ທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີ ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ໄດ້ນຳພາ ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມ ລັດຖະມົນຕິ ໂທລະຄົມມະນາຄົມ ແລະ ຂໍ້ມູນຂ່າວສານໄອຊີທີ ຂອງປະເທດອາຊຽນ ຄັ້ງທີ 18 ໃນລະຫວ່າງວັນທີ 5-6 ທັນວາ 2018 ນີ້, ທີ່ເມືອງບາຫລີ ປະເທດອິນໂດເນເຊຍ ເພື່ອປຶກສາຫາລືວຽກງານປະຈໍາປີຂອງຂະແໜງການ ໄອຊີທີ ໃນປະເທດອາຊຽນ ພາຍໃຕ້ຫົວຂໍ້ ລະບົບຄວາມ ສົມດູນທາງດີຈິຕອນ ໃນອາ ນາຄົດ ເພື່ອການພັດທະນາຂອງອາຊຽນ.
ຕອນບ່າຍຂອງມື້ວານນີ້, ຢູ່ນະຄອນຫຼວງວຽງຈັນ ຂອງປະເທດລາວ ໄດ້ດໍາເນີນກອງປະຊຸມສາມ 3 ຝ່າຍ ຂັ້ນລັດຖະມົນຕີຄັ້ງທີ 17 ລະຫວ່າງຫວຽດນາມ, ລາວ, ກໍາປູເຈຍ ກ່ຽວກັບການຮ່ວມມືໃນການປ້ອງກັນ, ຕ້ານຢາເສບຕິດ.
ຍສໝ - ດ້ວຍຄວາມມຸ້ງມາດປາດຖະໜາອັນແຮງກ້າໃນການສິດສອນ, ສາວຄູ ແຂວງກວ້າງຈິ ອາສາສະໝັກ ມາຍັງແຂວງ ສະຫວັນນະເຂດ (ສປປ ລາວ) ສອນໜັງສື. ບັນດາຖັນແຖວຄູອາຈານ ຜ່ານຜ່າອຸປະສັກ ທາງດ້ານພາສາປາກເວົ້າທີ່ແຕກຕ່າງກັນ, ວັດທະນະທຳ ແລະ ວິຖີຊີວິດ... ເພື່ອເຮັດສຳເຫຼັດໜ້າທີ່ໃນດິນແດນປະເທດລາວອ້າຍນ້ອງ.
ວັນທີ 5 ພະຈິກ 2018, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບຢ່າງເປັນທາງການ ແລະ ພົບປະສອງຝ່າຍ ກັບ ສົມເດັດ ອັກຄະມະຫາເສ ນາບໍດີ ເຕໂຈ ຮຸນເຊນ ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກ ກຳປູເຈຍ ພ້ອມດ້ວຍຄະນະ ໃນໂອ ກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 5-6 ທັນວາ 2018.
ໂດຍຕອບສະໜອງຕາມຄຳເຊີນ ຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ນາ ຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກໍາປູເຈຍ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນ ລະຫວ່າງ ວັນທີ 5-6 ທັນວາ 2018.
ຍສໝ - ວັນທີ 3 ທັນວາ ຢູ່ແຂວງກາວບັ່ງ ຄະນະພະນັກງານກວດກາລັດຖະບານ ລາວ ໂດຍ ສະຫາຍ ຄຳພັນ ລີພຸງ ຮອງຫົວໜ້າກົມຄົ້ນຄ້ວາ ແລະ ວາລະສານ ກວດກາ ເປັນຫວົໜ້າຄະນະ ໄດ້ມາໄປຢ້ຽມຢາມ ແລະ ເຮັດວຽກ ແລກປ່ຽນບົດຮຽນ ດ້ານວຽກງານການກວດກາ, ແກ້ໄຂບັນຫາຟ້ອງຮ້ອງ ແລະ ສະກັດກັ້ນການສໍ້ລາດບັງຫຼວງ ກັບພະແນກ ກວດກາແຂວງກາວບັ່ງ. ມາກັບຄະນະປະກອບມີບັນດາການນຳຂອງສະຫາຍ.
ຍສໝ - ໃນວັນທີ 2 ທັນວານີ້ , ຕຳຫຼວດນະຄອນ ເຫວ້ ໄດ້ຈັດພິທີມອບຮັບ ຊັບສິນທີ່ຕົກເຮ່ຍ ໃຫ້ແກ່ ທ້າວ ມິດສຸວັນ ຄຳກາງ ນັກສຶກສາລາວ ທີ່ກຳລັງສຶກສາຮຳ່ຮຽນ ຢູ່ ມະຫາວິທະຍາໄລ ແພດ-ການຢາ ເຫວ້.
