອະດີດປະທານປະເທດຫວຽດນາມ
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ

ໃນບັນຍາກາດທີ່ເຕັມໄປດ້ວຍນຳ້ໃຈໄມຕີຈິດມິດຕະພາບ, ສອງຝ່າຍໄດ້ແຈ້ງໃຫ້ກັນຊາບ ກ່ຽວກັບສະພາບການຂອງແຕ່ລະພັກ ແລະ ປະເທດ; ແລກປ່ຽນຢ່າງກວ້າງຂວາງກ່ຽວກັບທິດທາງ ແລະ ມາດຕະການຕ່າງໆ ເພື່ອຮັດແໜ້ນການພົວພັນລະຫວ່າງສອງພັກ ແລະ ສອງປະເທດ; ແລກປ່ຽນກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.

ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງ ພົບປະເຈລະຈາກັບ ທ່ານເລຂາທິການໃຫຍ່, ປະທານປະເທດ ສປປ.ລາວ ທອງລຸນ ສີສຸລິດ
ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ພົບປະເຈລະຈາ ກັບ ທ່ານເລຂາທິການໃຫຍ່, ປະທານປະເທດ ສປປ.ລາວ ທອງລຸນ ສີສຸລິດ. (ພາບ: vietnamnet)

ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ເນັ້ນໜັກວ່າ ການທີ່ສະຫາຍ ທອງລຸນ ສີສຸລິດ ໄດ້ເລືອກມາ ຫວຽດນາມ ເປັນປະເທດທຳອິດໃນການຢ້ຽມຢາມໃນຖານະເປັນເລຂາທິການໃຫຍ່, ປະທານປະເທດ ໄດ້ສະແດງໃຫ້ເຫັນເຖິງຄວາມຖືເປັນສຳຄັນພິເສດຂອງພັກ ແລະ ລັດແຫ່ງ ສປປ.ລາວ ແລະ ໂດຍສ່ວນຕົວຂອງ ສະຫາຍ ທອງລຸນ ສີສຸລິດ ຕໍ່ກັບການປົກປັກຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ຄວາມສະໜິດແໜ້ນທີ່ບໍລິສຸດຜຸດຜ່ອງ, ໂປ່ງໃສ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ລາວ ຢ່າງບໍ່ຢຸດຢັ້ງ.

ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ເຊື່ອໝັ້ນວ່າ ການຢ້ຽມຢາມຈະປະສົບຜົນສຳເລັດຢ່າງຈົບງາມ, ປະກອບສ່ວນຊຸກຍູ້ການພົວພັນລະຫວ່າງສອງພັກ ແລະ ສອງປະເທດ ໃຫ້ພັດທະນາເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະ ແທດຈິງ, ຮັບໃຊ້ພາລະກິດແຫ່ງການປ່ຽນແປງໃໝ່, ສ້າງສາ ແລະ ປ້ອງກັນປະເທດຊາດໃນແຕ່ລະປະເທດ.

ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງ ພົບປະເຈລະຈາກັບ ທ່ານເລຂາທິການໃຫຍ່, ປະທານປະເທດ ສປປ.ລາວ ທອງລຸນ ສີສຸລິດ
ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ກ່າວຄຳເຫັນທີ່ການພົບປະເຈລະຈາ. (ພາບ: vietnamnet)

ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈ ຕໍ່ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ, ບັນດາສະຫາຍການນຳພັກ, ລັດ ແລະ ປະຊາຊົນຫວຽດນາມ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ສະໜິດສະໜົມ ແລະ ເຕັມໄປດ້ວຍຄວາມໝາຍ ຄວາມຮັກແພງມິດຕະພາບແບບພິເສດຄືດັ່ງມິດສະຫາຍອ້າຍນ້ອງ; ສະແດງຄວາມປິຕິຊົມຊື່ນ ກ່ຽວກັບບັນດາຜົນງານອັນໃຫຍ່ຫຼວງ, ຮອບດ້ານ ແລະ ມີຄວາມໝາຍປະຫວັດສາດທີ່ປະຊາຊົນຫວຽດນາມ ບັນລຸໄດ້ພາຍຫຼັງ 35 ປີແຫ່ງການປ່ຽນແປງໃໝ່; ຊົມເຊີຍຜົນສຳເລັດອັນຍິ່ງໃຫຍ່ຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ແລະ ຜົນການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV.

ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ເຊື່ອໝັ້ນວ່າພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ ນຳໂດຍ ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ, ປະຊາຊົນຫວຽດນາມ ຈະສືບຕໍ່ບັນລຸໄດ້ບັນດາຜົນງານໃໝ່ ແລະ ໃຫຍ່ຫຼວງກວ່າອີກ, ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກຢ່າງມີໄຊ, ປະຕິບັດສຳເລັດເປົ້າໝາຍຮອດປີ 2030 ຫວຽດນາມ ຈະກາຍເປັນປະເທດພວມພັດທະນາ ດ້ວຍອຸດສະຫະກຳທີ່ທັນສະໄໝ, ມີລາຍຮັບປານກາງສູງ, ແລະ ຮອດກາງສະຕະວັດທີ 21 ຈະກາຍເປັນປະເທດພັດທະນາທີ່ມີລາຍຮັບສູງ.

ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດອັນໃຫຍ່ຫຼວງຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ແລະ ຜົນການເລືອກຕັ້ງສະມາຊິກສະພາແຫ່ງຊາດລາວຊຸດທີ IX ແລະ ຊົມເຊີຍ ສະຫາຍ ທອງລຸນ ສີສຸລິດ ທີ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກພັກ ແລະ ລັດ ທີ່ໄດ້ຮັບການເລືອກຕັ້ງໃຫ້ຕຳແໜ່ງເລຂາທິການໃຫຍ່, ປະທານປະເທດລາວ; ຢັ້ງຢືນວ່າ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຈະສະໜັບສະໜູນຢ່າງແຮງ ແລະ ຮອບດ້ານໃນພາລະກິດປ່ຽນແປງໃໝ່, ປົກປັກຮັກສາ ແລະ ສ້າງສາປະເທດລາວ; ເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ນຳໂດຍ ສະຫາຍ ທອງລຸນ ສີສຸລິດ, ປະຊາຊົນລາວອ້າຍນ້ອງ ຈະຜ່ານຜ່າທຸກຄວາມຫຍຸ້ງຍາກໄດ້ຢ່າງແນ່ນອນ, ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ - ສັງຄົມ 5 ປີຄັ້ງທີ IX ທີ່ໄດ້ວາງອອກຢ່າງມີໄຊ, ປະຕິບັດສຳເລັດການສ້າງສາປະເທດລາວແຫ່ງສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ຮຸ່ງເຮືອງສິວິໄລ, ກ້າວຂຶ້ນ ຕາມກັບເປົ້າໝາຍສັງຄົມນິຍົມຢ່າງໝັ້ນຄົງ.

ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງ ພົບປະເຈລະຈາກັບ ທ່ານເລຂາທິການໃຫຍ່, ປະທານປະເທດ ສປປ.ລາວ ທອງລຸນ ສີສຸລິດ
ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ. (ພາບ: vietnamnet)

ຕາງໜ້າໃຫ້ພັກ, ລັດ ແລະ ປະຊາຊົນສອງປະເທດຫວຽດນາມ ແລະ ລາວ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ໄດ້ຕີລາຄາສູງຕໍ່ການສະໜັບສະໜູນ, ການຊ່ວຍເຫຼືອເຊິ່ງກັນ ແລະ ກັນທີ່ລ້ຳຄ່າ, ນໍ້າໃຈແຫ່ງຄວາມຮັກແພງ ແລະ ມີປະສິດທິຜົນເຊິ່ງສອງພັກ, ລັດ ແລະ ປະຊາຊົນຂອງສອງປະເທດໄດ້ແບ່ງປັນໃຫ້ກັນໃນພາລະກິດຕໍ່ສູ້ປົດປ່ອຍຊາດ ແລະ ທ້ອນໂຮມປະເທດຊາດໃນເມື່ອກ່ອນ ກໍ່ຄືໃນພາລະກິດແຫ່ງການສ້າງສາປະເທດຊາດໃນປະຈຸບັນ ແລະ ເມື່ອບໍ່ດົນມານີ້ແມ່ນໄດ້ສົມທົບກັນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດ COVID-19.