ພວກຂ້າພະເຈົ້າຂໍອວຍພອນບັນດາສະຫາຍກ່ຽວກັບບັນດາຜົນງານສຳຄັນດັ່ງກ່າວ ແລະຂໍອວຍພອນປະຊາຊົນລາວບັນດາເຜົ່າອ້າຍນ້ອງ, ພາຍໃຕ້ການນຳພາສະຫຼາດສ່ອງໃສຂອງພັກປະຊາຊົນ ປະຕິວັດລາວ ໂດຍທ່ານເລຂາທິການໃຫຍ່, ປະທານປະເທດ ບຸນຍັງ ວໍລະຈິດ ນຳໜ້າ...
ວັນທີ 30 ພະຈິກ, ທະຫານຊາຍແດນແຂວງກວາງຈິ ໄດ້ຈັດຕັ້ງພິທີອັດຊຸດຝຶກອົບຮົມ ວຽກງານຄຸ້ມຄອງ ແລະປົກປັກຮັກສາຊາຍແດນໃຫ້ບັນດາພະນັກງານສັງກັດກອງບັນຊາການທະຫານ, ກອງບັນຊາການປ້ອງກັນຄວາມສະຫງົບແຂວງສະຫວັນນະເຂດ ແລະສາລະວັນ (ສປປ ລາວ) ປີ 2018.
ວັນທີ 2 ທັນວາ, ສະມາຄົມມິດຕະພາບຫວຽດນາມ - ລາວ ແຂວງເງະອານ ໄດ້ສົມທົບກັບກອງບັນຊາການທະຫານຊາຍແດນແຂວງ ຈັດຕັ້ງພິທີສະເຫຼີມສະຫຼອງວັນຊາດ ສປປ ລາວ ຄົບຮອບ 43 ປີ (2 ທັນວາ 1975 – 2 ທັນວາ 2018).
ສະຫາຍ ຫງວຽນ ຝູ ຈ້ອງ ເລຂາທິການໃຫຍ່ຄະນະບໍລິ ຫານງານສູນກາງພັກກອມມູນິດຫວຽດນາມ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ສະຫາຍ ຫງວຽນ ຊວັນ ຟຸກ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແລະ ສະຫາຍ ນາງ ຫງວຽນ ທິ ກິມ ເງິນ ປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໄດ້ສົ່ງສານອວຍພອນເຖິງ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສະຫາຍ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ນະຄອນຫຼວງວຽງຈັນ ເນື້ອໃນສານມີດັ່ງນີ້:
ທ້າຍເດືອນທີ່ຜ່ານມາ, ທ່ານ ຫງວຽນດຶກຈູງ, ກຳມະການສູນກາງພັກ, ຮອງເລຂາພັກນະຄອນ, ປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ພ້ອມກັບຄະນະຜູ້ແທນຄະນະກຳມະການປະຊາຊົນນະຄອນ ໄດ້ໄປຢ້ຽມຢາມ ແລະອວຍພອນພະນັກງານ, ພາລະກອນຂອງສະຖານທູດລາວ ປະຈຳ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 43 ປີແຫ່ງວັນຊາດຂອງ ສປປ ລາວ.
ຕອນບ່າຍວັນທີ 28 ພະຈິກ, ສະຖາບັນຍຸດທະສາດປ້ອງກັນຊາດຫວຽດນາມ ໄດ້ຈັດພິທີປິດຊຸດຝຶກອົບຮົມຄົ້ນຄ້ວາຍຸດທະສາດການທະຫານ ກະຊວງປ້ອງກັນປະເທດລາວ ຊຸດທີ 3 ທີ່ກອງ 871.
ຍສໝ - ນີ້ແມ່ນສິ່ງປຸກລະດົມອັນຍິ່ງໃຫຍ່ໃຫ້ແກ່ ຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນ ແຂວງ ເທື່ອທຽນ ເຫວ້ ໃນການສືບຕໍ່ເຮັດວຽກຢ່າງສຸດຄວາມສາມາດ ແກ່ການເສີມສ້າງຄວາມສາມັກຄີ, ສາຍພົວພັນມິດຕະພາບ ອັນສັດຊື່ ຕິດພັນກັບສອງປະເທດ ແລະ ທ້ອງຖິ່ນທັງສອງໃນອານາຄົດ.
ຍສໝ - ເນື່ອງໃນໂອກາດຄົບຮອບ 43ປີ ວັນຊາດ ຂອງ ສປປ ລາວ (02/12/1975-02/12/2018), ຕອນເຊົ້າວັນທີ 29 ພະຈິກນີ້ ຮອງລັດຖະມົນຕີກະຊວງ ການຕ່າງປະເທດ ຫງວ໋ຽນ ກ໋ວກຢຸງ ນຳພາຄະນະກະຊວງການຕ່າງປະເທດ ເຂົ້າອວຍພອນ ທ່ານເອກອັກຄະລັດຖະທູດ ແລະ ພະນັກງານ ລັດຖະກອນ ສະຖານທູດລາວ ປະຈຳນະຄອນຫຼວງຮ່າໂນ້ຍ.
ຍສມ - ວັນທີ 28 ພະຈິກ, ທີ່ຫ້ອງການສັງຄົມສົງເຄາະ ຂອງ ໂຮງໝໍສູນກາງ ເດັກ ຮ່າໂນ້ຍ ສສ ຫວຽດນາມ, ຕ່າງໜ້າໜັງສືພິມ ເທີ່ຍດ້າຍ ໂດຍທ່ານ ຟານ ຮົ່ງເຊີນ ຮອງບັນດາທິການ ໄດ້ເຂົ້າຢ້ຽມຢາມ ຖາມຂ່າວ ແລະ ມອບຂອງຂັວນໃຫ້ ຄອບຄົວຂອງ ນ້ອງ ຊາດ ຢາງ , ຜູ້ປ່ວຍເດັກຄົນລາວ ທີ່ຢູ່ ບ້ານ ໂພນສະຫວັນໄຊ, ເມືອງ ແປກ, ແຂວງ ຊຽງຂວາງ ທີ່ກຳລັງປິ່ນປົວ ຢູ່ພະແນກ ມະເຮັງ ຂອງໂຮງໝໍສູນກາງເດັກ.
ຕອນບ່າຍວັນທີ 27 ພະຈິກ, ທ່ານນາງ ຫງວຽນທິເຫງ້ຍ ຮອງລັດຖະມົນຕີກະຊວງສຶກສາ ແລະບໍາລຸງສ້າງຫວຽດນາມ ໄດ້ມີການຕ້ອນຮັບ ແລະເຮັດວຽກກັບຄະນະປະຕິບັດງານຂອງກະຊວງສຶກສາທິການ ແລະກິລາລາວ ໂດຍທ່ານ ຄໍາໄພ ສີສະຫວັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະກິລາລາວ ເປັນຫົວໜ້າຄະນະ.
ຍສໝ - ຕອນເຊົ້າຂອງວັນທີ 28 ພະຈິກ ຢູ່ ຫ້ອງວ່າການ ນະຄອນດ່າໜັງ ຕ່າງໜ້າຂອງປະທານປະເທດ ແຫ່ງ ສປປ ລາວ ທ່ານ ສັນຕິພາບ ພົວວິຫານ ເລຂາພັກແຂວງ ເຈົ້າແຂວງໆສະຫວັນນະເຂດ ປະດັບຫຼຽນໄຊ ຂອງ ປະທານປະເທດ ແຫ່ງ ສປປ ລາວ ໃຫ້ ໝູ່ຄະນະ ແລ ະ ບຸກຄົນ ຂອງ ນະຄອນດ່າໜັງ.
ຕອນເຊົ້າວັນທີ 28 ພະຈິກ, ຄະນະກຳມະການ ແນວໂຮມແຫ່ງຊາດຫວຽດນາມ ນະຄອນໂຮຈີມິງ, ສະຫະພັນ ອົງການຈັດຕັ້ງມິດຕະພາບ ນະຄອນໂຮ່ຈີ໋ມິງ ແລະ ສະມາຄົມມິດຕະພາບ ຫວຽດນາມ - ລາວ ນະຄອນໂຮຈີມິງ ໄດ້ຈັດງານສະຫຼອງຄົບຮອບ 43 ປີ ວັນຊາດ ສປປ ລາວ.
ຍສໝ - ວັນທີ 28 ເດືອນ ພະຈິກນີ້ ຢູ່ນະຄອນ ໂຮ່ຈີ໋ມິງ ສຳນັກພິມສຶກສາ ຫວຽດນາມ (ກະຊວງ ສຶກສາ ແລະ ກໍ່ສ້າງ) ໄດ້ເຮັດວຽກກັບບໍລິສັດ ອຸບປະກອນການສຶກສາ ກະຊວງ ສຶກສາ ແລະ ກິລາ ຂອງ ສປປ ລາວ) ກ່ຽວກັບຜົນສຳເລັດຂອງການຮ່ວມມື, ອົບຮົມ ຊ່ວຍຍົກລະດັບວິຊາສະເພາະ ກ່ຽວກັບ ການພິມຈຳໜ່າຍ, ຈັດພິມ, ເຕັກນິກໃນການຜລິດອຸປະກອນການສຶກສາ.