ສອງຝ່າຍໄດ້ເນັ້ນໜັກເຖິງຄວາມສຳຄັນ ແລະ ຄວາມໝາຍຍຸດທະສາດຂອງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະ ລາວ ເຊິ່ງແມ່ນຊັບສົມບັດລວມອັນລຳ້ຄ່າຂອງສອງຊາດ, ແມ່ນປັດໄຈໜຶ່ງທີ່ຮັບປະກັນຄວາມຄົງຕົວ ແລະ ການພັດທະນາຂອງສອງປະເທດ; ຢືນຢັນວ່າ ບໍ່ວ່າໃນສະພາບການໃດກໍ່ຕາມ, ສອງພັກ, ລັດ ແລະ ປະຊາຊົນສອງປະເທດ ກໍ່ຈະຕັດສິນໃຈຮ່ວມກັນປົກປັກຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນແບບພິເສດລະຫວ່າງຫວຽດນາມ ແລະ ລາວ ໃຫ້ນັບມື້້ນັບພັດທະນາຢ່າງເລິກເຊິ່ງໃນທຸກຂົງເຂດ.

ສອງຝ່າຍເຫັນດີເປັນເອກະພາບສົມທົບກັນຢ່າງແໜ້ນແຟ້ນ ແລະ ມີປະສິດທິຜົນໃນການປະຕິບັດມະຕິຂອງກອງປະຊຸມໃຫຍ່ຂອງແຕ່ລະພັກ ແລະ ຍຸດທະສາດການພັດທະນາຂອງແຕ່ລະປະເທດ; ສຸມໃສ່ແກ້ໄຂບັນດາຂໍ້ຫຍຸ້ງຍາກ, ສິ່ງກີດຂວາງ ເພື່ອຊຸກຍູ້ການຮ່ວມມືສອງຝ່າຍຢ່າງແໜ້ນແຟ້ນ ບົນພື້ນຖານເສີມຂະຫຍາຍຈິດໃຈເອກະລາດ, ເປັນເຈົ້າຕົນເອງ, ຮ່ວມມືຢ່າງສະເໝີພາບ ແລະ ຕ່າງຝ່າຍມີຜົນປະໂຫຍດ, ໃຫ້ບຸລິມະສິດ ແລະ ເອື້ອອຳນວຍເຊິ່ງກັນ ແລະ ກັນ, ໜູນຊ່ວຍ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ກັນ ເພື່ອພ້ອມກັນພັດທະນາ ເພື່ອຄວາມຮຸ່ງເຮືອງສິວິໄລຂອງແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາໃນອາຊີຕາເວັນອອກສ່ຽງໃຕ້ ແລະ ໃນໂລກ.

ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງ ພົບປະເຈລະຈາກັບ ທ່ານເລຂາທິການໃຫຍ່, ປະທານປະເທດ ສປປ.ລາວ ທອງລຸນ ສີສຸລິດ
(ພາບ: vietnamnet)

ສອງຝ່າຍ ໄດ້ເຫັນດີສືບຕໍ່ເພີ່ມທະວີການຮ່ວມມື, ປະສານສົມທົບກັນຢ່າງແໜ້ນແຟ້ນ ແລະ ກັບບັນດາປະເທດ ແລະ ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງເພື່ອຄຸ້ມຄອງ, ພັດທະນາ, ນຳໃຊ້ແຫຼ່ງແມ່ນ້ຳຂອງແບບຍືນຍົງ ແລະ ມີປະສິດທິຜົນ; ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ ແລະ ເສລີພາບໃນການເດີນທະເລ ແລະ ການເດີນອາກາດຢູ່ທະເລຕາເວັນອອກ; ແກ້ໄຂບັນດາການຂັດແຍ້ງຢູ່ທະເລຕາເວັນອອກ ໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ, ໃນນັ້ນມີສົນທິສັນຍາກົດໝາຍວ່າດ້ວຍທະເລປີ 1982 ຂອງສະຫະປະຊາຊາດ, ພ້ອມດ້ວຍບັນດາຝ່າຍທີ່ກ່ຽວຂ້ອງ ຊຸກຍູ້ການປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍໃນທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ, ສ້າງກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ໃຫ້ມີປະສິດທິຜົນ ແລະ ແທດຈິງ ໂດຍສອດຄ່ອງກັບກົດໝາຍສາກົນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.